ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນເດຍ


(vovworld)- ​ວັນ​ທີ 27/10, ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສາ​ທາ​ລະ​ນະ​ລັດ ອິນ​ເດຍ Narendra Modi, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ແລະ ພັນ​ລະ​ຍາ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ອິນ​ເດຍ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມ​ຢາມ ອິນ​ເດຍ ຄັ້ງ​ນີ້ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ  ເພື່ອ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ສອງ​ປະ​ເທດ ຢ່າງ​ແຮງ ດ້ວຍ​ຈຸດ​ສຸມ​ແມ່ນ​ຮ່ວມ​ມື​ເສດ​ຖະ​ກິດ, ພ້ອມ​ທັງ​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອື່ນ, ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ພາກ​ພື້ນ ແລະ ສາ​ກົນ​ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນເດຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ຫງວຽນ​ເຕີນ​ຢູງ
ພາບ:vtv.vn

        ກ່ອນນີ້ 7 ປີ​ເຕັມ(ປີ 2007), ໃນ​ການ​ຢ້ຽມ​ຢາມ ອິນ​ເດຍ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ, ຫວຽດ​ນາມ ແລະ ອິນ​ເດຍ ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຕາມນັ້ນ​ແລ້ວ ໄດ້​ກຳ​ນົດ 5 ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຊື່ງ​ລວມ​ມີ: ການ​ເມືອງ, ເສດ​ຖະ​ກິດ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ວັດ​ທະ​ນະ​ທຳ​ການ​ສຶກ​ສາ. ເພື່ອ​ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດນີ້, ສອງ​ຝ່າຍ ໄດ້​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ຢ່າງ​ລຽນ​ຕິດ, ພິ​ເສດ ແມ່ນ​ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ ພ້ອມ​ທັງ​ຍູ້​ແຮງ​ການ​ຮ່ວມ​ມື​ຄົ້ນ​ຄ້​ວາ​ລະ​ຫວ່າງ​ບັນ​ດາ​ອົງ​ການ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ, ສືບ​ຕໍ່​ສ້າງກອບ​ກົດ​ໝາຍ​ລວມ​ໃຫ້​ສົມ​ບູ​ນ​ແບບ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ການ​ຢ້ຽມ​ຢາມ ອິນ​ເດຍ ຄັ້ງ​ນີ້ ຂອງ​​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ກໍ​ເພື່ອ​ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ທຸ​ກ​ຂົງ​ເຂດ​ຢ່າງ​ແຮງ.

       ເສດ​ຖະ​ກິດ​ການ​ຄ້າ​ບັນ​ລຸ​ການ​ເຕີບ​ໂຕ​ແຕ່ບໍ່​ທັນ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ

       ຕາມ​ການ​ຕີ​ລາ​ຄາ​ຂອງ​ຜູ້​ຊ່ຽວ​ຊານ​, ນັກ​ການ​ທູດ ຫລາຍ​ທ່ານ​ແລ້ວ, ບົນ​ພື້ນ​ຖານ​ການ​ພົວ​ພັນ​ດ້ານ​ການ​ເມືອງ​, ການ​ທູດ ອັນ​ດີ​ງາມ, ການ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ. ເຖິງວ່າ ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ຫວຽດ​ນາມ - ອິນ​ເດຍ ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ສະ​ເລ່ຍ 16%/ປີ ໃນ​ຮອບ​ເວ​ລາ 5 ປີ​ຜ່ານ​ມາ, ແຕ່ ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ການ​ພັດ​ທະ​ນາ​ຍັງ​ໃຫຍ່​ຫລວງ​ຢູ່. ທ່ານ ຫວູກວາງ​ຢ້ຽມ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ໃຫ້​ຮູ້​ວ່າ:

        “ເບິ່ງ​ລວມ​ແລ້ວ ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິ​ດ​ການ​ຄ້າ, ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ລະ​ຫວ່າງ​ສອງ​ປະ​ເທດ​ ໄດ້​ພັດ​ທະ​ນາ​ຢ່າງ​ແຮງ, ​ພິ​ເສດ​ໃນ​ຊຸມ​ປີມໍ່ໆ​ມານີ້, ແຕ່ບໍ່​ທັນ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ​ຄວາມປາດ​ຖະ​ຫນາ​ຂອງ​ສອງ​ຝ່າຍ. ຍອດ​ວົງ​ເງິນ​ການ​ຄ້າ​ຍັງ​ກວມ​ອັດ​ຕາ​ສ່​ວນ​ຫນ້ອຍ ສຳ​ລັບ​ອິ​ນ​ເດຍ​ແມ່ນປະ​ມານ 0,33%, ສ່ວນ​ຫວຽດ​ນາມ ແມ່ນ 1,25% ແລະ ຫວຽດ​ນາມ ນຳ​ເຂົ້າ​ເກີນ​ດຸ​ນ​ຫລາຍ. ການ​ລົງ​ທຶນ​ຂອງ​ອິນ​ເດຍ ເຖິງວ່າ ມີ​ການ​ເພີ່ມ​ຂຶ້ນ​ແຕ່ບໍ່​ສູງ, ຢືນ​ອັນ​ດັບ​ທີ 32/88  ປະ​ເທດ ແລະ ເຂດ​ແຄ້ວນ. ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ຢູ່ ອິນ​ເດຍ ເກືອບ​ຄື​ວ່າບໍ່​ທັນ​ມີ. ການ​ທ່ອງ​ທ່ຽວບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນ, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຍັງ​ຈຳ​ກັດ​ຢູ່ ແລະ ບໍ່​ທັນ​ມີ​ສາຍ​ການ​ບິນ​ໂດຍ​ກົງ. ແຕ່​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ຕັດ​ສິນ​ໃຈ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທັງ​ສອງ​ຝ່າຍ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ຊຸກ​ຍູ້​ພັດ​ທະ​ນາກວ່າ​ອີກ.”

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນເດຍ - ảnh 2
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີອິນ​ເດຍ Narendra Modi
ພາບ:vov.vn

        ໂດຍ​ມີ​ທັດ​ສະ​ນະ​ດຽວ​ກັນ, ທ່ານ Rajit Rae, ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະ​ຈຳ​ຫວຽດ​ນາມ ຢືນ​ຢັນ​ວ່າ: ປະ​ຈຸ​ບັນ ຫວຽດ​ນາມ ແລະອິນ​ເດຍ ໄດ້​ສ້າງ​ການ​ພົວ​ພັນ​ອັນ​ດີ​ງາມ​ໃນ​ຂົງ​ເຂດ​ການ​ເມືອງ, ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ. ເຖິງວ່າ ສອງ​ຝ່າຍ​ຍັງ​ມີ​ຫລາຍ​ວຽກ​ຕ້ອງ​ເຮັດ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ ແລະ ການ​ຄ້າ:

        “ຈຸດ​ສຸ​ມ​ຂອງ​ສະ​ຖານ​ທູດ ອິນ​ເດຍ ປະ​ຈຳ​ຫວຽດ​ນາມ, ທູດ​ການ​ຄ້າ ອິນ​ເດຍ ຕ້ອງ​ເຮັດ​ແນວ​ໃດ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ໄດ້. ຍາມ​ໃດ​ພວກ​ຂ້​າ​ພະ​ເຈົ້າ​ກໍ​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ ອິນ​ເດຍ ມາ​ຫວຽດ​ນາມ ເພື່ອ​ຊອກ​ຮູ້​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ລົງ​ທຶນ ແລະ ບັນ​ດາ​ການພົບ​ປະ​ສົນ​ທະ​ນາ​ກ່ຽວ​ກັບ​ດ້ານ​ການ​ຄ້າ​ ​ຈະ​ຊ່ວຍວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ ກວ່າ. ສິ່ງ​ສຳ​ຄັນ​ກວ່ານັ້ນ​ແມ່ນ ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລ​ກ​ປ່ຽນດ້ານ​ວັດ​ທະ​ນະ​ທຳ, ​ສ້າງຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ແຕ່​ລະ​ຝ່າຍ ຈາກນັ້ນ ຊອກ​ໄດ້​ສຽງ​ເວົ້າ​ລວມ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່​ການ​ພັດ​ທະ​ນາ.”

       ເຮັດ​ໃຫ້​ການ​ພົວ​ພັ​ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ​ຫວຽດ​ນາມ​-ອິນ​ເດຍ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ

       ຍາມ​ໃດ​ຫວຽດ​ນາມ ກໍ​ຢືນ​ຢັນ​ບຸ​ລິ​ມະ​ສິດ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​     ມູນ​ເຊື້ອແລະ ​ຄ​ູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ກັບ​ອິນ​ເດຍ ແມ່ນນ​ະ​ໂຍ​ບາຍ​ສະ​ເໝ​ີ​ຕົ້ນ​ສະ​ເຫມີ​ປາຍ. ລັດ​ຖະ​ບານ ອິນ​ເດຍ ຍາມ​ໃດ​ກໍ​ຖືຫວຽດ​ນາມ ແມ່ນ​ເສົາ​ຄ້ຳ​ໃນ​ນະ​ໂຍ​ບາຍ​ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ, ການ​ພ​ັດ​ທະ​ນາ​ການ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ກັບ​ຫວຽດ​ນາມ ກໍ​ແມ່ນ​ນະ​ໂຍ​ບາຍ​ຂ​ອງ​ທັງ​ໝົດ​ພັກ​ການ​ເມືອງ​ຢູ່ ອິນ​ເດຍ. ສອງ​ປະ​ເທດ ມີ​ຫລາຍ​ຈຸດ​ຄ້າຍ​ຄື​ກັນ ແລະ ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ. ເມື່ອ​ເວົ້າ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ ປະ​ຈ​ຸ​ບັນ, ການ​ນຳ​ທຸກ​ຂັ້ນ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ລ້ວນ​ແຕ່​ຢືນ​ຢັນ ນັ້ນ​ແມ່ນ​ການ​ພົວ​ພັນ​ແບບ​ພິ​ເສດ, ບໍ່​ພຽ​ງ​ແຕ່​ເພື່ອ​ຜົນ​ປະ​ໂຫຍດ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ໄມ​ຕິ​ຈິດ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ມີ​ມາ​ແຕ່​ດົນ​ນານ​ໃນ​ອະ​ດີດ​ຕະ​ການ​ອີກ​ດ້ວຍ. ສາດ​ສະ​ດາ​ຈານ ດັ້ງ​ດີງ​ກູຍ, ຫົວ​ຫນ້າ​ສະ​ຖາ​ບັນ​ການ​ທູດ ຫວຽດ​ນາມ ແບ່ງ​ປັນ​ວ່າ:

        “ຫວຽດ​ນາມ ແລະ ອິນ​ເດຍ ຍາມ​ໃດ​ກໍ​ເປັນເພື່ອນ​ມິດ​ບໍ​ລິ​ສຸດ​​, ​ແມ່ນຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ແບ່ງ​ປັນ​ຜົນ​ປະ​ໂຫຍດ, ວິ​ໄສ​ທັດ. ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ໄດ້​​ມີ​ບາດ​ກ້າວພັດ​ທະ​ນາ. ການ​ພົວ​ພັນ​ໃນ​ທຸກ​ຂົງ​ເຂດ​ພວມນ​ັບ​ມື້​ນັ​ບ​ພັດ​ທະ​ນາ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ໃຫ​້​ແກ່​ປະ​ຊາ​ຊົ​ນ​ສອງ​ປະ​ເທດ ແລະ ນັບ​ມື້​ນັບປະ​ກອບ​ສ່ວນຢ່າງ​ໃຫຍ່​ຫລວງ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ​ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນ.”

        ຕໍ່​ຫນ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ພວມ​​ເກີດ​ຂຶ້ນ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ, ທັ​ງ​ສອງ​ປະ​ເທດ​ລ້ວນ​ແຕ່​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາ​ດ ທີ​່​ໄດ້​ຮັບ​ການ​ສ້າງ​ຕັ້ງນັ້ນ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ. ຄຽງ​ຄູ່​ກັບ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ພົວ​ພັ​ນ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ ກໍ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ. ການ​ພ​ົວ​ພັນ​ແລກ​ປ່​ຽນ​ວັດ​ທະ​ນະ​ທຳ​ເປັນ​ປະ​ຈຳ ໄດ້​ປະ​ກອບ​ສ່ວນ​ຮັດ​ແຫນ້ນ​ອາ​ລົມ​ຈິດ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ສອງ​ຝ່າຍ ກໍ​ໄດ້​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ ແລະ ສະ​ຫນັບ​ສະ​ຫນູນ ເຊິ່ງ​ກັນ ແລະ ກັນ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ໃນ​ໂລກ.

        ພາຍ​ຫລັງ​ ​ທີ່ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Pranab Mukherjee ຢ້ຽມ​ຢາມ​ຫວຽດ​ນາມ ກວ່າ 1 ເດືອນ, ການ​ຢ້ຽມ​ຢາມ​ອິນ​ເດຍ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວ​ຽນ​ເຕີນ​ຢູງ ຄັ້ງ​ນີ້ ອີກ​ຄັ້ງ​ຫນຶ່ງ​ຢືນ​ຢັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້າ​ນ​ການ​ເມືອງ ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ. ການ​ຢ້ຽມ​ຢາມ ດ້ວຍ​ບັນ​ດາ​ໝາກ​ຜົນ​ການ​ເຮັດ​ວຽກ​ລະ​ອຽດ, ແນ່ນອນ​ວ່າ ຈະ​ສ້າງ​ກຳ​ລັງ​ຫນູນ​ໃຫມ່​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ເດຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ

ຕອບກັບ

ຂ່າວ/ບົດ​ອື່ນ