ຄວາມ​ສາ​ມັກ​ຄີ: ກຳ​ລັງ​ແຮງ​ພາຍ​ໃນ​ເພື່ອ​ຊາດ ຫວຽດ​ນາມ ວັດ​ທະ​ນາ​ຖາ​ວອນ

(VOVWORLD) - ໃນສະພາບການຫຼາຍປະເທດໃຫ້ບຸລິມະສິດປັບປຸງກຳລັງແຮງພາຍໃນ, ຫວຽດນາມ ສືບຕໍ່ຢັ້ງຢືນການເລືອກເຟັ້ນທີ່ມີລັກສະນະຍຸດທະສາດ: ຄວາມສາມັກຄີແຫ່ງຊາດແມ່ນຄຸນຄ່າແກ່ນສານສ້າງກຳລັງແຮງພາຍໃນຂອງຊາດ. ລາຍການ ລະດູບານໃໝ່ຢູ່ບ້ານເກີດເມືອງນອນ ປີ 2026, ດ້ວຍຫຼາຍກິດຈະກຳທີ່ມີຄວາມໝາຍທາງດ້ານວັດທະນະທຳມະນຸດ, ບໍ່ພຽງແຕ່ແຜ່ກະຈາຍຄວາມຄາດຫວັງກ່ຽວກັບປະເທດ ຫວຽດນາມ ສັນຕິພາບ, ວັດທະນາຖາວອນເທົ່ານັ້ນ, ຫາກຍັງສົ່ງສານການທູດກ່ຽວກັບວິທີສຳຜັດພັດທະນາຖືມະນຸດເປັນໃຈກາງ, ຖືຄວາມເຫັນດີເຫັນພ້ອມໃນສັງຄົມເປັນພື້ນຖານໃຫ້ແກ່ການເຊື່ອມໂຍງສາກົນອີກດ້ວຍ.
ຄວາມ​ສາ​ມັກ​ຄີ: ກຳ​ລັງ​ແຮງ​ພາຍ​ໃນ​ເພື່ອ​ຊາດ ຫວຽດ​ນາມ ວັດ​ທະ​ນາ​ຖາ​ວອນ - ảnh 1(ພາບປະກອບ:VOV)
 

        ເມື່ອບຸນປີໃໝ່, ລະດູບານໃໝ່ວຽນມາ, ຊາວ ຫວຽດນາມ ຢູ່ 5 ທະວີບໃນໂລກກໍພາກັນກັບເມືອບ້ານເກີດເມືອງນອນ ແລ້ວເຕົ້າໂຮມກັນໃນລາຍການ ລະດູບານໃໝ່ຢູ່ບ້ານເກີດເມືອງນອນ. ນີ້ບໍ່ພຽງແຕ່ແມ່ນເຫດການວັດທະນະທຳເທົ່ານັ້ນ ຫາກຍັງແມ່ນເວທີເຕົ້າໂຮມແຫ່ງຄວາມຮັກແພງ, ຄວາມເຊື່ອໝັ້ນ ແລະ ຄວາມຄາດຫວັງລວມຂອງປະຊາຄົມຊາວ ຫວຽດນາມ ໃນທົ່ວໂລກທີ່ມີຕໍ່ປະເທດຊາດອີກດ້ວຍ.

       ແຫຼ່ງກຳລັງສຳຄັນໃນກຳລັງແຮງລວມຂອງຊາດ

        ໃນບັນຍາກາດທີ່ທົ່ວປະເທດກ້າວເຂົ້າສູ່ສັງກາດພັດທະນາໃໝ່, ການພົບປະສັງສັນໃນວັນທີ 8 ກຸມພາ, ຢູ່ຮ່າໂນ້ຍ ຂອງຄະນະຜູ້ແທນ ທີ່ຕາງໜ້າໃຫ້ແກ່ຊາວ ຫວຽດນາມ ຈຳນວນກວ່າ 6,5 ລ້ານຄົນ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ກວ່າ 130 ປະເທດ ແລະ ເຂດແຄວ້ນນັ້ນ ແມ່ນມີຄວາມໝາຍພິເສດ. ນະທີ່ນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນບັນດາຜົນງານອັນຍິ່ງໃຫຍ່ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ໂດຍສະເພາະແມ່ນປີ 2025, ໃນນັ້ນ ມີການປະກອບສ່ວນສຳຄັນຂອງປະຊາຊົນ ຫວຽດນາມ ຢູ່ພາຍໃນປະເທດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ, ຢັ້ງຢືນສັດຈະທຳອັນລຸລ່ວງທີ່ວ່າ: “ປະເທດ ຫວຽດນາມ ເປັນໜຶ່ງ, ຊາດ ຫວຽດນາມ ເປັນໜຶ່ງ”. ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງວ່າ:

