ຊາວຫວຽດນາມອາໄສຢູ່ຕ່າງປະເທດປະກອບສ່ວນສ້າງສາບ້ານເກີດເມືອງນອນ

ໃນ​ບັນ​ດາ​ຜົນ​ງານ​ທີ່​ປະ​ເທດ​ຊາດ​ບັນ​ລຸ​ມາ​ໄດ້​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ສັງ​ຄົມ, ວັດ​ທະ​ນະ​ທຳ​ໃນ​ປີ 2014 ນັ້ນ, ແມ່ນ​ມີ​ການ​ປະ​ກອບ​ສ່ວນບໍ່​ໜ້ອຍ​ຂອງຊາວ​ຫວຽດ​ນາມ​ພວມດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນໃນ​ໂລກ. ການ​ປະ​ກອບ​ເຫື່ອ​ແຮງ​ຂອງ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກໍ​ເປັນ​ການຢັ້ງ​ຢືນ​ນ້ຳ​ໃຈ​ສາ​ມັກ​ຄີ​ທົ່ວ​ທັງ​ຊາດ, ແມ່ນ​ປະ​ສິດ​ທິ​ຜົນ​ຈາກ​ນະ​ໂຍ​ບາຍ​ຖື​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ພາກ​ສ່​ວນ​ທີ່ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຊາດ​ຫວຽດ​ນາມ​ໄດ້.
ຊາວຫວຽດນາມອາໄສຢູ່ຕ່າງປະເທດປະກອບສ່ວນສ້າງສາບ້ານເກີດເມືອງນອນ - ảnh 1
ນັກ​ທຸ​ລະ​ກິດຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ມາ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ຢູ່​ພາຍ​ໃນ​ປະ​ເທດ

     ປະ​ຈຸ​ບັນ, ຫວຽດ​ນາມ​ມີຊາວ​ຫວຽດ​ນາມ​ປະ​ມານ 4 ລ້ານ​ຄົນພວມດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ. ເຖິງວ່າ​ຢູ່​ຫ່າງ​ໄກ​ຈາກບ້ານ​ເກີດ​ເມືອງນອນ​ກໍ​ຕາມ, ແຕ່​ເຂົາ​ເຈົ້າ​ຍາມ​ໃດ​ກໍ​ອ​ວາຍ​ເມືອ​ຫາ​ປະ​ເທດ​ຊາດ​ດ້ວຍ​ຄວາມ​ໄຝ່​ຝັນ​ຢ່າງ​ແຮງ​ກ້າ​ຢາກກໍ່​ສ້າງ​ຫວຽດ​ນາມ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ​ສວຍ​ງາມ.

    ປະ​ກອບ​ເຫືຶ່​ອ​ແຮງ​ໃນຫຼາຍ​ຂົງ​ເຂດ

  ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ, ສັງ​ຄົມ, ແຕ່​ລະ​ປີ​ມີຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ປະ​ມານ 500.000 ເທື່ອ​ຄົນກັບ​ຄືນ​ເມືອ​ປະ​ເທດ, ໃນ​ນັ້ນ, ມີ​ຜູ້​ຊ່ຽວ​ຊານ​, ນັກ​ປັນ​ຍາ​ຊົນກວ່າ 300 ຄົນ​ກັບ​ເມືອ​ເຮັດ​ວຽກ. ດ້ວຍຫຼາຍ​ວິ​ທີ​ແຕກ​ຕ່າງ​ກັນ, ການ​ປະ​ກອບ​​ເຫື່ອ​ແຮງຊ່ວຍ​ເຫຼືອ​ປະ​ເທດ​ຊາດຂອງຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດໄດ້​ຮັບ​ໝາກ​ຜົນ​ໃດ​ໜຶ່ງ, ປະ​ກອບສ່ວນ​ນຳ​ປະ​ເທດ​ຊາດ​ນັບ​ມື້​ນັບ​ພັດ​ທະ​ນາ.

