(vovworld) - ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ (G20), ທີ່ຍົກອອກມາເມື່ອທ້າຍສັບປະດາກ່ອນຢູ່ອົດສະຕາລີ, ໄດ້ວາງຄາດໝາຍຍົກຍອດຜະລິດຕະພັນພາຍໃນ (GDP) ຂອງກຸ່ມໃຫ້ເພີ່ມຂຶ້ນກວ່າ 2% ໃນ 5 ປີຈະມາເຖິງ, ຜ່ານນັ້ນຊຸກຍູ້ການເຕີບໂຕເສດຖະກິດທົ່ວໂລກ. ນີ້ແມ່ນຄາດໝາຍເຕັມໄປດ້ວຍຄວາມຫວັງໃນສະພາບເສດຖະກິດໂລກຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ວົງການນັກໄຈ້ແຍກຖືວ່າ, ເພື່ອບັນລຸຄາດໝາຍດັ່ງກ່າວໃຫ້ໄດ້ບໍ່ແມ່ນເລື່ອງງ່າຍດາຍ ສຳລັບບັນດາສະມາຊິກຂອງກຸ່ມ G20.
ການນຳ G20 ຢູ່ອົດສະຕາລີສຸມໃສ່ບັນຫາເຕີມໂຕເສດຖະກິດ ( ພາບ: Getty)
ຖະແຫຼງການຮ່ວມຂອງກຸ່ມ G20 ໄດ້ຢືນຢັນເຖິງຄາດໝາຍກໍ່ສ້າງພື້ນຖານເສດຖະກິດທົ່ວໂລກຢ່າງແຮງ, ມີກຳລັງຮັບມືໄດ້ດີ ແລະ ຊຸກຍູ້ ລະບອບອົງການຕ່າງໆໃນທົ່ວໂລກ. ບົນພື້ນຖານນັ້ນ, G20 ເຫັນດີເປັນເອກະສັນຜັນຂະຫຍາຍຂໍ້ລິເລີ່ມພື້ນຖານໂຄງລ່າງທົ່ວໂລກ, ວາງຈຸດໝາຍຫຼຸດຜ່ອນຄວາມຜິດໂຕນຜູ້ອອກແຮງງານລະຫວ່າງຍິງ - ຊາຍ ລົງ 25% ໃນປີ 2025, ເຫັນດີຕໍ່ແຜນການຕ້ານການສໍ້ລາດບັງຫຼວງໄລຍະ 2015-2016; ເພີ່ມກຳລັງແຮງຂອງບັນດາອົງການການເງິນທົ່ວໂລກ, ໃນນັ້ນບຸລິມະສິດວິວັດການປະຕິຮູບກອງທຶນເງິນຕາສາກົນ (IMF) ແລະ ຊຸກຍູ້ອາເມລິກາ ຮັບຮອງເອົາແຜນການປະຕິຮູບເຊິງບັນດາປະເທດສະມາຊິກ IMF ເກືອບທັງໝົດໄດ້ຮັບຮອງເອົາໃນປີ 2010. ວົງການນັກໄຈ້ແຍກດ້ານເສດຖະກິດຖືວ່າ, ຖ້າຫາກຄຳໝັ້ນສັນຍາຂອງ G20 ໄດ້ຮັບການປະຕິບັດຢ່າງຄົບຖ້ວນ, GDP ຂອງກຸ່ມອາດຈະເພີ່ມຂຶ້ນຕື່ມອີກ 2% ໃນ 5 ປີຈະມາເຖິງ, ຈາກນັ້ນຈະສ້າງງົບປະມານຕື່ມອີກ 2.000 ຕື້ USD ໃຫ້ແກ່ເສດຖະກິດທົ່ວໂລກ ແລະ ສ້າງວຽກເຮັດງານທຳຕື່ມອີກໃຫ້ນັບລ້ານຄົນ.
