ຄ່ອຍໆນຳ ຫວຽດນາມ ກາຍເປັນສູນກາງຂອງຂະແໜງ ຫວຽດນາມ ວິທະຍາ

(vovworld) ກອງ​ປະ​ຊຸມ​​ສຳ​ມ​ະ​ນາສາ​ກົນ ຫວຽດ​ນາມ ວິ​ທະ​ຍາ ຄັ້ງ​ທີ 5 ໄດ້​​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 16/12/2016 ຢູ່ ຮ່າ​ໂນ້ຍ, ດ້ວຍ​ຫົວ​ຂໍ້​ວ່າ “ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ສະ​ພາບ​ການ​ໂລ​ກາ​ພິ​ວັດ”. ນັບ​ແຕ່​ຄັ້ງ​ທຳ​ອິດ​​ທີ່ໄດ້​ຮັບ​ການ​ຈັດ​ຕັ້ງເມື່ອ​ປີ 1998 ​ມາ​ຮອດ​ປະ​ຈຸ​ບັນ, ກອງ​ປະ​ຊຸມ​​ສຳ​ມະ​ນາສາ​ກົນ ຫວຽດ​ນາມ ວິ​ທະ​ຍາ ໄດ້​ຄ່ອຍໆ ນຳ ຫວຽດ​ນາມ ກາຍ​ເປັນ​ສະ​ຖານ​ທີ່​ຄົ້ນ​ຄ້​ວາ ຫວຽດ​ນາມ ວິ​ທະ​ຍາ​ຂອງ​ທົ່ວ​ໂລກ. ບົດ​ຂຽນ​ຂອງ ທູ​ຮ​ວາ, ນັກ​ຂ່າວ VOV.

ຄ່ອຍໆນຳ ຫວຽດນາມ ກາຍເປັນສູນກາງຂອງຂະແໜງ ຫວຽດນາມ ວິທະຍາ - ảnh 1
ຊຸດ​ປື້ມ​ຄົ້ນ​ຄ້​ວາ​ກ່ຽວ​ກັບ ຫວຽດ​ນາມ ຂອງ​ນັກ​ຄົ້ນ​ຄ້​ວາ​ຊາວ ລັດ​ເຊຍ


        ກອງ​ປະ​ຊຸມ​ສະ​ມະ​ນາ​ສາ​ກົນ ຫວຽດ​ນາມ ວິ​ທະ​ຍາ ແມ່ນ​ການ​ດຳ​ເນີນ​ຊີ​ວິດ​​ດ້ານວິ​ທະ​ຍາ​ສາດ, ແມ່ນ​ເວ​ທີ​ປາ​ໄສ​​ດ້ານ​ວິ​ຊາ​ວິ​ທະ​ຍາປຶກ​ສາ​ຫາ​ລື ແລະ ​ນຳສະ​ເໜີ​ມາດ​ຕະ​ການ​ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຍຸກ​ປະ​ຈຸ​ບັນຂອງ ຫວຽດ​ນາມ. ກອງ​ປະ​ຊຸມ​ສຳ​ມະ​ນາກໍ່​ມຸ່ງ​ໄປ​ເຖິງ​ການ​ຍູ້​ແຮງ​ການ​ພັດ​ທະ​ນາ​ເຄືອ​ຂ່າຍ ຫວຽດ​ນາມ ວິ​ທະ​ຍາ ທົ່ວ​ໂລກ, ເຕົ້າ​ໂຮມ​ຖັນ​ແຖວ​ນັກ​ຊ່ຽວ​ຊານ​ຄົ້ນ​ຄ​້​ວາກ່ຽວ​ກັບ ຫວຽດ​ນາມ ຂຶ້ນ​ກັບຫຼາຍ​ຂົງ​ເຂດ​ວິ​ຊາ​ສະ​ເພາະ​​ທີ່​ແຕກ​ຕ່າງ​ກັນ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ອົງ​ການ​ສາ​ກົນ​ກ່ຽວກັບ ຫວຽດ​ນາມ ວິ​ທະ​ຍາເຊິ່ງໃນ​ນັ້ນ ຫວຽດ​ນາມ ສວມ​ບົດ​ບາດ​ໃຈ​ກາງ.

