ຊີຣີຍັງຂາດສະຖຽນລະພາບພາຍຫຼັງເສິກກາງເມືອງທີ່ແກ່ຍາວເປັນເວລາ5ປີ

(vovworld) - ວັນ​ທີ 15/3 ກ່ອນ​ນີ້ 5 ປີ, ຢູ່ ຊີຣີ ​ໄດ້ເກີດ​ການ​ປະ​ທະ​ກັນ​ແລະ ຍູ້​ປະ​ເທດ​ນີ້​ຕົກ​ເຂົ້າ​ສູ່​ສະພາບ​ເສິກ​ກາງ​ເມືອງ​ຢ່າງ​ໄວ. ຈາກ​ປະ​ເທດ​ທີ່​ມີ​ຄວາມ​ສັນຕິ​ສຸກ ​ແລະ ພັດທະນາ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ, ພາຍຫຼັງ 5 ປີ ​ແຫ່ງ​ເສິກ​ກາງ​ເມືອງ, ຊີຣີ ​ໄດ້​ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ​ໃນ​ທຸກ​ດ້ານ. ຫຼາຍ​ກາລະ​ໂອກາດ​ກ່ຽວ​ກັບ​ສັນຕິພາບ​ກໍ່ຖືກ​ພາດ​ໂອກາດ.

ຊີຣີຍັງຂາດສະຖຽນລະພາບພາຍຫຼັງເສິກກາງເມືອງທີ່ແກ່ຍາວເປັນເວລາ5ປີ - ảnh 1

ນະຄອນ Homs ຂອງຊີຣີ ຖືກທຳລາຍຍ້ອນສົງຄາມ (ພາບ:AP)

ໂດຍ​ເລີ່​ມມາ​ຈາກ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢ່າງ​ສັນຕິພາບ​, ກ່ອນ​ທີ່​ປິນຂັ້ນ​ໄດ​ກາຍ​ເປັນ​ເສິກ​ກາງ​ເມືອງ​ຢ່າງ​ນອງ​ເລືອດນັ້ນ, ການ​ລຸກ​ຮື້​ຂຶ້ນ​ຢູ່ ຊີຣີ ​ໄດ້​ກາຍ​ເປັນ​ການ​ສູ້​ຮົບອັນ​ນອງ​ເລືອດ​ໃນ​ການ​ປະຕິວັດ​ລະດູບານ​ໃໝ່ ອາຣັບ ຄັ້ງ​ຕ່າງໆຢູ່​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟະ​ລິ​ກາ​ເໜືອ.

        ການ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ

        ຕາມ​ສະຫະ​ປະຊາ​ຊາດ​ແລ້ວ (ສປຊ), ​ໃນ​ສະພາບ​ເສິກ​ກາງ​ເມືອງ​ຢູ່​ຊີຣີ​ເປັນ​ເວລາ 5 ປີຜ່ານມານັ້ນ, ​ໄດ້ມີ​ຜູ້​ເສຍ​ຊີວິດ​ປະມານ 270.000 ຄົນ ​ແລະ ຜູ້​ຖືກ​ບາດ​ເຈັບ 1 ລ້ານ​ກວ່າ​ຄົນ. ການ​ປະ​ທະ​ກັນ​ໄດ້​ພາ​ໃຫ້​ພົນລະ​ເມືອງ​ ຊີຣີ​ເກືອບ​ເຄິ່ງໜຶ່ງ (23 ລ້ານ​ຄົນ) ຕ້ອງ​ຍ້າຍ​ອອກ​ຈາກ​ເຮືອນຊານ. ອົງການ​ຫຼົບ​ໄພ ສປຊ ​ໃຫ້​ຮູ້​ວ່າ, ມີ​ຊາວ ຊີຣີ 4,8 ລ້ານ​ຄົນ​ຕ້ອງ​ອົບ​ພະຍົບ​ໄປ​ຍັງ​ປະ​ເທດ​ຕ່າງໆ​ເພື່ອ​ຫຼົບ​ໄພ, ອັນ​ໄດ້​ກໍ​ໃຫ້​ເກີດ​ວິ​ກິດ​ການ​ອົບ​ພະຍົບ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ໃຫ້​​ແກ່​ເອີລົບ. ພົນລະ​ເມືອງ​ທີ່​ຍັງ​ເຫຼືອ​ສ່ວນ​ຫຼາຍ​ພວມ​​ຕ້ອງ​ການໄດ້​ຮັບ​ການ​ໜູນ​ຊ່ວຍ​ມະນຸດສະທຳ. ມີ​ຫຼາຍ​ນະຄອນ​ຖືກ​ທຳລາຍ, ​ໃນ​ນັ້ນ​ມີ Aleppo, ​ເຊິ່ງ​ແມ່ນ​ນະຄອນ​ໃຫຍ່​ສຸດ ​ແລະ ​ເຄີຍ​ເປັນ​ໃຈກາງ​ການ​ຄ້າ​ຂອງ​ ຊີຣີ. ​ແລະ ນະຄອນ Homs, ​ເຊິ່ງ​ແມ່ນ​ນະຄອນ​ໃຫຍ່​ອັນ​ດັບ 3ຂອງ ຊີຣີ, ​ປະຈຸ​ບັນເກືອບ​ຄື​ວ່າ​ບໍ່​ມີ​ຄົນ​ຢູ່​ອີກ. ບັນດາ​ໂບກ​ອິດສະ​ລາມ ດ້ວຍ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກໍ່​ຖືກ​ທຳລາຍ. ມໍລະດົກ​ໂລກ​ເກືອບ​ທັງ​ໝົດ​ຂອງ ຊີຣີກໍ່​ຖືກ​ເປ​ເພ ຫຼື​ທຳລາຍ, ​ໃນ​ນັ້ນ​ມີ ຫໍ​ປະສາດ Cracdes Chevaliers, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຫໍ​ປະສາດ​ແຕ່​ສະ​ໄໝ​ເຄິ່ງບູຮານ​ທີ່​ໄດ້​ຮັບ​ການ​ອະນຸລັກ​ຮັກສາ​ຮອບດ້ານ​ທີ່​ສຸດ​ຢູ່​ໂລກ.

