ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ

(vovworld)- ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽ​ນ​ເຕີນ​ຢູງ, ວັນ​ທີ 6/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ຫະ​ພັນ ລັດ​ເຊຍ Dmitry Medvede ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 5-7/4. ໃນ​ສະ​ພາ​ບ​ທີ່ການ​ພົວ​ພັນ​ດ້ານ​ການ​ເມືອງ ລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ ໃນ​ໄລ​ຍະ​ຜ່ານ​ມາ​ບັນ​ລຸ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສູງ ແລະ ໄດ້​ຮັບ​ການ​ປັ​ບ​ປຸງ​ຢ່າງບໍ່​ຢຸດຢັ້ງ, ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້​ຂອງ​ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ຫະ​ພັນ ລັດ​ເຊຍ Dmitry Medvede ແມ່ນ​ຂີດ​ໝາຍ​ສຳ​ຄັນ, ສ້າງ​ກຳ​ລັງ​ຫນູນ​ຢ່າງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ​່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ ສອງ​ປະ​ເທດ.
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ທ່ານ​ນາ​ຍົກ​
ລັດ​ຖະ​ມົນ​ຕີ ລັດ​ເຊຍ Dmitry Medvede
ພາບ:congan.com.vn

        ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ລັດ​ເຊຍ ແມ່ນ​ການ​ພົວ​ພັນ​ຈິງ​ໃຈ​ຢ່າງ​ແທ້​ຈິງ

        ໃນ​ນະ​ໂຍ​ບາຍ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຂອງ​ຕົນ, ຫວຽດ​ນາມ ຍາ​ມ​ໃດ​ກໍ​ຖື ສະ​ຫະ​ພັນ​ລັດ​ເຊຍ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ ແລະ ໄວ້​ເນື້ອ​ເຊື່ອ​ໃຈ​ອັນ​ດັບ​ຕົ້ນ. ກົງ​ກັນ​ຂ້າມ, ລັດ​ເຊຍ ຍາມ​ໃດ​ກໍ​ສະ​ຫງວນ​ການ​ຫນູນ​ຊ່ວຍ​ອັນ​ໃຫຍ່​ຫລວງ ນັບ​ທັງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ຫວຽດ​ນາມ ທັງ​ໃນ​ກິດ​ຈະ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ກ່ອນນີ້ ກໍ​ຄື​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ປະ​ຈຸ​ບັນ. ການ​ນຳ​ສອງ​ລັດ ຍາມ​ໃດ​ກໍ​ສະ​ຫງວນ​​ບັນ​ດາ​ບຸ​ລິ​ມະ​ສິດ​ສູງ​ສຸດໃຫ້​ກັນ. ກ່ອນ​ການ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ, ໃນ​ການ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ ຫວຽດ​ນາມ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ຫະ​ພັນ ລັດ​ເຊຍ Dmitry Medvede ໄດ້​ຢືນ​ຢັນ​ວ່າ:

        “ພວກ​ເຮົາ​ມີ​ການ​ພົວ​ພັນ​​ຈິງ​ໃຈຢ່າງ​ແທ້​ຈິງ. ມັນ​ແມ່ນ​ຄື​ແນວນັ້ນ​ແທ້. ​ຂ້າ​ພະ​ເຈົ້າ​ເຄີຍແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ກ່ຽວ​ກັບ​ອະ​ນຸ​ສອນ​ເມື່ອເປັນ​ຄັ້ງ​ທຳ​ອິດ​ໄດ້​ພົບ​ປະ​ກັບ​ໝູ່​ເພື່ອນ​ຫວຽດ​ນາມ, ກັບ​ບັນ​ດາ​​ສະ​ຫາຍ​ກ່ອນນີ້​ເຄ​ີຍເຮັດ​ວຽກ​ຢູ່ Leningrad, ໃນ​ນັ້ນ ມີ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທີ່​ພໍ່​ຂອງ​ຂ້າ​ພະ​ເຈົ້າ​​ເປັນ​ຄູສອນ. ນັບ​ແຕ່ນັ້ນ​ມາ​ຮອດ​ປະ​ຈຸ​ບັນ ບໍ່​ມີ​ຫຍັງປ່ຽນ​ແປງ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ໄລ​ຍະ​ຈະ​ມາ​ເຖິງ​ກໍ​ຄື​ແນວນັ້ນ.”

       ຍ້ອນ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ສູງ​ຄື​ແນວນັ້ນ ໄດ້​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ ຫວຽດ​ນາມ ແລະ ລັດ​ເຊຍ ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ທຸກ​ຂົງ​ເຂດ, ບັນ​ລຸ​ໝາກ​ຜົນ​ສຳ​ຄັນ​ຫລາຍ​ຢ່າງ. ນັບ​ແຕ່​ເມື່ອ​ສອງ​ປະ​ເທດ ສ້າງ​ຂອບ​ເຂດ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ ເມື​່​ອ​ເດືອນ 3/2001 ແລະ ພິ​ເສດ ນັບ​ແຕ່​ເມື່ອ​ຍົກ​ການ​ພົວ​ພັນ​ຂຶ້ນ​ສູ່​ລະ​ດັບ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ”ໃນ​ປີ 2012, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃຫມ່​ຢ່າງ​ທາງ​ການ, ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ປະ​ສິດ​ທິ​ຜົນ, ເປັນ​ຕົ້ນ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ ການ​ຄ້າ, ການ​ຮ່ວມ​ມື​ລົງ​ທຶນ ແລະ ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ.

