ຄວາມປະທັບໃຈຕໍ່ກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດທີ່ມີການປ່ຽນໃໝ່ຫຼາຍຢ່າງ

ພາຍຫຼັງ​ເຮັດ​ວຽກ​ຢ່າງ​ຮີບ​ເຮັ່ງ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ມາ​ເປັນ​ເວ​ລາກວ່າ 1 ເດືອນ, ວັນ​ທີ 27/11, ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ໄດ້​ອັດ​ລົງ ຊຶ່ງ​ໄດ້​ສຳ​ເລັດ​ບັນ​ດາ​ວຽກ​ງານ​ທີ່​ສຳ​ຄັນ​ຕາມ​ໂຄງ​ການ​ດຳ​ເນີນ​ງານ​ທີ່​ໄດ້​ວາງ​ອອກ. ກອງ​ປະ​ຊຸມ​ເທື່ອນີ້​ໄດ້​ມີ​ການ​ປ່ຽນ​ໃໝ່​ດ້ານ​ເນື້ອ​ໃນບາງ​ຢ່າງ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ຊາດ. 

    

ຄວາມປະທັບໃຈຕໍ່ກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດທີ່ມີການປ່ຽນໃໝ່ຫຼາຍຢ່າງ - ảnh 1
ບັນ​ດາ ສ.ສ.ຊ ໄດ້​ກົດ​ປຸ່ມ​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ກົກ​ໝາຍ​ຕ່າງໆ

         ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອນີ້​ຂອງ​ສະ​ພາ​ແຫ່ງ​ຊາດໄດ້​ເປັນ​ຂີດ​ໝາຍ​ໃນ​ການ​ປະ​ຕິ​ບັດ​ບັນ​ດາໜ້າ​ທີ່ຂອງສະ​ພາ​ແຫ່ງ​ຊາດຢູ່​ທັງ 3 ຂົງ​ເຂດ​ນິ​ຕິ​ບັນ​ຍັດ, ຕິດ​ຕາມກວດ​ກາ ແລະ ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ. ສະ​ພາ​ແຫ່ງ​ຊາດໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ, ປະ​ມວນ​ກົດ​ໝາຍທີ່​ສຳ​ຄັນຫຼາຍສະ​ບັບ​ທີ່​ມີ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ຊາດ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.

     ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຂອງ​ສະ​ພາ​ແຫ່ງ​ຊາດ​ມີ​ການ​ປ່ຽນ​ໃໝ່ຫຼາຍ​ຢ່າງ

      ການ​ປ່ຽນ​ໃໝ່​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ໃນກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອນີ້​ຂອງ​ສະ​ພາ​ແຫ່ງ​ຊາດ​ແມ່ນ​ຢູ່​ໃນ​ວາ​ລະ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ. ສະ​ພາ​ແຫ່ງ​ຊາດໄດ້​ຕີ​ລາ​ຄາ​ການ​ສະຫຼຸບ​ການ​ຊັກ​ຖາມ, ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ໝາຍ, ຄຳ​ໝັ້ນ​ສັນ​ຍາ​ຂອງ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ນັບ​ຕົ້ນ​ອາ​ຍຸ​ການ​ມາ​ຮອດ​ປະ​ຈຸ​ບັນ. ສະ​ພາ​ແຫ່ງ​ຊາດບໍ່​ເລືອກ​ເຟັ້ນສະ​ມາ​ຊິກ​ລັດ​ຖະ​ບານຕອບ​ຄຳ​ຊັກ​ຖາມໂດຍ​ລະ​ອຽດ​ຕາມ​ໝວດ​ບັນ​ຫາ​ຕາມ​ທຳ​ນຽມ​ກ່ອນນີ້. ທ່ານ​ເຈີນງອກວິງ ຮອງ​ຫົວ​ໜ້າ​ຄະ​ນະສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດນະ​ຄອນ​ຫາຍ​ຟ່ອງ ຕີ​ລາ​ຄາ​ວ່າ : 

    “ ​ໂດຍ​ມີ​ຄວາມ​ແຕກ​ຕ່າງ​ກັ​ບ​ທຳ​ນຽມ​ກ່ອນນີ້, ຄຳ​ຊັກ​ຖາມ​ແມ່ນ​ມີ​ຂອບ​ເຂດ​   ກ້​ວາງ​ຂວາງ, ທຸກ​ຂົງ​ເຂດ ແລະ ສະ​ເໜີສະ​ມາ​ຊິກ​ລັດ​ຖະ​ບານທຸກ​ທ່ານ​ຕ້ອງ​ຕອບບໍ່​ວ່າ​ຄຳ​ຊັກ​ຖາມຂໍ້​ໃດ. ມີ​ຄຳ​ຊັກ​ຖາມຫຼາຍ​ຂໍ້​ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ”

