ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ບຣາຊິນ

(VOVWORLD) - ໃນເວລາກວ່າ 34 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດມາຮອດປະຈຸບັນ, ການພົວພັນ ຫວຽດນາມ - ບຣາຊິນ ໄດ້ພັດທະນາຢ່າງເລິກເຊິ່ງ, ບັນລຸປະສິດທິຜົນ
ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ບຣາຊິນ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພວມດຳເນີນການເຄື່ອນໄຫວຫຼາຍຢ່າງໃນຂອບເຂດການຢ້ຽມຢາມ ສ.ສະຫະພັນ ບຣາຊິນ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານປະທານາທິບໍດີ ບຣາຊິນ Lula da Silva ແຕ່ວັນທີ 23-26 ກັນຍາ. ການຢ້ຽມຢາມ ບຣາຊິນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣາຊິນ ໃຫ້ເລິກເຊິ່ງ ແລະ ບັນລຸປະສິດທິຜົນກວ່າເກົ່າ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແມ່ນການນຳພັກ ແລະ ລັດຖະບານ ຫວຽດນາມ ຜູ້ທຳອິດໄປຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ, ນັບແຕ່ການຢ້ຽມຢາມເມື່ອປີ 2007 ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ນົງດຶກແມ້ງ. ສະນັ້ນ, ການຢ້ຽມຢາມ ບຣາຊິນ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ມີຄວາມໝາຍສຳຄັນຍິ່ງຕໍ່ການຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນອະນາຄົດ.

ບຣາຊິນ - ຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ຢູ່ ອາເມລິກາໃຕ້

ຫວຽດນາມ ແລະ ບຣາຊິນ ໄດ້ສ້າງຕັ້ງສາຍພົວພັນທາງການທູດໃນວັນທີ 08 ພຶດສະພາ 1989, ຫວຽດນາມ ໄດ້ເປີດສະຖານທູດປະຈຳ Brasilia ໃນປີ 2000; ບຣາຊິນ ໄດ້ເປີດສະຖານທູດປະຈຳ ຮ່າໂນ້ຍ ໃນປີ 1994. 2 ປະເທດໄດ້ສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານໃນເດືອນ ພຶດສະພາ ປີ 2007. ໃນເວລາກວ່າ 34 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດມາຮອດປະຈຸບັນ, ການພົວພັນ ຫວຽດນາມ - ບຣາຊິນ ໄດ້ພັດທະນາຢ່າງເລິກເຊິ່ງ, ບັນລຸປະສິດທິຜົນ ບົນພື້ນຖານການແບ່ງປັນບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ການຮ່ວມມື ແລະ ພັດທະນາ. 2 ຝ່າຍໄດ້ມານະພະຍາຍາມຊຸກຍູ້ການຢ້ຽມຢາມທຸກຂັ້ນ. ກ່ຽວກັບການພົວພັນຫຼາຍຝ່າຍ, 2 ປະເທດໄດ້ແບ່ງປັນທັດສະນະລວມໃນຫຼາຍບັນຫາສາກົນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ພ້ອມກັບການຮ່ວມມືດ້ານການທູດ, 2 ປະເທດກໍ່ມີບັນດາກົນໄກຮ່ວມມືໃນຂົງເຂດປ້ອງກັນຊາດ, ກະສິກຳ, ວິທະຍາສາດເຕັກໂນໂລຊີ, ການສຶກສາບຳລຸງສ້າງ, ວັດທະນະທຳ...

ສຳລັບ ຫວຽດນາມ, ບຣາຊິນ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນອັນດັບ 1 ຢູ່ພາກພື້ນ ອາເມລິກາໃຕ້. ດ້ວຍທີ່ຕັ້ງພູມສາດທີ່ກວ້າງໃຫຍ່ ຢືນອັນດັບທີ 5 ໃນໂລກ ແລະ ມີປະຊາກອນກວ່າ 211 ລ້ານຄົນ, ບຣາຊິນ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຢ່າງແທ້ຈິງສຳລັບວິສາຫະກິດ ຫວຽດນາມ. ບຣາຊິນ ກໍ່ແມ່ນປະຕູເພື່ອໃຫ້ ຫວຽດນາມ ມຸ່ງໄປເຖິງບັນດາຕະຫຼາດ ອາເມລິກາລາຕິນ. ກົງກັນຂ້າມ, ຫວຽດນາມ ແມ່ນປະຕູເພື່ອໃຫ້ບັນດາວິສາຫະກິດ ບຣາຊິນ ແຊກຊຶມເຂົ້າຕະຫຼາດ ອາຊຽນ ແລະ ບັນດາປະເທດ ອາຊີ ອື່ນໆ. ຫວຽດນາມ ໄດ້ສົ່ງອອກບັນດາສິນຄ້າໄປຍັງ ບຣາຊິນ ເຊັ່ນ: ສິນໃນນ້ຳ, ເຂົ້າສານ, ເຫຼັກກ້າ, ເຄື່ອງອາໄຫຼ່ເອເລັກໂຕນິກ... ບຣາຊິນ ໄດ້ສົ່ງອອກບັນດາຜະລິດຕະພັນໄປ ຫວຽດນາມ, ເຊັ່ນ: ຢາງປຼາດສະຕິກ, ຊີ້ນປະເພດຕ່າງໆ, ຢາງພາລາ, ເສັ້ນຝ້າຍເສັ້ນໄໝ... ໃນປີ 2022, ວົງເງິນການຄ້າລະຫວ່າງ ຫວຽດນາມ - ບຣາຊິນ ບັນລຸລະດັບສະຖິຕິ 6,78 ຕື້ USD.

