ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ອາເມລິກາ, ປະຕູຂອງການປ່ອງດອງ


(vovworld)-  4 ທົດ​ສະ​ວັດ​ຜ່ານ​ມາ ນັບ​ແຕ່​ເມື່ອ​ວັນ​ທີ 30/4/1975, ຊື່ງ​ແມ່ນມື້​ປະ​ຫວັດ​ສາດສິ້ນ​ສຸດ​ສົງ​ຄາມ​ຂອງ​ອາ​ເມ​ລິ​ກາ ຢູ່ ຫວຽດ​ນາມ. ຫລັງ​ຈາກນັ້ນ 20 ປີ, ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໄດ້​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ຄືນ​ໃຫມ່. 20 ​ປີ​ອີກ, ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໄດ້​ພັດ​ທະ​ນາ​ກ່ຽວ​ກັບ​ທຸກ​ດ້ານຢ່າງວ່ອງ​ໄວ, ພິ​ເສດ ແມ່ນ​ເສດ​ຖະ​ກິດ ແລະ ສັງ​ຄົມ. ໄລ​ຍະ​ທາງນັ້ນ, ການ​ຮ່ວມ​ມື​ທາງ​ດ້ານ​ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ ແລະ ການ​ສຶກ​ສາ ໄດ້​ຮັບ​ການ​​ຜັນ​ຂະ​ຫຍາຍ​ກ່ອນ, ​ສິ່ງ​ດັ່ງ​ກ່າວໄດ້​ສ້າງ​ອາ​ລົມ​ຈິດ​ອັນ​ດີ​ງາມ​ລະ​ຫວ່າງ ປະ​ຊາ​ຊົນ​ສອງ​ປະ​ເທດ.

 

ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ອາເມລິກາ, ປະຕູຂອງການປ່ອງດອງ - ảnh 1
ທ່ານ Phil Rognier ພ້ອມ​ກັບ​ພວກ​ນ້ອງ​ນ້ອຍ​ຢູ່​ຮ່າ​ໂນ້ຍ
ພາບ:bongchay.vn

        ການ​ຮ່ວມ​ມື​ທາງ​ດ້ານ​ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ ແລະ ການ​ສຶກ​ສາ ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ປະ​ຈຸ​ບັນ​ ສືບ​ຕໍ່​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ, ເພີ່ມ​ພູນ​ຄູນ​ສ້າ​ງ​ຈິດ​ໃຈ ແລະ ພູມ​ປັນ​ຍາ​ໃຫ້​ແກ່​ລຸ້ນ​​ຕ່າງໆ​ໃນອະ​ນາ​ຄົດ​​ຂອງ​ສອງ​ຊາດ. ການ​ຮ່ວມ​ມືນີ້ແມ່ນ​ສານ​ແຫ່ງ​ການ​ປ່ອງດອງ, ສັນ​ຕິ​ພາບ​ ແລະ ພັດ​ທະ​ນາ.