       ການ​ຮ່ວມ​ມື​ສອງ​ຝ່າຍ​ບັນ​ລຸ​ຄວາມ​ຄືບ​ຫນ້າ​ຫລາຍ​ຢ່າງ

        ປີ 2014, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ບັນ​ລຸ​ລະ​ດັບ​ເກືອບ 4 ຕື້ USD, ສູງກວ່າ​ຫລາຍ​ເມື່ອ​ທຽບ​ໃສ່​ລະ​ດັບ 400 ລ້ານ USD ໃນ​ຊຸມ​ປີ 90. ປະ​ຈຸ​ບັນ ລັດ​ເຊຍ ຢືນ​ອັນ​ດັບ 17 ໃນ​ຈຳ​ນວນ 101 ປະ​ເທດ ແລະ ເຂດ​ແຄ້ວນ​ລົງ​ທຶນ​ຢູ່​ຫວຽດ​ນາມ ດ້ວຍ 106 ໂຄງ​ການ ແລະ ຍອດ​ຈຳ​ນວ​ນ​ທຶນ​ຈົດ​ທະ​ບຽນ​ເກືອບ 2 ຕື້ USD. ການ​ລົງ​ທຶນ​ຂອງ ລັດ​ເຊຍ ຢູ່ ຫວຽດ​ນາມ ເພີ່ມ​ຂຶ້ນ​ຢ່າງ​ໄວ​ໃນ​ຊຸມ​ປີ​ຜ່ານ​ມາ, ສ​ຸມ​ໃສ່​ຫລາຍ​ສຸດ​ເຂົ້າ​ໃນ​ຂົງ​ເຂດ​ຂຸດ​ຄົ້ນ​ບໍ່​ແຮ່, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ປະ​ດິດ​ສ້າງ.. ແລະ ສືບ​ຕໍ່​ເປີດກວ້າງ​ໄປ​ຍັງ​ຫລາຍ​ຂ​ົງ​ເຂດ​ໃຫມ່​ຄື: ທະ​ນາ​ຄານ, ໂທ​ລະ​ຄົມ​ມະ​ນາ​ຄົມ, ດ້ວຍ​ໂຄງ​ການ​ໃຫຍ່​ຈຳ​ນວນ​ຫນຶ່ງ​ຄື: ທະ​ນາ​ຄານ ຫວຽດ​ນາມ - ລັດ​ເຊຍ. ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ໄປ​ຍັງ ລັດ​ເຊຍ ເພີ່ມ​ຂຶ້ນ​ຢ່າງ​ໄວ​ໃນ​ຊຸມ​ປີມໍ່ໆ​ມານີ້. ປະ​ຈຸ​ບັນ ຫວຽດ​ນາມ ມີ 19 ໂຄງ​ການ​ລົງ​ທຶນ​ຢູ່ ລັດ​ເຊຍ ດ້ວຍຍອດ​ຈຳ​ນວນ​ທຶນ​ເກືອບ 2,5 ຕື້ USD. ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ຊື່ງ​ລວມ​ມີ: ລັດ​ເຊຍ, ເບ​ລາ​ຣຸດ ແລະ ກາ​ຊັກ​ສະ​ຖານ ໄດ້​ລົງ​ນາມ​ໃນ​ຖະ​ແຫລງ​ການ​ຮ່ວມ​ພື້ນ​ຖານ​ກ່ຽວ​ກັບ​ສິ້ນ​ສຸດການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ ໃນ​ທ້າຍ​ປີ 2014 ຊື່ງ​ຄາດ​ວ່າ ລົງ​ນາມ​ຢ່າງ​ເປັນ​ທາງ​ການ​ໃນ​ປີນີ້.

        ພະ​ລັງ​ງານ ແມ່ນ​ຂົງ​ເຂດ​ຮ່ວມ​ມື ປາຍ​ແຫລມ ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ. ນອກ​ຈາກ Vietsopetro, ສອງ​ປະ​ເທດ ໄດ້​ສ້າງ​ຕັ້ງ​ບັນ​ດາ​ບໍ​ລິ​ສັດ​ຮ່ວມ Rusvietpetro, Vietgazprom, Gazpromviet ເພື່ອ​ເປີດກວ້າງ​ການ​ຮ່ວມ​ມື​ນ້ຳ​ມັນ​ອາຍ​ແກ​ດ​ສ ຢູ່ ຫວຽດ​ນາມ, ລັດ​ເຊຍ ແລະ ປະ​ເທດ​ທີ​ສາມ. ທີ່ການ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຫວຽດ​ນາມກ່ອນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ, ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ຫະ​ພັນ ລັດ​ເຊຍ Dmitry Medvede ເນັ້ນ​ຫນັກ​ວ່າ:

        “ສອງ​ປະ​ເທດ​ພວກ​ເຮົາ ມີ​ການ​ພົວ​ພັນ​​ອຸ​ດົມ​ສົມ​ບູນ​ໃນ​ຂົງ​ເຂດ​ຂຸດ​ຄົ້ນ​ຢູ່​ໄຫລ່​ທະ​ວີບມາ​ແຕ່​ດົນ​ນານແລ້ວ.ການ​ຮ່ວມ​ມື​ທຳ​ອິດ ແມ່ນ​ສ້າງ​ຕັ້ງ​ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ນຳ​້​ມັນ​ອາຍ​ແກ​ສ Vietsopetro. ສິ່ງດັ່ງ​ກ່າວໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ນີ້​ແມ່ນ​ການ​ຮ່ວມ​ມື​ຕ່າ​ງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ບໍ່​ພຽງ​ແຕ່​ບໍ​ລິ​ສັດ Zarubezhneft ເທົ່າ​ນັ້ນ ຫາກ​​ມີ​ກຸ່ມ​ບໍ​ລິ​ສັດ ແລະ ບໍ​ລິ​ສັດ​ຫລາຍ​ແຫ່ງ​ຂອງ​ລັດ​ເຊຍ, ບັນ​ດາ​ລັດ​ວິ​ສາ​ຫະ​ກິດ​ຂະ​ຫນາ​ດ​ໃຫຍ່​ຄື Rosneft ແລະ Gazprom ກໍ​ມີ​ບັນ​ດາ​ຄູ່​ຮ່ວມ​ມື​ຂອງ​ຕົນ​ຢູ່​ ຫວຽດ​ນາມ ແລະ ​ວິ​ສາ​ຫະ​ກິດແຕ່​ລະ​ແຫ່ງໃນ​ຈຳ​ນວນ​ເຫົ່​ຼານັ້ນ ​ພວມ​ດຳ​ເນີນ​​ຊຸກ​ຍູ້​ການ​ຮ່ວມ​ມື.”

       ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ

        ບໍ່​ພ​ຽງ​ແຕ່​ມີ​ການ​ພົວ​ພັນ​ສອງ​ຝ່າຍ, ຫວຽດ​ນາມ ແລະ ລັດ​ເຊຍ ຍັງ​ມ​ີ​ຫລັກ​ໝັ້ນ​ຄ້າຍ​ຄື​ກັນ​ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ, ພິ​ເສດ ມີ​ທັດ​ສະ​ນະ​ຄື​ກັນ​ໃນ​ບັນ​ຫາ​ແກ​້​ໄຂ​ຄວາມ​ຂັດ​ແຍ້ງ​ຜືນ​ແຜ່ນ​ດິນ ຢູ່ ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ. ຫລັກ​ໝັ້ນ​ຂອງ​ລັດ​ເຊຍ ແລະ ຫວຽດ​ນາມ ແມ່ນ​ສັນ​ຕິ​ພາບ, ບໍ່​ນຳ​ໃຊ້​ອາ​ວຸດ ແລະ ເຄົາ​ລົບ​ກົດ​ໝາຍ​ສາ​ກົນ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ. ໃນ​ສະ​ພາບ​ການ​ລັດ​ເຊຍ ພວມ​ຫັນ​ຄວາມ​ເອົ​າ​ໃຈ​ໃສ່​ເຖິງ​ຝ່າຍ​ຕາ​ເວັນ​ອອກ ແລະ ເພີ່ມ​ທະ​ວີ​ບົດ​ບາດ​ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ, ລັດ​ເຊຍ ຕີ​ລາ​ຄາ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ ຢູ່ ພາກ​ພື້ນ ອາ​ຊຽນ ແລະ ຖື​ຫວຽດ​ນາມ ເປັນ​ຂົວ​ຕໍ່​ເພື່ອ​ຊຸກ​ຍູ້​ການ​ພ​ົວ​ພັນ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ.

        ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້ ຂອງ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ຫະ​ພັນ ລັດ​ເຊຍ Dmitry Medvede ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ສຳ​ຫລວດກວດ​ຄືນ​ສະ​ພາບ​ການ​ປະ​ຕິ​ບັດ​ບັນ​ດາ​ຫນ້າ​ທີ່​ບຸ​ລິ​ມະ​ສິດ​ປີ 2014 ແລະ ເປັນ​ເອ​ກະ​ພາບ​ຜັນ​ຂະ​ຫຍາຍ​ບັນ​ດາ​ຫນ້າ​ທີບຸ​ລິ​ມະ​ສິດ 2015, ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ທີ່​ບັນ​ລຸ​ໄດ້, ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ​ສາ​ກົນ​ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ການຢ້ຽມ​ຢາມ ເພື່ອ​ປະ​ກອບ​ສ່ວນ​ປັບ​ປຸງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ລັດ​ເຊຍ, ເພີ່ມ​ຄວາມ​ເຂົ້າ​ໃຈ ແລະ ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