ຊີຣີ ກັບຄວາມສ່ຽງເກີດສົງຄາມກາງເມືອງຄືນໃຫມ່


(vovworld)-ເລື່ອງ​ຝ່າຍ​ຄ້ານ​ຢູ່ ຊີ​ຣີ ຫວ່າງ​ແລ້ວນີ້​ໄດ້​ຖອນ​ອອກ​ຈາກ​ບັນ​ດາ​ການ​ເຈ​ລະ​ຈາ​ໂດຍ​ສັນ​ຕິຢ່າງ​ເປັນ​ທາງ​ການ​ຢູ​່ ເຊີ​ແນວ ປະ​ເທດ​ສະ​ວິດ ດ້ວຍ​ສາຍ​ເຫດ​ຄັດ​ຄ້ານ​ສະ​ພາບ​ຂາດ​ຄວາມ​ສະ​ຫງົບ​ປອດ​ໄພ ແລະ ມະ​ນຸດ​ສະ​ທຳ​ໃນ​ພື້ນ​ທີ່​ຕົວ​ຈິງ. ການ​ກະ​ທຳ​ຫວ່າງ​ແລ້ວນີ້​ໄດ້​ເຮັດ​ໃຫ້ວິ​ວັດ​ການ​ຊອ​ກ​ຫາ​ສັນ​ຕິ​ພາບ​ໃຫ້​ແກ່ ຊີ​ຣີ ພາຍ​ຫລັງ​ ​ເກີດ​ສົງ​ຄາມ​ກາງ​ເມືອງ​ທີ່​ແກ່​ຍາວ​ມາ​ເປັນ​ເວ​ລາ ເກືອບ​ 6 ປີ ຕົກ​ເຂົ້າ​ສູ່​ສະ​ພາບ​ຈົນ​ຕາ​ແຈ​ຢ່າງ​ສິ້ນ​ເຊິງ ແລະ ມີ​ຄວາມ​ສ່ຽງ​ເກີດ​ສົງ​ຄາມ​ກາງ​ເມືອງ​ຄັ້ງ​ໃຫ​ມ່.

ຊີຣີ ກັບຄວາມສ່ຽງເກີດສົງຄາມກາງເມືອງຄືນໃຫມ່ - ảnh 1
ຫົວ​ຫນ້າ​ຄະ​ນະ​ເຈ​ລະ​ຈາ​ຂອງ​ລັດ​ຖະ​ບານ​ຊີ​ຣີ Bashar al-Jaafari ທີ່​ການ​ປະ​ຊຸມ​ຂ່າວ​ຢູ່​ເຊີ​ແນວ​ເມື່ອ​ວັນ​ທີ 20/4
                              ພາບ: THX/TTXVN

        ໃນ​ຖະ​ແຫລງ​ການ​ອອກວັນ​ທີ 18/4, ຜູ້​ຕາງ​ຫນ້າ​ຝ່າຍ​ຄ້ານ Riad Hijab ຖື​ວ່າ: ບໍ່​ອາດ​ສືບ​ຕໍ່​ການ​ເຈ​ລະ​ຈາ​ຢູ່ ເຊີ​ແນວ ເມື່ອ​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຍັງ​ສືບ​ຕໍ່​ເກີດ​ຂຶ້ນ ໂດຍບໍ່​ຫົວ​ຊາ​ຕໍ່​ຄຳ​ສັ່ງ​ຢຸດ​ຍິງ​ທີ່​ຫາ​ກໍ​ບັນ​ລຸ​ໄດ້. ເພາະ​ສະ​ນັ້ນ ຝ່າຍ​ຄ້ານ ໄດ້​ຕັດ​ສິນ​ຖອນ​ອອກ​ຈາກ​ການ​ເຈ​ລະ​ຈາ​ຢ່າງ​ເປັນ​ທາງ​ການ ພ້ອມ​ທັງ​ຖະ​ແຫລງ ຈະ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຕ້ານ​ຄືນທະ​ຫານ​ລັດ​ຖະ​ບານ​ຢູ່ ເທດ​ສະ​ບານ Latakia ບົນ​ແຄມ​ທະ​ເລ​ເມ​ດີ​ຕາ​ລາ​ເນ. ດ້ວຍ​ຄຳ​ຖະ​ແຫລງນີ້, ຝ່າຍ​ຄ້ານ​ສາ​ມາດກັບ​ຄືນ​ສູ່​ໂຕະ​ເຈ​ລະ​ຈາ​ປະ​ຈຸ​ບັນ​ໄດ້, ໃນ​ຂະ​ນະ​ນັ້ນ ການ​ຜັນ​ແປ​ຢູ່​ສະ​ຫນາມ​ຮົບ​ພວມ​ນັບ​ມື້​ນັບ​ຊົ່ວ​ຮ້າຍ​  ເຮັດ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ມີ​ຄວາ​ມ​ວິ​ຕົກ​ກັງ​ວົນ​ວ່າ ສົງ​ຄາມ​ກາງ​ເມືອງ​ຄັ້ງ​ໃຫມ່​ອາດ​ຈະ​ເກີດ​ຂຶ້ນ​ຢູ່​ຊີ​ຣ​ີ.

        ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ຍາກ​ທີ່ຈະ​ຜ່ານ​ຜ່າ​ໄດ້

        ຕາມ​ສາຍ​ເຫດ​ຊື່ງ​ຝ່າຍ​ຄ້ານ​ຍົກ​ອອກ​ມາ​ເມື່ອ​ປະ​ຕິ​ເສດ​ການ​ເຈ​ລະ​ຈາ​ ​ແມ່ນຍ້ອ​ນ​ວ່າ ບັນ​ດາການ​ເຈ​ລະ​ຈາ​ສ່ວນ​ຫລາຍບໍ່​ບັນ​ລຸ​ຄວາມ​ຄືບ​ຫນ້າ​ໃດ​ກ່ຽວ​ກັບ​ການ​ປົດ​ສິດ​ອຳ​ນາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Assad. ນອກນັ້ນ ຝ່າຍ​ນີ້​ຍັງ​ກ່າວ​ຫາ​ອຳ​ນາດ​ການ​ປົກ​ຄອງ ຊີ​ຣີ ບໍ່​ເຄົາ​ລົບ​ຄຳ​ໝັ້ນ​ສັນ​ຍາ​ຢຸດ​ຍິງ ເມື່ອ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ຫລາຍ​ຄັ້ງ​ຢູ່​ແຂວງ Aleppo. ຝ່າຍ​ຄ້ານ​ກ່າວ​ຫາ​ວ່າ: ກອງ​ທັບ ຊີ​ຣີ​ໄດ້​ຮັບ​ການ​ຫນູນ​ຫລັງ​ຈາກກອງ​ທັບ​ອາ​ກາດ ລັດ​ເຊຍ  ​ດຳ​ເນີນບັ້ນ​ບຸກ​ໂຈມ​ຕີ​ຈາກ 3 ຝ່າຍ ເຂົ້າ​ເຂດ​ອ້ອມ​ຂ້າງ​ນະ​ຄອນ Aleppo, ນາບ​ຂູ່​ທຳ​ລາຍ​ຄຳ​ສັ່ງ​ຢຸດ​ຍິງ​ປະ​ຈຸ​ບັນ. ປະ​ຕິ​ກິ​ລິ​ຍາ​ຕໍ່​ຄຳ​ຕັດ​ສິນ​ຂອງ​ຝ່າຍ​ຄ້ານ, ລັດ​ຖະ​ບານ ຊີ​ຣ​ີ ໄດ້​ຕຳ​ຫນິ​ຕິ​ຕຽນ ຕວກ​ກີ, ອິດ​ສະ​ຣາ​ແອນ ແລະ ຊາ​ອຸ​ດີ ອາ​ຣັບ​ບີ ຢືນ​ຢູ່​ເບື້ອງ​ຫລັງ​ການ​ລົ້ມ​ລະ​ລາຍນີ້. ຜູ້​ຕາງ​ຫນ້າ​ລັດ​ຖະ​ບານ ຊີ​ຣີ ຢືນ​ຢັນ​ວ່າ: ນີ້​ແມ່ນ​ການ​ພິ​ສູດ​ໃຫ້​ເຫັນ​ວ່າ ຝ່າຍ​ຄ້ານບໍ່​ມີ​ເຈດ​ຈຳ​ນົງ​ດ້ານ​ການ​ເມືອງຢ່າງ​ພຽງ​ພໍເພື່ອ​ໃຫ້​ການເຈ​ລະ​ຈາສາ​ມາດ​ດຳ​ເນີນ​ໄປ​ຢ່າງ​ເຂັ້ມ​ງວດ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ.

