ຄວາມເຄັ່ງຕຶງລະຫວ່າງອາເມລິກາ - ອີຣານ ແລະ ຜົນພາຍຫຼັງທີ່ອັນຕະລາຍ

(VOVWORLD) -“ປາກເຫວແຫ່ງສົງຄາມ”, “ຄວາມສ່ຽງເກີດການປະທະກັນໃກ້ຈະມາຮອດແລ້ວ”, “ການປະທະກັນດ້ານການທະຫານທີ່ອັນຕະລາຍ”… ນັ້ນແມ່ນບັນດາຄຳເວົ້າເຊິ່ງສື່ມວນຊົນໂລກພວມເຕື້ອງເຖິງສະພາບຄວາມເຄັ່ງຕຶງພິເສດລະຫວ່າງອາເມລິກາ ແລະ ອີຣານ ໃນຊຸມມື້ນີ້.

ຄວາມເຄັ່ງຕຶງລະຫວ່າງອາເມລິກາ - ອີຣານ ແລະ ຜົນພາຍຫຼັງທີ່ອັນຕະລາຍ - ảnh 1 ປະຊາຊົນອາເມລິກາ ແຫ່ຂະບວນປະທ້ວງຕ້ານສົງຄາມ

(ພາບ: AFP)

ບັນດາແຜນການຮ້າຍແຮງ ພ້ອມກັບບັນດາຜົນພາຍຫຼັງທີ່ອັນຕະລາຍໃນການສູ້ຢັນກັນຢ່າງຮຸນແຮງໃນປະຈຸບັນລະຫວ່າງວໍຊິງຕັນ ແລະ ເຕເຮຣານ, ກໍ່ໄດ້ຖືກເຕື້ອງເຖິງ.

        ພາຍຫຼັງເຫດບຸກໂຈມຕີທາງອາກາດຂອງກອງທັບອາເມລິກາ ສັງຫານນາຍພົນ Qassem Soleiman ຂອງກຳລັງພິທັກປະຕິວັດອິດສະລາມອີຣານ ຢູ່ນະຄອນຫຼວງ ແບັກແດດ ຂອງອີຣັກ ເມື່ອວັນທີ 03 ມັງກອນ ຜ່ານມາ, ຄວາມເຄັ່ງຕຶງຢູ່ຕາເວັນອອກກາງ ໄດ້ຮັບຖືວ່າໄດ້ເພີ່ມຂຶ້ນຢ່າງສູງສຸດ, ໄພເກີດການປະທະກັນດ້ານການທະຫານລະຫວ່າງອາເມລິກາ - ອີຣານ ໄດ້ເພີ່ມຂຶ້ນສູງຍິ່ງກວ່າເວລາໃດໝົດ. ຕາມນັກໄຈ້ແຍກຫຼາຍທ່ານແລ້ວ, ເຫດບຸກໂຈມຕີທາງອາກາດແມ່ນເຫດບຸກໂຈມຕີຢ່າງຮ້າຍແຮງທີ່ສຸດແບບທີ່ບໍ່ເຄີຍມີມາກ່ອນ, ອາດຈະພາໄປເຖິງບັນດາແຜນການອັນຕະລາຍທີ່ສຸດ.

ສົງຄາມພາກສ່ວນ

        ວົງການນັກສັງເກດການຖືວ່າ, ດ້ວຍບັນດາການຜັນແປຄືໃນປະຈຸບັນ, ໄພເກີດການປະທະກັນດ້ານການທະຫານແມ່ນສູງທີ່ສຸດ ແລະ ຄາດວ່ານັ້ນຈະແມ່ນສົງຄາມພາກສ່ວນຂະໜາດນ້ອຍ. ໜຶ່ງໃນບັນດາແຜນການເຊິ່ງອີຣານ ໄດ້ມຸ່ງໄປເຖິງນັ້ນແມ່ນບັນດາສະຖານທູດຂອງອາເມລິກາ ຢູ່ພາກພື້ນ ດ້ວຍຮູບແບບເຕົ້າໂຮມກັນແຫ່ຂະບວນປະທ້ວງຂະໜາດໃຫຍ່ ຫຼື ຍິງປືນໃຫຍ່, ລູກຈະຫຼວດ ເພື່ອເພີ່ມຄວາມກົດດັນ. ນອກຈາກນັ້ນ, ເຕເຮຣານ ອາດຈະລະດົມກຳລັງທະຫານລາດຢູ່ທົ່ວພາກພື້ນ, ໂດຍຜູ້ບັງຄັບບັນຊາກອງກຳລັງ Quds ທີ່ເສຍຊີວິດນັ້ນໄດ້ກໍ່ສ້າງ ແລະ ໜູນຊ່ວຍ, ເພື່ອຕ້ານຄືນອາເມລິກາ.