     ດ້ວຍ​ການ​ປ່ຽນ​ໃໝ່​ທາງ​ດ້ານ​ຮູບ​ການ, ດັ່ງ​ນັ້ນ, ຄຸ​ນນະ​ພາບວາ​ລະ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​​ຂອງ​ສະ​ພາ​ແຫ່ງ​ຊາດ​ເທື່ອ​ນີ້ ໄດ້​ຖືກ​ຍົກ​ສູງ​ຂຶ້ນ​ຢ່າງ​ເຫັນ​ໄດ້​ຊັດ. ທ່ານ​ນາງ ບຸຍ​ທິ​ອານ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດນະ​ຄອນ​ຮ່າ​ໂນ້ຍ ຖື​ວ່າ : 

    “ ບັນ​ຍາ​ກາດ​ໂຕ້​ວາ​ທີ​ໃນ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ແມ່ນ​ດີ​ພໍ​ສົມ​ຄວນ. ໃນ​ຄັ້ງ​ນີ້, ​ມີຄວາມ​ປະ​ທັບ​ໃຈ​ບໍ່ສະ​ເພາະ​ແຕ່ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງມີ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ອີກ​ດ້ວຍ , ມັນ​ສະ​ແດງ​ໃຫ້​ເຫັນ​ປະ​ສິດ​ທິ​ຜົນ​ການ​ຕິດ​ຕາມກວດ​ກາ​ໂດຍ​ຜ່ານ​ການ​ຊັກ​ຖາມ. ພິ​ເສດ​ໃນ​ຄັ້ງ​ນີ້, ທ່ານ​ປະ​ທານ ສະ​ພາ​ແຫ່ງ​ຊາດ​ໄດ້ ຕອບ​ຄຳ​ຊັກ​ຖາມ, ນີ້​ແມ່ນ​ສິ່ງ​ທີ່​ບໍ່ເຄີຍມີ​ມາ​ກ່ອນ. ໝາຍ​ຄວາມ​ວ່າ ບັນ​ຍາ​ກາດ​ປະ​ຊາ​ທິ​ປະ​ໄຕ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງກວ່າ ”

     ບັນ​ດາ​ການ​ປ່ຽນ​ໃໝ່​ໃນວາ​ລະ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​​ຂອງ​ສະ​ພາ​ແຫ່ງ​ຊາດ​ເທື່ອ​ນີ້​ແມ່ນ​ພະ​ຍານຫຼັກ​ຖານຢັ້ງ​ຢືນ​ວ່າ ພາ​ລະ​ບົດ​ບາດ​ຕິດ​ຕາມກວດ​ກາ​ຂອງສະ​ພາ​ແຫ່ງ​ຊາດ​ແມ່ນ​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ.

   ມີ​ການ​ປ່ຽນ​ໃໝ່​ອີກ​ອັນ​ໜຶ່ງ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​​ຂອງ​ສະ​ພາ​ແຫ່ງ​ຊາດ​ເທື່ອ​ນີ້ ແມ່ນສະ​ພາ​ແຫ່ງ​ຊາດ​ໄດ້​ເລືອກ​ຕັ້ງ​ບາງ​ຕຳ​ແໜ່ງ​ເຊັ່ນ: ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ເລຂາ​ທິ​ການ​ໃຫຍ່ສະ​ພາ​ແຫ່ງ​ຊາດ.ນີ້​ແມ່ນ​ລະ​ບອບ​ລະ​ບຽບ​ການ​ໃໝ່, ປະ​ກອບ​ສ່ວນ​ສ້າງ​ການ​ເຄື່ອນ​ໄຫວ​ຂອງສະ​ພາ​ແຫ່ງ​ຊາດ​ໃຫ້​ສົມ​ບູນ​ແບບ.

          ສືບ​ຕໍ່​ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ, ຫັນ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ເປັນ​ລະ​ບອບ​ກົດ​ໝາຍ

     ໂດຍ​ແມ່ນກອງ​ປະ​ຊຸມ​ເກືອບ​ສຸດ​ທ້າຍ​ຂອງອາ​ຍຸ​ການສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 , ດັ່ງ​ນັ້ນ​ໃນ​ກອງ​ປະ​ຊຸມ​ເທື່ອນີ້, ສະ​ພາ​ແຫ່ງ​ຊາດໄດ້​ວາງ​ໜ້າ​ທີ່​ຈຸດ​ສຸມ​ໃສ່​ວຽກ​ງານ​ສ້າງ​ກົດ​ໝາຍ​ເພື່ອ​ສຳ​ເລັດ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ຂອງ​ອາ​ຍຸ​ການສະ​ພາ​ແຫ່ງ​ຊາດ. ສະ​ພາ​ແຫ່ງ​ຊາດໄດ້​ຮັບ​ຮອງ​ເອົາ​ກົດ​ໝາຍ 16 ສະ​ບັບ, ມະ​ຕິ 14 ສະ​ບັບ ແລະ ໃຫ້​ຄຳ​ເຫັນ​ຄັ້ງ​ທຳ​ອິດ​ໃສ່​ຮ່າງ​ກົດ​ໝາຍ​ອື່ນ 8 ສະ​ບັບ ຊຶ່ງ​ແມ່ນ​ຈຳ​ນວນຫຼາຍກວ່າ​ເມື່ອ​ທຽບ​ໃສ່ກອງ​ປະ​ຊຸມ​ສະ​ໄໝ​​ສະ​ພາ​ແຫ່ງ​ຊາດຄັ້ງ​ກ່ອນໆ. ທ່ານ ເຢືອງ​ຈຸງ​ກ໋ວກ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດແຂວງ ດົງ​ນາຍ ຖື​ວ່າ : 

