ຊຸກຍູ້ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມື ອີຢູ


(vovworld)- ສິ້ນ​ສຸດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທິ​ສັນ​ຍາ​ແມ່​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຄັ້ງ​ທີ 21 (COP 21) ດຳ​ເນີນ​ໄປ​ຢູ່ ປາ​ຊີ ປະ​ເທດ ຝ​ລັ່ງ, ວັນ​ທີ 2/12 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ໄປ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່ ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ ແລະ ສະ​ຫະ​ພາບ​ເອີ​ລົບ. ການ​ຢ້ຽມ​ຢາມ ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຫລາຍ​ດ້ານ ລະ​ຫວ່າງ ຫວຽດ​ນາມ ກັບ ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ເວົ້າ​ລວມ, ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ ເວົ້າ​ສະ​ເພາະ.

ຊຸກຍູ້ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມື ອີຢູ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢູ່ ສະ​ຫນາມ​ບິນ ບ​ຣຸກ​ແຊນ
ພາບ:news.zing.vn

        ສືບ​ທອດ​ບັນ​ດາໝາກ​ຜົນ​​ຕັ້ງ​ຫນ້າ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ, ບັນ​ດາ​ການ​ເຄື່ອນ​ໄຫວ ແລະ ພົບ​ປະ​ສອງ​ຝ່າຍ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢູ່ ອີ​ຢູ ແລະ ແບກ​ຊິກ ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຮັກ​ສາ​ການ​ເຈ​ລະ​ຈາ​ຂັ້ນ​ສູງ, ແມ່ນ​ປະ​ຖົມ​ປັດ​ໄຈ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຈຳ​ນວນ​ຫນຶ່ງ​ສຳ​ເລັດ​ຜົນກວ່າ​ອີກ, ເປ​ີດ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃຫມ່​ເໝາະ​ສົມກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ ແລະ ຄວາມ​ຕ້ອງ​ການ​ຂອງ​ທັງ​ສອງ​ຝ່າຍ. ພິ​ເສດ ການ​ຢ້ຽມ​ຢາມ​ເປັນ​ຂີດ​ໝາຍ​ໄລ​ຍະ​ຮ່ວມ​ມື​ໃຫມ່ ລະ​ຫວ່າງ ອີ​ຢູ ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃນ ອີ​ຢູ ດ້ວຍ​ເລື່ອງ​ສອງ​ຝ່າຍ​ສຳ​ເລັດ​ການ​ລົງ​ນາມ​ໃນ​ສັນ​ຍາ​ແມ່​ກ່ຽວ​ກັບ​ຄູ່​ຮ່ວມ​ມື ແລະ ການ​ຮ່ວມ​ມື​ຮອບ​ດ້ານ (PCA).

ຮັກ​ສາ​ການ​ເຈ​ລະ​ຈາ​ຂັ້ນ​ສູງ

​ໃນ​ການ​ຢ້ຽມ​ຢາມ, ເຮັດ​ວຽກ ຢູ່ ອີ​ຢູ ຄັ້ງ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ມີ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ກັບ​ການ​ນຳ​ຫລັກ​ແຫລ່ງ​ຂອງ​ອີ​ຢູ ເກືອບ​ທັງ​ໝົດ. ຜ່ານ​ບັນ​ດາ​ການ​ພົບ​ປະ​ນີ້, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຢູ​ຄື: ພະ​ລັງ​ງານ, ການ​ເຕີບ​ໂຕ​ຂຽວ, ສອນ​ວິ​ຊາ​ຊີບ. ເປັນ​ຫນ້າ​ສົນ​ໃຈ, ໃນ​ໂອ​ກາດນີ້, ຫວຽດ​ນາມ ແລະ ອີ​ຢູ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ​ສິ້ນ​ສຸດ​ການ​ເຈ​ລະ​ຈາ ແລະ ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ອີ​ຢູ ຢ່າງ​ເປັນ​ທາງ​ການ ພາຍ​ຫລັງ​​ເຈ​ລະ​ຈາ​ເປັນ 14 ຄັ້ງ ແລະດຳ​ເນີນ​ໃນ​ໄລ​ຍະ​ກວ່າ 5 ປີ.

