ຊຸກຍູ້ການຮ່ວມມືກັບ ມຽນມາ, ຕັ້ງຫນ້າສົມທົບກັນໃນກົນໄກຮ່ວມມືອາຊຽນ

(vovworld)-- ວັນ​ທີ 5/9, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ມຽນມາ Thura U Shwe Mann ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊີງ​ຮຸ່ງ. ຕໍ່​ຈາກ​ການ​ເຄື່ອນ​ໄຫວ​​ແລກປ່ຽນ​ຄະນະ​ຜູ້​ແທນສອງ​ຝ່າຍຕ່າ​ງໆ​ ກໍ​ຄື​ໃນ​ຂອບ​ເຂດ ອາ​ຊຽນ ​ໃນ​ໄລຍະ​ຜ່ານ​ມາ, ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້ ຂອງ​ປະທານ​ສະພາ​ແຫ່ງ​ຊາດ ມຽນມາ Thura U Shwe Mann ​ເປັນ​ຂີດ​ໝາຍ​ສຳຄັນ ​ເພື່ອ​ສ້າງ​ກົນ​ໄກ​ສົມທົບ​ກັນລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ, ສ້າງ​​ເງື່ອນ​ໄຂ​ສະດວກ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ.

ຊຸກຍູ້ການຮ່ວມມືກັບ ມຽນມາ, ຕັ້ງຫນ້າສົມທົບກັນໃນກົນໄກຮ່ວມມືອາຊຽນ - ảnh 1
ປະທານ​ສະພາ​ແຫ່ງ​ຊາດ ມຽນມາ Thura U Shwe Mann ​

        ຫວຽດນາມ ​ແລະ ມຽນມາ ​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ ​ແຕ່​ເດືອນ 5/1975, ​ແລະ ປີ 2015 ສອງ​ປະ​ເທດ​ຈະ​ສະ​ເຫລີ​ມສະຫລອງ 4 ທົດ​ສະ​ວັດແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​. ​ໃນ​ຊຸມ​ປີຜ່ານມາ, ສອງ​ປະ​ເທດ ຕັ້ງຫນ້າ​ປັບປຸງ ​ແລະ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ. ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນຂັ້ນ​ສູງ​​ກໍ່ໄດ້​ຮັບ​ການ​ປະຕິບັດ ຫລາຍ​ຄັ້ງ ຄື: ການ​ຢ້ຽມຢາມ ມຽນມາ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ (4/2010), ການ​ຢ້ຽມຢາມ​ ຫວຽດນາມ ຂອງ​ປະທານາທິບໍດີ ມຽນມາ Thein Sein ​ເດືອນ 3/2012 ​ແລະ ການ​ຢ້ຽມຢາມ ຫວຽດນາມ ​​ ຂອງ​ປະທານ​ສະພາ​ແຫ່ງ​ຊາດ ມຽນມາ Khin Aung Myint ເມ່ືອ​ເດືອນ 6/2012, ການ​ຢ້ຽມຢາມ ມຽນມາ ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ຊີງ​ຮຸ່ງ ​ເມື່ອ​ເດືອນ 7/2013. ສອງ​ຝ່າຍ ກໍ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນ​ດ້ານ​ການ​ເມືອງ 2 ຄັ້ງ​ເປັນ​ປະຈຳລະຫວ່າງ 2 ກະຊວງ ການ​ຕ່າງປະ​ເທດ.

        ບັນດາ​ເງື່ອ​ນ​ໄຂ​ສະດວກ​ເພື່ອ​​ເພີ່​ມທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ

        ​​ເລື່ອງ​ສະພາ​ແຫ່ງ​ຊາດ ມຽນມາ ຫາກ​ໍ່​ໄດ້​ຮັບ​ການ​ເລ​ືອກຕັ້ງຄືນ​ໃຫມ່ ພາຍຫລັງ 20 ປີ ​ແລະ ພິ​ເສດ, ລັດຖະບານ​ ມຽນມາ ​ໂດຍ​ປະທານາທິບໍດີ Thein Sein ນຳ​ຫນ້າ ພວມ​ມີ​ບາດກ້າວ​ຕັ້ງຫນ້າ​ໃນ​ນະ​ໂຍບາຍ​​ພາຍ​ໃນ ​ແລະ ​ຕ່າງປະ​ເທດ, ຍູ້​ແຮງ​ວິວັດ​ການ​ປະຊາທິປະ​ໄຕ ​ແລະ ​ເຊື່ອມ​ໂຍງ, ​ແມ່ນ​ບັນດາ​ເງ່ືອນ​ໄຂ​ສະດວກ​ທີ່​ສຸດ ​ເພື່ອ​ໃຫ້​ຫວຽດນາມ ​ແລະ ມຽນມາ ​ເພີ່ມ​ທະວີ​ການ​ຮ່ວມ​ມື.

