ວັນທີ 14/5, ທ່ານນາຍົກລັດຖະມົນຕີອິນເດຍ Narenda Modi ໄດ້ໄປຮອດປັກກິງ,ປະເທດຈີນ ຊຶ່ງແມ່ນປະເທດທຳອິດໃນການເດີນທາງຢ້ຽມຢາມ 3 ປະເທດອາຊີຕາເວັນອອກ. ການຢ້ຽມຢາມຄັ້ງນີ້ ແມ່ນເຫດການພົວພັນຕ່າງປະເທດທີ່ສຳຄັນ, ເປັນຂີດໝາຍ 1 ປີແຫ່ງການກຳອຳນາດຂອງທ່ານ Narenda Modi, ແນໃສ່ຊຸກຍູ້ການຮ່ວມມືດ້ານການຄ້າທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ເໜືອກວ່າດ້ານເສດຖະກິດ, ສິ່ງທີ່ 2 ຝ່າຍພວມລໍຄ່ອຍ ນັ້ນແມ່ນໃນການຢ້ຽມຢາມຄັ້ງນີ້ ຈະນຳມາເຊິ່ງ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ໃຫຍ່ກວ່າລະຫວ່າງ 2 ປະເທດໃນພາກພື້ນຊຶ່ງເຄີຍມີຄວາມບໍ່ລົງລອຍກັນທີ່ແກ່ຍາວເປັນເວລາຫຼາຍສິບປີຜ່ານມາ.
ທ່ານນາຍົກລັດຖະມົນຕີອິນເດຍ Narenda Modi ໄດ້ໄປຮອດປັກກິງ,ປະເທດຈີນ ຊຶ່ງແມ່ນປະເທດທຳອິດໃນການເດີນທາງຢ້ຽມຢາມ 3 ປະເທດອາຊີຕາເວັນອອກ |
ອາດຈະເຫັນວ່າ ຄວາມມານະພະຍາຍາມປົວແປງການພົວພັນ ນິເດລີ-ປັກກິງ ໄດ້ຖືກສະແດງອອກຜ່ານບັນດາການຢ້ຽມຢາມຂັ້ນສູງ. ນີ້ແມ່ນການຢ້ຽມຢາມຈີນເປັນຄັ້ງທີ 4 ໃນ 12 ປີທີ່ຜ່ານມາຂອງນາຍົກລັດຖະມົນຕີອິນເດຍ, ໃນຂະນະນັ້ນ, ນິເດລີ ກໍໄດ້ຕ້ອນຮັບການຢ້ຽມຢາມ 6 ຄັ້ງຂອງບັນດາການນຳຈີນ. ເປັນໜ້າສົນໃຈ ແມ່ນເລື່ອງຈີນໄດ້ເລືອກເອົາ ຊີອານໃນແຂວງ ໃສຊີ ຊຶ່ງແມ່ນບ້ານເກີດຂອງທ່ານປະທານປະເທດຈີນ ສີຈີນຜີງ ເປັນບ່ອນພົບປະເຈລະຈາ ຊຶ່ງການສະແດງໃຫ້ເຫັນວ່າ ປັກກິງຖືເປັນສຳຄັນທີ່ສຸດ ການພົບປະນີ້ ແລະ ຢາກປະລະຄວາມບາດໝາງກັບອິນເດຍໃນອະດີດຕະການ.
ໃນການຢ້ຽມຢາມຄັ້ງນີ້, ທ່ານ Narenda Modi ມີການພົບປະຢ່າງເປັນທາງການກັບບັນດາການນຳຈີນ, ເຂົ້າຮ່ວມກອງປະຊຸມເສດຖະກິດຢູ່ນະຄອນຊຽງໄຮ, ພົບປະກັບບັນດາການນຳກຸ່ມເສດຖະກິດແຖວໜ້າຂອງຈີນ. ບັນດາຂໍ້ຕົກລົງກັນລວມມູນຄ່າ 20 ຕື້ USD ຄາດວ່າຈະຖືກລົງນາມໃນການຢ້ຽມຢາມຄັ້ງນີ້.
