ຊຸກຍູ້ການຮ່ວມມືຮອບດ້ານກັບບັນດາຄູ່ຮ່ວມມືສຳຄັນຢູ່ ເອີລົບ

(vovworld)- ແຕ່​ວັນ​ທີ 13-15/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວ​ຽນ​ເຕີນ​ຢູງ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ, ສະ​ຫະ​ພາບ​ເອີ​ລົບ(EU) ແລະ ສ ສະ​ຫະ​ພັນເຢຍ​ລະ​ມັນ. ການ​ຢ້ຽມ​ຢາມ​ເພື່ອ​ແນ​ໃສ່​ແລກ​ປ່ຽນ​ທິດ​ທາງ, ມາດ​ຕະ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮອບ​ດ້ານ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ຢູ່ ເອີ​ລົບ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ. ການ​ຢ້ຽມ​ຢາມ ກໍ​ສືບ​ຕໍ່​ສະ​ແດງ​ແຜນ​ນະ​ໂຍ​ບາຍ​ເຊື່ອມ​ໂຍງ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ, ປະ​ກອບ​ສ່ວນ​ເປັນ​ເຈົ້າ​ການ,ຕັ້ງ​ຫນ້າ ຂອງ​ຫວຽດ​ນາມ ສຳ​ລັບ​ບັນ​ດາ​ບັນ​ຫາ​ຊື່ງ​ໂລກ​ສົນ​ໃຈ.
ຊຸກຍູ້ການຮ່ວມມືຮອບດ້ານກັບບັນດາຄູ່ຮ່ວມມືສຳຄັນຢູ່ ເອີລົບ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ
ທ່ານ ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) Manuel Baroso

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢ້ຽມ​ຢາມ ແບນ​ຊິກ, EU ແລະ ເຢຍ​ລະ​ມັນ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແບນ​ຊິກ Elio Di Rupo, ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) Manuel Baroso ແລະ ​ທ່ານ​ນາງ ນາ​ຍົກເຢຍ​ລະ​ມັນ Angela Merkel. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ທີ່​ສ​ຳ​ຄັນ​ຂອງ​ຫວຽດ​ນາມ ໃນ​ປີ 2014.

        ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພ​ົ​ວ​ພັນ​ສອງ​ຝ່າຍ​ຫວຽດ​ນາມ-ແບນ​ຊິກ

 ປະ​ເທດ​ທຳ​ອິດ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນຢ​ູງ ໄປ​ຢ້ຽມ​ຢາມໃນ​ການ​ເດີນ​ທາງ​ຢ້ຽມ​ຢາມ​ບັນ​ດາ​ປະ​ເທດ​ເອີ​ລົບ ນັ້ນ​ແມ່ນ ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ. ໄລ​ຍະ​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ແບນ​ຊິກ ສືບ​ຕໍ່​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ອັນ​ດີ​ງາມ​ໃນ​ບັນ​ດາ​ຂົງ​ເຂດ. ສະ​ເພາະ​ດ້ານ​ເສດ​ຖະ​ກິດ, ການ​ພົວ​ພັນ​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ ແລະ ແບນ​ຊິກ ສືບ​ຕໍ່​ເພີ່ມ​ຂຶ້ນ. ເຖິງວ່າ ແບນ​ຊິກ ແມ່ນ​ຕະ​ຫລາດ​ນ້ອຍ ແຕ່​ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຢູ່​ໃນ​ລະ​ດັບ​ສູງ​ເມື່ອ​ທຽ​ບ​ໃສ່​ຫລາຍ​ປະ​ເທດ​ຢູ່ EU ແລະ ເອີ​ລົບ, ພິ​ເສດ ແມ່​ນການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ຫວຽດ​ນາມ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງ​ສອງ​ປະ​ເທດ ບັນ​ລຸ 1,8 ຕື້ USD ໃນ​ປີ 2013, ເພີ່ມ​ຂຶ້ນ 17% ເມື່ອ​ທຽບ​ໃສ່​ປີ 2012. 6 ເດືອນ​ຕົ້ນ​ປີ 2014, ບັນ​ລຸ 1,2 ຕື້ USD. ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ແບ​ນ​ຊິກ​ເຂົ້າ​ຫວຽດ​ນາມ ບັນ​ລຸກວ່າ 155 ລ້ານ USD. ຫວຽດ​ນາມ ແມ່ນ​ປະ​ເທດ ອາ​ຊີ ຫນຶ່ງ​ດຽວ ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ພັດ​ທະ​ນາ​ຂອງ​ແບນ​ຊິກ (ປະ​ມານ 78 ລ້ານ USD ໃຫ້​ແກ່​ໄລ​ຍະ 2011-2015). ປະ​ຈຸ​ບັນ ສອງ​ຝ່າຍ ພວມ​ສຸມ​ໃສ່​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ຄື: ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ທ່າ​ກຳ​ປັ່ນ​ທະ​ເລ ແລະ ບໍ​ລິ​ການ​ພະ​ລາ​ທິ​ການ, ຄົ​ມ​ມະ​ນາ​ຄົມ​ຂົນ​ສົ່ງ, ເຕັກ​ໂນ​ໂລ​ຊີ​ຂຽວ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ…

