ຊຸກຍູ້ການພົວພັນຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ - ກຳປູເຈຍ

        ​(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ, ທ່ານນາຍົກ​​ລັດຖະມົນຕີ​ລາຊະ​ອານາຈັກ ກຳປູ​ເຈຍ Samdech Akka Moha Sena Padei Techo Hun Sen ພ້ອມ​​ກັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານລາຊະ​ອານາຈັກ ກຳປູ​ເຈຍ ​ໄດ້​ມາຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 20 21/12/2016. ການ​ຢ້ຽມຢາມ​ຄັ້ງ​ນີ້ ​ແນ​ໃສ່​ຢືນ​ຢັນຄວາມ​ຕັດສິນ​ໃຈ​ຂອງ​ການ​ນຳ 2 ປະ​ເທດ​ແມ່ນ​ເພີ່ມ​ທະວີ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງມິດຕະພາບ​ທີ່​ເປັນ​ມູນ​ເຊື້ອອັນ​ດີງາມ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ ຢ່າງ​ບໍ່​ຢຸດ​ຢັ້ງ.

ຊຸກຍູ້ການພົວພັນຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ - ກຳປູເຈຍ - ảnh 1
ທ່ານນາຍົກ​​ລັດຖະມົນຕີ​ລາຊະ​ອານາຈັກ ກຳປູ​ເຈຍ
Samdech Hun Sen ​ມາຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​
(ພາບ: VGP)

ກາ​ນພົວພັນ ຫວຽດນາມ - ກ​ຳປູ​ເຈຍ ​​ໄດ້​ແຕ່​ດົນ​ນານ​ມາ​ແລ້ວ, ຄວາມສະໜິດ​ຕິດ​ພັນ​ກ່ຽວ​ກັບ​ພູມ​ສາດ​ພ້ອມ​ດ້ວຍ​ບັນດາຈຸດ​ທີ່ຄ້າຍຄື​ກັນ​ຂອງ​ພື້ນຖານ​ວັດທະນະທຳ ​ແລະ ຜົນ​ປະ​ໂຫຍ​ດລວມ ກໍ່​ແມ່ນປັດ​ໃຈ​ສ້າງ​​ເປັນ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງລະຫວ່າງ 2 ປະ​ເທດ. ​ໃນ​ໄລຍະ​ປະຈຸ​ບັນ, ຫວຽດນາມ ​ແລະ ກຳປູ​ເຈຍ ລ້ວນ​​ແຕ່​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປີດ​ກ້ວາງ, ຫັນ​ບັນດາ​ການ​ພົວພັນ​ສາກົນ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ແລະ ຫລາຍ​ຝ່າຍ, 2 ຝ່າຍລ້ວນ​ແຕ່​ຖື​​ເລື່ອງ​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດເປັນ​ສຳຄັນ​ທີ່​ສຸດ.

ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ

        ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມລວມຂອງ 2 ປະ​ເທດ, ​ໃນ​ຊຸ​ມປີ​ ຜ່ານ​ມາ, ການ​ພົວພັນ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ອັນ​ດີງາມ​ທັງ​ລວງ​ກ້ວາງ ​ແລະ ​​ລວງ​ເລິກ, ກາຍ​ເປັນ​ປັດ​ໃຈ​ສຳຄັນ​ຢ່າງ​ແທ້​ຈິງ, ປະກອບສ່ວນ​ສ້າງ​ສະພາບ​​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ອັນ​ຍາວ​ນານ ​ເພື່ອ​ຍູ້​ແຮງ​ກາ​ນພັດທະນາ​ເສດຖະກິດ - ສັງຄົມ, ຮັບປະກັນ​ເອກະລາດ, ອະທິປະ​ໄຕ​ແຫ່ງ​ຊາດ​ຂອງ​ແຕ່ລະ​ປະ​ເທດ. ມາ​ຮອດ​ປະຈຸ​ບັນ, 2 ປະ​ເທດ​ໄດ້​ກຳນົດ​ຂອບ​ເຂດ​ການ​ພົວພັນ​ຮ່ວມ​ມື “ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ຄວາມມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ກາ​ນຮ່ວມ​ມື​ຮອບດ້ານ ​ໝັ້ນຄົງຍາວ​ນານ”.