        ສ່ວນ​ຢູ່ ນະ​ຄອນ​ຫລວງ ບ​ຣຸກ​ແຊນ ປະ​ເທດ ແບນ​ຊິກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ເຈ​ລະ​ຈາ​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ ແບນ​ຊິກ Charles Michel. ທີ່​ການ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ສອງ​ທ່ານ ໄດ້​ພ້ອມ​ກັນ​ແລ​ກ​ປ່ຽນ​ບັນ​ດາ​ການ​ກຳ​ນົດ​ທິດ​ໃຫຍ່​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ແລະ ເປັນ​ເອ​ກະ​ພາບ​ບັນ​ດາ​ມາດ​ຕະ​ການ​ລະ​ອ​ຽດ ເພື່ອ​ສືບ​ຕໍ່​ຮັດ​ແຫນ້ນ​ການ​ພົວ​ພັນ​ມິດ​ຕ​ະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ ພ້ອມ​ທັງ​ຍູ້​ແຮງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຫລາຍ​ຂົງ​ເຂດ, ເປັນ​ຕົ້ນ​ ແມ່ນ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ທ່າ​ກຳ​ປັ່ນ, ບໍ​ລິ​ການ​ພະ​ລາ​ທິ​ການ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ການ​ບິນ ແລະ ການ​ສຶກ​ສາ​ບຳ​ລຸງ​ສ້າງ… ​ອັ​ນ​ໄດ້ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ໃຫ້​ແກ່​ທັງ ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ແບນ​ຊິກ.

        ກຽມ​ພ້ອມ​ໃຫ້​ໄລ​ຍະ​ຮ່ວມ​ມື​ໃຫມ່​ຢູ່​ໃນ​ລະ​ດັບ​ສູງກວ່າ

ແບນ​ຊິກ​ແມ່ນ​ປະ​ເທດ​ເອີ​ລົບ​ຕາ​ເວັນ​ຕົກ ມີ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ຫວຽດ​ນາມ ແຕ່​ຊຸມ​ປີ 1970 ແລະ ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ນີ້ ສອ​ງ​ປະ​ເທດ​ໄດ້​ຮັກ​ສາ ແລະ ພັດ​ທະ​ນາ​​ໃນ​ຫລາຍ​ປີ​ຜ່ານ​ມາ. ແບນ​ຊິກ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ​ຫວຽດ​ນາມ ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ​ ແລະ ພາກ​ພື້ນ ຄື: ສ​ປ​ຊ, ການ​ຮ່ວມ​ມື ອາ​ຊີ ເອີ​ລົບ. ຄຽງ​ຄູ່​ກັນ​ນັ້ນ ແບ​ນ​ຊິກ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ນັກ​ລົງ​ທຶນ ແລະ ຕະ​ຫລາດ​ໃຫຍ່​ຂອງ​ຫວຽດ​ນາມ ຢູ່ ເອີ​ລົບ. ນອກນັ້ນ ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ວິ​ຊາ​ສະ​ເພາະ​ກໍ​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ ພິ​ເສດ ແມ່ນກ​ານ​ຮ່ວມ​ມື​​ທາງ​ດ້ານ​ການ​ສຶກ​ສາ ບຳ​ລຸງ​ສ້າງ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ວັດ​ທະ​ນະ​ທຳ ການ​ທ່ອງ​ທ່ຽວ. ເມື່ອ​ເວົ້າ​ເຖິງ​ຜົນ​ສຳ​ເລັດ​ໃນ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ​ຫວຽດ​ນາມ ແລະ​ແບນ​ຊິກ, ຕ້ອງ​ເວົ້າ​ເຖິງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ. ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຂອງ​ຫວຽດ​ນາມ ກັບບັນ​ດາ​ລັດ, ເຂດ ແລະ ປະ​ຊາ​ຄົມ ​ຂອງແບນ​ຊິກ ໄດ້​ກາຍ​ເປັນ​ບັນ​ດາ​ແບບ​ຢ່າງ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນອກຈາກ​ບັນ​ດາ​ຂອບ​ເຂດ​ຮ່ວມ​ມື​ສອງ​ຝ່າຍ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ແບນ​ຊິກ ຍັງ​ໄດ້​ຮັບ​ການ​ຍູ້​ແຮງ​ໃນ​ບັນ​ດາ​ຂອບ​ເຂດ​ຫລາຍ​ຝ່າຍ ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ​ຄື: ຄວາມ​ໝັ້​ນ​ຄົງ​ໃນ​ພາກ​ພື້ນ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