        ຮອບ​ເຈ​ລະ​ຈາ​ຄັ້ງ​ໃຫມ່​ກ່ຽວ​ກັບ​ສັນ​ຕິ​ພາບ​ຢູ່ ຊີ​ຣີ ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຄືນ​ໃຫມ່ ພາຍ​ຫລັງ​ຢຸດ​ຕິ​ຊົ່ວ​ຄາວ​ໃນ​ເວ​ລາ 1 ເດືອນ ແລະ ເກືອບ 2 ເດືອນ ນັບ​ແຕ່​ເມື່ອ​ຮອບ​ເຈ​ລະ​ຈາ​ຄັ້ງ​ທຳ​ອິດ​ບໍ່​ບັນ​ລຸ​ໝາກ​ຜົນ ຫາກ​ສາຍ​ເຫດ​ຕົ້ນ​ຕໍ​ກໍ​ແມ່ນ​ຍ້ອນ​ຝ່າຍ​ຄ້ານ​ຖອນ​ອອກ​ຈາກ​ໂຕະ​​ເຈ​ລະ​ຈາ​ເພື່ອ​ຄັດ​ຄ້ານສະ​ພາບ​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ​ຢ່າງ​ລຽນ​ຕິດ​ຢູ່​ພື້ນ​ທີ່​ຕົວ​ຈິງ. ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ຍັງ​ບໍ່​ທັນ​ສາ​ມາດ​ເຈ​ລະ​ຈາ​ໂດຍ​ກົງ ຫາກ​ພຽງ​ແຕ່​ປຶກ​ສາ​ຫາ​ລື​ພາຍ​ໃຕ້​ຮູບ​ການ​ທາງ​ອ້ອມ, ຜ່ານ ສ​ປ​ຊ. ທູດ​ພິ​ເສດ ສ​ປ​ຊ, ທ່ານ Staffan de Mistura ຍອມ​ຮັບ​ວ່າ, ຊ່ອງ​ຫວ່າງ​ລະ​ຫວ່າງ​ບັນ​ດາ​ຝ່າຍ ແມ່ນ​ໃຫຍ່​ຫລວງ. ມາ​ຮອ​ດ​ປະ​ຈຸ​ບັນ ພາຍ​ຫລັງ​ມີ​ຄວາມມາ​ນະ​ພະ​ຍາ​ຍາມ​ຫລາຍ​ຢ່າງ, ລັດ​ຖະ​ບານ ແລະ ຝ່າຍ​ຄ້ານ​ຢູ່​ ຊີ​ຣີ ພຽງ​ແຕ່​ບັນ​ລຸ​ຂໍ້​ຕົກ​ລົງ​ຮ່ວມ​ຫນຶ່ງ​ດຽວ​ກ່ຽວ​ກັບ​ການ​ສ້າງວິ​ວັດ​ການມອບ​ໂອນ​ດ້ານ​ການ​ເມືອງ, ໃນ​ຂະ​ນະ​ຄວາມ​ແຕກ​ຕ່າງ​ໃຫຍ່​ສຸດ​ແມ່ນ​ການ​ອະ​ທິບາຍ​ຂໍ້​ຕົກ​ລົງ, ພິ​ເສດ ແມ່ນ​ບົດ​ບາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Al Assad. ຝ່າຍ​ຄ້ານ ແລະ ອຳ​ນາດ​ການ​ປົກ​ຄອງ Damascus ພ້ອມ​ກັບ​ການ​ຫນູນ​ຫລັງ​​ຂອງ​ເຂົາ​ເຈົ້າ​ນັ້ນ​ແມ່ນ​ລັດ​ເຊຍ ແລະ ອາ​ເມ​ລິ​ກາ ​ນັບແຕ່​ດົນ​ນານ​ແລ້ວ​ໄດ້​ເກີດ​ຄວາມ​ຂັດ​ແຍ້ງ​ໃນ​ບັນ​ຫາ​ອະ​ນາ​ຄົດ​ຂອງ​ປະ​ທາ​ນາ​ທິບ​ໍ​ດີ Bashar al Assad. ກ່ອນ​ຫນ້ານັ້ນ ລັດ​ເຊຍ ໄດ້​ຍົກ​ອອກ​ເງື່ອນ​ໄຂ​ຕ້ອງ​ຮັກ​ສາ​ລັດ​ຖະ​ບານ​ລັດ​ຖະ​ທຳ​ມະ​ນູນ​ປະ​ຈຸ​ບັນໄວ້, ໃນ​ຂະ​ນະ​ທີ່ອາ​ເມ​ລິ​ກາ ​ພັດ​ບໍ່​ເຫັນ​ດີ​ຢ່າງ​ເດັດ​ຂາດ. ຄະ​ນະ​ກຳ​ມະ​ການ​ເຈ​ລະ​ຈາ​ຂັ້​ນ​ສູງ, ຜູ້​ຕາງ​ຫນ້າ​ຝ່າຍ​ຄ້ານ​ຕົ້ນ​ຕໍ​ຢູ່ ຊີ​ຣີ ໄດ້​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຢູ່ ເຊີ​ແນວ ໄດ້​ຮຽກ​ສິ​ດ​ສ້າງ​ຕັ້ງ “ສະ​ພາ​​ຂ້າມ​ຜ່ານ” ເພື່ອ​ບໍ​ລິ​ຫານ​ປະ​ເທດ​ຊາດ​ໃນ 18 ເດືອນ ກ່ອນ​ທີ່​ດຳ​ເນີນ​ ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃຫມ່ ແລະ ປະ​ທາ​ນາ​ທິ​ບໍ​ດີ Bashar al Assad ຕ້ອງ​ລ​າອອກ​ຈາກ​ຕຳ​ແຫນ່ງ.