        ​ໃນ​ໄລຍະ​ຜ່ານ​ມາ, ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ໄດ້​ຮັບ​ການ​ຮັກສາ​ທັງ​ຢູ່​ຂັ້ນ​ສູງ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ການ​ນຳ ​ແລະ ປະຊາຊົນ 2 ປະ​ເທດກ່ວາ​ອີກ. ປີ 2016, 2 ຝ່າຍຕັ້ງໜ້າ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຕື່ມ​ອີກ. ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະ​ຫວ່າງ 2 ປະ​ເທດ ​​ໄດ້ບັນລຸ​ບັນດາ​ຜົນງານທີ່​ໜ້າ​ຮັບຮອງ, ຫວຽດນາມ ​ແມ່ນ​ນັກ​ລົງທຶນ​ໃຫຍ່​ອັນ​ດັບ​ທີ 5 (ຖັດຈາກ​ ຈີນ, ສ.​ເກົາຫຼີ, ສະຫະພາບ​ ​ເອີ​ລົບ ​ແລະ ມາ​ເລ​ເຊຍ) ​ໃນ​ຈຳນວນ 50 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ທີ່​ລົງທຶນ​ເຂົ້າ ກຳປູ​ເຈຍ ດ້ວຍ 183 ​ໂຄງການ​ ລວມ​ຍອດ​ຈຳນວນທຶນ​ຈົດ​ທະບຽນ​ແມ່ນ​ເກືອ​ບ 3 ຕື້ USD. ກຳປູ​ເຈຍ ມີ 12 ​ໂຄງການ​ຍັງ​ມີ​ຜົນ​ສັກສິດ​ລົງທຶນ​ເຂົ້າ ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ກ່ວາ 54 ລ້ານ USD ຢື່ນອັນ​ດັບ​ທີ 49 ​ໃນ​ຈຳ​ຈວນ 103 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນມີ​ການ​ເຄື່ອນ​ໄຫວ​ລົງທຶນ​ເຂົ້າ ຫວຽດນາມ. ການ​​ເຄື່ອນ​ໄຫວ​ລົງທຶນ​ຂອງ ຫວຽດນາມ ​ຢູ່ ກຳປູ​ເຈຍ ​ແມ່ນ​ໃນ 15 ຂົງ​ເຂດ. ​ໃນ​ນັ້ນ ສຸມ​ໃສ່​ຫລາຍ​ທີ່​ສຸດ​ໃນຂົງ​ເຂດ​ກະສິກຳ, ​ປ່າ​ໄມ້, ພະລັງງານ, ການ​ເງິນ, ທະນາ​ຄານ, ປະກັນ​ໄພ, ​ໂທລະຄົມ​ມະ​ນາ​ຄົມ, ​ການ​ປຸງ​ແຕ່ງ, ການຂົນ​ສົ່ງ, ການ​ສົ່ງ​ອອກ​ - ນຳ​ເຂົ້າ, ສາທາລະນະ​ສຸກ, ການ​ກໍ່ສ້າງ…

ຊຸກຍູ້ການພົວພັນຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ - ກຳປູເຈຍ - ảnh 2
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ ແລະ 
ທ່ານນາຍົກ​​ລັດຖະມົນຕີ​ລາຊະ​ອານາຈັກ ກຳປູ​ເຈຍ Samdech Hun Sen 
(ພາບປະກອບ / TTXVN)