        ​ໃນ​ການ​ຢ້ຽມຢາມ ມຽນມາ ​ເມື່ອ​ເດືອນ 7/2013, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ແລະ ອະດີດ​ປະທານ​ສະພາ​ແຫ​່ງຊາດ ມຽນມາ Khin Aung Myint ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ຄັ້ງ​ທຳ​ອິດ ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ, ສ້າງ​ກອບ​ກົດໝາຍ​ສຳຄັນ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ 2 ຝ່າຍ. ຕາມ​ນັ້ນ​ແລ້ວ, ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດ​ຮຽນ​ນິຕິບັນຍັດ, ຕິດຕາມ​ກວດກາ ​ແລະ ບັນດາ​ບັນຫາ​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ຊຸກຍູ້ ​ແລະ ຕິດຕາມ​ກວດກາ​ການ​ປະຕິ​ບັດ​ບັນດາ​ສັນຍາ,​ຂໍ້​ຕົກລົງ​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ. ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດ​ຕະພາບ ຫວຽດນາມ -ມຽນມາ ​ແລະ ມຽນມາ -ຫວຽດນາມ ຫາ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ແມ່ນ​ຂົວ​ເຊື່ອມຕໍ່​ໃຫ້​ແກ່​ສາຍ​ພົວພັນ​ຮ່ວມ​ມື​ອັນ​ດີງາມນີ.

        ສູ້​ຊົນ​ຍົກ​ວົງ​ເງິນ​ແລກປ່ຽນ​ການ​ຄ້າ​ສອງ​ສົ້ນ

        ຄວາມ​ຈິງ​ແລ້ວ, ການ​ພົວພັນ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ຫວຽດນາມ ​ແລະ ມຽນມາ ພັດທະນາ​ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ 2 ປະ​ເທດ. ສະ​ນັ້ນ ຫນ້າ​ທີ່ຈຸດ​ສຸມ​ໃນ​ໄລຍະ​ປະຈຸ​ບັນ ຊື່​ງການ​ນຳ​ສອງ​ປະ​ເທດ​ໄດ້​ວາງ​ອອກ ​ແມ່ນ​ເຮັດ​ແນວ​ໃດ​ຍົກ​ວົງ​​ເງິນ​ການ​ຄ້າ​ສອງ​ສົ້ນ ຫວຽດນາມ - ມຽນມາ ຂຶ້ນ​ເຖິງ 1 ຕື້ USD ​ໃນ​ປີ 2015 ​ແລະ 2,5 ຕື້ USD ​ໃນ​ປີ 2020. ຫວຽດນາມ ​ແລະ ມຽນມາ ມີ​ຫລາຍ​ມາດ​ຕະການ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ກະສິກຳ ປ່າ​ໄມ້, ລ້ຽງປູກ​ສິນ​ໃນ​ນ້ຳ, ຄົມມະນາຄົມ​ຂົນ​ສົ່ງ ​ແລະ ພະລັງງານ ​ເພື່ອ​ເບິ່ງ​ແຍງ​ສຸຂະພາບ ​ແລະ ວັດທະນະທຳ. ​ໂດຍລະອຽດ ​ແມ່ນຫວຽດນາມ ​ແລະ ມຽນມາ ພວມ​ຊຸກຍູ້​ການ​ຮ່ວມ​ມື​ແຮກສ່ຽວ​ລະຫວ່າງ​ບັນດາ​ແຂວງ, ນະຄອນສອງ​ປະ​ເທດ ​ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ໃນ​ບັນດາ​ຂົງ​ເຂດ​ຊື່​ງ​ແຕ່ລະ​ຝ່າຍ​ມີ​ທ່າ​ໄດ້​ປຽບ. ພົ້ນ​ເດັ່ນ​ຄື​: ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົາ ພວມ​ຊຸກຍູ້​ການ​ຮ່ວມ​ມື​ແຮກສ່ຽວ​ກັບ​ລັດ Tauiathayi ກ່ຽວ​ກັນ​ການ​ຫາ​ສິນ​ທະ​ເລ, ລ້ຽງ, ປູກ ​ແລະ ປຸງ​ແຕ່ງ​ສິນ​ທະ​ເລ. ​ແຂວງ ອານ​ຢາງ ພວມ​ຊຸກຍູ້​ການ​ຮ່ວມ​ມື​ແຮກສ່ຽວ​ກັບ​ລັດ Ayeyarwaddy ກ່ຽວ​ກັບ​ການ​ ປູກ​ເຂົ້າ​ນາທາມ, ລ້ຽງ ​ແລະ ປຸງ​ແຕ່ງ​ສິນ​ໃນ​ນ້ຳ. ນອກ​ນັ້ນ, ນະຄອນ ​ໂຮ່ຈິ​ມີນ ​ແລະ Yangoon ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສາຍ​ພົ​ວພັນ​ມິດຕະພາບ ການ​ຮ່ວມ​ມື​ລະຫວ່າງ 2 ນະຄອນ. ຄຽງ​ຄູ່​ກັນ​ນັ້ນ ສອງ​ຝ່າຍ ກໍ​ໄດ້​ຈັດ​ຕັ້ງ​ງານ​ຕະຫລາດນັດ​ການ​ຄ້າ​ປະຈຳ​ປີ​ ​ເພື່ອ​ແນ​ະນຳ​ຜະລິດ​ຕະພັນ ​ແລະ ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ​ລົງທຶນ. ທ່ານ ຟ້າ​ມກວາງ​ວີ​ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “​ໃນ​ຊຸມ​ປີຜ່ານມາ, ​ເຖິງ​ວ່າ ຫວຽດນາມ ​ແລະ ມຽນມາ ​ໄດ້​ສ້າງ​ບັນດາ​ຂອບ​ເຂດ​ການ​ຮ່ວມ​ມື ​ແລະ ພື້ນຖານ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​​ເສດ​ຖະກິດ, ການ​ຄ້າ​ຕະຫລອດ​ຮອດ​ການ​ເມືອງ, ການ​ຕ່າງປະ​ເທດ,    ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ. ພວກ​ເຮົາ​ພວມ​ຕັ້ງຫນ້າ​​ເສີມ​ຂະຫຍາຍ​ບັນດາ​ຂອບ​ເຂດ​ຮ່ວມ​ມື​ດັ່ງກ່າວ​ກວ່າ​ອີກ.”