ໄລ​ຍະ​ທາງ​ເພື່ອ​ສ້າງ​ຮູບ​ປະ​ທຳ​​ໃຫ້ເຄື່ອງ​ໝາຍ​ກອງ​ປະ​ຊຸມ​ສຳ​ມະ​ນາ

        ປີ 1998, ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ຫວຽດ​ນາມ ວິ​ທະ​ຍາ ເປັນ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ການ​ຈັດ​ຕັ້ງ, ​ເຊິ່ງ​ໄດ້ດຶງ​ດູດ​ນັກ​ວິ​ທະ​ຍາ​ສາດ​ກ່​ວາ 300 ຄົນ​ທ​ີ່​ມາ​ຈາກ 27 ປະ​ເທດຢູ່​ບັນ​ດາ​ທະ​ວີບ​ເຂົ້າ​ຮ່ວມ. ສະ​ເພາະ​​ໃນ​ວາ​ລະ​ໄຂກອງ​ປະ​ຊຸມ​ສຳ​ມະ​ນາ, ມີ​ກ່​ວາ 1.000 ຄົນ​ເຂົ້າ​ຮ່ວມ. ດ້ວຍ​ຫົວ​ຂໍ້​ວ່າ “​ຄົ້ນ​ຄ້​ວາ ຫວຽດ​ນາມ ແລະ ພັດ​ທະ​ນາ​ການ​ຮ່ວມ​ມື​ສາ​ກົນ”, ກອງ​ປະ​ຊຸມ​ສຳ​ມະ​ນາ​ມີ 15 ອະ​ນຸ​ກຳ​ມະ​ການ, ບົດ​ລາຍ​ງານ 395 ບົດ, ໃນ​ນັ້ນ​ມີ​ບົດ​ລາຍ​ງານ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ສາ​ກົນ 163 ບົດ. ກອງ​ປະ​ຊຸມ​ສຳ​ມະ​ນາ ຫວຽດ​ນາມ ວິ​ທະ​ຍາ ຄັ້ງ​ທີ 2 ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ປີ 2004, ມີ​ຫົວ​ຂໍ້​ວ່າ “ຫວຽດ​ນາມ ​ບົນ​ເສັ້ນ​ທາງ​​ແຫ່ງ​ການພັ​ດ​ທະ​ນາ ແລະ ເຊື່ອມ​ໂຍງ: ມູນ​ເຊື້ອ ແລະ ທັນ​ສະ​ໄໝ”, ດ້ວຍ​ 10 ອະ​ນ​ຸ​ກ​ຳ​ມະ​ການ, 316 ບົດ​ລາຍ​ງານ ໃນ​ນັ້ນ​ມີບົດ​ລາຍ​ງານສາ​ກົນ ​104 ບົດ. ກອງ​ປະ​ຊຸມ​ສຳ​ມະ​ນາ ຫວຽດ​ນາມ ວິ​ທະ​ຍາຄັ້ງ​ທີ 3 ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ປີ 2008, ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດ​ນາມ ເຊື່ອມ​ໂຍງ ແລະ ພັດ​ທະ​ນາ”, ດ້ວຍ 18 ອະ​ນຸ​ກຳ​ມະ​ການ, 531 ບົດ​ລາຍ​ງານ ໃນ​ນັ້ນ​ມີບົດ​ລາຍ​ງານ​ສາ​ກົນ 160 ບົດ. ຄັ້​ງ​ທີ 4, ກອງ​ປະ​ຊຸມ​ສຳ​ມະ​ນາ ຫວຽດ​ນາມ ວິ​ທະ​ຍາ​ແມ່ນຈັດ​ຕັ້ງ​ໃນ​ປີ 2012, ດ້ວຍ​ຫົວ​ຂໍ້ “ຫວຽດ​ນາມ ​ບົນ​ເສັ້ນ​ທາງ​ການເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ”, ໄດ້​ເຕົ້າ​ໂຮມ​ນັກ​ວິ​ທະ​ຍາ​ສາດເກືອບ 1.000 ຄົນ ມາ​ຈາກ 36 ປະ​ເທດ ແລະ ເຂດ​ແຄ້ວນ, ດ້ວຍ 15 ອະ​ນຸ​ກຳ​ມະ​ການ. ກອງ​ປະ​ຊຸມ​ສຳ​ມະ​ນາ ຫວຽດ​ນາມ ວິ​ທະ​ຍາ ຄັ້ງ​ທີ 5, ດ້ວຍ​ຫົວ​ຂໍ້ “ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ສະ​ພາບ​ການ​ໂລ​ກາ​ພິ​ວັດ”. ມີ​ບົດ​ລາຍ​ງານ ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຂອງ 5 ທະ​ວີບ​ໄດ້​ຝາກ​ເຖິງກອງ​ປະ​ຊຸມ​ສຳ​ມະ​ນາ​ປະ​ມານ 700 ບົດ​.

ເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາຍຸກສະ​ໄໝ​ປະ​ຈຸ​ບັນ

        ກອງ​ປະ​ຊຸມ​ສຳ​ມະ​ນາ ຫວຽດ​ນາມ ວິ​ທະ​ຍາ ຄັ້ງ​ທີ 5 ໄດ້​ຈັດ​ຕັ້ງ​ເປັນ 6 ອະ​ນຸ​ກຳ​ມະ​ການ​​ວິ​ຊາສະ​ເພາະ​, ເຊິ່ງ​ລວມ​ມີ: ອະ​ນຸກ​ຳ​ມະ​ການທີ 1 - ການ​ທູດ, ການ​ຮ່ວມ​ມື​ ແລະ ເຊື່ອມ​ໂຍງ​ສາ​ກົນ, ອະ​ນຸກ​ຳ​ມະ​ການທີ 2 - ແຫຼ່ງ​ກຳ​ລັງ​ວັດ​ທະ​ນະ​ທຳ, ອະ​ນຸກ​ຳ​ມະ​ການທີ 3 - ການ​ສຶກ​ສາ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນູດ, ອະ​ນຸກ​ຳ​ມະ​ການທີ 4 - ​ຖ່າຍ​ທອ​ດ​​ພູມ​ປັນ​ຍາ ແລະ ເຕັກ​ໂນ​ໂລ​ຢີ, ອະ​ນຸກ​ຳ​ມະ​ການທີ 5 - ເສດ​ຖະ​ກິດ ແລະ ການ​ທຳ​ມາ​ຫາ​ກິນ, ອະ​ນຸກ​ຳ​ມະ​ການທີ 6 -  ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ກ່ຽວ​ກັບ​ວິ​ທີ​ການ​ຈັດ​ຕັ້ງ​ບັນ​ດາ​ອະ​ນຸ​ກຳ​ມະ​ການ​ວິ​ຊາ​ສະ​ເພາະ​ນີ້, ທ່ານ ຫງວຽນ​ຫືວ​ດຶກ, ຮອງ​ຜູ້​ອຳ​ນວຍ​ການ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ, ໃຫ້​ຮູ້​ວ່າ:

        “ກ່ອນນັ້ນ, ພວກ​ເຮົາ​ເຄີຍ​ສຸມ​ໃສ່​ເຂົ້າ​ບັນ​ດາ​ບັນ​ຫາ​ຂອງວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ມະ​ນຸດ​ສາດ, ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ບັນ​ຫານັ້ນ​ໄດ້​ຮັບ​ການ​ເປີດ​ກ້​ວາງ​ເຖິງ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ການ​ສຶກ​ສາ​ບຳ​ລຸງ​ສ້​າ​ງ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ຄວາມ​ຮູ້, ພິ​ເສດ​ແມ່ນ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ຕາມ​ວິ​ທີ​ສຳ​ພັດ​ນີ້, ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ວ່າ, ນອກ​ຈາກ​​ເປົ້າໝາຍ​ມູ​ນ​ເຊື້ອ​ແມ່ນ​ເຕ​ົ້າ​ໂຮມ, ສ້າງ​ບັນ​ດາ​ເວ​ທີ​ປາ​ໄສ​ໃຫ້​ບັນ​ດາ​ນັກ​ຄົ້ນ​ຄ້​ວາ ຫວຽດ​ນາມ ວິ​ທະ​ຍາ ແລກ​ປ່ຽນ​ວິ​ຊາ​ວິ​ທະ​ຍາ ແລະ ພັດ​ທະ​ນາ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ ພາ​ສາ, ເຊື່ອມ​ຕໍ່​ເຄືອ​ຂ່າຍ​ຄົ້ນ​ຄ​້​ວາ ຫວຽດ​ນາມ ໃນ​ທົ່ວ​ໂລກ, ກອງ​ປະ​ຊຸມ​ສຳ​ມະນາ​ຄັ້ງນີ້ກໍ່​ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​​ຍຸກປະ​ຈຸ​ບັນ​ຂອງ ຫວຽດ​ນາມ”

