​ຄວາມເອົາ​ໃຈ​ໃສ່ ຊ່ວຍ​ເຫລືອ ​ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມຢ່າງ​ສຸດ​ຈິດ​ສຸດ​ໃຈ ໃນ​ຊ່ວງ​ເວ​ລາ​ເກີດ​ໂລກ​ລະ​ບາດ

(VOVWORLD) -ເລີ່ມຕົ້ນຖ້ຽວບິນທຳອິດຮັບສົ່ງພົນລະເມືອງຫວຽດນາມ ຈາກ ອູ່ຫັນ (ຈີນ) ກັບມາປະເທດ, ມາຮອດປະຈຸບັນ ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບ ພ້ອມກັບບັນດາອົງການຜູ້ຕາງຫນ້າຫວຽດນາມ ຢູ່ ຕ່າງປະເທດ ໄດ້ສົມທົບກັນຢ່າງແຫນ້ນແຟ້ນກັບບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບຂອງບັນດາປະເທດ, ອົງການຈັດຕັ້ງ ໄດ້ຈັດສົ່ງພົນລະເມືອງຫວຽດນາມ ກວ່າ 16.000 ຄົນທີ່ພວມດຳລົງຊີວິດ ເຮັດວຽກ ຢູ່ ຫລາຍກວ່າ 50 ປະເທດ, ເຂດແຄ້ວນໃນ 5 ທະວີບ ກັບຄືນມາປະເທດ. ສິ່ງນີ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ ຊ່ວຍເຫລືອ ພໍ່ແມ່ປະຊາຊົນຫວຽດນາມຢ່າງສຸດຈິດສຸດໃຈ  ໃນຊ່ວງເວລາເກີດໂລກລະບາດ ແລະ ນະໂຍບາຍມະນຸດສະທຳສະເພາະຂອງພັກ ແລະ ລັດຖະບານຫວຽດນາມ ໂດຍບໍ່ຫົວຊາຕໍ່ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງໂດຍມີຄວາມຕັ້ງໃຈກ່ຽວກັບມູນເຊື້ອມະນຸດສະທຳຂອງຊາວຫວຽດນາມ

​ຄວາມເອົາ​ໃຈ​ໃສ່ ຊ່ວຍ​ເຫລືອ ​ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມຢ່າງ​ສຸດ​ຈິດ​ສຸດ​ໃຈ ໃນ​ຊ່ວງ​ເວ​ລາ​ເກີດ​ໂລກ​ລະ​ບາດ - ảnh 1ຊາວຫວຽດນາມ ກັບມາຈາກຕ່າງປະເທດ ຍ້ອນເກີດໂລກລະບາດໂຄວິດ

ພາບ:TTXVN

ເຫດການ ເຮືອບິນ Airbus 350 ຖ້ຽວບິນພິເສດໝາຍເລກ VN 06 ຂອງສາຍການ Vietnam Airline  ຈັດສົ່ງພົນລະເມືອງຫວຽດນາມ 219 ຄົນຈາກ ກີນີ ເອກົວເຕີຣີອານ ກັບມາປະເທດ, ໃນນັ້ນ ມີຫລາຍຄົນຕິດໄວຣັດ SARS-CoV-2  ໄດ້ລົງຈອດຢູ່ ສະຫນາມບິນ ໂນ້ຍບາຍ ຮ່າໂນ້ຍ ໃນຕອນບ່າຍວັນທີ 29 ກໍລະກົດປີ 2020 ໄດ້ກາຍເປັໍ້ນເຫດການພິເສດໃນຄວາມມານະພະຍາຍາມຈັດສົ່ງພົນລະເມືອງຫວຍດນາມ ກັບມາຈາກຕ່າງປະເທດ ໃນສະພາບການເກີດໂລກລະບາດໂຄວິດ 19.

ຄວາມເອົາໃຈໃສ່ ຊ່ວຍເຫລືອ ພໍ່ແມ່ປະຊາຊົນຫວຽດນາມຢ່າງສຸດຈິດສຸດໃຈໃນຊ່ວງເວລາເກີດໂລກລະບາດ

