ຂໍ້ຕົກລົງນິວຄະເລຍອີຣານ: ບາດກ້າວຫຼຸດພົ້ນອອກຈາກການປະທະກັນ

(vovworld) - ພາຍຫຼັງ 11 ປີແຫ່ງ​ການ​ເຈລະຈາ, ອີຣານ ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ​ຂອງ​ໂລກ​ບັນລຸ​ໄດ້​ຂໍ້​ຕົກລົງ​ນິວຄະ​ເລຍ​ຢ່າງຮອບດ້ານ. ​ເລື່ອງ​ບັນລຸ​ໄດ້​ຂໍ້​ຕົກລົງ​ແມ່ນ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ດ້ານ​ນະ​ໂຍບາຍ​ສຳລັບ​ປະທານາທິບໍດີ​ ອາ​ເມ​ລິ​ກາ Barack Obama ​ແລະ ຜູ້​ຮ່ວມ​ຕຳ​ແໜ່​ງອີຣານ Hassan Rouhani, ອັນ​ໄດ້​ຢຸດຕິ​ການ​ປະ​ທະ​ກັນ​ມາ​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ. ຂໍ້​ຕົກລົງ​ທີ່​ມີ​ລັກສະນະ​ປະຫວັດສາດ​ນີ້​ອາດ​ຈະ​ເຮັດ​ໃຫ້ສະພາບ​ການ​ຢູ່​​ເຂດ​ຕາ​ເວັນ​ອອກ​ກາງ​ມີ​ການ​ຫັນປ່ຽນຢ່າງຮອບດ້ານ.

ຂໍ້ຕົກລົງນິວຄະເລຍອີຣານ: ບາດກ້າວຫຼຸດພົ້ນອອກຈາກການປະທະກັນ - ảnh 1

າຍຫຼັງ 11 ປີແຫ່ງ​ການ​ເຈລະຈາ, ອີຣານ ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ​ຂອງ​ໂລກ
​ບັນລຸ​ໄດ້​ຂໍ້​ຕົກລົງ​ນິວຄະ​ເລຍ​ຢ່າງຮອບດ້ານ

(ພາບ: ອິນເຕີແນດ)

        ຕາມ​ເນື້ອ​ໃນ​ຂໍ້​ຕົກລົງ​ທີ່​​ໄດ້​ຮັບ​ການຮັບຮອງ​ເອົາ​ເມື່ອ​ວັນ​ທີ 14/7, ອີຣານ ຈະ​ຫຼຸດ​ຈຳນວນ​ຈັກ​ພົ້ນ​ສູນ​ທີ່​ໃຊ້​ເພື່ອ​ເສີມ​ທາດ Uranium ລົງ 2/3, ກໍ່​ຄື​ຫຼຸດ​ປະລິມານ Uranium ທີ່​ໄດ້​ຮັບ​ການ​ເສີມ​ຢູ່​ໃນ​ລະດັບ​ຕຳ່​ກວ່າ​ລົງ. ອົງການ​ພະລັງງານ​ປະລະ​ມາ​ນູສາກົນ (IAEA) ຈະ​ກວດກາພື້ນຖານ​ນິວຄະ​ເລຍ​ທັງ​ໝົດ​ຂອງ​ອີຣານ​ ເປັນ​ປະຈຳ. ​ແທນ​ທີ​ນັ້ນ, ບັນດາ​ຄຳ​ສັ່ງ​ຂວຳ້​ບາດ​ຂອງ​ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີ​ລົບ (ອີ​ຢູ) ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວຄະ​ເລຍ​ຂອງ​ອີຣານ ຈະ​ຖືກ​ຍຸບ​ເລີກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄຳ​ສັ່ງ​ລົງ​ໂທດ​ອາດ​ຈະ​​ໄດ້​ຟື້ນ​ຟູ​ພາຍ​ໃນ​ເວລາ 65 ວັນ, ຖ້າ​ຫາກ​ອີຣານ ລະ​ເມີດ​ຂໍ້​ຕົກລົງ. ຄຽງ​ຂ້າງ​ນັ້ນ, ຄຳ​ສັ່ງ​ຂວຳ້ບາດ​ອາວຸດ​ຂອງ​ສະຫະ​ປະຊາ​ຊາດ​ສືບ​ຕໍ່​ຮັກສາ​ໄວ້​ໃນ​ໄລຍະ 5 ປີ ​ແລະ ຄຳ​ສັ່ງ​ຫ້າມ​ອີ​ຣານ ຊື້​ເຕັກ​ໂນ​ໂລ​ຢີວິຖີລູກປືນຍັງ​ຄົງ​ຮັກສາ​ໄວ້​ໃນ​ໄລຍະ 8 ປີ.