        ການ​ຢ້ຽມ​ຢາມ​ແບນ​ຊິກ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຕາມ​ຄຳ​ເຊີນ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Elio Di Rupo ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດກວ່າ​ອີກ, ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທ່າ​ກຳ​ປັ່ນ​ທະ​ເລ, ບໍ​ລິ​ການ​ຮັບ​ສົ່ງສິນ​ຄ້າ, ການ​ເຕີບ​ໂຕ​ຂຽວ, ເຕັກ​ໂນ​ໂລ​ຊີ​ສູງ, ການ​ຊ່ວຍ​ເຫລືອ​ພັດ​ທະ​ນາ.

       ຜັນ​ຂະ​ຫ​ຍ​າຍ​ແຜນ​ການ​ດຳ​ເນີນ​ງານ​ຍຸດ​ທະ​ສາດ​ຫວຽດ​ນາມ -ເຢຍ​ລະ​ມັນ

        ​ໂດຍ​ແມ່ນ​ຫນຶ່ງ​ໃນ 6 ປະ​ເທດ​ສະ​ມາ​ຊິກ ຂອງ EU ​ທີ່ມີ​ການ​ພົວ​ພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເຢຍ​ລະ​ມັນ​ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ສຳ​ຄັນ​ຕົ້ນ​ຕໍ​ຂອງ​ຫວຽດ​ນາມ ຢູ່ ເອ​ີ​ລົບ.  ວົງ​ເງິ​ນ​ການ​ຄ້າ​ສອງ​ສົ້ນ​ໃນ 6 ເດືອນ​ຕົ້ນ​ປີ 2014 ບັນ​ລຸ​ປະ​ມານ 3,6 ຕື້ USD. ໄລ່​ມາ​ຮອດ​ເດືອນ 8/2014, ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ເຢຍ​ລະ​ມັນ ຢູ່​ຫວຽດ​ນາມ ບັນ​ລຸ 1,25 ຕື້ USD ດ້ວຍ 232 ໂຄງ​ການ​ຍັງ​ມີ​ຜົນ​ສັກ​ສິດ, ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ຜະ​ລິດ​ອຸ​ປະ​ກອນ, ພະ​ລັງ​ງານ, ເຄ​ມີ, ການ​ແພດ​ການ​ຢາ.. ເຢຍ​ລະ​ມັນ ໃຫ້​ຄຳ​ໝັັ້ນ​ສັນ​ຍາສະ​ຫນອງ ຈຳ​ນວນ​ເງິນ 100 ລ້ານ USD ຊ່ວຍ​ເຫລືອ​ພັດ​ທະ​ນາ​ໃຫ້​ແກ່​ຫວຽດ​ນາມ ໃນ​ໄລ​ຍະ 2014-2015, ແລະ ສຸມ​ໃສ່​ເຂົ້າ​ໃນ 3 ຂົງ​ເຂດ​ບຸ​ລິ​ມະ​ສິດ ນັ້ນ​ແມ່ນ ພະ​ລັງ​ງານ, ສິ່ງ​ແວດ​ລ​ອ້ມ ແລະ​ສອນ​ວິ​ຊ​າ​ຊີບ. ທ່ານ ຈູ​ຕວນ​ກາບ, ອະ​ດີດ​ຮອ​ງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ເຢຍ​ລະ​ມັນ ຖື​ວ່າ:

        “ເມື່ອ​ຫວນ​ຄືນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ​ເຫັນ​ວ່າ​ມີ ພັດ​ທະ​ນາ​ຢ່າງ​ລຽນ​ຕິດ. ວິ​ສາ​ຫະ​ກິດ​ໃຫຍ່ ກໍ​ຄື​ຂະ​ຫນາດ​ກາງ ແລະ ນ້ອຍ​​ຂອງ​ເຢຍ​ລະ​ມັນ   ລ້ວນ​ແຕ່​ມີ​ຫນ້າ​ຢູ່​ຫວຽດ​ນາມ. ວິ​ສາ​ຫະ​ກິດ​ຫວຽດ​ນາມ ເລີ່ມ​ຕົ້ນ​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ຢູ່ ເຢຍ​ລະ​ມັນ ນັ້ນ​ແມ່ນ​ສິ່ງ​ເປັນ​ຫນ້າ​ຊື່ນ​ຊົມ. ດ້ວຍ​ຖາ​ນະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ສຸດ ໃນ EU, ເຢຍລະ​ມັນ ພວມ​ຕັ້ງ​ຫນ້າ​ຊຸກ​ຍູ້ EU ຮັບ​ຮອງ​ຫວຽດ​ນາມ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫລາດ.”

        ປີ 2015, ສອ​ງ​ປະ​ເທດ ຈະ​ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ສ້າງ​ຕັັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (1975-2015). ການ​ຢ້ຽມ​ຢາມ​ເຢຍ​ລະ​ມັນ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ, ແຜ​ນ​ການ​ດຳ​ເນີນ​ງານ​ຍຸດ​ທະ​ສາດ ຫວຽດ​ນາມ - ເຢຍ​ລະ​ມັນ ຈະ​ ​ໄດ້​ຮັບ​ການ​ຊຸກ​ຍູ້ການ​ພົວ​ພັນຮ່ວ​ມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົ​ງ​ເຂດ​ແຮງ​ງານ, ສອນ​ວິ​ຊາ​ຊ​ີບ, ການ​ສຶກ​ສາ ແລະ ບັນ​ດາ​ໂຄງ​ການ​ໃຫຍ່​ທີ່​ໄດ້​ຮັບ​ການ​ລົງ​ນາມ ແນ່ນອນ​ວ່າ​ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຕັ້ງ​ຫນ້າກວ່າ.

ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - EU ​ເລິກ​ເຊິ່ງກວ່າອີກ

        ສຳ​ລັບ EU, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ EU ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແທດ​ຈິງ ແລະ ຮອບ​ດ້ານ ດ້ວຍ​ເລື່ອງ​ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ແມ່​ຄູ່​ຮ່ວມ​ມື ແລະ ນ​ຮ່ວມ​ມື​ຮອບ​ດ້ານ (PCA) ຢ່າງ​ເປັນ​ທາງ​ການ ແລະ ພວມ​ມຸ່ງ​ໄປ​ເຖິງ​ການ​ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ(EVFTA). ແຕ່​ລະ​ປີ ການ​ແລກ​ປ່ຽນ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ເພີ່ມ​ຂຶ້ນ​ຢ່າງ​ລຽນ​ຕິດ​ແຕ່15-20%. ໃນ 6 ເດືອນ​ຕົ້ນ​ປີ 2014, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 17,5 ຕື້ USD(ເພີ່ມ​ຂຶ້ນ​ປະ​ມານ 13% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ).

