ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ນຳ​ໜ້າ​ຄະ​ນະຜູ້​ແທນ​ຂັ້ນ​ສູງ​ຂອງຫວຽດ​ນາມເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ອາ​ເມ​ລິ​ກາ ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ເຂດ​ຕາກ​ອາ​ກາດ sunnyland ລັດ ກາ​ລີ​ຟອກ​ເນຍ ແຫ່ງ​ອາ​ເມ​ລິ​ກາ. ໂດຍ​ຖືກ​ດຳ​ເນີນ​ເປັນ​ເວ​ລາ 2 ວັນ ດ້ວຍ​ບັນ​ດາ​ເນື້ອ​ໃນ​ທີ່​ສຳ​ຄັນ ຖືກ​ນຳ​ມາ​ປຶກ​ສາ​ຫາ​ລື, ກອງ​ປະ​ຊຸມ​ຄັ້ງ​ນີ້ ແມ່ນ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອາ​ເມ​ລິ​ກາ, ພ້ອມ​ທັງ​ຍົກ​ອອກ​ບັນ​ດາ​ທິດ​ທາງ​ເພື່ອ​ແນ​ໃສ່​ນຳ​ການ​ພົ​ວ​ພັນ​ຮ່ວມ​ມື​ໃຫ້​ຕິດ​ແທດ​ຕົວ​ຈິງ ແລະ ລະ​ອຽດ​ກວ່າ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. 

  

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ແລະ
ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barak Obama ຢູ່​​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ອາ​ເມ​ລິ​ກາ ຄັ້ງ​ທີ 3 ທີ່ຈັດ​ຂຶ້ນ​ຢູ່ກົວ​ລາ​ລຳ​ເປີ, ມາ​ເລ​ເຊຍເມື່ອ
ເດືອນ 11/2015

      ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ອາ​ເມ​ລິ​ກາ ຄັ້ງ​ນີ້ ແມ່ນ​ມີ​ການ​ເຂົ້າ​ຮ່ວມຂອງ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ເຈົ້າ​ພາບ Barak Obama, ການ​ນຳ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ທ່ານ​ເລາ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ເລ​ເລື່ອງ​ມິນ. ນີ້​ແມ່ນກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ຊຽນກັບ​ອາ​ເມ​ລິ​ກາ ໃນ​ຖາ​ນະ​ເປັນ​ບັນ​ດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ພ້ອມ​ກັນ​ນັ້ນ, ນີ້ກ​ໍ​ແມ່ນຄັ້ງ​ທຳ​ອິດ​ທີ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ອາ​ເມ​ລິ​ກາ ຖືກ​ຈັດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ. ກອງ​ປະ​ຊຸມ​ຄັ້ງ​ນີ້, ຄາດ​ວ່າ ຈະ​ມີ 2 ວາ​ລະ​ປຶກ​ສາ​ຫາ​ລື​ໂດຍ​ເລັ່ງ​ໃສ່​ການ​ຊຸກ​ຍູ້​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ​ຕາມ​ທິດມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ດຳ​ເນີນ​ທຸ​ລະ​ກິດ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ ແລະ ຄວາມ​ໝັ້ນ​ຄົງ​ຢູ່​ອາ​ຊີ​ປາ​ຊີ​ຝິກ, ເປັນ​ຕົ້ນ​ແມ່ນ​ບັນ​ຫາ​ຄວາມ​ໝັ້ນຄົງ​ໃນ​ການ​ເດີນ​ທະ​ເລ, ຕ້ານ​ການກໍ່​ການ​ຮ້າຍ ແລະ ບັນ​ດາ​ສິ່ງທ້າ​ທາຍ​ຂ້າມ​ຊາດ ກໍ​ຄື​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຍຸດ​ທະ​ສາດ​ຢູ່ພາກ​ພື້ນໃນອະ​ນາ​ຄົດ.