        ​ໄຊຊະນະ​ຂອງ​ບັນດາ​ຄວາມ​ມານະ​ພະຍາຍາມ​ດ້ານ​ການ​ທູດ

        ​ເປັນ​ອັນວ່າ, ພາຍຫຼັງ 11 ປີ ​ແຫ່ງ​ການ​ເຈລະຈາ​ຢ່າງ​ລຳບາກ ​ແລະ 18 ວັນ​ແຫ່ງ​ການ​ເຈລະຈາ​ຢ່າງ​ຮີບ​ເຮັ່ງ ​ແລະ ​ເຄັ່ງ​ຕຶງ​ຢູ່​ນະຄອນຫຼວງ​ວຽນ (ອົດ​ຕະລິດ). ສຸດ​ທ້າ​ຍຂໍ້​ຕົກລົງ​ນິວຄະ​ເລຍ​ຮອບດ້ານກໍ່​ສາມາດ​ບັນລຸ​ໄດ້. ປະຊາ​ຄົມ​ໂລກ​ຖື​ວ່າ, ນີ້​ແມ່ນ​ຂໍ້​ຕົກລົງ​ທີ່​ມີ​ລັກສະນະ “ປະຫວັດສາດ“, ສຳລັບ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ຜູ້​ຮ່ວມ​ຕຳ​ແໜ່​ງອີຣານ Hassan Rouhani, ​ເລື່ອງ​ບັນລຸ​ໄດ້​ຂໍ້​ຕົກລົງ​ແມ່ນ​ຜົນສຳ​ເລັດ​ໃຫຍ່​ດ້ານ​ນະ​ໂຍບາຍ. ສະ​ເພາະ​ອີຣານ, ຂໍ້​ຕົກລົງ​ນີ້​ໄດ້​ຊ່ວຍ​ອີຣານ ຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ຕົກ​ຢູ່​ໂດດ​ດຽວ, ຊ່ວຍ​ເສດຖະກິດ​ຂອງ​ປະ​ເທດ​ນີ້​ພັດທະນາ, ຜ່ານ​ການ​ສະໜອງ​ນຳ້ມັນ​ອອກ​ສູ່​ໂລກ. ສ່ວນ​​ອາ​ເມ​ລິ​ກາ, ຂໍ້​ຕົກລົງ​ນີ້​ຊ່ວຍ​ລັດຖະບານ​ອາ​ເມ​ລິ​ກາ​ ຫຼີກ​ເວັ້ນອອກ​ຈາກ​ການ​ນຳ​ໃຊ້​ມາດ​ຕະການ​ດ້ານ​ການ​ທະຫານ​​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ.