ບັນດາຄວາມສະດວກ
ກ່ອນອື່ນໝົດເລື່ອງບັນດາປະເທດສະມາຊິກເກືອບທັງໝົດຂອງG20
ເຫັນດີກັບຂໍ້ລິເລີ່ມທີ່ຍົກອອກມາແມ່ນຄວາມສະດວກທີ່ສຸດ ເພື່ອບັນລຸຄາດ
ໝາຍເຕີບໂຕກວ່າ 2% ຂອງກຸ່ມແລ້ວ, ນາຍົກລັດຖະມົນຕີປະເທດເຈົ້າພາບຂອງກອງປະຊຸມ, ທ່ານ Tony Abbott, ຍັງຕີລາຄາສູງຄວາມເຫັນດີເຫັນພ້ອມລະຫວ່າງປະເທດຕ່າງໆທີ່ມີຕໍ່ແຜນການເຄື່ອນໄຫວລວມ. ທ່ານນາຍົກລັດຖະມົນຕີອັງກິດ David Cameron ຢືນຢັນວ່າ: ຂໍ້ຕົກລົງຊຸກຍູ້ການຄ້າເສລີທີ່ບໍ່ມີທາງອອກນັບແຕ່ດົນນານມາແລ້ວ ໄດ້ຮັບການແກ້ໄຂ, ຖືວ່ານີ້ແມ່ນບາດກ້າວບຸກທະລຸໃຫ້ແກ່ບັນດາປະເທດ G20. ໃນຂະນະນັ້ນ, ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ Christine Lagarde ໄດ້ຕີລາຄາວ່າ, ກອງປະຊຸມ G20 ແມ່ນມີປະໂຫຍດ. ຄວາມເຫັນດີເຫັນພ້ອມລວມໃນນະໂຍບາຍເຄື່ອນໄຫວ ແມ່ນລູກກະແຈເພື່ອສ້າງການເຕີບໂຕຢ່າງໝັ້ນຄົງ ແລະ ສ້າງວຽກເຮັດງານທຳ.
ປັດໃຈສະດວກໜຶ່ງອີກນັ້ນແມ່ນ, ໃນຈຸດເວລານີ້, ມີຫຼາຍສຳພັນທະມິດເສດຖະກິດພວມໄດ້ຮັບການສ້າງຕັ້ງ, ໃນນັ້ນມີສັນຍາຄູ່ຮ່ວມມືເຂດປາຊີຟິກ (TPP), ບັນດາສັນຍາການຄ້າເສລີສອງຝ່າຍ (FTA)… ສິ່ງດັ່ງກ່າວຊ່ວຍຊຸກຍູ້ແຕ່ລະພື້ນຖານເສດຖະກິດສະມາຊິກ ກໍ່ຄືສ້າງເງື່ອນໄຂເພື່ອປະຕິບັດບັນດາຄຳໝັ້ນສັນຍາດ້ານເສດຖະກິດ.
ໃນຂະນະນັ້ນເສດຖະກິດຂອງບາງປະເທດສະມາຊິກ G20 ກໍ່ເລີ່ມມີສັນຍານທີ່ຕັ້ງໜ້າ. ສອງພື້ນຖານເສດຖະກິດອັນດັບໜຶ່ງຂອງເອີລົບແມ່ນເຢຍລະມັນ ແລະ ຝລັ່ງ ໄດ້ພົ້ນອອກຈາກສະພາບຊຸດໂຊມໃນງວດທີ 3.
ການທ້າທາຍບໍ່ແມ່ນໜ້ອຍ
ເຖິງວ່າມີຫຼາຍປັດໃຈທີ່ສະດວກກໍ່ຕາມ, ແຕ່ການປະຕິບັດຄາດໝາຍທີ່ໄດ້ວາງອອກພັດບໍ່ແມ່ນເລື່ອງງ່າຍດາຍສຳລັບ 20 ພື້ນຖານເສດຖະກິດແຮງທີ່ສຸດ ແລະ ກວມເຖິງ 85% ຍອດມູນຄ່າເສດຖະກິດຂອງໂລກ. ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ Christine Lagarde ໄດ້ກ່າວເຕືອນວ່າ, ເລື່ອງປະຕິບັດແຜນການຕ່າງໆຈຶ່ງມີຄວາມສຳຄັນຢ່າງແທ້ຈິງ ແລະຈຳເປັນຕ້ອງມີການຕິດຕາມກວດກາຢ່າງແໜ້ນແຟ້ນ. ໃນຂະນະນັ້ນນັກໄຈ້ແຍກບາງທ່ານຍັງຖືວ່າ, ຄາດໝາຍເພີ່ມກວ່າ 2% GDP ແມ່ນບໍ່ສາມາດປະຕິບັດໄດ້ ຍ້ອນເສດຖະກິດທົ່ວໂລກພວມໄດ້ຮັບການຟື້ນຕົວຢ່າງຊັກຊ້າ ແລະ ບໍ່ໝັ້ນຄົງ. ບາງພື້ນຖານເສດຖະກິດພວມມີສັນຍານຫຼຸດລະດັບເຕີບໂຕລົງ, ຄວາມເຄັ່ງຕຶງດ້ານພູມສາດການເມືອງສືບຕໍ່ເພີ່ມຂຶ້ນ;ໄພສໍ້ລາດບັງຫຼວງນັບມື້ນັບລະອຽດແຍບຍົນ. ຄວາມວິຕົກກັງວົນດັ່ງກ່າວໄດ້ປະກົດຜົນເປັນຈິງ, ເມື່ອພາຍຫຼັງອັດກອງປະຊຸມສຸດຍອດ G20 ພຽງ 1 ວັນ, ຍີ່ປຸ່ນ, ເຊິ່ງແມ່ນພື້ນຖານເສດຖະກິດໃຫຍ່ອັນດັບ 2 ຂອງໂລກ ໄດ້ຕົກເຂົ້າສູ່ສະພາບຊຸດໂຊມຢ່າງເປັນທາງການ. ກ່ອນທີ່ຈະປະກາດເສດຖະກິດຍີ່ປຸ່ນຖືກຊຸດໂຊມ 1 ວັນ, ທ່ານນາຍົກລັດຖະມົນຕີອັງກິດ David Cameron ກໍ່ໄດ້ກ່າວເຕືອນວ່າ, ການຟື້ນຕົວເສດຖະກິດຂອງອັງກິດພວມປະເຊີນໜ້າກັບຄວາມສ່ຽງ ຍ້ອນສະພາບພັດທະນາບໍ່ໝັ້ນຄົງຂອງພື້ນຖານເສດຖະກິດໂລກ. ທ່ານ David Cameron ໃຫ້ຮູ້ວ່າ: ລະດັບເຕີບໂຕເສດຖະກິດຂອງອັງກິດໄດ້ຫຼຸດລົງໃນງວດທີ 3 ປີນີ້. ນອກນັ້ນບັນດາຄຳສັ່ງລົງໂທດເຊິ່ງກັນ ແລະ ກັນລະຫວ່າງ ລັດເຊຍ ແລະ ສະຫະພາບເອີລົບ ກໍ່ເຮັດໃຫ້ລະດັບເຕີບໂຕເສດຖະກິດຂອງ ລັດເຊຍ ແລະ ສະຫະພາບເອີລົບຫຼຸດລົງພໍສົມຄວນ, ສ່ວນພື້ນຖານເສດຖະກິດອັນດັບໜຶ່ງຂອງໂລກແມ່ນອາເມລິກາພວມເຕີບໂຕຢ່າງຊັກຊ້າ ແລະ ບໍ່ສະໝຳ່ສະເໝີ.
ນັ້ນແມ່ນຍັງບໍ່ທັນເວົ້າເຖິງ ເລື່ອງການປະຕິບັດບັນດາແຜນການຊຸກຍູ້ການເຕີບໂຕຂອງ G20ຈະສ້າງກຳລັງດັນໃຫ້ແກ່ປະເທດຕ່າງໆ ເມື່ອຕ້ອງປະຕິບັດປະມານ 800 ມາດຕະການປະຕິຮູບເສດຖະກິດ. ນີ້ແມ່ນວຽກງານໜັກໜ່ວງໃນສອງສາມປີຈະມາເຖິງ ແລະ ບໍ່ແມ່ນເລື່ອງງ່າຍດາຍສຳລັບບັນດາປະເທດສະມາຊິກ G20. ທັງ 20 ປະເທດຈະຕ້ອງມີຂໍ້ຕົກລົງກ່ຽວກັບການປະຕິຮູບໂຄງປະກອບ, ສິ່ງດັ່ງກ່າວອາດຈະກໍ່ໃຫ້ເກີດທ່າອ່ຽງແບ່ງແຍກເພື່ອຫາຜົນປະໂຫຍດສ່ວນຕົວ.
ບໍ່ອາດປະຕິເສດໄດ້ວ່າ, ຄາດໝາຍຍົກລະດັບເຕີບໂຕຂຶ້ນ 2% ເມື່ອທຽບໃສ່ປະຈຸບັນຂອງກຸ່ມ G20 ໃນ 5 ປີຈະມາເຖິງ ແມ່ນບາດກ້າວພັດທະນາທີ່ສຳຄັນ. ແຕ່ບັນດາການທ້າທາຍໃນປະຈຸບັນຈະສົ່ງຜົນສະທ້ອນບໍ່ໜ້ອຍເຖິງແຜນການ ທີ່ເຕັມໄປດ້ວຍຄວາມຫວັງນີ້ຂອງ G20 ຢ່າງແນ່ນອນ.