ຊຸກຍູ້ການພົວພັນຮ່ວມມືຫລາຍດ້ານລະຫວ່າງຫວຽດນາມ ແລະ ຣູມານີ

(vovworld)- ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣູ​ມາ​ນີ   Dacian Ciolos ພວມ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 11-14/7/2016 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ. ການ​ຢ້ຽມ​ຢາມ​ແມ່ນ​ເຫດ​ການ​ການ​ເມືອງ​ສຳ​ຄັນ, ເປັ​ນ​ຂີດ​ໝາຍ​ໃຫມ່​ໃນ​ການ​ພົວ​ພັນ​ສອງ​ຝ່າຍ.
ຊຸກຍູ້ການພົວພັນຮ່ວມມືຫລາຍດ້ານລະຫວ່າງຫວຽດນາມ ແລະ ຣູມານີ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣູ​ມາ​ນີ   Dacian Ciolos ແລະ
​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ
ພາບ:TTXVN

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣູ​ມາ​ນີ   Dacian Ciolos ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ພົບ​ປະ​ກັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ຄະ​ນະ​ບ​ໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽ​ນ​ຟູ​ຈ້ອງ, ທ່ານປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ​ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີ​ມ​ເງິນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣູ​ມາ​ນີ   Dacian Ciolos ພ້ອມ​ກັບ​ບັນ​ດາ​ການ​ນຳ​ຫວຽດ​ນາມ ເຂົ້າ​ຮ່ວມ ແລະ ກ່າວ​ປາ​ໄສ​ທີ່​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ - ຣູ​ມາ​ນີ ຊື່ງໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ໃນ​ໂອ​ກາດນີ້.

ການ​ພົວ​ພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ​ມີ​ມາ​ແຕ່​ດົນ​ນານ

ຣູ​ມາ​ນີ ແລະ ຫວຽດ​ນາມ ມີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ. ໃນ​ຊ​ຸມ​ປີ​ຕົ້ນ​ທົດ​ສະ​ວັດ​ທີ 50, ຫວຽດ​ນາມ ແລະ ຣູ​ມາ​ນີ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ ນັບ​ແຕ່​ໄລ​ຍະນັ້ນ​ເປັນ​ຕົ້ນ​ໄປ, ສອ​ງ​ປະ​ເທດ​ໄດ້​ເພີ່ມ​ພູນຄູນ​ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມນັ້ນ​ຢ່າງບໍ່​ຢຸດ​ຢັ້ງ. ສອງ​ຝ່າຍ​ໄດ້​ແລກ​ປ່ຽ​ນບັນ​ດາຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ສ້າງ​ກຳ​ລັງ​ຫນູນ​ຢ່າງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ. ​ປີ 2009, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ຢາ​ຄຽມ ໄດ້​ໄປ​ຢ້ຽມ​ຢາມ ຣູ​ມາ​ນີ ແລະ ປີ 2014, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ ໄປ​ຢ້ຽມ​ຢາມ ຣູ​ມາ​ນີ. ພ້ອມ​​ນັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຣູ​ມານີ Ion Iliescu  ​ມາຢ້ຽມ​ຢາມ​ຫວຽດ​ນາມ​ເມື່ອ ປີ 2002, ທ່ານ Korodi Attila ​ປະ​ທານ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ສະ​ພາ​ຕ່ຳ ຣູ​ມານີ​​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ເມື່ອ​ປີ 2011.

ບົນ​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມນັ້ນ​, ຫວຽດ​ນາມ ແລະ ຣູ​ມາ​ນີ ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການບໍ່​ປະ​ຈຳ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ. ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື ອາ​ຊີ -ເອີ​ລົບ (ASEM), ສອງ​ຝ່າຍ​ຮ່ວມ​ກັນ​​ໃນ​ກາ​ນອຸ​ປະ​ກະ​ລະ​ຂໍ້​ລິ​ເລີ່ມ​ຂອງ ຮູງ​ກາ​ຣີ ກ່ຽວ​ກັບ​ບົດ​ບາດ​ຂ​ອງ​ແຫລ່ງ​ນ້ຳ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ພາກ​ພື້ນ​ແບບ​ຍືນ​ຍົງ. ມາ​ຮອດ​ປະ​ຈຸ​ບັນ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ສອງ​ຝ່າຍ 7 ສະ​ບັບ ເພື່ອ​ສ້າງກອບ​ກົດ​ໝາຍ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ ແລະ ຣູ​ມາ​ນີ ໃນ​ໄລ​ຍະ​ຜ່ານ​ມາ ໄດ​້​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ. ປີ 2015 ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 175,6 ລ້ານ USD, ເພີ່ມ​ຂຶ້ນ 16% ເມື່ອ​ທຽບ​ໃສ່​ປີ 2014. ນັບ​ແຕ່​ປີ 2010, ຣູ​ມາ​ນີ  ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ກຸ່ມ​ບັນ​ດາ​ຕະ​ຫລາດ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ໃຫຍ່​ຂອງ​ຫວຽດ​ນາມ ດ້ວຍ​ປະ​ລິ​ມານ 12.000 ໂຕນ/ປີ. ການ​ພ​ົວ​ພັນ​ຮ່ວມ​ມື​ລົງ​ທຶ​ນ​ລະ​ຫວ່າງ​ສອງ​ປະ​ເທດ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ. ຮອດ​ທ້າຍ​ປີ 2015 ຣູ​ມາ​ນີ ມີ 3 ໂຄງ​ການ FDI ຢູ່ ຫວຽດ​ນາມ ດ້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ແມ່ນ 2,1 ລ​້ານ USD.

ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ແມ່ນ​ຈຸດ​ພົ້ນ​ເດັ່ນ

ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ບຳ​ລຸງ​ສ້າງ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຣູ​ມາ​ນີ. ປີ 1995, ສອງ​ປະ​ເທດ​ໄດ້​ລົງ​ນາມ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື: ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ ແລະ ກິ​ລາ, ຕາມນັ້ນ​ແລ້ວ ແຕ່​ລະ​ປີ ຣູ​ມານ​ີ ມອບ​ ທຶນ​ການສຶກ​ສາມະ​ຫາ​ວິ​ທະ​ຍາ​ໄລ ແລະ ເຫນືອ​ມະ​ຫາ​ວິ​ທະ​ຍາ​ໄລ​ໃຫ້​ແກ່​ຫວຽດ​ນາມ 10 ທຶນ. ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ໂຄງ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ໄລ​ຍະ 2013-2016 ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ຣູ​ມາ​ນີ ເມື່ອ​ປີ 2013. ແຕ່​ປີ 2006, ລັດ​ຖະ​ບານ ຣູ​ມາ​ນີ ໄດ້​ສ້າງ​​ລາຍ​ການມອບ​ທຶນການ​ສຶກ​ສາ​ບຳ​ລຸງ​ສ້າງ​ປະ​ລິ​ຍາ​ເອກ​ໃຫ້​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ ຝ​ລັ່ງ, ໃນ​ນັ້ນ ມີ​ຫວຽດ​ນາມ. ເດືອນ 10/2006,

 ກຸ່ມ​ບໍ​ລິ​ສັດ PetroVietnam ແລະ  Petroconsult ຂອງ​ຣູ​ມາ​ນີ ໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ບຳ​ລຸງ​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ການ​ເຄື່ອນ​ໄຫວ​ທົດ​ລອງ​ໂຮງ​ງານ​ກັ່ນ​ນ້ຳ​ມັນ ຢູ່ ຣູ​ມາ​ນີ ແລະ ມີ​ຜູ້​ຊ່ຽວ​ຊານ ຣູ​ມາ​ນີ 56 ຄົນ ໄດ້​​ໄປເຮັດ​ວຽກ​ຢູ່​ໂຮງ​ງານ​ໃນ​ໄລ​ຍະ​ເຄື່ອນ​ໄຫວ​ທົດ​ລອງ​ໂຮງ​ງານ​ດັ່ງ​ກ່າວ.  ນອກ​ນັ້ນ ໃນ​ໄລ​ຍະ 2003 – 2009, ຣູ​ມາ​ນີ ໄດ້​ບຳ​ລຸງ​ສ້າງ​ໃຫ້  Petrovietnam  ນັກ​ວິ​ສາ​ວະ​ກອນ 35 ຄົນ. ປ​ະ​ຈຸ​ບັນ, ມີ​ນັກ​ສຶກ​ສາ​ຫວຽດ​ນາມ 50 ຄົນ​ພວມ​ຮ່ຳ​ຮຽນ​ຢູ່ ຣູ​ມາ​ນີ ແລະ ມີ​ກຳ​ມະ​ກອນ​ຫວຽດ​ນາມ ປະ​ມານ 450 ຄົນ​ພວມ​ເຮັດ​ວຽກ​ຢູ່​ບັນ​ດາ​ໂຮງ​ງານ​, ກິດ​ຈະ​ກຳ​ກໍ່​ສ້າງ​ຕ່າງໆຂອງ​ຣູ​ມາ​ນີ. ວົງ​ຄະ​ນາ​ຍາດ​ຊາວ​ຫວຽດ​ນາມ ຢ​ູ່ ຣູ​ມາ​ນີ ປະ​ມານ 500 ຄົນ ເຊື່ອມ​ຕົວ​ກັບ​ສັງ​ຄົມ​ຣູ​ມາ​ນີ​ເປັນ​ຢ່າງ​ດີ ແລະ ຍາມ​ໃດ​ກໍ​ສາ​ມັກ​ຄີ ແລະ ອ​ວ່າຍ​ຫນ້າ​ເມືອ​ຫາ​ປະ​ເທດ​ຊາດ.

ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຣູ​ມາ​ນີ ເພື່ອ​ແນ​ໃສ່​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ການ​ນຳ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ແລະ ຣູ​ມານີ ເພື່ອ​ຊຸກ​ຍູ້​ກາ​ນ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຫລາຍ​ດ້າ​ນ​ລະ​ຫວ່າງ​ສອງ​ປະ​ເທດ. ການ​ຢ້ຽມ​ຢາມ​ກໍ​ຈະ​ເພີ່​ມທະວີ​ການ​ພົວ​ພັນ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ​ສອ​ງ​ປະ​ເທດ​ໃນ​ອະ​ນາ​ຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