        ການ​ພົວ​ພັນ​ແລກ​ປ່ຽນ​ຜ່ານ​ການ​ແຂ່ງ​ຂັນ baseball

        ທ່ານ Phil Rognier ທະ​ຫານ​ຜ່ານ​ເສີກ ອາ​ເມ​ລິ​ກາ ແບ່ງ​ປັນ​​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ: ເພື່ອ​ສາ​ມາດ​ລົບ​ລ້າງ​ຄວາມ​ອາຄາດ​ບາດ​ໝາງ​ໃນ​ອະ​ດີດ​ຕະ​ການ ວິ​ທີ​ດີ​ສຸດ ແມ່ນ​​ພົວ​ພັນດ້ານ​ວັດ​ທະ​ນະ​ທຳນຳ​ກັນ. ດ້ວຍ​ຄວາມ​ຄິດນັ້ນ, ທ່ານ Phil Rognier, ​ທັງ​ແມ່ນ​ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ ກອງ​ທຶນ First Swing, ຊື່ງ​ແມ່ນ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ກ່ຽວ​ກັບ​ກິ​ລາ​ປະ​ເພດ baseball ໄດ້​ນຳ​ເອົາ​ປະ​ເພດ​ກິ​ລາ ນີ້​ມາ​ແນະ​ນຳ​ຢູ່ຫວຽດ​ນາມ.  ສິ​່ງ​ທີ່​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ແປກ​ປະ​ຫລາດ​ເມື່ອ​ຄັ້ງ​ທຳ​ອິດ ມ​າ​ຫວຽດ​ນາມ ໃນ​ປີ 2009 ແມ່ນ​​​ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ ແລະ ສະ​ຫນິດ​ສະ​ຫນົມ ​ຈາກ ຊາວ​ຫວຽດ​ນາມ ບໍ່​ພຽງ​ແຕ່​ສຳ​ລັບ​ກິ​ລາ​ປະ​ເພດນີ້. ສິ່ງ​ດັ່ງ​ກ່າວ​ໄດ້​ເລັ່ງ​ລັດ​ທ່ານ ພັດ​ທະ​ນາ​ກິ​ລາ​ປະ​ເພດ baseball ນີ້​ຢູ່ ຫວຽດ​ນາມ. ປະ​ຈຸ​ບັນ First Swing ໄດ້​ຫນູນ​ຊ່ວຍກໍ່​ສ້າງ​ສະ​ໂມ​ສອນ baseball ກວ່າ 10 ແຫ່ງ​ຢູ່ ຫວຽດ​ນາມ. ເມື່ອ​ນັກ​ຮຽນ ອາ​ເມ​ລິ​ກາ ພັກ​ຜ່ອນ​ໃນ​ລະ​ດູ​ບານ​ໃຫມ່, First Swing ຂອງ​ທ່ານ Phil ໄດ້ສົ່ງ​ສະ​ໂມ​ສອນ Seattle Klouters ມາ​ຫວຽດ​ນາມ ເພື່ອ​ພົວ​ພັນ​ແລກ​ປ່ຽນ​ກັບ​ບັນ​ດາ​ໂຮງ​ຮຽນ​ປະ​ຖົມ ແລະ ມັດ​ທະ​ຍົມ​ຕອນ​ຕົ້ນ. ຄູ​ຝຶກ Phil Rognier ແບ່ງ​ປັນ​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ບໍ່​ອຸ​ປະ​ຖຳ​ເງິນ ຫາກ​ນຳ​ເອົາ​ກິ​ລາ​ປະ​ເພດ baseball ​ມາ​ຫວຽດ​ນາມເພື່ອ​ຊ່ວຍ​ໃຫ້​ພວກ​ນ້ອງ​ມີ​ເວ​ລາ​ຢ່ອນ​ອາ​ລົມ​ນຳ​ກັນ​. ເດັກ​ນ້ອຍ ອ​າ​ເມ​ລິ​ກາ ປີ​ໃດ​ກໍ​ມາ​ຫວຽດ​ນາມ ແລະ ເດັກ​ນ້ອຍ ຫວຽດ​ນາມ ກໍ​ໄດ້​ໄປ​ຍັງອາ​ເມ​ລິ​ກາໃນ​ໂອ​ກາດ​ລະ​ດູ​ແລ້ງ ເພື່ອ​ຝຶກ​ອົບ​ຮົມ ແລະ ແຂ່ງ​ຂັນ. ລາຍ​ການນີ້ເພື່ອ​ໃຫ້​ພວກ​ນ້ອງ​​ສາ​ມາດຮ່ຳ​ຮຽນ​ເຊິ່ງ​ກັນ ແລະ ກັນ​ໃນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ສຶກ​ສາ​ທີ່​ປອດ​ໄພ, ເບີກບານ​ມ່ວນ​ຊື່ນ ແລະ ມີ​ລັກ​ສະ​ນະ​ແກ້ງ​ແຍ້ງ.”