        ເຕເຮຣານ ອາດຈະບຸກໂຈມຕີກ່ຳປັ່ນຂົນສົ່ງສິນຄ້າ ແລະ ຖານທີ່ໝັ້ນດ້ານການທະຫານຂອງອາເມລິກາ ຢູ່ເຂດອ່າວເປີເຊຍ, ກໍ່ຄືພື້ນຖານໂຄງລ່າງຂອງອາຣັບບີ ຊະອຸດີ ແລະ ອິດສະຣາແອນ, ເຊິ່ງແມ່ນ 2 ປະເທດພັນທະມິດໃຫຍ່ຂອງອາເມລິກາ ຢູ່ພາກພື້ນ, ໂດຍຜ່ານກຸ່ມປະກອບອາວຸດ Hezbollad ຢູ່ Lebanon ຫຼື ທະຫານລາດ ປາແລັດສະຕິນ. ສິ່ງດັ່ງກ່າວໝາຍຄວາມວ່າ ຈະແກ່ດຶງບັນດາຝ່າຍເຂົ້າຮ່ວມສົງຄາມຕື່ມອີກ ແລະ ໃນສະພາບການນັ້ນຈະກາຍເປັນສິ່ງທີ່ຫຍຸ້ງຍາກທີ່ສຸດ, ຜົນພາຍຫຼັງຍາກທີ່ຄາດຄະເນໄວ້ລ່ວງໜ້າໄດ້.

        ແຕ່ສິ່ງທີ່ໜ້າສົນໃຈກວ່ານັ້ນແມ່ນ, ແນ່ນອນວ່າ ອາເມລິກາ ຈະໂຕ້ຕອບ ແລະ ຂອບຂະໜາດຂອງການໂຕ້ຕອບນັ້ນແມ່ນຈະອີງໃສ່ຄວາມຮ້າຍແຮງໃນເຫດບຸກໂຈມຕີ ກໍຄືຄວາມເສຍຫາຍເຊິ່ງບັນດາເຫດບຸກໂຈມຕີນັ້ນກໍ່ຂຶ້ນ.

ສັນຍານສິ້ນສຸດຂອງຂໍ້ຕົກລົງນິວເຄຼຍອີຣານ

        ກ່ອນທີ່ເວົ້າເຖິງການປະທະກັນດ້ານການທະຫານ, ຄວາມເຄັ່ງຕຶງຄືໃນປະຈຸບັນພວມເຮັດໃຫ້ບັນດາຄວາມມານະພະຍາຍາມສຸດທ້າຍ ເພື່ອແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍ ເມື່ອປີ 2015, ຫຼື ຍັງເອີ້ນວ່າ ແຜນການກະທຳຮ່ວມຢ່າງຮອບດ້ານ (JCPOA) ຕົກເຂົ້າສູ່ສະພາບບໍ່ມີທາງອອກ. ເຊິ່ງເຄີຍໄດ້ຮັບຖືວ່າແມ່ນຂໍ້ຕົກລົງມີລັກສະນະປະຫວັດສາດ ເມື່ອໄດ້ຢຸດຕິໜຶ່ງໃນບັນດາເອກະສານທີ່ກໍ່ຄວາມເຄັ່ງຕຶງທີ່ສຸດໃນໂລກນັບທົດສະວັດ ແລະ ກໍ່ແມ່ນຂີດໝາຍໃນການພົວພັນທີ່ຍາມໃດກໍ່ສ້າງຄວາມເຄັ່ງຕຶງລະຫວ່າງອາເມລິກາ ແລະ ອີຣານ, ເອກະສານສະບັບດັ່ງກ່າວພວມຢູ່ໃນສະພາບແຕກແຫງ.

        ໃນຕົວຈິງ, ວັນທີ 05 ມັງກອນ, ອີຣານ ຖະແຫຼງວ່າ ຈະສືບຕໍ່ຫຼຸດຜ່ອນບັນດາຄຳໝັ້ນສັນຍາສຳລັບຂໍ້ຕົກລົງ. ຊ່ອງໂທລະພາບແຫ່ງລັດອີຣານ ໄດ້ຄັດຄຳເວົ້າຂອງໂຄສົກລັດຖະບານປະເທດນີ້ທີ່ເວົ້າວ່າ, ປະເທດນີ້ຈະບໍ່ປະຕິບັດຕາມບໍ່ວ່າຂໍ້ກຳນົດໃດໆທີ່ໄດ້ວາງອອກໃນຂໍ້ຕົກລົງນິວເຄຼຍ ກ່ຽວກັບຈັກພົ້ນສູນເພື່ອເສີມທາດຢູລານຽມ ເຊິ່ງເຂົາເຈົ້າສາມາດນຳໃຊ້ໄດ້, ໝາຍຄວາມວ່າຈະບໍ່ມີການກຳນົດສຳລັບກຳລັງຄວາມສາມາດ ແລະ ລະດັບເສີມທາດຢູລານຽມ ຫຼື ວິວັດການຄົ້ນຄວ້າ ແລະ ພັດທະນານິວເຄຼຍຂອງອີຣານ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວໃໝ່ສຸດຂອງເຕເຮຣານ ໃນການຖອນບັນດາຄຳໝັ້ນສັນຍາໃນຂອບເຂດຂອງ JCPOA ພາຍຫຼັງທີ່ອາເມລິກາ ດຳເນີນການສັງຫານນາຍພົນ Qassem Soleimani.