   “  ກອງ​ປະ​ຊຸມ​ສືບ​ຕໍ່​ນຳ​ເນື້ອໃນ​ຈິດ​ໃຈຂອງ ລັດ​ຖະ​ທຳ​ມະ​ນູນ​ປີ 2013 ເຂົ້າສູ່​ຊີ​ວິດ​ຕົວ​ຈິງ ດ້ວຍ​ການ​ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ. ໃນ​ກອງ​ປະ​ຊຸມສະ​ພາ​ແຫ່ງ​ຊາດເທື່ອນີ້, ໄດ້​ຮັບ​ຮອງ​ເອົາ​ບາງ​ປະ​ມວນ​ກົດ​ໝາຍ​ສະ​ບັບ​ປັບ​ປຸງທີ່​ເປັນ​ພື້ນ​ຖານ ກ່ຽວ​ຂ້ອງ​ເຖິງ​ສິດ​ພື້ນ​ຖານ​ຂອງ​ມະ​ນຸດ​ເຊັ່ນ: ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ປະ​ຊາ​ມະ​ຕິ, ປະ​ມວນ​ກົດ​ໝາຍ​ອາ​ຍາ, ປະ​ມວນ​ກົດ​ໝາຍ​ແພ່ງ….ຂ້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ຄວາມ​ປະ​ທັບ​ໃຈ​ເພື່ອສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ ”

    ຈຸດ​ສຸມ​ໃນ​ການ​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ

   ທີ່ກອງ​ປະ​ຊຸມ​ເທື່ອນີ້, ສະ​ພາ​ແຫ່ງ​ຊາດໄດ້​ສະ​ຫງວ​ນເວ​ລາ 12 ວັນ​ເພື່ອ​ປຶກ​ສາ​ຫາ​ລື, ພິ​ຈາ​ລະ​ນາ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ປີ 2015 ແລະ 5 ປີ​ຕໍ່ໆ​ໄປ. ທ່ານ​ເຈີນ​ຮ່​ວາງ​ເງິນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ : 

    “ ພວກ​ເຮົາ​ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ເສດ​ຖະ​ກິດ​ເຕີບ​ໂຕ​ລື່ນ​ກາຍ​ຄາດ​ໝາຍ. ເປັນ​ຄັ້ງ​ທຳ​ອິດ​ໃນ 5 ປີ ທີ່​ຜ່ານ​ມາ, GDP ໃນ​ປີ 2015 ຄາດ​ຄະ​ເນ​ວ່າ ເພີ່ມ​ຂຶ້ນ 6,5% ລື່ນ​ກາຍ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ​ແມ່ນ 6,2%. ດ້ານ​ອື່ນ, ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່​ໄດ້​ບັນ​ລຸ​ໝາກ​ຜົນ​ໃດ​ໜຶ່ງ, ແລ້ວ​ກໍ​ຮອດ​ບັນ​ດາ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ດ້ານ​ເສດ​ຖະ​ກິດ ກໍ​ໄດ້​ເສີມ​ຂະ​ຫຍາຍ​ຄຸນ​ປະ​ໂຫຍດ​ຂອງ​ມັນ ”

    ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດໄດ້​ຊີ້​ແຈ້ງວ່າ ບຸ​ລິ​ມະ​ສິດ​ໃນ​ສະ​ເພາະ​ໜ໊າ​ຂອງ​ຫວຽດ​ນາມ​ແມ່ນ​ສ້າງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຮັກ​ສາ​ທ່າ​ເຕີບ​ໂຕ​ເສດ​ຖະ​ກິດ​ໄວ້​ໄດ້. ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ນຳ​ສະ​ເໜີ​ບັນ​ດາ​ມາດ​ຕະ​ການປະ​ຕິ​ບັດຢ່າ​ງ​ຄົບ​ຊຸດ, ຂ້ຽວ​ຂາດ ກ່ຽວ​ກັບ​ການສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ; ສ້າງ​ລະ​ບອບ​ເສດ​ຖະ​ກິດ​ຕະຫຼາດ​ໃຫ້​ສົມ​ບູນ​ແບບ, ຄົບ​ຊຸດ, ທັນ​ສະ​ໄໝ. ສະ​ພາ​ແຫ່ງ​ຊາດຍັງ​ໄດ້​ເປັນ​ເອ​ກະ​ພາບ​ໃນ​ໄລ​ຍະ 5 ປີ 2016-2020, ຫວຽດ​ນາມ​ວາງ​ຄາດ​ໝາຍ​ການ​ເຕີບ​ໂຕ GDP ໃຫ້​ບັນ​ລຸ​ແຕ່ 6,5-7%; ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍ CPI ເພີ່ມ​ໃນ​ລະ​ດັບ​ປະ​ມານ 5%, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ

ຕອບກັບ

ຂ່າວ/ບົດ​ອື່ນ