        ສຳ​ລັບ​ນັກ​ຮຽນ ອາ​ເມ​ລິ​ກາ, ພວກ​ນ້ອງ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ທ່ານ Phil Rognier ເມື່ອມາ​ຫວຽດ​ນາມເປັນ​ຄັ້ງ​ທຳ​ອິດ ​ໃນ​ປີ 2009, ພວກ​ນ້ອງ​ກໍ​ຮູ້​ສຶກ​ແປກ​ປະ​ຫລາດ​ຕໍ່​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຈາກພວກ​ເພື່ອນ​ຫວຽດ​ນາມ ​ກໍ​ນິ​ຍົມ​ກິ​ລາ​ປະ​ເພດ baseball ທີ່​ສຸດ. ບັນ​ດາ​ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ຢູ່ ຫວຽດ​ນາມ ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ພວກ​ນ້ອງ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ເທດ​ຫວຽດ​ນາມກວ່າ. ເພື່ອນ Ryan Yong ອາ​ຍຸ 18 ປີ ຊື່ງແມ່ນ​ສະ​ມາ​ຊິກ​ຂອງ ສະ​ໂມ​ສອນ Siato Claoto ໃຫ້​ຮູ້​ວ່າ:

        “ເມື່ອ​ຂ້າ​ພະ​ເຈົ້າ​ໂອ້​ລົມ​ກັບ​ທຸກ​ຄົນ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ເຂົາ​ເຈົ້າ​ລ້ວນ​ແຕ່​​ຮູ້​ສຶກເສຍ​ດາຍ​ບໍ່​ທັນ​ມີ​ໂອ​ກາດ​ມາ​ຫວຽດ​ນາມ. ກ່ອນ​ຫນ້ານັ້ນ ທຸກ​ສິ່ງ​ທຸກ​ຢ່າງ​ທີ່ພວກ​ຂ້າ​ພະ​ເຈົ້າ​ຮູ້​ຈັກ​ເຖິງ​ຫວຽດ​ນາມ ນັ້ນແມ່ນ​ສົງ​ຄາມ​ເທົ່າ​ນັ້ນ. ອາ​ຈານ​ຂອງ​ຂ້າ​ພະ​ເຈົ້າ​ເຄີຍ​ເລົ່າ​ໃຫ້​ຟັງ​ວ່າ ນ້ອງ​ຊາຍ​ຂອງ​ເພີ່ນ​ໄດ້​ມາ​ຫວຽດ​ນາມ ແລະ ຊາວ​ຫວຽດ​ນາມ ​ທຸກ​ຄົນ​ຕ່າງ​ກໍ​ສະ​ຫນິດ​ສະ​ຫນົມ, ຮັກ​ແພງ​ແຂກ​ທີ່​ສຸດ. ເມື່ອ​ມານີ້ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໄດ້​ສິ່ງ​ດັ່ງ​ກ່າວ.”

        ບໍ່​ພຽງ​ແຕ່​ສົ່ງ​ນັກ​ຮຽນ ອາ​ເມ​ລິ​ກາ ມາ​ຫວຽດ​ນາມ ເທົ່າ​ນັ້ນ First Swing ກໍ​ໄດ້​ຈັດ​ສົ່ງ​ນັກ​ຮຽນ ຫວຽດ​ນາມ ໄປ​ຍັງ ອາ​ເມ​ລິ​ກາ ເພື່ອ​ແຂ່ງ​ຂັນ baseball.  ສຳ​ລັບ​ນັກ​ຮຽນ ຫວຽດ​ນາມ, ຝືກ​ອົບ​ຮົມ baseball ສາ​ມາດ​ຊ່ວຍ​ໃຫ້​ພວກ​ນ້ອງ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ອາ​ເມ​ລິ​ກາ ກວ່າ.

        ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ

        ໃນ​ຊ​ຸມ​ປີ​ຜ່ານ​ມາ, ລາຍ​ການ​ພົວ​ພັນ​ແລ​ກ່​ປຽນ​ວັດ​ທະ​ນະ​ທຳ ສຶກ​ສາ ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໄດ້​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ. ຈຳ​ນວນ​ນັກ​ສຶກ​ສາ​ຫວຽດ​ນາມ ຮ່ຳ​ຮຽນ​ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ວິ​ທະ​ຍາ​ໄລ​ຂອງ ອາ​ເມ​ລິ​ກາ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ຄາດ​ວ່າ ໃນ​ປີ 2014, ມີ​ນັກ​ຮຽນ ນັກ​ສຶ​ກ​ສາ​ຫວຽດ​ນາມ 20.000 ​ຄົນ​ໄດ້ຮ່ຳ​ຮຽນ​ຢູ່ ອາ​ເມ​ລິ​ກາ. ແລະ ນັບ​ມື້​ນັບ​ມີ​ຫລາຍ​ລາຍ​ການ​ແລ​ກ​ປ່ຽນ​ການ​ສຶກ​ສາ ຫລື ຮ່ວມ​ສຳ​ພັນ​ລະ​ຫວ່າງ​ບັນ​ດາ​ໂຮງ​ຮຽນ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ, ນັບ​ທັງ​ຊັ້ນ​ປະ​ຖົມ. ພົ້ນ​ເດັ່ນ ປີ 2013, ໂຮງ​ຮຽນ​ມັດ​ທະ​ຍົມ​ສາ​ກົນ ຫວຽດ​ນາມ ຢູ່ ຮ່າ​ໂນ້ຍ ໄດ້​ສົ່ງ​ບັນ​ດາ​ນັກ​ຮຽນ​ຊຸດທຳ​ອິດ​ໄປ​ຍັງ ອາ​ເມ​ລິ​ກາ ໃນ​ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ນັກ​ຮຽນ ກັບ​ໂຮງ​ຮຽນ​ມັດ​ທະ​ຍົມ​ George Washington. ແບ່ງ​ປັນ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ລາຍ​ການ​ແລກ​ປ່ຽນ​ສຶກ​ສາ, ທ່ານ ຫງວຽນ​ວີງ​ເຕີມ, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ໂຮງ​ຮຽນ​ມັດ​ທະ​ຍົມ​ສາ​ກົນ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ລາຍ​ການ​ໄດ້​ສ້າງ​ປະ​ຖົມ​ປັດ​ໄຈ​ທີ່​ດີ​ໃຫ້​ນັກ​ຮຽນ​ຫວຽດ​ນາມ ກໍ​ຄ​ື ນ​ັກ​ຮຽນ ອາ​ເມ​ລິ​ກາ ມີ​ຄວາມ​ເຂົ້າ​ໃຈ, ສາ​ມັກ​ຄີ ແລະ ສະ​ຫນິດ​ຕິດ​ພັນ​ນຳ​ກັນ​ກວ່າ. ຕາມ​ທັດ​ສະ​ນະ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ພວກ​ເຮົາ​ຄວນ​ປິດ​ອະ​ດີດ​ຕະ​ການ, ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​.”