        “ພັກ, ລັດຍາມໃດກໍຊົມເຊີຍ ແລະ  ສ້າງເງື່ອນໄຂສະດວກໃຫ້ບັນດານັກຊ່ຽວຊານ, ນັກປັນຍາຊົນ, ນັກວິທະຍາສາດ, ນັກທຸລະກິດທີ່ເປັນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມີການປະກອບສ່ວນຫຼາຍກວ່າອີກເຂົ້າໃນການພັດທະນາຂອງປະເທດຊາດ, ໂດຍສະເພາະແມ່ນໃນບັນດາຂົງເຂດແກ່ນສານໃຫ້ແກ່ໄລຍະພັດທະນາໃໝ່. ທັງໝົດລ້ວນແຕ່ມີກຳນົດທິດ, ມີບັນດາເນື້ອໃນຈຸດສຸມແລ້ວ, ພວກເຮົາຕ້ອງກ້າວເດີນໄວ, ຊ່ຳບໍ່ໜຳແມ່ນໄປກ່ອນລັດໜ້າ”.

        ສານຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນຊຸມວັນຕົ້ນລະດູບານໃໝ່ປີ 2026 ບໍ່ພຽງແຕ່ແມ່ນການເຊື່ອມຕໍ່ຄວາມຮັກແພງໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນເທົ່ານັ້ນ. ນັ້ນຍັງແມ່ນການຫັນຈິນຕະນາການຍຸດທະສາດທີ່ໄດ້ຝຶກຝົນຫຼໍ່ຫຼອມ ແລະ ຍົກລະດັບໃນຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກທີ່ວ່າ: ມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນກຳລັງໜູນຕົ້ນຕໍ, ແມ່ນກຳລັງແຮງພາຍໃນເພື່ອໃຫ້ ຫວຽດນາມ ບຸກທະລຸ.

ຄວາມ​ສາ​ມັກ​ຄີ: ກຳ​ລັງ​ແຮງ​ພາຍ​ໃນ​ເພື່ອ​ຊາດ ຫວຽດ​ນາມ ວັດ​ທະ​ນາ​ຖາ​ວອນ - ảnh 2(ພາບປະກອບ: VOV)

ຝຶກຝົນຫຼໍ່ຫຼອມຄວາມເຊື່ອໝັ້ນ ແລະ ຄວາມຄາດຫວັງ

        ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນໄດ້ດຳເນີນໃນສະພາບການ ຫວຽດນາມ ພວມມານະພະຍາຍາມປັບປຸງກຳລັງແຮງພາຍໃນ, ຍົກລະດັບກຳລັງຄວາມສາມາດເພິ່ງຕົນເອງ ແລະ ທີ່ຕັ້ງບົດບາດຂອງຊາດໃນໂລກທີ່ມີການຜັນແປຢ່າງສັບສົນ. ໃນສະພາບການລວມນັ້ນ, ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ ນັບມື້ນັບຢັ້ງຢືນບົດບາດສຳຄັນ ບໍ່ພຽງແຕ່ແມ່ນຂົວເຊື່ອມຕໍ່ມິດຕະພາບລະຫວ່າງ ຫວຽດນາມ ກັບບັນດາປະເທດປະຈຳຖິ່ນເທົ່ານັ້ນ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຍັງເປັນກຳລັງໜູນອັນລ້ຳຄ່າກ່ຽວກັບທາງດ້ານພູມປັນຍາ, ເຕັກໂນໂລຢີ, ການລົງທຶນ ແລະ ພິເສດແມ່ນບັນດາຄຸນຄ່າວັດທະນະທຳທີ່ໄດ້ແຜ່ກະຈາຍດ້ວຍບົດຮຽນຕົວຈິງໃນການດຳລົງຊີວິດຂອງຕົນ. ທ່ານ ໂຮ່ວັນເລີມ, ປະທານສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສ ຢູ່ ໄທ, ແບ່ງປັນວ່າ:

        “ພໍ່ແມ່ປະຊາຊົນມີຄວາມປາດຖະໜາ ສ້າງຊ່ອງທາງເຊື່ອມຕໍ່ຂໍ້ມູນຂ່າວສານ, ການສົນທະນາເປັນປະຈຳເພື່ອເສີມຂະຫຍາຍແຫຼ່ງກຳລັງພຸມປັນຍາ, ປະສົບການ ແລະ ຄວາມສາມາດບົ່ມຊ້ອນຂອງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດໃຫ້ຫຼາຍກວ່າອີກ, ຮັບໃຊ້ພາລະກິດພັດທະນາເສດຖະກິດສັງຄົມຢູ່ພາຍໃນປະເທດ”.