   ທາງ​ດ້ານ​ເສດ​ຖະ​ກິດ, ແຕ່​ລະ​ປີ​ມີຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ນັບ​ພັນ​ຄົນ​ກັບ​ເມືອ​ຊອກ​ຮູ້​ກາ​ລະ​ໂອ​ກາດ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ. ໄລ​ຮອດ​ປະ​ຈຸ​ບັນ, ຈຳ​ນວນ​ໂຄງ​ການ​ທີ່ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຈົດ​ທະ​ບຽນ​ລົງ​ທຶນ​ຢູ່​ຫວຽດ​ນາມ​ແມ່ນ​ກ່​ວາ 2000 ໂຄງ​ການ, ອັນ​ໄດ້​ນຳມາ​ເຊິ່ງ​ແຫຼ່ງ​ປະ​ໂຫຍດຄິດ​ເປັນ​ເງິນ​ປະ​ມານ 20 ຕື້ USD ໃຫ້​ແກ່​ປະ​ເທດ​ຊາດ​ໃນ​ແຕ່​ລະ​ປີ. ສະ​ເພາະ​ປີ 2014, ຈຳ​ນວນ​ເງິນ​ຕາ​ຂອງຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຝາ​ກເມືອ​ປະ​ເທດ​ຊາດ​ບັນ​ລຸ 12 ຕື້ USD, ອັນ​ໄດ້​ນຳ​ຫວຽດ​ນາມຖືກ​ຈັດເຂົ້າໃນ​ບັນ​ຊີ​ລາຍ​ຊື່ 10 ປະ​ເທດ​ໄດ້​ຮັບ​ເງິນ​ຕາ​ຂອງ​ປະ​ຊາ​ຊົນທີ່ອາ​ໄສ​ຢູ່​ຕ່າງ​ປະ​ເທດຫຼາຍ​ກ່​ວາ​ໝູ່​ໃນ​ໂລກ. ຖ້າ​ຫາກວ່າ ກ່ອນນີ້, ຈຳ​ນວນ​ເງິນ​ຕາ​ຂອງຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຕົ້ນ​ຕໍ​ແມ່ນ​ສຸມ​ໃສ່​ຂົງ​ເຂດ​ລົງ​ທຶນ​ອະ​ສັງ​ຫາ​ລິ​ມະ​ຊັບ, ຫຼັກ​ຊັບ ແລະ ການ​ຝາກ​ເງິນ​ປະ​ຢັດ, ແຕ່​ໃນ​ປະ​ຈຸ​ບັນ, ຈຳ​ນວນ​ເງິນ​ຕາ​ຂອງຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໄດ້​ຮັບ​ການ​ລົງ​ທຶນ​ເຂົ້າ​ໃນ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ. ທ່ານ​ນາງ ເຮ​ເລ​ເວີນ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຊູ​ແອດ, ຜູ້​ໄດ້​ລົງ​ທຶນ​ເຂົ້າ​ໃນ​ໂຄງ​ການ​ສ້າງ​ໝູ່​ບ້ານ​ທ່ອງ​ທ່ຽວ​ສາ​ກົນ ບັກ​ເອົາ, ກໍ່​ສ້າງ​ສູນ​ເບິ່ງ​ແຍງ​ດູ​ແລ​ຜູ້​ເຖົ້າ​ຜູ້​ແກ່ ແລະ ສູນ​ເດັກ​ກຳ​ພ້າ ໃຫ້​ຮູ້​ວ່າ :

“ ຂ້າ​ພະ​ເຈົ້າ​ກັບ​ເມືອ​ລົງ​ທຶນ​ຢູ່​ປະ​ເທດ​ຊາດ, ວຽກ​ງານ​ທຸກ​ຢ່າງ​ກໍ​ດຳ​ເນີນ​ໄປ​ດ້ວຍ​ດີ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ຖ​້າ​ຫາກຕົນ​ເອງມີ​ຄວາມ​ມາ​ນະ​ອົດ​ທົນ, ຈຶ່ງ​ສາ​ມາດ​ປະ​ກອບ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ​ໄດ້. ເພາະ​ປະ​ເທດ​ຊາດ​ແມ່ນ​ກົກເຄົ້າ​ເຫງົ້າ​ກໍ, ເຖິງວ່າ​ເຮົາ​ຮັ່ງ​ມ​ີ​ຄື​ແນວ​ໃດ​ກໍ​ຕາມ, ຍາມ​ໃດ​ປະ​ເທດ​ຊ​າດ ກໍ​ເປັນ​ແຫ່ງ​ທີ່​ຕົນ​ເອງ​ຕ້ອງ​ກັບ​ຄືນ ແລະ ເຮັດ​ວຽກ​ງານ​ໃດ​ໜຶ່ງ​ໃຫ້​ແກ່​ປະ​ເທດ​ຊາດ ”

    ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນ​ທີ່​ພວມອາ​ໄສ​ຢູ່​ຕ່າງ​ປະ​ເທດຕາ່ງ​ກໍ​ແມ່ນ​ທູດ​ແນະ​ນຳ​ສີ​ສັນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ເຖິງ​ເພື່ອນ​ມິດ​ສາ​ກົນ. ດ້ວຍ​ທັດ​ສະ​ນະ​ເຊັ່ນ​ນັ້ນ, ທ່ານ​ເຈີນ​ຫາຍ​ລິງ, ປະ​ທານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ສ.ເກົາຫຼີ​ໃຫ້​ຮູ້​ວ່າ : ແຕ່​ລະ​ປີ, ສະ​ມາ​ຄົມ​ກໍ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ສາ​ກົນຫຼາຍ​ຄັ້ງ ແນ​ໃສ່​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ, ພາບ​ພົດ, ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ, ນອກ​ຈາກນັ້ນ ກໍ​ຍັງ​ຈັດ​ງານ​ບຸນ​ວັດ​ທະ​ນະ​ທຳ​ປະ​ເພ​ນີ​ຫວຽດ​ນາມ​ຢູ່ ສ.ເກົາຫຼີ​ໃນ​ແຕ່​ລະ​ປີອີກ​ດ້ວຍ.

     ຕີ​ລາ​ຄາ​ກ່ຽວ​ກັບ​ການປະ​ກອບ​ສ່ວນ​ສ້າງ​ສາບ້ານ​ເກີດ​ເມືອງນອນຂອງຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ທ່ານ ຫງວຽນ​ຟູ້​ບີງ ປະ​ທານ​ສະ​ມາ​ຄົມ​ຕິດ​ຕໍ່​ສື່​ສານ​ກັບຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຢືນ​ຢັນ​ວ່າ :

    “ ປະ​ຊາ​ຄົມຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ກ່ຽວ​ກັບ​ຈຳ​ນວນ ແລະ ກໍ​ມີຫຼາຍ​ຮູບຫຼາຍ​ສີ ແລະ ສັບ​ສົນ. ເພາະ​ວ່າ ພໍ​ແມ່​ພ​ນ້ອງ​ອອກ​ໄປ​ຕ່າງ​ປະ​ເທດ​ໃນ​ສະ​ພາບ​ການ​ທີ່​ແຕກ​ຕ່າງ​ກັນ ແລະ ດ້ວຍ​ຈຸດ​ປະ​ສົງ​ແຕກ​ຕ່າງ​ກັ​ນ. ແຕ່​ຈຸດ​ລວມ​ຂອງ​ປະ​ຊາ​ຄົມຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນ​ທຸກໆ​ຄົນ​ຕ່າງ​ກໍ​ຜູກ​ພັນ​ກັບບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ ”

    ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຮ່ວມ​ແຮງ​ຮ່ວງ​ໃຈ​ສ້າງ​ສາ​ປະ​ເທດ​ຊາດ