     ຮັດ​ແໜ້ນການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອາ​ເມ​ລິ​ກາ

     ນັບ​ແຕ່​ເມື່ອອາ​ຊຽນ - ອາ​ເມ​ລິ​ກາ ເລີ່ມ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຢ່າງ​ເປັນ​ທາງ​ການ​ເມື​່ອ​ປີ 1977 ແລະ ສ້າງ​ຕັ້ງການ​ພົວ​ພັນ​ຄູ່​ຮ່ວມ​ມື​ເພີ່ມ​ເຕີມ​ເມື່ອ​ປີ 2015, 2 ຝ່​າຍໄດ້​ຊຸກ​ຍູ້​ການ​ພົວ​ພັນ​ຢ່າງ​ຕໍ່​ເນື່ອງ​ຜ່ານຫຼາຍ​ກົນ​ໄກ, ດ້ວຍ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໂດຍ​ລະ​ອຽດ. ເດືອນ 11/2015, ຢູ່​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ອາ​ເມ​ລິ​ກາ ຄັ້ງ​ທີ 3 ທີ່ກົວ​ລາ​ລຳ​ເປີ, ມາ​ເລ​ເຊຍ, ອາ​ຊຽນ ແລະ ອາ​ເມ​ລິ​ກາ​ໄດ້​ຕົກ​ລົງ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ຮັບ​ຮອງ​ເອົາ​ແຜນ​ການ​ດຳ​ເນີນ​ງານ​ຜັນ​ຂະ​ຫຍາຍຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອາ​ເມ​ລິ​ກາເຖິງ​ປີ 2020. ແລະ ກໍ​ຢູ່​ທີ່ກອງ​ປະ​ຊຸມ​​ດັ່ງ​ກ່າວ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barak Obama ໄດ້​ເຊື້ອ​ເຊີນ​ການ​ນຳ​ບັນ​ດາ​ປະ​ເທດ​ອາ​ຊຽນເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ອາ​ເມ​ລິ​ກາ ໂດຍ​ອາ​ເມ​ລິ​ກາ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ.

     ດ້ວຍ​ທັດ​ສະ​ນະ​ຖື​ການ​ພົວ​ພັນ​ກັບອາ​ຊຽນແມ່ນ​ຈຸດ​ສຸມ​ໜຶ່ງ​ໃນ​ຍຸດ​ທະ​ສາດ​ສ້າງ​ຄວາມກ້ຳ​ເກີ່ງ​ຄືນ​ໃໝ່ ແລະ ສະ​ໜັບ​ສະ​ໜູນ​ບົດ​ບາດ​ເປັນ​ສູນ​ກາງ​ຂອງ​ອາ​ຊຽນ​ໃນ​ໂຄງ​ປະ​ກອບ​ພາກ​ພື້ນ​ພວມ​ຖືກ​ສ້າງ​ຂຶ້ນ​ເປັນ​ຮູບ​ປະ​ທຳ, ອາ​ເມ​ລິ​ກາ ຍາມ​ໃດ​ກໍ​ສະ​ຫງວນ​ບຸ​ລິ​ມະ​ສິດ​ຢ່າງສູງເພື່ອ​ໜູນ​ຊ່ວຍ​ອາ​ຊຽນ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາ​ດ​ຮັບ​ປະ​ກັນ​ຄວາມໝັ້ນ​ຄົງ, ເປັນ​ຕົ້ນ​ແມ່ນ​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີນ​ທະ​ເລ​ບົນ​ພື້ນ​ຖານ 2 ຝ່າຍ​ກໍ​ຄ​ື​ຮັບ​ຮອງ​ເອົາ​ເວ​ທີ​ປາ​ໄສ​ພາກ​ພື້ນ. ອາ​ຊຽນ - ອາ​ເມ​ລິ​ກາ ກໍ​ພວມ​ຕັ້ງ​ໜ້າ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຕ້ານ​ການກໍ່​ການ​ຮ້າຍ, ຕ້ານ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ, ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາ​ດ. ອາ​ຊຽນ ແລະ ອາ​ເມ​ລິ​ກາ ກໍ​ພວມ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ, ການ​ສຶກ​ສາ, ການ​ຮັບ​ມື​ກັບ​ໂລກ​ລະ​ບາດ, ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ ແລະ ໜຶ່ງໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ໃນ​ການ​ຮ່ວມ​ມື​ຂອງ ອາ​ເມ​ລິ​ກາ ​ກັບອາ​ຊຽນໃນ​ປະ​ຈຸ​ບັນ ແມ່ນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