ເປີດໂອກາດໃຫ້ແກ່ການຮ່ວມມືໃນຫຼາຍຂົງເຂດ

ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດໃນປີ 2024, ຫວຽດນາມ ແລະ ບຣາຊິນ ພວມສືບຕໍ່ເພີ່ມທະວີການຮ່ວມມື 2 ຝ່າຍຫຼາຍກວ່າເກົ່າ, ເສີມຂະຫຍາຍກົນໄກຄະນະກຳມະການປະສົມ ແລະ ກົນໄກທາບທາມຄວາມເຫັນດ້ານການເມືອງ, ເປີດກວ້າງການໂອ້ລົມສົນທະນາ ແລະ ເຊື່ອມຕໍ່ບັນດາກະຊວງ, ຂະແໜງການ, ວິສາຫະກິດຂອງ 2 ປະເທດ, ພິເສດແມ່ນໃນຂົງເຂດການຄ້າຜະລິດຕະພັນກະເສດ, ການຮ່ວມມື ລະຫວ່າງບັນດາທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງບັນດາ ອົງການມິດຕະພາບ.

ຍູ້ແຮງການຮ່ວມມື 2 ຝ່າຍແມ່ນເນື້ອໃນຕົ້ນຕໍໃນໂຄງການດຳເນີນງານໃນການຢ້ຽມຢາມ ບຣາຊິນ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ. ບໍ່ພຽງແຕ່ເທົ່ານັ້ນ, ການຢ້ຽມຢາມ ບຣາຊິນ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຍັງເປີດບັນດາໂອກາດຮ່ວມມືໃຫ້ທັງ 2 ຝ່າຍໃນຂົງເຂດຕ້ານການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແຫຼ່ງພະລັງງານໃໝ່, ການຫັນເປັນດີຈີຕອນ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຄ້ຳປະກັນສະບຽງອາຫານ, ສ້າງຄວາມສະເໝີພາບ ໃນການພົວພັນສາກົນ.... ນັ້ນແມ່ນບັນດາຂົງເຂດທີ່ 2 ຝ່າຍໄດ້ແບ່ງປັນ ຍ້ອນມີທັດສະນະຄ້າຍຄືກັນຫຼາຍຢ່າງ.

ໃນຂອບເຂດການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ເວທີປາໄສວິສາຫະກິດ ຫວຽດນາມ - ບຣາຊິນ ໄດ້ນຳມາເຊິ່ງຄວາມໝາຍຢ່າງແທດຈິງໃຫ້ແກ່ເລື່ອງຊອກຮູ້ໂອກາດ, ຄວາມອາດສາມາດຮ່ວມມື ແລະ ລົງທຶນຂອງວິສາຫະກິດ 2 ຝ່າຍ.

ການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນເພື່ອແນໃສ່ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືຫຼາຍດ້ານເລິກເຊິ່ງຂຶ້ນຕື່ມ, ນຳການພົວພັນ 2 ຝ່າຍໃຫ້ເຂົ້າສູ່ລວງເລິກ ແລະ ບັນລຸປະສິດທິຜົນກວ່າ. ກ່ອນທີ່ 2 ປະເທດຈະຈັດພິທີສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດໃນປີ 2024, ໝາກຜົນຂອງການຢ້ຽມຢາມ ບໍ່ພຽງແຕ່ຊ່ວຍໃຫ້ ການຈັດພິທີສະເຫຼີມສະຫຼອງມີຄວາມແທດຈິງກວ່າເກົ່າເທົ່ານັ້ນ, ຫາກຍັງກຳນົດທິດໃຫ້ແກ່ພາລະກິດ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣາຊິນ ໃຫ້ຂຶ້ນສູ່ລະດັບສູງໃໝ່ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