        ຍ້ອນ​ຫວຽດ​ນາມ ໄດ້​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ 6 ປະ​ເທດ​ສະ​ມາ​ຊິກ EU, ສະ​ນັ້ນ EU ນັບ​ມື້​ນັບ​ຢືນ​ຢັນ​ບົດ​ບາດ​ເປັນ​ຄູ່​ຮ່ວມ​ມື​ຕົ້ນ​ຕໍ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ຊ່ວຍ​ເຫລືອ​ພັດ​ທະ​ນາ. ຕາມ​ສະ​ຖິ​ຕິ​ຫລ້າ​ສຸດ​ໃຫ​້​ເຫັນ​ວ່າ, ມີ 23/28 ປະ​ເທດ​ສະ​ມາ​ຊິກ EU ໄດ້​ລົງ​ທຶນ​ຢູ່​ຫວຽດ​ນາມ, ດ້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ບັນ​ລຸ​ເກືອບ 18,4 ຕື້ USD. EU ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແມ່ນ​ນັກ​ອຸ​ປະ​ຖຳ​ສອງ​ຝ່າຍ​ໃຫຍ່​ອັນ​ດັບ​ສອງ ກ່ຽວ​ກັບ​ທຶນ ODA ແລະ ແມ່ນ​ນັກ​ສະ​ຫນອງ​ການ​ຊ່ວຍ​ເຫລືອ​ຫລ້າ​ໃຫຍ່​ສຸດ​ໃຫ້​ແກ່​ຫວຽດ​ນາມ.  ທ່ານ ຟ​້າມ​ແຊງ​ເຈົາ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ແບ​ນ​ຊິກ ຢືນ​ຢັນ​ວ່າ:

        “ໃນ​ສະ​ພາບ​ການນັັ້ນ, ຫວຽດ​ນາມ ໄດ້​​ຕັັ້ງ​ຫນ້າຊຸກ​ຍູ້​ການ​ພົວ​ພັນ​ກັບ EU ໃນ​ຫລາຍ​ດ້ານ. ຄຽງ​ຄູ່​​ດ້ານ​ການ​ຄ້າ​ເພີ່ມ​ຂຶ້ນ​ນັັ້ນ, ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ກໍ​ຕັ້ງ​ຫນ້າ ແລະ ສຳ​ຄັນ​ກວ່າ ນັ້ນ​ແມ່ນ​ຫວຽດ​ນາມ ຍັງ​ຮັກ​ສາ ODA ໄດ້.   ປະ​ຈຸ​ບັນ ODA ຂອງ​ປະ​ເທດ​ສະ​ມາ​ຊິກຈຳ​ນວນ​ຫນຶ່ງ ອາດ​ຈະ​ຫລຸດ​ລົງ ແຕ່ EU ດ້ວຍ​ຖາ​ນະ​ແມ່ນ​ສະ​ຫ​ະ​ພັນ ສະ​ນັ້ນ​ຍັງ​ຄົງ​ສືບ​ຕໍ່​ເພີ່ມ​ທຶນ ODA ໃຫ້​ແກ່​ຫວຽດ​ນາມ.”

        ໃນ​ສະ​ພາບ​ການ​ພົວ​ພັນ​ອັນ​ດ​ີ​ງາມນັ້ນ, ການ​ຢ້ຽມ​ຢາມ EU ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແນ​ໃສ່​ແລກ​ປ່ຽນ​ທິດ​ທາງ​ການ​ຮ່ວມ​ມື ຫວຽດ​ນາມ - EU ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຊຸກ​ຍູ້​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ EVFTAໂດຍ​ໄວ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ​ຄື: ສ​ປ​ຊ, ASEM, ASEAN- EU.

         ຕໍ່​ຈາກ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ທີ່​ຟົດ​ຟື້ນ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ, ການ​ຢ້ຽມ​ຢາ​ມ​ບັນ​ດາ​ປະ​ເທດ​ເອີ​ລົບ ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແນ່ນອນ​ວ່າ ຈະ​ເປີດ​ແງ່​ຫວັງ​ໃຫມ່​ໃນ​ການ​ພົວ​ພັນ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຢູ່ ເອີ​ລົບ.

ຕອບກັບ

ຂ່າວ/ບົດ​ອື່ນ