ຖ້ຽວບິນຈັດສົ່ງພົນລະເມືອງຫວຽດນາມ ຈາກ ກີນີ ເອກົວເຕີຣີອານ ກັບຄືນມາປະເທດ ມີຄວາມໝາຍພິເສດ ເຕັມໄປດ້ວຍຈິດໃຈມະນຸດສະທຳຂອງພັກ, ລັດຫວຽດນາມ ໃນການປະຕິບັດນະໂຍບາຍປົກປ້ອງພົນລະເມືອງ ໃນຊ່ວງເວລາເກີດໂລກລະບາດໂຄວິດ 19. ກ່ອນ ແລະ ຫລັງຈາກນັ້ນ ມີຖ້ຽວບິນຫລາຍຖ້ຽວກໍ່ໄດ້ຜັນຂະຫຍາຍເພື່ອຈັດສົ່ງພົນລະເມືອງຫວຽດນາມ ຈາກ 50 ປະເທດ, ເຂດແຄ້ວນ ກັບຄືນມາປະເທດ.  ໃນວັນທີ 26 -27 ສິງຫາມໍ່ໆມານີ້ ຖ້ຽວບິນ ຈັດສົ່ງພົນລະເມືອງຫວຽດນາມເ ກືອບ 350 ຄົນ ຈາກ 20 ປະເທດ ແລະ ເຂດແຄ້ວນ ຢູ່ ເອີລົບ ແລະ ອາຟຼິກາ, ໃນນັ້ນ ມີພວກນ້ອງອາຍຸຕ່ຳກວ່າ 18 ປີ, ຜູ້ອາຍຸສູງ, ແມ່ຍິງຖືພາ ໄດ້ລົງຈອດຢູ່ສະຫນາມບິນຢ່າງປອດໄພ. ບັນດາຖ້ຽວບິນເຫຼົ່ານີ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ ຊ່ວຍເຫລືອ ພໍ່ແມ່ປະຊາຊົນຫວຽດນາມຢ່າງສຸດຈິດສຸດໃຈ, ອາລົມຈິດຄວາມຮັກແພງ ແລະ ຄວາມຮັບຜິດຊອບຕໍ່ກັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ແມ່ນພາກສ່ວນຫນຶ່ງບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້.

ມູນເຊື້ອວັດທະນະທຳມະນຸດຂອງຊາດຫວຽດນາມ

ເມື່ອໂລກລະບາດໂຄວິດ 19 ລະບາດຂຶ້ນຢູ່ຫວຽດນາມ, ພັກ, ລັດຫວຽດນາມ ໄດ້ກຳນົດວ່າ ບັນຫາສຸຂະພາບຂອງປະຊາຊົນແມ່ນສຳຄັນທີ່ສຸດ, ແມ່ນບຸລິມະສິດແຖວຫນ້າໃນການປະຕິບັດຄາດໝາຍຊີ້ນຳນຳພາ, ການຄຸ້ມຄອງເສດຖະກິດ ສັງຄົມຂອງປະເທດຊາດ. ສິ່ງເປັນຫນ້າສົນໃຈ ນັ້ນແມ່ນ ພັກ, ລັດຫວຽດນາມ ບໍ່ພຽງແຕ່ເອົາໃຈໃສ່ເຖິງພົນລະເມືອງຢູ່ ພາຍໃນປະເທດເທົ່ານັ້ນ ຫາກຍັງເອົາໃຈໃສ່ເຖິງພົນລະເມືອງຫວຽດນາມ ທີ່ພວມເຮັດວຽກ ຮ່ຳຮຽນ, ໄປທ່ຽວ, ຢ້ຽມຢາມຍາດຕິພີ່ນ້ອງ ພວມຕົກຄ້າງຢູ່ຕ່າງປະເທດ ເປັນຕົ້ນແມ່ນບັນດາປະເທດ ໂລກລະບາດພວມຜັນແປໄປສັບສົນອີກດ້ວຍ. ໃນຂະນະທີ່ຖ້ຽວບິນຕ່າງໆໃນໂລກພວມຢຸດຕິຊົ່ວຄາວ, ລັດຖະບານຫວຽດນາມ ໄດ້ຊີ້ນຳບັນດາອົງການມີຫນ້າທີ່ຮັບຜິດຊອບຢູ່ພາຍໃນປະເທດ, ອົງການຜູ້ຕາງຫນ້າຂອງຫວຽດນາມ ຢູ່ ຕ່າງປະເທດ ຕ້ອງກຳແຫນ້ນສະພາບການ, ຮີບເຮັ່ງສ້າງແຜນການ ຈັດບັນດາຖ້ຽວບິນກູ້ຊ່ວຍ ທັງເໝາະສົມກັບສະພາບການຂອງພົນລະເມືອງ, ຄວາມສາມາດຈັດຕັ້ງການແຍກຕົວ, ປິ່ນປົວຢູ່ພາຍໃນປະເທດ ເພື່ອສົ່ງພົນລະເມືອງກັບຄືນມາປະເທດ.

