ຂະແຫນງກະສິກຳຄ້ຳປະກັນດ້ານສະບຽງອາຫານ,ປ່ຽນແປງໂສມຫນ້າເຂດຊົນນະບົດ


(vovworld)-ວັນ​ທີ 14/9/2015 ແມ່ນ​​ສະ​ເຫລີມ​ສະ​ຫລອງ 70 ປີ ແຫ່ງວັນ​ປະ​ທານ​ໂຮ່​ຈິ​ມີນ ເຊັນ​ລັດ​ຖະ​ດຳ​ລັດ ສ້າງ​ຕັ້ງ​ກະ​ຊວງ​ກະ​ສິ​ກຳ​ການກະ​ເສດ ດ້ວຍ​ຫນ້າ​ທີ່ ເບິ່ງ​ແຍງ​ເຖິງ​ການ​ພັດ​ທະ​ນາ​ຂະ​ແຫນງກ​ກະ​ສິ​ກຳ, ປ່າ​ໄມ້ ຂອງ​ຫວຽດ​ນາມ. ນັບ​ແຕ່​ໄລ​ຍະ​ຍັ​ງ​ເປັນປະ​ເທດ​ກະ​ສິ​ກຳ​ທີ່​ທຸກ​ຍາກ, ມາ​ຮອດ​ປະ​ຈຸ​ບັນ ຫວຽດ​ນາມ ໄດ້​ມີ ບາດ​ກ້າວ​ພັດ​ທະ​ນາ​ ​​ໃນ​ການ​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ​ແຫ່ງ​ຊາດ. ນອກນັ້ນ ຫວຽດ​ນາມ ຍັງ​ກາຍ​ເປັນ​ປະ​ເທດ​​ທີ່ມີ​ບັນ​ດາ​ປະ​ເພດ​ຜະ​ລິດ​ຕະ​ພັນ​ກະ​ເສດ​ສົ່ງ​ອອກ​ຢືນ​ອັນ​ດັບ​​ ຫນຶ່ງ,  ອັນ​ດັບສອງຂອງ​ໂລກ.

ຂະແຫນງກະສິກຳຄ້ຳປະກັນດ້ານສະບຽງອາຫານ,ປ່ຽນແປງໂສມຫນ້າເຂດຊົນນະບົດ - ảnh 1
ພາບ​ປະ​ກອບ:cantho.vn

        ໃນ​ໄລ​ຍະ​ປ່ຽນ​ໃຫມ່, ກະ​ສິ​ກຳ​ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ, ຮັກ​ສາ​ການ​ເຕີບ​ໂຕ​ຢ່າງ​ສະ​ຫມ່ຳ​ສະ​ເຫມີ ແລະ ເປັ​ນ​ປົກ​ກະ​ຕິ, ສະ​ແດງ​ໃຫ້​ເຫັນ​ທ່າ​ໄດ້​ປຽບຂອງ​ຫວຽດ​ນາມ ເມື່ອ​ທຽບ​ໃສ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ກະ​ສິ​ກຳ ໄດ້​ກາຍ​ເປັນ​ບ່ອນ​ອີງ​ພື້ນ​ຖານ​ໃຫ້​ອຸດ​ສາ​ຫະ​ກຳ ແລະ ການບໍ​ລິ​ການ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມ​ຢູ່​ຫວຽດ​ນາມ.