   ກ່​ວາ​ເຄິ່ງສະ​ຕະ​ວັດ​ທີ່​ຜ່ານ​ມາ, ນັບ​ແຕ່​ວັນ​ປະ​ທານ​ໂຮ່​ຈິ​ມິນ​ຕ້ອນ​ຮັບ​ກຳ​ປັ່ນ​ຖ້ຽວ​ທຳ​ອິດ​ທີ່​ສົ່ງຊາວ​ຫວຽດ​ນາມ​ເກືອບ 1000 ຄົນ​ທີ່ອາ​ໄສ​ຢູ່​ໄທ​ກັບ​ເມືອ​ປະ​ເທດ ເປັນ​ຕົ້ນ​ມາ, ຍາມ​ໃດ​ພັກ ແລະ ລັດ​ກໍ​ເອົາ​ໃຈ​ໃສ່​ເຖິງຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ມີ​ນະ​ໂຍ​ບາຍ, ມະ​ຕິຫຼາຍ​ສະ​ບັບ​ໄດ້​ຮັບ​ການ​ປະ​ກາດ​ໃຊ້ ແລະ ນັບ​ມ​ື້​ນັບ​ສອດ​ຄ່ອງ​ກັບ​ກັບ​ສະ​ພາບ​ຕົວ​ຈິງ ແລ​ະ ແນວ​ຄິດ​ຈິດ​ໃຈ​ຂອງ​ເຂົາ​ເຈົ້າ. ນາງ ວັນ​ເຢືອງ​ແທ່ງ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຊູ​ແອດ​ຖື​ວ່າ :

   “ ຂ້າ​ພະ​ເຈົ້າ​ວ່າ ໄດ້​ມີຫຼາຍ​ນະ​ໂຍ​ບາຍ​ເປີດ​ກ້​ວາງ​ໃຫ້​ແກ່​ນັກ​ທຸ​ລະ​ກິດ, ໃນ​ຂະ​ນະ​ນັ້ນ, ປັດ​ໄຈ​ວັດ​ທະ​ນະ​ທຳ, ຈິດ​ໃຈ, ວັດ​ທະ​ນະ​ທຳ​ຫວຽດ​ນາມ​ແມ່ນ​ສຳ​ຄັນ​ທີ່​ສຸດ. ເພາະ​ສະ​ນັ້ນ, ບັນ​ດາ​ຜູ້​ເຮັດ​ວຽກ​ງານ​ວັດ​ທະ​ນະ​ທຳ​ມີ​ຄວາມ​ຫວັງ​ຢາກ​ປະ​ກອບ​ເຫື່ອ​ແຮງ, ລະ​ດັບ​ຄວາມ​ຮູ້​​ທີ່​ສະ​ສົມ​ມາ​ໄດ້​ຢູ່​ຕ່າງ​ປະ​ເທດ​ໃນຫຼາຍ​ປີ​ທີ່​ຜ່ານ​ມາເຂົ້າ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ ”

     ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ພັກ, ລ​ັດ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຈະ​ເຮັດ​ວຽກ​ງານຫຼາຍ​ກ່​ວາ​ອີກ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຄອງຄ່ອຍ​ຂອງ​ພໍ່​ແມ່​ພີ​ນ້ອງຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ທ່ານ ຫງວຽນ​ທ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​   ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຢືນ​ຢັນ​ວ່າ :

   “ ການ​ເບິ່ງ​ແຍງ​ຊີ​ວິດ​ວັດ​ທະ​ນະ​ທຳ, ວັດ​ທະ​ນະ​ທຳ​ຂອງ​ຊາດ, ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ພາຍ​ໃນ​ປະ​ເທດ​ກັບ​ພາຍນອກ​ແມ່ນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ. ພວກ​ຂ້າ​ພະ​ເຈົ້າ​ສ້າງ​ແຜນ​ຮ່າງ​ກ່ຽວ​ກັບ​ການເບິ່ງແຍງ​ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ​ໃນ​ປະ​ຊາ​ຄົມຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ພວກ​ຂ້າ​ພະ​ເຈົ້າ​ຍັງ​ສ້າງ​ເວ​ທີ່​ປາ​ໄສ​ເພື່ອ​ເສີມ​ຂະ​ຫຍາຍ​ຖັນ​ແຖວ​ນັກ​ປັນ​ຍາ​ຊົນ ”

   ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ, ການ​ປະ​ກອບ​ສ່ວນ​ຂອງຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແມ່ນບໍ່​ອາດ​ປະ​ຕິ​ເສດ​ໄດ້. ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ປະ​ຊາ​ຄົມຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກໍ​ແມ່ນ​ໜ້າ​ທີ່​ສຳ​ຄັນ, ແມ່ນ​ສິ່ງ​ຜູກ​ຮັດ​ພໍ່​ແມ່​ພີ່ນ້ອງກັບບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