        ພື້ນຖານ​ເສດຖະກິດ ຊີຣີ ກໍ່​ຮັບ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ ​ເມື່ອ​ຄວາມ​ເສຍ​ຫາຍ​ໄດ້​ຂຶ້ນ​ເຖິງ​ເກືອບ 60%, ​ໃນ​ຂະນະ​ທີ່​ບັນດາ​ນັກ​ຊ່ຽວຊານ​ຄາດ​ຄະ​ເນ​ວ່າ​ອັດຕາ​ໄພ​ເງິນ​ເຟີ້​ຢູ່​ປະ​ເທດ​ນີ້​ອາດ​ຈະ​ຂຶ້ນ​ເຖິງ​ລະດັບ 27,77% ​ໃນ​ທ້າຍ​ເດືອນ 3/2016.

        ສົ່ງ​ຜົນ​ສະທ້ອນ​ເຖິງ​ຫຼາຍ​ປະ​ເທດ

        ​ເສິກ​ກາງ​ເມືອງ​ຢູ່ ຊີຣີບໍ່​ພຽງ​ແຕ່​ທຳລາຍ​ ຊີຣີ​ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້​ໂລກ​ມີ​ການປ່ຽນ​ແປງ​​ໄປນຳ​ອີກ. ​ເສດຖະກິດ​ຂອງ​ຫຼາຍ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຄື: ຕວກກີ, ​ເລ​ບາ​ນອນ, ຈໍ​ແດນ, ອີຣັກ ກໍ່​ຖືກ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ​ຈາກ​ຊາວ​ອົບ​ພະຍົບ ຊີຣີ. ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ທະນາຄານ​ໂລກ (WB) ​​ແລ້ວ, ຊາວ​ ຊີຣີອົບ​ພະຍົບ ກວ່າ 630.000 ຄົນ ​ເຮັດ​ໃຫ້ ຈໍ​ແດນ​ເສຍ​ເງິນ​ເຖິງ 2,5 ຕື້ USD/ປີ. ສ່ວນ ​ເລ​ບາ​ນອນ ​ແລະ ຕວກກີ​ຖະ​ແຫຼ​ງບໍ່​ມີ​ຄວາມ​ສາມາດ​ຮັບປະກັນ​ໃຫ້​ແກ່ຊາ​ວອົບ​ພະຍົບ ຊີຣີອີກ. ການ​ປະ​ທະ​ກັນ​ຢູ່ ຊີຣີກໍ່​ເພີ່ມຄວາມ​ເຄັ່ງ​ຕຶງ​ດ້ານ​ເຊື້ອ​ຊາດ​ຜີວພັນ​ຢູ່ ຕວກກີຕື່ມອີກ.