        ໃນ​ຂະ​ນະ​ນັ້ນ, ການ​ຢ້ຽມ​ຢາມ ອີ​ຢູ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ດຳ​ເນີນ​ໃນ​ສະ​ພາບ​ສອງ​ຝ່າຍ​ພວມ​ສະ​ເຫລີມ​ສະ​ຫລອງ 25 ປີ​ແຫ່ງວ​ັນ​ສ້າ​ງ​ການ​ພົວ​ພັນ​ທາງ​ການ​ທຸດ, ສຳ​ເລັດ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ແມ່​ກ່ຽວ​ກັບ​ຄູ່​ຮ່ວມ​ມື ແລະ ການ​ຮ່ວມ​ມື​ຮອບ​ດ້ານ, ລົງ​ນາມ ແລະ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ ແລະ ອີ​ຢູ . PCA ແມ່ນ​ສັນ​ຍາ ກຳ​ນົດ​ບັນ​ດາ​ຫລັກ​ການ​ພື້ນ​ຖານ, ມີ​ເນື້ອ​ໃນ, ຂອບ​ເຂດ ແລະ ຮູບ​ການ​ຮ່ວມ​ມື, ສ້າງ​ຂອບ​ເຂດ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢູ ໃນ​ທຸກ​ຂົງ​ເຂດ. ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ ແລະ ອີ​ຢູ ແມ່ນ​ເອ​ກະ​ສານ​ດ້ານ​ນິ​ຕິ​ກຳ​ສຳ​ຄັນ ເພື່ອ​ປັບ​ປຸງ​ບັນ​ດາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ​ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຢູ, ສ້າງ​ສະ​ພາບ​ແວດ​ລ້ອມ​ເສ​ລີ, ສະ​ດວກ​ສະ​ບາຍໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ ນັບ​ທັງ​ຫວຽດ​ນາມ ແລະ ອີ​ຢູ. ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ ແລະ ອີ​ຢູ ປະ​ກອບ​ສ່ວນ​ສ້າງ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ​ກ່ຽວ​ກັບ​ການ​ລົງ​ທຶນ, ການ​ຄ້າ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຫລາຍ​ສຸດ​ໃຫ້​ແກ່​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ສອງ​ຝ່າຍ. ສະ​ນັ້ນ ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເປັນ​ຂີດ​ໝາຍ​ສຳ​ຄັນ ແມ່ນ​ບາດ​ລ້ຽວ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢູ.

ປະ​ຈຸບັນ ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢູ ​ໄດ້​ກຽມ​ພ້ອ​ມຳ​ໄປ​ສູ່ນ​ລະ​ດັບ​ສູງ​ໃຫມ່. ດ້ວຍ​ປະ​ຖົມ​ປັດ​ໄຈ​ທີ່ໄດ້​ຮັບ​ການສ້າງ​ຂຶ້ນ​ໃນ 25 ປີ​ຜ່ານ​ມາ, ການ​ຢ້ຽມ​ຢາມ ອີ​ຢູ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ​ຫວຽດ​ນາມ - ອີ​ຢູ ເຂົ້າ​ສູ່​ລວງ​ເລິກ, ຕາມ​ທິດ​ຮອບ​ດ້ານກວ່າ, ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງກວ່າ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ທັງ​ສອ​ງ​ຝ່າຍ​ຫລາຍກວ່າ, ເປັນ​ຕົ້ນ​ໃນ​ບັນ​ດາ​ຂົງ​ເຂດ​ການ​ຮ່ວມ​ມື​ບຸ​ລິ​ມະ​ສິດ.

ຕອບກັບ

ຂ່າວ/ບົດ​ອື່ນ