ບັນດາຖ້ຽວບິນຈັດສົ່ງພົນລະເມືອງຫວຽດນາມ ຈາກຕ່າງປະເທດກັບຄືນມາປະເທດຢ່າງປອດໄພແມ່ນຄວາມມຸ່ງມາດປາດຖະຫນາຂອງພໍ່ແມ່ປະຊາຊົນຢູ່ພາຍໃນປະເທດ, ຄືໃນ Facebooker ມີຊື່ວ່າ Tifosi ໄດ້ຂຽນວ່າ: “ແຕ່ລະເທື່ອເມື່ອມີຖ້ຽວບິນຈາກສະຖານທີ່ເກີດໂລກລະບາດຮ້າຍແຮງກັບຄືນມາປະເທດ, ແທນທີ່ວິຕົກກັງວົນຕໍ່ການຕິດເຊື້ອອັນຕະລາຍນີ້ ຊາວຫວຽດນາມ ລ້ວນແຕ່ມີຄວາມດີໃຈ, ອວຍພອນໃຫ້ພວກເພື່ອນໄດ້ກັບຄືນມາປະເທດຢ່າງປອດໄພ, ຄວາມວິຕົກກັງວົນ ຢ້ານກົວນັ້ນລ້ວນແຕ່ຖືກຫາຍໄປໝົດ”. ຖ້ຽວບິນຈັດສົ່ງພົນລະເມືອງ 219 ຄົນຈາກ ກີເນ ກັບຄືນມາປະເທດ ກາຍເປັນເຫດການພົ້ນເດັ່ນໂດຍໄດ້ຮັບການຕີລາຄາສູງຈາກຫາງສຽງ ບໍ່ພຽງແຕ່ມີໄລຍະເວລາບິນຍາວກວ່າ 30 ຊົ່ວໂມງທີ່ບໍ່ເຄີຍມີມາກ່ອນຂອງບໍລິສັດການບິນ Vietnam Airlines ເທົ່ານັ້ນ ຫາກໃນນັ້ນ ຍັງມີຫລາຍໆຄົນຖືກຕິດເຊື້ອ ໂຄວິດ 19 ອີກດ້ວຍ.

ຜູ້ໂດຍສານກັບຄືນມາປະເທດ ໄດ້ຍົກສູງຄັນທຸງຊາດ, ຮູບພາບປະທານໂຮ່ຈີມິນ ແລະ ປ້າຍຄຳຂວັນວ່າ: “ຂໍຂອບໃຈລັດຖະບານ, ບັນດາກະຊວງ, ບໍລິສັດໄດ້ຈັດສົ່ງພວກຂ້າພະເຈົ້າກັບຄືນມາຫວຽດນາມ” ຢູ່ ສະຫນາມບິນ ໂນ້ຍບາຍ ຮ່າໂນ້ຍ, ເປັນສະແດງໃຫ້ເຫັນການສະຫນັບສະຫນູນຄວາມຕັດສິນໃຈ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”ຂອງລັດຖະບານຫວຽດນາມ. ໂດຍມີຄວາມຕຶ້ນຕັນໃຈຈາກຖ້ຽວບິນດັ່ງກ່າວ, ທ່ານ ມີງຢາງ ຊາວອາເມລິກາ ເຊື້ອຊາດຫວຽດນາມ ໄດ້ປະກາດໃນຊ່ອງ Youtube ສ່ວນຕົວ ຄະລີບມີຫົວຂໍ້ວ່າ: “ຖ້ຽວບິນມະນຸດສະທຳເດັ່ນກວ່າໝູ່ໃນຊ່ວງເວລາເກີດໂລກລະບາດ”. ທ່ານ ມີງຢາງ ຖືເຫດການນີ້ແມ່ນ “ຈຸດເດັ່ນແສງສະຫວ່າງ”, ຕີລາຄາສູງການກະທຳມະນຸດສະທຳຂອງລັດຖະບານຫວຽດນາມ.

ດ້ວຍຄວາມຕັດສິນໃຈ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”, ລັດຖະບານ ແລະ ບັນດາອົງການມີຫນ້າທີ່ຮັບຜິດຊອບຂອງຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ມານະພະຍາຍາມຊອກຫາມາດຕະການຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາຊົນ. ບັນດາອາລົມຈິດຄວາມຮັກແພງທີ່ຈິງໃຈ, ຄວາມຄິດ, ການຕີລາຄານັ້ນ ເປັນການສະແດງໃຫ້ເຫັນຄວາມເຫັນອົກເຫັນໃຈ, ການແບ່ງປັນຕໍ່ກັບປະເທດຊາດ, ລັດຖະບານ, ບັນດາອົງການມີຫນ້າທີ່ຮັບຜິດຊອບ ແລະ ພໍ່ແມ່ປະຊາຊົນຢູ່ພາຍໃນປະເທດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ນັ້ນແມ່ນແຫລ່ງກຳລັງໃຈອັນລ້ຳຄ່າຊ່ວຍໃຫ້ປະຊາຊົນຫວຽດນາມກ່ວາ 90 ລ້ານຄົນສືບຕໍ່ເປັນຈິດຫນຶ່ງໃຈດຽວຜ່ານຜ່າ ແລະ ເອົາຊະນະໂລກລະບາດ ໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