        ປີ 2000, ເມື່ອ​ມາ​ຢ້ຽມ​ຢາມ ຫວຽດ​ນາມ, ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Bill Clinton ມີ​ຂໍ້​ລິ​ເລິ່ມ​ສ້າງ​ຕັ້ງ​ກອງ​ທຶນ​ສຶກ​ສາ​ຫວຽດ​ນາມ (VEF)  ເພື່ອ​ສະ​ຫງວນ​​ທຶນ​ສຶກ​ສາ 5 ລ້ານ USD/ປີ​ ​ໃຫ້​ແກ່​ນັກ​ຮຽນ ຫວຽດ​ນາມ ຮຽນ​ປະ​ລິ​ຍາ​ໂທ​ໃນ​ຂະ​ແຫນງວິ​ທະ​ຍາ​ສາດ ແລະ ຫລັງ​ຈາກນັ້ນ ເປີດກວ້າງ ລວມ​ທັງ ການ​ແພດ​ວົງ​ຄະ​ນາ​ຍາດ ແລະ ວິ​ທະ​ຍາ​ສາດ​ສິ່ງ​ແວດ​ລ້ອມ. 15 ປີ ພາຍ​ຫລັງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ, ກອງ​ທຶນ​ສຶກ​ສາ ຫວຽດ​ນາມ​ໄດ້​ສ້າງ​ກຸ່ມ​ຫນຶ່ງ ລວມ​ມີ ມະ​ຫາ​ວິ​ທະ​ຍາ​ໄລ 100 ແຫ່ງ ຢູ່ ອາ​ເມ​ລິ​ກາ ໝັ້ນ​ໝາຍ​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ. ທ່າ​ນ​ນາງ ບູ່ຍ​ເຟືອງ​ລານ, ຜູ້​ຊ່ຽວ​ຊານ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ ອາ​ເມ​ລິ​ກາ​ເຫນືອ, ອະ​ດີດ​ທີ່​ປຶກ​ສາ​ຂັ້ນ​ສູງ​ຂອງກອງ​ທຶນ​ສຶກ​ສາ​ຫວຽດ​ນາມ ຖື​ວ່າ: ເລື່ອງ​ນັກ​ສຶກ​ສາ​ສອງ​ປະ​ເທດ​ພົ​ບ​ປະ​ແລກ​ປ່ຽນ​​ດ້ານ​ສຶກ​ສາ ໄດ້, ພວມ ແລະ ຈະ​ເປ​ີດ​ປະ​ຕູ​ໃຫ​້​ການ​ຮ່ວມ​ມື​ອັນ​ໃຫຍ່​ຫລວງ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໃນ​ອະ​ນາ​ຄົດ.

        “ໃນ​ໄລ​ຍະ​ຜ່ານ​ມາ, ການ​ພົວ​ພັນ​ແລກ​ປ່ຽນ ແລະ ການຮ່ຳ​ຮຽນ ກໍ​ຄື​ເຮັດ​ວຽກ, ໄດ້​ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ຊາວ ອາ​ເມ​ລິ​ກາ ເຂົ້າ​ໃຈ​ກ່ຽວ​ກັບຫວຽດ​ນາມ ກວ່າ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ນີ້​ກໍ​ແມ່ນ​ວິ​ວັດ​ການ ປະ​ກອບ​ສ່ວນ​ຊ່ວຍ​ໃຫ້​ພວກ​ເຮົາ​ສ້​າງ​ກຳ​ລັງ​ແຮງ​ລະ​ຫວ່າງ​ສອງ​ປະ​ເທດ​ນຳ​ກັນ ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊືີ່ອ​ໃຈ​ນຳ​ກັນ.”

        ສົງ​ຄາມ​ໄດ້​ຜ່ານ​ພົ້ນ​ໄປ 40 ປີ​ແລ້ວ, ປະ​ຈຸ​ບັນ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພວມ​ມີ​ຄົນ​ລຸ້ນ​ໃຫມ່, ບໍ່​ຖື​​ຫນັກອະ​ດີດ​ຕະ​ການ​. ເພາະ​ສະ​ນັ້ນ ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຄົນ​ລຸ້ນ​ຫນຸ່ມ ຍິ່ງ​ເຮັ​ດ​ໃຫ້​ການ​ພ​ົວ​ພັນເປັນ​ປົກ​ກະ​ຕິ​ລະ​ຫວ່າງ​ສອງ​ປະ​ເທດ​   ເລິກ​ເຊິ່ງ ແລະ ແທດ​ຈິງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