       ປະ​ເທດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຫລາຍ​ສຸດ

        ມາ​ຮ​ອ​ດ​ປີ 2014, ກະ​ສິ​ກຳ ຫວຽດ​ນາມ ກວມ​ອັດ​ຕາ​ສ່ວນ 18% ໃນ GDP. ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ໃຫຍ່​ຫລາຍ​ສຸດ​ໃນ​ໂລກ ດ້ວຍ​ຜະ​ລິດ​ຕະ​ພັນ​ຫລັກ​ແຫລ່ງ​ຫລາຍ​ຢ່າງ. 10 ປະ​ເພດ​ຜະ​ລິດ​ຕະ​ພັນ​ກະ​ເສດ​ບັນ​ລຸ​ວົງ​ເງິນ​ສົ່ງ​ອອກກວ່າ 1 ຕື້ USD ຂອງ​ຫວຽດ​ນາມ ລວມ​ມີ: ເຂົ້​າ​ສານ, ກາ​ເຟ, ຢາງ​ພາ​ລາ, ໝາກ​ມ່ວງ​ຫິ​ມະ​ພານ, ໝາກ​ພິກ​ໄທ, ໝາກ​ໄມ້, ກຸ້ງ, ປາ​ຈາ, ເຄື່ອງ​ປ່າ​ຂອງ​ດົງ. ຫວຽດ​ນາມ ຢືນ​ແຖວ​ຫນ້າ​ໃນ​ໂລກ​ກ່ຽວ​ກັບ​ການ​ສົ່ງ​ອອກ​ໝາກ​ມ່ວງ​ຫິ​ມະ​ພານ, ໝ​າກ​ພິກ​ໄທ, ຢືນ​ອັນ​ດັບ​ສອງ​ກ່ຽວ​ກັບ​ການ​ສົ່ງ​ອອກ​ເຂົ້າ​ສານ, ກາ​ເຟ; ຢືນ​ອັນ​ດັບ 4 ກ່ຽວ​ກັບ​ການ​ສົ່ງ​ອອກ​ຢາງ​ພາ​ລາ; ຢືນ​ອັນ​ດັບ 5 ກ່ຽວ​ກັບ​ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ; ຢືນ​ອັນ​ດັບ 7 ກ່ຽວ​ກັບ​ການ​ສົ່ງ​ອອກ​ຊາ. ບັນ​ດາ​ຜົນ​ງານ​ຂອງ​ຂະ​ແຫນງ​ກະ​ສິ​ກຳ ໄດ້​ປະ​ກອບ​ສ່ວນ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ຮັກ​ສາ​ເສດ​ຖະ​ກິດ​ເປັນ​ປົກ​ກະ​ຕິ, ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ ພ້ອມ​ທັງ ຍົກ​ສູງ​ທີ່​ຕັ້ງ​​ບົດ​ບາດຂອງ​ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ. ທ່ານ ກາວ​ດືກ​ຟາດ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ໃນ 5 ປີ​ຜ່ານ​ມາ, ໝາກ​ຜົນ​ສຳ​ຄັນ​ທີ່​ສຸດ​ຊື່ງ​ຂະ​ແຫນງ​​ກະ​ສິ​ກຳບັນ​ລຸ​ໄດ້ ນັ້ນ​ແມ່ນ ຮັກ​ສາ​ກາ​ນ​ເຕີບ​ໂຕ​ສະ​ເລ່ຍ 3%/ປີ, ນີ້​ແມ່ນ​ລະ​ດັບ​ສູງ​ເມື່ອ​ທຽບ​ໃສ່​ລະ​ດັບ​ສະ​ເລ່ຍ​ໃນ​ໂລກ. ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ປີ 2014 ບັນ​ລຸ​ເກືອບ 31 ຕື້ USD. ຕໍ່​ຈາກນັ້ນ ແມ່ນ ການ​ຜັ​ນ​ຂະ​ຫຍາຍ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ໄດ້​ກາຍ​ເປັນ​ຂະ​ບວນ​ການ​ແຜ່​ລາມ​ອອກ​ຢ່າງກວ້າງ​ຂວາງ​​ຢູ່ບັນ​ດາ​ທ້ອງ​ຖິ່ນໃນ​ທົ່ວ​ປະ​ເທດ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ເຫັນ​ໄດ້​ຊັດ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ບັນ​ດາ​ເຂດ​ຊົນ​ນະ​ບົດ.”

       ຍາດ​ແຍ່ງ​ທ່າ​ໄດ້​ປຽບ​ຂອງ​ຂະ​ແຫນງ​ກະ​ສິ​ກຳ​ເຂດ​ຮ້ອນ​ເພື່ອ​ເຊື່ອມ​ໂຍງ

        ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ມີ​ການ​ພົວ​ພັນ​ດ້ານ​ການ​ຄ້າ​ເປັນ​ປົກ​ກະ​ຕິ​ກັບ​ກວ່າ 160 ປະ​ເທດ ແລະ ເຂດ​ແຄ້ວນ. ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ເວົ້າ​ລວມ, ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ຂອງ​ຂະ​ແຫນງ​ກະ​ສິ​ກຳ ເວົ້າ​ສະ​ເພາະ ພວມ​ມີ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ​ເພື່ອ​ເຂົ້າ​ຮ່ວມ 7 ຕະ​ຫລາດ​ການ​ຄ້າ​ເສ​ລີ ລວມ​ມີ: ເຂດ​ສັນ​ຍາ​ການ​ຄ້າ ​ສິນ​ຄ້າອາ​ຊຽນ; ເຂດ​ການ​ຄ້າ​ເສ​ລີ ອາ​ຊ​ຽນ -ຈີນ; ເຂດ​ການ​ຄ້າ ເສ​ລີ ອາ​ຊຽນ -ອິນ​ເດຍ; ອາ​ຊຽນ -ອົດ​ສະ​ຕາ​ລີ; ອາ​ຊຽນ - ສ​ເກົາ​ຫລີ; ອາ​ຊຽນ - ຍີ່​ປຸ່ນ ແລະ ຫວຽດ​ນາມ -ຍີ່​ປຸ່ນ. ເພື່ອ​ເຊື່ອມ​ໂຍງ​ເປັນ​ຢ່າງ​ດີ ແລະ ຮັກ​ສາ​ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ​ໃນ 70 ປີ​ຜ່ານ​ມາ, ຂະ​ແຫນງ​ກະ​ສິ​ກຳ ຫວຽດ​ນາມ ພວມ​ສຸ​ມ​ໃສ່​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ຄືນ​ໃຫມ່. ທ່ານ ກາວ​ດືກ​ຟາດ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ ຫວຽດ​ນາມ ຢືນ​ຢັນ​ວ່າ:

        “ໃນ​ເງື່ອນ​ໄຂ​ບັນ​ດາ​ຂະ​ແຫນງ​ເສດ​ຖະ​ກິດ ລ້ວນ​ແຕ່​ພັດ​ທະ​ນາ, ເລື່ອງ​ສ້າງວຽກ​ເຮັດ​ງານ​ທຳ, ຮັບ​ປະ​ກັນ​ລາຍ​ຮັບ​ຂອງ​ຊາວ​ກະ​ສິ​ກອນ, ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ ແມ່ນ​ຫນ້າ​ທີ່​ອັນ​ໃຫຍ່​ຫລວງ​ສຳ​ລັບ​ທົ່ວ​ຂະ​ແຫນງ​ກະ​ສິ​ກຳ. ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ພວມ​ວາງ​ອອກ​ໂດຍ​ພື້ນ​ຖານ, ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ນັ້ນ​ແມ່ນ ຕ້ອງ​ມີ​ການ​ດັດ​ປັບ​ໂດຍ​ພື້ນ​ຖານ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ພື້ນ​ຖານ​ກະ​ສິ​ກຳ​ສືບ​ຕໍ່​ພັດ​ທະ​ນາ ດ້ວຍ​ປະ​ສິດ​ທິ​ຜົນ​ສູງກວ່າ ແລະ ຍືນ​ຍົງ. ຕາມນັ້ນ​ແລ້ວ ຕ້ອງ​ປະ​ຕິ​ບັດ​ຫລາຍ​ມາດ​ຕະ​ການ​ຢ່າ​ງ​ຄົບ​ຊຸດ, ໃນ​ນັ້ນ ສິ່ງ​ສ​ຳ​ຄັນ​ທີ່​ສຸດ ຕ້ອງ​ຈັດ​ຕັ້ງ​ການ​ຜະ​ລິດ​ຄືນ​ໃຫມ່ ແລະ ຊຸກ​ຍູ້​ການ​ຄົ້ນ​ຄ້​ວາ, ຖ່າຍ​ທອດ ແລະ ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ.”

        ທ່ານ ກາວ​ດືກ​ຟາດ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ ຫວຽດ​ນາມ ໃຫ້​ຮູ້​ຕື່ມ​ອີກວ່າ: ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ກະ​ສິ​ກຳ​ຄືນ​ໃຫມ່​ຕາມ​ທິດ​ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ, ຍົກ​ສູງ​ຄຸນ​ນະ​ພາບ​ປະ​ສິດ​ທິ​ຜົນ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ. ລະ​ອຽດ ຂະ​ແຫນງກ​ະ​ສິ​ກຳ ຈະ​ສຸມ​ໃສ່​ຂຸດ​ຄົ້ນ ແລະ ຍາດ​ແຍ່ງ​ທ່າ​ໄດ້​ປຽບ​ຂອງ​ພື້ນ​ຖານ​ກະ​ສິ​ກຳ​ເຂດ​ຮ້​ອນ​​ໃຫ້ດີ​ສຸດ, ພັດ​ທະ​ນາ​ບັນ​ດາ​ປະ​ເພດ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ມີ​ທ່າ​ແຮງ​ກ່ຽວ​ກັບ​ການ​ແກ້​ງ​ແຍ້ງ​ໃນ​ໂລກ. ຄຽງ​ຄູ່​ກັນ​ນັ້ນ ຂະ​ແຫນງ​ກະ​ສິ​ກຳ ຈະ​ຈັດ​ຕັ້ງ​ການ​ສ້າງ ແລະ ພັດ​ທະ​ນາ​ບັນ​ດາ​ເຂດ​ກະ​ເສດ​ສຸມ​ທີ່​ມີ​ຂອບ​ຂະ​ຫນາດ​ໃຫຍ່, ເປີດກວ້າງ​ຮູບ​ການ​ຟາມ​ລ້ຽງ, ເສດ​ຖະ​ກິດ​ສະ​ຫະ​ກອນ, ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ສູງ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ການ​ຜະ​ລິດ​ກັບ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ຮັບ​ປະ​ກັນ ແລະ ຈຳ​ຫນ່າຍ​ຜະ​ລິດ​ຕະ​ພັນ. ພິ​ເສດ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຈະ​ແມ່ນ​ການ​ບຸ​ລິ​ມະ​ສິດ​ຕົ້ນ​ຕໍ​ເພື່ອ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຄືນ​ໃຫມ່, ເພື່ອ​ນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ເຂັ້ມ​ແຂງ​ກ່ຽວ​ກັບ​ປະ​ລິ​ມານ​ການ​ຜະ​ລິດ​, ມູນ​ຄ່າ​ສູ​ງ ແລະ ເຄື່ອງ​ໝາຍ​ການ​ຄ້າຂອງ​ບັນ​ດາ​ຜະ​ລິດຕະ​ພັນ​ກະ​ເສດ​ສົ່ງ​ອອກຢ່າ​ງວ່ອງ​ໄວ.

ຕອບກັບ

ຂ່າວ/ບົດ​ອື່ນ