        ສົມທົບ​ກັນ​ຢ່າງ​ຕັ້ງຫນ້າ​ໃນ​ກົນ​ໄກ​ຮ່ວມ​ມື​ອາ​ຊຽນ ​ແລະ ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ, ສາກົນ

        ​ໂດຍ​ເປັນ​ສະມາຊິກ​ຂອງ ອາ​ຊຽນ, ມຽນມາ ​ແລະ ຫວຽດນາມ ລ້ວນ​ແຕ່​ພວມ​ຕັ້ງຫນ້າ​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ ຢູ່ ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ, ກໍ​ຄື ບັນດາ​ກົນ​ໄກ​ອື່ນ​ຄື: ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ (GMS) ​ແລະ ກົນ​ໄກ​ຮ່ວມ​ມືລະຫວ່າງ ກຳປູ​ເຈຍ, ລາວ, ມຽນມາ - ຫວຽດນາມ (CLMV). ປີ 2014, ມຽນມາ ພວມ​ດຳ​ລົງ​ຕຳ​ແຫນ່​ງ​ເປັນ​ປະທານ ອາ​ຊຽນ, ຫວຽດນາມ ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອື່ນ ຕັ້ງຫນ້າ​ພ້ອມ​ກັບ ມຽນມາ ສຳ​​ເລັດ​ບົດບາດ​ຂອງ​ຕົນ, ນຳ​ອາ​ຊຽນ ຫັນ​ໄປ​ສູ່​ໄລຍະ​ພັດທະນາ​ໃຫມ່. ທ່ານ ຟ້າ​ມບີ​ງມີ​ງ, ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ຢືນຢັນ​ການ​ສະຫນັບສະຫນູນ ​ແລະ ຕັ້ງຫນ້າ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນກັບ ມຽນມາ ​ເພື່ອ​ສຳ​ເລັດ​ພາລະ​ບົດບາດ​ເປັນ​ປະທານ ອາ​ຊຽນ ​ໃນ​ປີ 2014. ນັ້ນ​ແມ່ນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ​ກຸ່ມ​ອາ​ຊຽນ, ກໍ​ຄື ​ເພີ່ມ​ທະວີ​ບົດບາດ​ເປັນ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ບັນດາ​​ໂຄງ​ປະກອບ​ຂອງ​ພາກ​ພື້ນ. ​ແລະ ພິ​ເສດ ​ແມ່ນ​ເພື່ອ​ໃຫ້ ອາ​ຊຽນ ສາມາດ​ກ້າວ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ໃນ​ປີ 2015.”

        ​ໃນ​ບັນດາ​ບັນຫາ​ພົ້ນ​ເດັ່ນ​ຂອງ​ພາກ​ພື້ນ​ໃນ​ໄລຍະ​ຜ່ານ​ມາ​ຄື: ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ມຽນມາ ຍາມ​ໃດ​ກໍ​​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຫລັກ​ໝັ້ນ​ຂອງ​ອາ​ຊຽນ,​ນັ້ນ​ແມ່ນ ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນຢູ່ ທ​ະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ ຂອງ ສປຊ ປີ 1982 ​ແລະ ກ່ອນ​ອື່ນຕ້ອງ​ຮັກສາຄວາມ​ສາມັກຄີ​ໃນ​ກຸ່ມ​ຢ່າງ​ໝັ້ນຄົງ. ​ໃນ​ສະພາບ​ການ, ທີ່ຫວຽດນາມ ​ເປັນ​ເຈົ້າພາບ​ກອງ​ປະຊຸມ​​ໃຫຍ່ ລັດຖະສະພາ​ລະຫວ່າງ​ຊາດ​ໂລກ (IPU) ຄັ້ງ​ທີ 132 ​​ໃນ​ປີ 2015, ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ມຽນມາ ​ເວົ້າ​ລວມ, ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ​ເວົ້າ​ສະ​ເພາະ ຈະ​ສ້າງ​ຂີດ​ໝາຍ​ໃຫມ່ຢ່າງ​ແນ່ນອນ.

ຕອບກັບ

ຂ່າວ/ບົດ​ອື່ນ