       ຄວາມ​ເຄັ່ງ​ຕຶງ​ປີນ​ຂັ້ນ​ໄດ

ໃນ​ຂະ​ນະ​ນັ້ນ, ສະ​ພາບ​ການ​​ຮົບ​ນັບ​ມື້​ນັບ​ປີນ​ຂັ້ນ​ໄດຢ່າງ​ຮ້າຍ​ແຮງ. ຕາມ​ອົງ​ການ​ຕິດ​ຕາມ​ສິດ​ທິ​ມະ​ນຸດ ຊີ​ຣີ ແລ້ວ, ຈຳ​ນວນ​ສາ​ມັນ​ຊົນ​ຖືກ​ເສຍ​ຊີ​ວິດ​​​ໃນບັນ​ດາ​ເຫດ​ປະ​ທະ​ກັນ​ຄັ້ງ​ໃຫມ່​ຢູ່ Aleppo ໃນ​ຊຸມມື້​ຜ່ານ​ມາ​ແມ່ນ​ຢູ່​ໃນ​ລະ​ດັບ​ສູງ​ສຸດ​ນັບ​ແຕ່​ເມື່ອ​ຂ​ໍ້​ຕົກ​ລົງ​ຢຸດ​ຍິງ​ເລີ່ມ​ມີ​ຜົນ​ສັກ​ສິດ​ ​ແຕ່​ວັນ​ທີ 27/2. ໄລ່​ສະ​ເພາະ​ວັນ​ທີ 19/4, ມີ​ສາ​ມັນ​ຊົນ​ຢ່າງ​ຫນ້ອຍ​ສຸດ 44 ຄົນ​ຖືກ​ເສຍ​ຊີ​ວິດ​ໃນ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ອຳ​ນາດ​ການ​ປົກ​ຄອງເລັ່ງ​ໃສ່​ຕະ​ຫ​ລາດ​ສອງ​ແຫ່ງ​ຢູ່ ແຂວງ Idlip ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເຫນືອ​ຂອງ​ປະ​ເທດນີ້, ຊື່ງ​ແມ່ນ​ກຸ່ມ​ແນວ​ໂຮມ Al- Nusra ພວມ​ຄວບ​ຄຸມ. ໄລ່​ລ​ວມ​ແລ້ວ, ສົງ​ຄາມ​ກາງ​ເມືອງ​ທີ່​ແກ່​ຍາວ​ເກືອບ 6 ປີ ຢູ່ ຊີ​ຣີ ໄດ້​ເຮັດ​ໃຫ້​ກວ່າ 270.000 ຄົນຖືກ​ເສຍ​ຊີ​ວິດ ແລະ ນັບ​ລ້ານໆ​ຄົນ​ຕ້ອງ​ອອກ​ຈາກ​ບ້ານ​ເກີດ​ເມືອງນອນ​ໄປ​​ລົບໄພ, ​ອັນ​ໄດ້ກໍ່​ໃຫ້​ເກີດ​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ຄັ້ງ​ໃຫຍ່​ສຸດ​ຢູ່ ເອີ​ລົບ.