ບັນດາຄວາມບໍ່ລົງລອຍກັນທີ່ຄົງຕົວໃນອະດີດຕະການ
ໃນ 2-3 ທົດສະວັດທີ່ຜ່ານມາ, ການພົວພັນອິນເດຍ-ຈີນໄດ້ຖືກແຕກແຫງຫຼາຍເທື່ອຍ້ອນການຂັດແຍ້ງດ້ານຊາຍແດນ. ໃນອະດີດຕະການ, ຈີນ ແລະ ອິນເດຍໄດ້ດຳເນີນສົງຄາມຢູ່ເຂດຊາຍແດນ 3 ຄັ້ງ ແລະ ມາຮອດປະຈຸບັນ, 2 ຝ່າຍຍັງບໍ່ທັນບັນລຸມາດຕະການດ້ານການເມືອງເພື່ອແກ້ໄຂຄວາມເຄັ່ງຕຶງນີ້. ຈີນໄດ້ເຄີຍຖະແຫຼງວ່າ ນິວເດລີພວມມີການຂັດແຍ້ງກັບຈີນກ່ຽວກັບເນືຶ້ອທີ່ດິນ 90.000 ຕາລາງກິໂລແມັດໃນບໍລິເວນທາງທິດຕາເວັນອອກຂອງສາຍພູ ຮີມາໄລ. ສ່ວນອິນເດຍ ພັດເວົ້າວ່າ ຈີນໄດ້ຢຶດຄອງເຂດດິນແດນທາງທິດຕາເວັນຕົກເຂດພູພຽງ Aksai Chin ລວມເນື້ອທີ່ 38.000 ຕາລາງກິໂລແມັດ . ໃນເດືອນ 9/2014, ຂະນະທີ່ ທ່ານປະທານປະເທດຈີນ ສີຈີນຜີງ ພວມທຳການຢ້ຽມຢາມອິນເດຍເພື່ອເຂົ້າຮ່ວມການເຈລະຈາຂັ້ນສຸດຍອດຄັ້ງທຳອິດກັບທ່ານ Narenda Modi ນັ້ນ, ກອງທັບ 2 ຝ່າຍໄດ້ປະທະກັນຢູ່ເຂດ Ladakh ທາງທິດຕາເວັນຕົກຂອງສາຍພູ ຮີມາໄລ. ນັບແຕ່ນັ້ນເປັນຕົ້ນມາ, ບັນດາຄວາມບໍ່ລົງລອຍກັນນີ້ ຍັງບໍ່ທັນມີວັນສິ້ນສຸດ, ການປະທະກັນໄດ້ເກີດຂຶ້ນໃໝ່ບາງຄັ້ງບາງຄາວ.
ຈຸດອ່ອນໃນການຮ່ວມມື 2 ຝ່າຍ
ຄວາມບໍ່ລົງລອຍກັນແມ່ນສິ່ງທີ່ເຄີຍເກີດຂຶ້ນ, ແຕ່ 2 ປະເທດກໍຍັງພະຍາຍາມຊອກຫາສຽງເວົ້າລວມກ່ຽວກັບເສດຖະກິດ. ແຕ່ປີ 2000 ເປັນຕົ້ນມາ, ການພົວພັນດ້ານການຄ້າ 2 ຝ່າຍ ຈີນ ແລະ ອິນເດຍໄດ້ພັດທະນາດ້ວຍອັດຕາສະເລ່ຍແຕ່ລະປີແມ່ນ 29%, ໄວກວ່າເມື່ອທຽບໃສ່ລະດັບເຕີບໂຕດ້ານການຄ້າຂອງແຕ່ລະປະເທດກັບທຸກພາກພື້ນອື່ນໃນໂລກ. ສັງເກດຜ່ານຫຼາຍແງ່ມຸມ ໄດ້ໃຫ້ເຫັນວ່າ ການຮ່ວມມື ຈີນ ແລະ ອິນເດຍແມ່ນສິ່ງທີ່ຕ້ອງເປັນໄປ ເພາະ 2 ປະເທດລ້ວນແຕ່ມີຈຳນວນປະຊາກອນເກືອບ 1/3 ຈຳນວນປະຊາກອນຂອງໂລກ ແລະ 2 ປະເທດລ້ວນແຕ່ແມ່ນບັນດາພື້ນຖານເສດຖະກິດທີ່ຫາກໍພົ້ນເດັ່ນຂຶ້ນໃນໂລກ. ໃນຕົວຈິງ, ຍາມໃດຈີນກໍຕ້ອງການຮ່ວມມືພັດທະນາເສດຖະກິດກັບອິນເດຍ ແລະ ກົງກັນຂ້າມ. ແຕ່ການຮ່ວມມືດ້ານເສດຖະກິດລະຫວ່າງຈີນ ແລະ ອິນເດຍມາຮອດປະຈຸບັນ, ພຽງສະແດງໃຫ້ເຫັນແຈ້ງໃນບັນດາເວທີ່ປາໄສຫຼາຍຝ່າຍເທ່ົ່ານັ້ນ. ເຖິງວ່າແມ່ນພື້ນຖານເສດຖະກິດໃຫຍ່ຢູ່ອາຊີກໍຕາມ, ແຕ່ອິນເດຍບໍ່ນອນໃນບັນຊີລາຍຊື່ 10 ຄູ່ຮ່ວມມືດ້ານການຄ້າໃຫຍ່ຂອງຈີນ. ວົງການນັກສັງເກດການຖືວ່າ ດ້ວຍຂອບຂະໜາດຂອງ 2 ພື້ນຖານເສດຖະກິດນີ້, ການແລກປ່ຽນການຄ້າລະຫວ່າງຈີນ ແລະ ອິນເດຍໃນປະຈຸບັນ ຍັງຕ່ຳຫຼາຍເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນຕົວຈິງ.