        ເຖິງຢ່າງໃດກໍ່ຕາມ ບໍ່ແມ່ນສັນຍາໃດກໍ່ດີ, ແຕ່ JCPOA ຍັງໄດ້ຮັບຖືວ່າແມ່ນເອກະສານສຳຄັນ. ເມື່ອສັນຍານັ້ນຖືກແຕກແຫງແລ້ວ, ຜົນພາຍຫຼັງຂອງມັນ ບໍ່ພຽງແຕ່ແມ່ນເວທີປາເຈລະຈາລະຫວ່າງອີຣານ ແລະ ຝ່າຍຕາເວັນຕົກເທົ່ານັ້ນ, ຫາກຍັງຈະເປັນການເປີດການຊ່ວງເສັງດ້ານນິວເຄຼຍທີ່ອັນຕະລາຍຢູ່ພາກພື້ນ ແລະ ໃນທົ່ວໂລກອີກດ້ວຍ.

ລາຄານ້ຳມັນໃນໂລກເພີ່ມຂຶ້ນຢ່າງແຮງ ແລະ ຄວາມວິຕົກກັ່ງວົນຕໍ່ສະພາບເກີດສົງຄາມແຜ່ລາມຢ່າງກວ້າງຂວາງ

        ກ່ຽວກັບທາງດ້ານເສດຖະກິດ, ຄວາມເຄັ່ງຕຶງລະຫວ່າງອາເມລິກາ - ອີຣານ ອາດຈະເຮັດໃຫ້ລາຄານ້ຳມັນໂລກເພິ່ມຂຶ້ນສູງ. ວັນທີ 03 ມັງກອນ, ໃນການຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບ CNBC (ອາເມລິກາ) ແລ້ວ, ມີນັກໄຈ້ແຍກບາງຄົນຂອງບໍລິສັດໃຫ້ຄຳປຶກສາຄວາມສ່ຽງດ້ານການເມືອງ Eurasia Group ໄດ້ຖືວ່າ, ລາຄານ້ຳມັນອາດຈະເພີ່ມຂຶ້ນເຖິງ 80 USD/ຖັງ, ຖ້າຫາກຄວາມເຄັ່ງຕຶງດ້ານພູມມີປະເທດການເມືອງເຮັດໃຫ້ການສະໜອງນ້ຳມັນດິບຢູ່ຕາເວັນອອກກາງ ຖືກຂາດຕອນ.       ນອກນັ້ນ, ຄວາມເຄັ່ງຕຶງລະຫວ່າງອາເມລິກາ - ອີຣານ ພວມເຮັດໃຫ້ຄວາມວິຕົກກັງວົນຕໍ່ສະພາບຈະເກີດສົງຄາມຢ່າງກວ້າງຂວາງໃນທົ່ວໂລກ. ຢູ່ອາເມລິກາ, ພາຍຫຼັງການບຸກໂຈມຕີທາງອາກາດເມື່ອວັນທີ 03 ມັງກອນ, ມີຫຼາຍຄົນໄດ້ສະແດງຄວາມວິຕົກກັງວົນວ່າຈະເກີດສົງຄາມຢູ່ຕາເວັນອອກກາງ ຄັ້ງໃໝ່ ແລະ ອາເມລິກາ ຈະອາດຈັດວາງລະບອບພັນທະດ້ານການທະຫານເພື່ອລະດົມກຳລັງຮັບມືກັບອີຣານ ຕື່ມອີກ. ສ່ວນຢູ່ ຟີລິບປິນ, ວັນທີ 05 ມັງກອນ, ທ່ານປະທານາທິບໍດີ Rodrigo Duterte ໄດ້ຊີ້ນຳໃຫ້ກອງທັບກະກຽມຍົກຍ້າຍພົນລະເມືອງຂອງປະເທດນີ້ອອກຈາກຕາເວັນອອກກາງ ໃນກໍລະນີຄວາມເຄັ່ງຕຶງເກີດຂຶ້ນ, ໃນຂະນະນັ້ນ ສ.ເກົາຫຼີ ກໍ່ສ້າງແຜນການປົກປ້ອງພົນລະເມືອງຢູ່ພາກພື້ນ.

        ຕໍ່ໜ້າຄວາມສ່ຽງທີ່ອາດຈະເກີດການປະທະກັນດ້ານການທະຫານຢູ່ຕາເວັນອອກກາງ, ມີການນຳໂລກຫຼາຍທ່ານໄດ້ຮຽກຮ້ອງໃຫ້ບັນດາຝ່າຍຄວນລະງັບໃຈ, ຫຼີກລ້ຽງເຮັດໃຫ້ສະພາບຄວາມເຄັ່ງຕຶງປິນຂັ້ນໄດ ແລະ ສະກັດກັ້ນສົງຄາມໂລກທີ່ອາດຈະເກີດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