        ອົງການ​ແຫ່ງ​ລັດ​ອິດສະ​ລາມ (IS) ພາຍຫຼັງ​ສ້າງ​ຖານ​ທີ່​ໝັ້ນ​ຕົ້ນຕໍ​ຢູ່​ນະຄອນ Raqqa(ຊີຣີ) ​ແລ້ວ, ປີ 2014, ​ໄດ້​ເປີດ​ກວ້າງ​ຖານ​ທີ່​ໝັ້ນ​ໄປ​ຍັງ ອີຣັກ,​ຈາກ​ນັ້ນ​ຄວບ​ຄຸມ​ບໍລິ​ເວນ​ທີ່​ກວ້າງ​ໃຫຍ່​ຂຶ້ນ​ກັບປະ​ເທດ​ຈຳນວນ​ໜຶ່ງ​ຢູ່​ຕາ​ເວັນ​ອອກ​ກາງ.

        ຄວາມ​ມານະ​ພະຍາຍາມ​ເຈລະຈາ​ເພື່ອ​ມີ​ສັນຕິພາບ

        ມີ​ຫຼາຍ​ມາດ​ຕະການ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ຢູ່ ຊີຣີ ​ໄດ້​ຮັບ​ການ​ຊຸກຍູ້​ໃນ​ໄລຍະ​ຜ່ານ​ມາ, ​ໃນ​ນັ້ນ​ມີ​ຮອບ​ເຈລະ​ຈາ​ຢູ່ ​ເຊີ​ແນວ ຄັ້ງ​ທີ 1 (ປີ 2012) ​ແລະ ຄັ້ງ​ທີ 2 (ປີ 2014)​ ແຕ່​ທັງ​ສອງ​ຝ່າຍ​ພັດ​ບໍ່​ນຳ​ໃຊ້ກາລະ​ໂອກາດທັງສອງ​ໄດ້, ​ເມື່ອ​ບໍ່​ມີ​ທັດສະນະ​ລວມກ່ຽວ​ກັບ​ອະນາຄົດ​ຂອງ​ປະທານາທິບໍດີ Bashar al Assad. ສຸດ​ທ້າຍ​ພາຍຫຼັງ​ຄວາມ​ມານະ​ພະຍາຍາມ, ນັບ​ທັງ​​ເລື່ອງ​ໂຈະ​ເວລາ​ອີກ, ການ​ເຈລະຈາ​ສັນຕິພາບ​ກ່ຽວ​ກັບ ຊີຣີ ຮອບ​ທີ 3 ຢູ່ ​ເຊີ​ແນວ​ກໍ່​ຖືກ​ດຳ​ເນີນ. ປະຈຸ​ບັນ, ຊາ​ວ ຊີຣີ ​ແລະ ຫາງ​ສຽງ​ພວມ​ລໍຖ້າ​ໝາກຜົນ​ແຫ່ງ​ການ​ເຈລະຈາ​ສັນຕິພາບ ​ໂດຍ ສປຊ ອຸປະຖຳ, ​ເຊິ່ງພວມ​ດຳ​ເນີນ (​ແຕ່​ວັນ​ທີ 14/3). ທ່ານ Staffan de Mistura ທູດ​ພິ​ເສດ ສປຊ ກ່ຽວ​ກັບ ຊີຣີ ກ່າວ​ເຕືອນ​ວ່າ, ຖ້າ​ຫາກ​ວ່າການ​ເຈລະຈາ​ໃນ​ຄັ້ງ​ນີ້​ປະລາ​ໄຊ ຈະ​ບໍ່​ມີ​ມາດ​ຕະການ​ໃດໆ​ ສາມາດ​ປ່ຽນ​ແທນ​​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່ ຊີຣີ​ໄດ້. ກ່ອນ​ໜ້າ​ນັ້ນ​ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່ ຊີຣີ ກໍ່​ເລີ່​ມ​ໄດ້​ຮັບ​ການ​ປະຕິບັດ​ແຕ່​ວັນ​ທີ 27/2 ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ກູ້​ຊ່ວຍ​ມະນຸດສະທຳ, ນີ້​ເປັນຂີດ​ໝາຍ​ໃຫ້​ແກ່​ຄວາມ​ມານະ​ພະຍາຍາມ​ດ້ານ​ການ​ທູດ​ ດ້ວຍ​ຂອບ​ຂະໜາດ​ໃຫຍ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ເປັນ​ເວລາ 5 ປີຜ່ານມາ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້.