        ​ຕາມ​ວິ​ທີ​ການ​ຈັດ​ຕັ້ງ​ເນື້ອ​ໃນ​ນີ້, ກອງ​ປະ​ຊຸມ​ສຳ​ມະ​ນາ ຫວຽດ​ນາມ ວິ​ທະ​ຍາ ຄັ້ງ​ທີ 5 ໄດ້​ເຕື້ອງ​ເຖິງ​ບັນ​​ດາ​ບັນ​ຫາ​ສະ​ຖາ​ນະ​ການ​ຂອງ​ປະ​ເທດ​ຊາດ. ນັ້ນ​ແມ່ນ​ການ​​ສັງ​ເກດ​ຕີ​ລາ​ຄາ​ຂອງ ຫວຽດ​ນາມ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ ແລະ ​ໄລ​ຍະ​ທາງທີ່ ຫວຽດ​ນາມ ​ຈະ​ກ້າວ​ເດີນ​ຕ​ໄປ, ບັນ​ດາ​ບັນ​ຫາ​ໄດ​້​ວາງ​ອອກ​ເມື່ອ​ວັດ​ທະ​ນະ​ທຳ​ບໍ່​ພຽງ​ແຕ່ແມ່ນ​ຂົງ​ເຂດ​ຂອງ​ຊີ​ວິ​ດ​ທາງ​ດ້ານ​ຈິດ​ໃຈເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ແຫລ່ງ​ກຳ​ລັງ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ; ວິ​ວັດ​ການ​ເຊື່ອມ​ໂຍງ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ; ການ​ສຶກ​ສາ- ແມ່ນ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ຜົນ​ສຳ​ເລັດ​ຂອງວິ​ວັດ​ການ​ປ່ຽ​ນ​ໃຫມ່ ແລະ ສຸດ​ທ້າຍ​ແມ່ນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ຫວຽດ​ນາມບໍ່​​ອາດຕັດ​ແຍກ​ອອກ​ຈາກ​ປັດ​ໄຈ​ສິ່ງ​ແວດ​ລ້ອມ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ສະ​ຖານ​ທີ່​ໃຈ​ກາງ​ໃຫ້​ແກ່​ບັນ​ດາ​ການ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຫວຽດ​ນາມ

ຢູ່​ໃນ​ໂລກ, ໄດ້​ມີ​ບົດ​​ໜັງ​ສື​ພ​ິມ​ກ່ຽວ​ກັບວິ​ທະ​ຍາ​ສາດ​ຄົ້ນ​ຄວາມ​ກ່ຽວ​ກັບ​ຫວຽດ​ນາມ ກວ່າ 40.000 ບົດ​ທີ່​ໄດ້​ລົງ​ພິມ​ໃນ​ຫນັງ​ສື​ພິມ, ໃນ​ນັ້ນ 50% ແມ່ນ​ຂອງ​ບັນ​ດາ​​ຜູ້ຂຽນ​​ຊາວ​ຕ່າງ​ປະ​ເທດ. ເປັນ​ອັນ​ວ່າ ຫວຽດ​ນາມ ແມ່ນ​ເປົ້າ​ໝາຍ​ຄົ້ນ​ຄ້​ວາ​ຂອງ​ບັນ​ດາ​​​ວິ​ທະ​ຍາ​ສາດ​ໃນ​ໂລກ. ສຳ​ລັບ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ຫວຽດ​ນາມ ວິ​ທະ​ຍາ, ບັນ​ດາ​​ຜູ້ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ວາງ​ຈຸດ​ໝາຍ ແມ່ນ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່, ສ້າ​ງ​ເຄືອ​ຂ່າຍ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ຫວຽດ​ນາມ​ໃນ​ທົ່ວ​ໂລກ ເພື່ອ​ຮັບ​ໃຊ້​ໃຫ້​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ. ສາດ​ສະ​ດາ​ຈານ ປອ ຫວູ​ມີ​ງຢາງ, ຜູ້ຊ່ຽວ​ຊານ​ຂອງ​ມະ​ຫາ​ວິ​ທະ​ຍາ​ແຫ່ງ​ຊາດ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

“ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ​ຮັບ​ຊາບ​ກ່ຽວ​ກັບ​ໄດ້​ບັນ​ດາ​​ບົດ​ຄົ້ນ​ຄ້​ວາຫລ້າ​ສຸດ​ກ່ຽວ​ກັບ​ຫວຽດ​ນາມ​​ໃນ​ທຸກ​ດ້ານ. 4 ປີ​ເທື່ອ​ຫນຶ່ງ, ບັນ​ດາ​ນັກວິ​ທະ​ຍາ​ສາດ​ນຳ​ມາ​ໃຫ້​ກອງ​ປະ​ຊຸມ​ສຳ​ມະ​ນາ​ບັນ​ດາ​ໝາກ​ຜົນ​ແຫ່ງ​ການ​ຄົ້ນ​ຄ້​ວາ​ໃຫມ່, ສິ່ງ​ທີ່​ເຂົາ​ເຈົ້າ​ຖື​ວ່າ​ແມ່ນ​ດີ​ສຸດ​ເພື່ອ​​ນຳ​ສະ​ເໜີ ແລະ ກໍ​ແມ່ນ​ສິ່ງ​ທີ່​ຫວຽດ​ນາມ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ພວກ​ເຮົາ​ທັງ​ເກັບ​ກຳ​ໄດ້​ຄວາມ​ຮູ້​ດ້ານ​ວິ​ທະ​ຍາ​ສາດ, ທັງ​ຍົກ​ສູງ​ຄວາມ​ຮັບ​ຮູ້, ທັງ​ຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບ​ວິ​ທີ​ການ​ຄົ້ນ​ຄ້​ວາ​ກໍ​ຄື​ພັດ​ທະ​ນາ​ສາຍ​ພົວ​ພັນ​ກັບ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ ​ຫວຽດ​ນາມ​ ວິ​ທະ​ຍາໃນ​ທົ່ວ​ໂລກ.”

ຕາມ​ທຳ​ນຽມ​ແລ້ວ, ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ຫວຽດ​ນາມ​ວິ​ທະ​ຍາ ໄດ້​ຮັບ​ການ​​ຮວບ​ຮ່ວມ​ເປັນ​ບັນ​ດາ​ບົດ​ລາຍ​ງານ​ໃຫ້​ຄຳ​ປຶກ​ສາ​ນະ​ໂຍ​ບາຍ​ໃຫ້​ແກ່​ລັດ​ຖະ​ບານ ແລະ ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ວາງ​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ແຫ່ງ​ຊາດ. ຜ່ານ​ການ​ແລກ​ປ່ຽນ ແລະ ເຊື່ອມ​ຕໍ່​ຢູ່ກອງ​ປະ​ຊຸມ​ສຳ​ມະ​ນາ, ຄະ​ນະ​ຈັດ​ຕັ້ງ ຍັງ​ນຳສະ​ເຫນີ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ສ້າງ​ຕັ້ງ, ສ້າງ ແລະ ພັດ​ທະ​ນາ​ສູນ​ຂໍ້​ມູນ​ເອ​ກະ​ສານ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຫວຽດ​ນາມ ແລະ ສະ​ເຫນີ ສ້າງ​ຊຸດ​ປື້ມ​ປະ​ຫວັດ​ສາດ  ຫວຽດ​ນາມ.


ຂ່າວ/ບົດ​ອື່ນ