   ວາງ​ເສັ້​ນ​ທາງ​ແຫ່ງ​ການ​ຮ່ວມ​ມື ອາ​ຊຽນ - ອາ​ເມ​ລິ​ກາ ໃນ​ໄລ​ບະ​ໃໝ່

  ຕາມ​ບັນ​ດາ​ຜູ້​ຊ່ຽວ​ຊານ​ແລ້ວ, ຢູ່​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ອາ​ເມ​ລິ​ກາ​ທີ່ sunnyland ຄັ້ງ​ນີ້ ແມ່ນ​ມີ​ຄວາມ​ໝາຍ​ພິ​ເສດ. ນີ້ບໍ່​ພຽງ​ແຕ່​ເປັນ​ກອງ​ປະ​ຊຸມ​ສາ​ກົນ​ທີ່​ສຳ​ຄັນ​ຄັ້ງ​ທຳ​ອິດ​ໃນ​ປີ 2016 ຂອງ​ອາ​ຊຽນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທຳ​ອິດ​ລະ​ຫວ່າງອາ​ຊຽນກັບ​ຄູ່​ຮ່ວມ​ມື​ໜຶ່ງ​ພາຍຫຼັງ​ທີ່​ອາ​ຊຽນ​ສ້າງ​ຕັ້ງ​ເປັນ​ປະ​ຊາ​ຄົມ. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຝ່າຍ​ປຶກ​ສາ​ຫາ​ລື, ເປັນ​ເອ​ກະ​ພາບ​ກັນ​ນຳການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດເຂົ້າ​ສູ່​ແທດ​ຈິງ ແລະ ລະ​ອຽດ​ກວ່າ.

      ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ຈີນ​ໄດ້​ມີ​ການ​ກະ​ທຳ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ທີ່​ຜິດ​ພາດ ຢ່າງ​ຕໍ່​ເນື່ອງ ອັນ​ໄດ້​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ປີນ​ຂັ້ນ​ໄດ. ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ອາ​ເມ​ລິ​ກາສືບ​ຕໍ່​ຢືນ​ຢັນ​ສານ​ທີ່​ວ່າ ບັນ​ຫາ​ຂັດ​ແຍ້ງ​ກັນ​ທາງ​ດ້ານ​ເຂດ​ນ້ຳ​ແດນ​ດິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ຮັບ​ການ​ແກ້​ໄຂ​ຜ່ານ​ການ​ເຈ​ລະ​ຈາ ແລະ ຖືກ​ຕ້ອງ​ຕາມ​ກົດ​ໝາຍສາ​ກົນ, ພ້ອມ​ກັນ​ນັ້ນ ກໍ​ເນັ້ນ​ໜັ​ກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເຄົາ​ລົບ​ສິດ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ແລະ ຫຼີກ​ເວັ້ນ​ການ​ກະ​ທຳ​     ທາງດ້ານ​ການ​ທ​ະຫານຢູ່​ທະ​ເລ​ຕາ​ເວັນ​ອອກ. ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ, ທ່ານນາງ Nina Hachigian ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ອາ​ຊຽນ ຢືນ​ຢັ​ນ​ວ່າ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ອາ​ເມ​ລິ​ກາ ແມ່ນ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ຍຸດ​ທະ​ສາດ​ຫັນ​ໄປ​ສູ່​ອາ​ຊີ​-ປາ​ຊີ​ຝິກ ໂດຍປະ​ທາ​ນາ​ທິ​ບໍ​ດີ​ເອ​ເມ​ລິ​ກາ Barak Obama ເດີນ​ຕາມ ນັບ​ແຕ່​ເມື​ອ່​ຂຶ້ນ​ກຳ​ອຳ​ນາດ ແລະ ປະ​ເທດນີ້​ຈະສືບ​ຕໍ່​ຜູກ​ຮັດກັບ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ນັບ​ທັງ​ໃນ​ເວ​ລາ ປະ​ທາ​ນາ​ທິ​ບໍ​ດີ​ Barak Obama ລາ​ອອກ​ຈາກ​ທຳ​ນຽບ​ຂາວ.

      ສຳ​ລັບ​ຫວຽດ​ນາມ​ແລ້ວ, ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ອາ​ເມ​ລິ​ກາ ແມ່ນ​ໂອ​ກາດ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ຢ່າງເປັນ​ເຈົ້າ​ການ, ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຫວຽດ​ນາມ​ໃນ​ອາ​ຊຽນ, ພ້ອມ​ກັນ​ນັ້ນ ກໍ​ຢືນ​ຢັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ນຳ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດອາ​ຊຽນ - ອາ​ເມ​ລິ​ກາເຂົ້າ​ສູ່ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. ທາງ​ດ້ານ 2 ຝ່າຍ, ການ​ເດີນ​ທາງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ 2 ຝ່າຍ​ຫວຽດ​ນາມ-ອາ​ເມ​ລິ​ກາ, ໃນ​ນັ້ນ ມີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ, ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລຢ​ີ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ, ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົງ​ລົງ​ການ​ຄ້າ​ເສ​ລີ.

ຕອບກັບ

ຂ່າວ/ບົດ​ອື່ນ