     ຫວຽດນາມ ​ແລະ ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ 3 ຂອງ ກຳປູ​ເຈຍ. ​ໄລ່​ຮອດ​ໝົດ​ເດືອນ 10/2016, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ​ເກືອບ 2,4 ຕື້USD, ​ໃນ​ນັ້ນ​ວົງ​ເງິນ​ສົ່ງ​ອອກ​ຂອງ ຫວຽດນາມ​ໄປ​ຍັງ ກຳປູ​ເຈຍ ບັນລຸ 1,8 ຕື້USD. ກ່ຽວ​ກັບ​ດ້ານ​ການທ່ອງທ່ຽວ, ປີ 2015 ຈຳນວນ​ນັກ​ທ່ອງ​ທ່ຽວ ຫວຽດນາມ​ໄປ ກຳປູ​ເຈຍ ​ແມ່ນປະມານ 1 ລ້ານ​ເທື່ອ​ຄົນ (​ເພີ່ມຂຶ້ນ 9,9%), ​ໃນ​ຂະນະ​ນັ້ນ, ຈຳນວນ​ນັກ​ທ່ອງ​ທ່ຽວ ກຳປູ​ເຈຍ ມາ ຫວຽດນາມ ​ແມ່ນ 210.000 ​ເທື່ອ​ຄົນ. ​ໃນ 10 ​ເດືອນ​ຕົ້ນ​ປີ 2016, ຈຳນວນ​ນັກ​ທ່ອງ​ທ່ຽວ ກຳປູ​ເຈຍ​ມາ ຫວຽດນາມ ​ແລະ  ​ຈຳນວນ​ນັກ​ທ່ອງ​ທ່ຽວ ຫວຽດນາມ ​ໄປ ກຳປູ​ເຈຍ ລ້ວນ​ແຕ່​ເພີ່ມ​ຂຶ້ນ​ຫຼາຍ​ພໍ​ສົມຄວນ. ຄຽງ​ຂ້າງ​ນັ້ນ, ບັນດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ເຊັ່ນ: ຄະນະ​ກຳມະການ​ປະສົມ ຫວຽດນາມ - ກຳປູ​ເຈຍ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ວິທະຍາສາດ​ເຕັກນິກ, ກອງ​ປະຊຸມ​ຮ່ວມ​ມື ​ແລະ ພັດທະນາ​ບັນດາ​ແຂວງ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ ​ໄດ້​ຮັບ​ການ​ປະຊຸມ​ເປັນ​ປະຈຳ.

        ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ກໍ່​ໄດ້ຮັບ​ຄວາມ​​ເອົາ​ໃຈ​ໃສ່ຊຸກຍູ້​ການຮ່ວມ​ມື, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ວັດທະນະທຳ, ການ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ຈັດການ​ພົບ​ປະ​ເປັນ​ປະຈຳ, ລົງ​ນາມ​ໃນ​ແຜນການ​ຮ່ວມ​ມື​ປະຈຳ​ປີ.

​ເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ​ກວ່າ​ອີກ

        ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັບ​ການ​ເພີ່ມ​ທະວີ, ສອງ​ຝ່າຍ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແກ້​ໄຂ​ບັນດາ​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຊາຍ​ແດນ, ​ເພີ່ມ​ທະວີ​ການ​ລາດຕະ​ເວນ​ລວມບົນ​ທະ​ເລ, ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ວຽກ​ງານ​ຊອກ​ຫາ​ອັດຖິ​ນັກຮົບ​ອາສາ​ສະໝັກ ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ໃນ​ໄລຍະ​ສົງຄາມ​ຢູ່ ກຳປູ​ເຈຍ; ສືບ​ຕໍ່​ຢືນຢັນ​ຫຼັກການ​ບໍ່​ອະນຸຍາດ​ໃຫ້​ບໍ່​ວ່າ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ໃດໆ​ນຳ​ໃຊ້​ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ນີ້​ເພື່ອ​ຕ້ານ​, ທຳລາຍ​ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ອື່ນ. ສອງ​ຝ່າຍ​ສູ້​ຊົນ ປະຕິບັດ​ສຳ​ເລັດ​ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍຊາຍ​ແດນ​ທາງບົກ​ໃນ​ໄລຍະ​ເວລາ​ໄວ​ທີ່​ສຸດ ​ເພື່ອ​ແນ​ໃສ່​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສອງ​ປະ​ເທດ​ໃຫ້​ເປັນ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ.

        ບົນ​ພື້ນຖານ​ສາຍ​ພົວພັນ​ອັນ​ດີງາມ​ນັ້ນ, ການ​ຢ້ຽມຢາມ ຫວຽດນາມ​ ຄັ້ງ​ນີ້ຂອງ​ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Samdech Hunsen  ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ການ​ນຳ ຫວຽດນາມ ​ແລະ ກຳປູ​ເຈຍ ​ແຈ້ງ​ໃຫ້​ກັນຊາ​ບ ກ່ຽວ​ກັບ​ສະພາບ​ການ​ຢູ່​ແຕ່ລະ​ປະ​ເທດ ກໍ່​ຄື​ແລກປ່ຽນ​ບາງ​ບັນຫາ​ໃນ​ການ​ພົວພັນ​ສອງ​ຝ່າຍ. ການ​ຢ້ຽມຢາມ​ຈະ​ນຳ​ການ​ພົວພັນ ຫວຽດນາມ - ກຳປູ​ເຈຍ​ໃຫ້​ນັບ​ມື້​ນັບ​ພັດທະນາ.

 

 

 

ຂ່າວ/ບົດ​ອື່ນ