        ເມື່ອຊາວ ຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນໄດ້ກັບຄືນເມືອປະເທດໃນຊຸມວັນຕົ້ນລະດູບານໃໝ່, ນຳເອົາເລື່ອງລາວກ່ຽວກັບການເຊື່ອມໂຍງ, ປະດິດຄິດສ້າງ ແລະ ອຸທິດສ່ວນ, ນັ້ນກໍແມ່ນຈຸດເວລານ້ຳໃຈສາມັກຄີໄດ້ຮັບການເພີ່ມພູນຄູນສ້າງດ້ວຍຄວາມເຂົ້າໃຈ ແລະ ການແບ່ງປັນ. ຄວາມຜູກພັນລະຫວ່າງພາຍໃນ ແລະ ຕ່າງປະເທດ ບໍ່ພຽງແຕ່ໄດ້ຮັບການຫຼໍ່ລ້ຽງດ້ວຍນ້ຳໃຈຄວາມຮັກແພງເທົ່ານັ້ນ, ຫາກຍັງດ້ວຍຄວາມເຊື່ອໝັ້ນຕໍ່ທິດທາງພັດທະນາຂອງປະເທດຊາດອີກດ້ວຍ. ທ່ານ ຫງວຽນຈູງກຽນ, ປະທານຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຢັ້ງຢືນວ່າ:

        “ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນປີ 2026 ພາຍໃຕ້ຫົວຂໍ້ ຄວາມຄາດຫວັງສັນຕິພາບ, ວັດທະນາຖາວອນ, ດ້ວຍເນື້ອໃນຈຸດສຸມຝາກຝັງບັນດາຄວາມມຸ່ງມາດປາດຖະໜາ, ແບ່ງປັນເຖິງພໍ່ແມ່ພີ່ນ້ອງໝາກຜົນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ໜ້າທີ່ປະຕິບັດມະຕິພາຍຫຼັງກອງປະຊຸມໃຫຍ່ ແລະ ໃນສະພາບການນັ້ນ ແມ່ນບົດບາດຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນມີຄວາມສຳຄັນທີ່ສຸດ”.

        ໃນໂລກທີ່ເຕັມໄປດ້ວຍການຜັນແປຢ່າງສັບສົນ ແລະ ການແກ້ງແຍ້ງເຕັກໂນໂລຢີຢ່າງຮຸນແຮງນັ້ນ, ຫວຽດນາມ ພວມເລືອກວິທີ “ບືນຕົວຂຶ້ນ” ດ້ວຍການເຕົ້າໂຮມ. ນັ້ນແມ່ນການເຕົ້າໂຮມພຸມປັນຍາຂອງຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ດ້ວຍຄວາມຄາດຫວັງພາຍໃນປະເທດ, ຂອງມູນເຊື້ອຮັກຊາດ ດ້ວຍຈິນຕະນາການປ່ຽນແປງໃໝ່ປະດິດຄິດສ້າງ.

        ເມື່ອກຸ່ມກ້ອນມະຫາສາມັກຄີໄດ້ຮັບການສ້າງຂຶ້ນບົນພື້ນຖານຂອງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບນັບຖື ແລະ ເປົ້າໝາຍລວມ, ມັນຈະກາຍເປັນແຫຼ່ງກຳລັງມີໜຶ່ງບໍ່ມີສອງ. ດ້ວຍກາລະໂອກາດໃໝ່ທີ່ພວມເປີດອອກ, ການຜູກພັນລະຫວ່າງລ້ານຫົວໃຈ ຫວຽດນາມ ຢູ່ທຸກແຖບຖິ່ນໃນ 5 ທະວີບ ແມ່ນການຄ້ຳປະກັນຢ່າງໝັ້ນຄົງທີ່ສຸດເພື່ອໃຫ້ປະເທດຊາດ ບໍ່ພຽງແຕ່ຜ່ານຜ່າທຸກສິ່ງທ້າທາຍເທົ່ານັ້ນ, ຫາກຍັງມີຄວາມໝັ້ນໃຈຢັ້ງຢືນທີ່ຕັ້ງບົດບາດໃໝ່: ປະເທດ ຫວຽດນາມ ຈະເລີນຮຸ່ງເຮືອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ແມ່ນຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບ, ມີຄວາມໄວ້ເນື້ອເຊື່ອໃຈໃນເວທີສາກົນ ອີກດ້ວຍ./.


ຂ່າວ/ບົດ​ອື່ນ