        ວົງ​ການ​ນັກ​ໄຈ້​ແຍກ​ຕີ​ລາຄາ​ວ່າ, ຂໍ້​ຕົກລົງ​ນີ້​ແມ່ນ​ໄຊຊະນະ​​ແຫ່ງ​ຄວາມ​ມານະ​ພະຍາຍ​ມດ້ານ​ການ​ທູດ, ​ໃນ​ນັ້ນ​ມີ​ບົດບາດ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ສ່ວນ​ບຸກຄົນ, ​ເປັນ​ຕົ້ນ​ແມ່ນ ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ປະທານາທິບໍດີ​ອີຣານ Hassan Rouhani. ​ເມື່ອ​ກຳ​ອຳນາດ​ຢູ່​ວໍ​ຊິງ​ຕັນ, ປະທານາທິບໍດີ​ Barack Obama​ ໄດ້​ຖະ​ແຫຼ​ງວ່າ, ຍາມ​ໃດ​ກໍ່​ຕ້ອງ​ຊອກ​ຫາ​ມາດ​ຕະການ “​ເກິ່ງ​ກັນ​ລະຫວ່າງ​ຄວາມ​ໂດດ​ດຽວ ​ແລະ ການ​ຮ່ວມ​ມື“. ດັ່ງ​ນັ້ນປະທານາທິບໍດີ​ Barack Obama​ ​ເອງ​ໄດ້​ຊອກ​ຫາ​ວິທີ​ສຳຜັດ, ກໍ່​ຄື​ໂທລະສັບ​ຫາ​ປະທານາທິບໍດີ​ອີຣານ Hassan Rouhani ​ໃນ​ເດືອນ 9/2013, ອັນ​ໄດ້​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​ເຈລະຈາ​ທີ່​​ແກ່ຍາວ​ເປັນ​ເວລາ 21 ​ເດືອນ ​ແລະ ບັນລຸ​ໄດ້​ຂໍ້​ຕົກລົງ​ປະຫວັດສາດ​ໃນ​ວັນ​ທີ 14/7 ຢູ່​ວຽນ. ສ່ວນ​ຢູ່​ອີຣານ, ການ​ຫັນປ່ຽນ​ສະພາບ​ດ້ານການ​ເມືອງ​ຢູ່​ປະ​ເທດ​ນີ້ ​ໄດ້​ເຮັດ​ໃຫ້​ທ່ານ Hassan Rouhani ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ, ນຳ​ເຕ​ເຮຣານ ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ໃນ​ການ​ພົວພັນ​ກັບ ວໍ​ຊິງ​ຕັນ.

        ກາລະ​ໂອກາດ​ລົງທຶນ​ໄດ້​ຮັບ​ການ​ເປີດ​ກວ້າງ

        ຂໍ້​ຕົກລົງ​ນີ້​ໄດ້​ນຳ​ມາ​ເຊິ່ງຄວາມ​ພາກພູມ​ໃຈ​ໃຫ້​ບັນດາ​ນັກ​ລົງທຶນ​ສາກົນ. ຢູ່​ຈີນ, ​ເອີ​ລົບ ​ແລະ ລັດ​ເຊຍ. ຂໍ້​ຕົກລົງ​ນິວຄະ​ເລຍ​ອີຣານ ​ໄດ້​ຮັບ​ຄວາມຊົມ​ເຊີຍ​ຈາກ​ບໍລິສັດ​ຕ່າງໆ. ດ້ວຍ​ພົນລະ​ເມືອງ 77 ລ້ານ​ຄົນ, ອີ​ຣານ ​ແມ່ນ​ຕະຫຼາດ​ໃໝ່​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟະ​ລິ​ກາ​ເໜືອ, ອີ​ຮານ ມີ​ປະລິມານ​ນຳ້​ມັນ​ສະ​ສົມ​ໃຫຍ່​ອັນ​ດັບ 4 ຢູ່​ໃນ​ໂລກ ​ແລະ ປະລິມານ​ອາຍ​ແກ​ສສະ​ສົມ​ພຽງ​ແຕ່​ຖັດຈາກ​ລັດ​ເຊຍ​ ເທົ່າ​ນັ້ນ. ຍ້ອນ​ເຫດ​ນັ້ນ, ບັນດາ​ນັກ​ລົງທຶນ​ພວມ​ຢາກ​ສຳຜັດ​ກັບ​ຕະຫຼາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ນີ້. ຕາມ​ການ​ຄາດ​ຄະ​ເນ​ຂອງ​ບັນດາ​ນັກ​ຊ່ຽວຊານ​ດ້ານ​ການ​ເງິນ​ແລ້ວ, ​ເລື່ອງ​ຜ່ອນຄາຍ​ຄຳ​ສັ່ງ​ລົງ​ໂທດ​ຕໍ່ອີຣານ ນັ້ນ, ອາດ​ຈະ​ເປີດຕະຫຼາດ​ຫຼັກ​ຊັບ​ອີຣານ ​ໃຫ້​ບັນດາ​ນັກ​ລົງທຶນ​ເຂົ້າ​ຕະຫຼາດ​ນີ້​ໃນ​ປີ 2016 ​ແລະ ຈຳນວນທຶນທີ່​ລົງທຶນ​ເຂົ້າ​ຕະຫຼາດ​ນີ້​ໃນ​ປີ​ທຳ​ອິດ​ອາດ​ຈະ​ຂຶ້ນ​ເຖິງ 1 ຕື້  USD.