​ເຖິງ​ວ່າ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ ນັບ​ແຕ່​ຮອບ​ເຈລະຈາ​ໂດຍ​ກົງ​ ​ຄັ້ງສຸດ​ທ້າຍລະຫວ່າງ​ລັດຖະບານ ຊີຣີ ​ແລະ ຝ່າຍ​ຄ້ານຖືກ​ປະລາ​ໄຊ​ແລ້ວ​ກໍ່ຕາມ. ​ແຕ່ບັນຫາ​ອະນາຄົດ​ຂອງ ປະທານາທິບໍດີ Bashar al Assad ຍັງ​​ໄດ້​ຮັບ​ຖື​ວ່າ​ແມ່ນ​ຮົ້ວ​ກີດຂວາງ​ໃຫຍ່​ສຸດ ທີ່​ພາ​ໃຫ້ການ​ເຈລະຈາ​ສັນຕິພາບ​ຄັ້ງ​ນີ້​ຍາກ​ທີ່​ຈະ​ບັນລຸ​ຜົນ​​ໄດ້. ​ໃນ​ຂະນະ​ນັ້ນ, ຄະນະ​ກຳມະການ​ເຈລະຈາ​ຂັ້ນ​ສູງ (HNC), ​ເຊິ່ງຕາງໜ້າ​ໃຫ້​ພັນທະ​ມິດ​ທີ່ກວ້າງ​ໃຫຍ່​ລວມມີ​ຝ່າຍ​ຄ້ານ​ຫຼາຍ​ກຸ່ມ​ຢູ່ ຊີຣີ, ພັດ​ຖື​ວ່າ, ການ​ເຈລະຈາ​ຄັ້ງ​ນີ້​ຄວນ​ສຸມ​ໃສ່​ການ​ສ້າງ​ຕັ້ງ​ລັດຖະບານ​ຂ້າມ​ຜ່ານ ​ແລະ ທ່ານ Assad ຕ້ອງ​ປະລະ​ສິດ​ອຳນາດ​ເພື່ອ​ເລີ່​ມຕົ້ນ​ໄລຍະ​ຂ້າມ​ຜ່ານ​ນີ້. ​ເລື່ອງ​ອຳນາດ​ການ​ປົກຄອງ ຊີຣີ ​ແລະ ຝ່າຍ​ຄ້ານ​ສືບ​ຕໍ່​ສະ​ແດງ​ຄວາມ​ບໍ່​ປະ​ນິປະນອມ, ​ແລະ ບໍ່ຜ່ອນ​ສັ້ນ​ຜ່ອນ​ຍາວນັ້ນ ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຮອບ​ເຈລະຈາ​ຄັ້ງ​ນີ້ ​ແລະ ຜົນ​ສຸດ​ທ້າຍ​ມັນ​ບໍ່​ຕ່າງ​ຫຍັງ​ການ​ເຈລະຈາ​​ສອງ​ຮອບ​ກ່ອນ​ນັ້ນ.

        ປະ​ເທດ ຊີຣີ ຖືກ​ຮັບ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ໃນ​ຕະຫຼອດ 5 ປີ ​ແຫ່ງ​ການ​ປະ​ທະ​ກັນ. ປະຈຸ​ບັນ, ປະຊາຊົນ ຊີຣີ ພວມ​ປາຖະໜາ​ຢາກ​ມີ​ສັນິພາບ​ກວ່າ​ເວລາ​ໃດ​ໝົດ. ​ແຕ່​ເຂົາ​ເຈົ້າ​ພັດ​ບໍ່​ສາມາດ​ຕັດສິນ​ຊາຕະ​ກຳ​ຂອງ​ຕົນ​ໄດ້, ຫາກ​ຕ້ອງ​ຂຶ້ນ​ກັບ​ເຈດ​ຕະນາ​ດີ ​ແລະ ຄວາມ​ມານະ​ພະຍາຍາມ​ເຈລະຈາ​ຂອງ​ຫຼາຍ​ຝ່າຍ. ​ເບິ່ງ​ຄື​ວ່າ​ກາລະ​ໂອ​ກາດ​ກ່ຽວ​ກັບ​ພື້ນຖານ​ສັນຕິພາບ​ຢູ່​ ຊີຣີຍາກ​ທີ່​ຈະ​ບັນລຸ​ໄດ້.

       

 


ຂ່າວ/ບົດ​ອື່ນ