        ປະ​ຈຸ​ບັນ ໂດຍ​ບໍ່​ຫົວ​ຊາ​ຕໍ່​ບັນ​ດາ​​ການ​ນຳ​ຝ່າຍ​ຄ້ານຢູ່ ຊີ​ຣີ ​ໄດ້ອອກ​ຈາກ​ການ​ເຈ​ລະ​ຈາ, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​ທູດ​ຍັງ​ຄົງ​ສືບ​ຕໍ່​ດຳ​ເນີນ​ໄປ​. ທູດ​ພິ​ເສດ ສ​ປ​ຊ Staffan de Mistura ພວມ​ສືບ​ຕໍ່​​ດຳ​ເນີນ​ການ​ພົບ​ປະ​ລະ​ຫວ່າງ​ຝ່າຍ​ຕ່າງໆ ເພື່ອ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຄືນ​ໃຫມ່ ໃນ​ອາ​ທິດນີ້. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Seigey Lavrov ຢືນ​ຢັນ​ວ່າ: ການ​ເຈ​ລະ​ຈາ​ປະ​ຈຸ​ບັນ ຢູ່ ເຊີ​ແນວ ບໍ່​ທັນ​ສິ້ນ​ສຸດ​ເທື່ອ ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ ຄຳ​ສະ​ເຫນີ​ຂອງ​ອຳ​ນາດ​ການ​ປົກ​ຄອງ Damascus ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລັດ​ຖ​ະ​ບານ​ເປີດກວ້າງ ຊື່ງ​ລວມ​ມີ ຜູ້​ຕາງ​ຫນ້າ​ບັນ​ດາ​ຝ່າຍ ໂດຍ​ປະ​ທາ​ນາ​ທິ​ບໍ​ດີ Assad ນຳ​ຫນ້າ ຈະ​ຊ່ວຍ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ປະ​ຈຸ​ບັນ ຢູ່ ຊີ​ຣີ. ເຖິງ​ຢ່າງ​ໃດ​ກໍ​ຕາມ ຄຳ​ສະ​ເຫນີນີ້​ພັດ​ບໍ່​ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຈາກ ຄະ​ນະ​ກຳ​ມະ​ການ​ເຈ​ລະ​ຈາ​ຂັ້ນ​ສູງ, ຜູ້​ຕາງ​ຫນ້າ​ໃຫ້​ບັນ​ດາ​ກຸ່ມ​ຝ່າຍ​ຄ້ານ​ຕົ້ນ​ຕໍ ຢູ່ ຊີ​ຣີ ເມື່ອ ຄະນະ​ກຳ​ມະ​ການນີ້​ຖະ​ແຫລງວ່າ​ພ້ອມ​ແລ້ວ​ແບ່ງ​ປັນ​ທີ່​ນັ່ງ​ໃນ​ລັດ​ຖະ​ບານ​ຂ້າມ​ຜ່ານ​ກັບ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ໃນ​ປະ​ຈຸ​ບັນ ແຕ່ບໍ່​ແມ່ນ​ກັບ​ປະ​ທາ​ນາ​ທິ​ບໍ​ດີ Bashar al Assad.

          ຄຳ​ຖາມ​ພວມ​​ວາງ​ອອກໃນ​ຈຸດ​ເວ​ລານີ້ ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ຢຸດ​ຕິ​ສົງ​ຄາມ​ກາງ​ເມືອງ​ທີ່​ແກ່​ຍາວ​ມາ​ຮອດ​ປະ​ຈຸ​ບັນ ເມື່ອ​ທັດ​ສະ​ນະ​ຂອງ​ບັນ​ດາ​ຝ່າຍ ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Bashar al Assad ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫລາຍ. ​ເບິ່ງ​ຄື​ວ່າມາດ​ຕະ​ການ​ການ​ເມືອງ​ໃຫ້​ແກ່ ຊີ​ຣີ  ​ຍາກ​ທີ່​​ເປັນ​ໄປ​ໄດ້.​

 

ຕອບກັບ

ຂ່າວ/ບົດ​ອື່ນ