        ການ​ກະທົບ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ

        ບໍ່​ພຽງ​ແຕ່​ສ້າງ​ໂອກາດ​ຮ່ວມ​ມື​ໃໝ່​ລະຫວ່າງ​ອີຣານ ກັບ​ໂລກ​ເທົ່າ​ນັ້ນ, ຂໍ້​ຕົກລົງ​ນິວຄະ​ເລຍ​ຂອງ​ເຕ​ເຮຣານ ຍັງ​ມີ​ການ​ກະທົບ​ເຖິງ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ລວມຢູ່​ຕາ​ເວັນ​ອອກ​ກາງ​ອີກ. ຂໍ້​ຕົກລົງ​ນີ້ ຈະ​ເປັນ​ລູກ​ກະ​​ແຈ​ເພື່ອ​ເປີດບັນດາວິທີ​ການ​ແກ້​ໄຂ​ດ້ານ​ການ​ເມືອງ, ບໍ່​ພຽງ​ແຕ່​ຢູ່​ຊີຣີ ​ເທົ່າ​ນັ້ນ​, ຫາກ​ຍັງ​ຢູ່​ຫຼາຍ​ປະ​ເທດ​ອື່ນໆ​ອີກ​ເຊັ່ນ: ອີຣັກ, ອີ​ເອ​ແມນ, ອີຣານ ອີກ​ດ້ວຍ. ​ເມື່ອ​ຈັບມື​ກັບ​ເຕ​ເຮຣານ, ວໍ​ຊິງ​ຕັນ​ຈະ​ມີ​ຄວາມ​ສະດວກ​ກວ່າ​ໃນ​ການ​ແຊກ​ແຊງ​ເຂົ້າຕາ​ເວັນ​ອອກ​ກາງ ຕາມ​ວິທີ​ການ​ໃໝ່.

        ປະຈຸ​ບັນ, ຂໍ້​ຕົກລົງ​ນິວຄະ​ເລຍ​ອີຣານຈະ​ຕ້ອງ​ລໍຖ້າ​ລະບຽບ​ການ​ອັນ​ຈຳ​ເປັນ​ຕ່າງໆ ​ເພື່ອ​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ. ​ເລື່ອງ​ປະຕິບັດ​ຂໍ້​ຕົກລົງ​ຢ່າງ​ຄົບ​ຖ້ວນ​ກໍ່​ຕ້ອງ​ເສຍ​ເວລາ​ຫຼາຍ​ເດືອນ ​ແລະ ຕ້ອງອີງ​ໃສ່​ເລື່ອງ​ອີຣານ ຕອບ​ສະໜອງ​ບັນດາ​ຄວາມ​ຮຽກຮ້ອງ​ເຊິ່ງບັນດາ​ປະ​ເທດ​ມະຫາ​ອຳນາດ​ຍົກ​ອອກ​ມາ​ໃນ​ຂໍ້​ຕົກລົງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ນັ້ນ ​ແມ່ນ​ບາດ​ລ້ຽວທີ່​ສຳຄັນ, ​ເປີດ​​ໄລຍະໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ອິດສະ​ລາມ​ໃນ​ເຂດ​ຕາ​ເວັນ​ອອກ​ກາງ​ນີ້​ກັບ​ທົ່ວ​ໂລກ. ສິ່ງ​ສຳຄັນ​ແມ່ນ​ບັນດາຝ່າຍຕ້ອງນຳ​ໃຊ້​ກາລະ​ໂອກາດ​ຄື​ແນວ​ໃດ​ເພື່ອ​ສາມາດ​ຮ່ວມ​ມື ​ແລະ ພ້ອມ​ກັນ​ພັດທະນາ​ໃຫ້​ໄດ້.

ຂ່າວ/ບົດ​ອື່ນ