ທັງຮ່ວມມືທັງແກ່ງແຍ້ງ
ມີສິ່ງໜຶ່ງທີ່ສາມາດເຫັນໄດ້ຢ່າງງ່າຍດາຍວ່າ ໃນຊຸມປີມໍ່ໆມານີ້, ເຖິງວ່າມີການລະແວງສົງໄສຕໍ່ກັນກ່ຽວກັບຍຸດທະສາດ ແລະ ຖືຄູ່ແຂ່ງແມ່ນໄພນາບຂູ່ກໍຕາມ, ແຕ່ທັງ ຈີນ ແລະ ອິນເດຍຕ່າງກໍປະສົບຜົນສຳເລັດໃນການວາງການແກ່ງແຍ້ງຍຸດທະສາດໃນຂອບເຂດຄວບຄຸມ, ພ້ອມກັນນັ້ນ, ກໍໄດ້ເປີດກ້ວາງຂົງເຂດທີ່ສາມາດຮ່ວມມືນຳກັນ. ຈີນມີຄວາມເຂັ້ມແຂງທາງດ້ານການຜະລິດເປັນສິນຄ້າ ແລະ ພື້ນຖານໂຄງລ່າງ ໃນຂະນະທີ່ອິນເດຍບໍ່ມີທ່າໄດ້ປຽບຫຼາຍກ່ຽວກັບພື້ນຖານໂຄງລ່າງ ແຕ່ພັດມີຄວາມເຂັ້ມແຂງທາງດ້ານການບໍລິການ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ. ເພາະສະນັ້ນ, 2 ປະເທດລ້ວນແຕ່ມີຄວາມຕ້ອງການຍາດແຍ່ງທ່າດີຂອງກັນ ແລະ ບໍ່ປະໃຫ້ຄວາມບໍ່ລົງລອຍກັນສົ່ງຜົນສະທ້ອນເຖິງອະນາຄົດຂອງການພົວພັນຮ່ວມມື.
ການຢ້ຽມຢາມຈີນຂອງທ່ານນາຍົກລັດຖະມົນຕີອິນເດຍ Narenda Modi ຄັ້ງນີ້, ແມ່ນເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບຈີນ. ເພື່ອພັດທະນາຢ່າງແຂງແຮງ, ກາຍເປັນປະເທດມະຫາອຳນາດໃນໂລກນັ້ນ, ປັກກິງບໍ່ອາດບໍ່ຕ້ອງການມີການໜູນຫຼັງຂອງນິວເດລີ ແລະ ກົງກັນຂ້າມ. ບັນດາຄວາມເຄັ່ງຕຶງທາງດ້ານພູມສາດ, ການເມືອງ, ບັນດາຄວາມຮຽກຮ້ອງຕ້ອງການດ້ານເສດຖະກິດພວມເຮັດໃຫ້ ຈີນ ແລະ ອິນເດຍຕ້ອງຮ່ວມມືນຳກັນ, ຊ່ວຍຫຼຸດຜ່ອນບັນດາຄວາມສົງໄສ, ເຮັດໃຫ້ຂາດຄວາມໄວ້ເນື້ອເຊື່ອໃຈໃນປະຫວັດສາດ ແລະ ການແກ່ງແຍ້ງໃນອະນາຄົດ.