ຍົກສູງບົດບາດຂອງວົງຄະນະຍາດໃນການ ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ

ຕາມ​ກົນ​ໄກ​ຕີ​ລາ​ຄາ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງນັ້ນ, ຫວຽດ​ນາມ​ຖືກ​ຈັດ​ຢູ່​ໃນ​ກຸ່ມ​ປະ​ເທດ​ສຳ​ເລັດວິ​ວັດ​ການ​ຕີ​ລາ​ຄາ​ເທື່ອ​ທີ 1 ຂອງສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ. ວຽກ​ງານປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງຂອງ​ຫວຽດ​ນາມ​ກໍ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ ຄື​ດັ່ງເປັນ​ຕົວ​ແບບ​ກ່ຽວ​ກັບ​ການ​ປະ​ຕິ​ບັດກົນ​ໄກ​ຕີ​ລາ​ຄາ​ການ​ປະ​ຕິ​ບັດ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ພິ​ເສດ​ແມ່ນ​ວິ​ວັດ​ການ​ປະ​ຕິ​ບັດ​ເທື່ອ​ທີ 1. ສິ່ງດັ່ງ​ກ່າວ​ແມ່ນ​ໝາກ​ຜົນ​ແຫ່ງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ພັກ, ລັດ, ລັດ​ຖະ​ບານ ແລະ ພິ​ເສດ​ແມ່ນ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ປະ​ຊາ​ຊົນ, ວົງ​ຄະ​ນະ​ຍາດ​ໃນ​ວຽກ​ງານ​ຕໍ່​ສູ້​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ.

 

ຍົກສູງບົດບາດຂອງວົງຄະນະຍາດໃນການ ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ - ảnh 1
ການ​ໂອ້​ລົມ​ສົນ​ທະ​ນາ "​ຮ່ວມ​ແຮງ​ຮ່ວມ​ໃຈປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງເພື່ອ​ການ​ພັດ​ທະ​ນາ"

       ວັນ​ທີ 29/11/2005, ກົດ​ໝາຍ​ວ່າ​ດ້​ວຍການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ສະ​ໄໝສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 11 ແລະ ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 1/6/2006 ເພື່ອ​ແນ​ໃສ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ສູງ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມໃນ​ການ​ຕໍ່​ສູ້ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ. ໃນ​ນັ້ນ, ການ​ສະ​ກັດ​ກັ້ນການ​ສໍ້​ລາດ​ບັງຫຼວງແມ່ນ​ເສົາ​ຄ້ຳ, ມີ​ບົດ​ບາດ​ສຳ​ຄັນ​ໃນ​ກົດ​ໝາຍ​ວ່າ​ດ້ວຍການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ. ກົດ​ໝາຍ​ຫວຽດ​ນາມ​ໃນ​ປະ​ຈຸ​ບັນ ໄດ້​ກຳ​ນົດ​​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ ບັນ​ດາ​ມາດ​ຕະ​ການສະ​ກັດ​ກັ້ນ​ທີ່​ພວມ​ນຳ​ໃຊ້​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ.

    ປະ​ຊາ​ຊົນ​ແມ່ນ​ປັດ​ໄຈ​ສຳ​ຄັນ ແລະ ຕັ້ງ​ໜ້າ​ໃນການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ

  ໃນ​ໄລ​ຍະ​ທີ່​ຜ່ານມ​າ, ວຽກ​ງານປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງຂອງ​ຫວຽດ​ນາມ​ໄດ້​ມີ​ການ​ປົວ​ແປງ​ທີ່​ດີ​ພໍ​ສົມ​ຄວນ , ນີ້​ແມ່ນ​ຍ້ອນ​ມີ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທັງ​ພາກ​ລັດ, ເອ​ກະ​ຊົນ, ບັນ​ດາ​ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົ​ມ, ບັນ​ດາ​ອົງ​ການ​ສື່ມວນ​ຊົນ ແລະ ປະ​ຊາ​ຊົນ. ທ່ານ​ນາງ ດາວ​ທິ​ງາ ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ອົງ​ການ ເຮື້ອງ​ເຕີ້ຍ​ມິນ​ແບກ ຢືນ​ຢັນ​ວ່າ : 

“  ປະ​ຊາ​ຊົນ​ສາ​ມາດ​ຮ້ອງ​ຟ້ອງ​ບັນ​ດາ​ການ​ກະ​ທຳ​ສໍ້​ລາດ​ບັງຫຼວງ, ຊ່ວຍ​ຕິດ​ຕາມກວດ​ກາ​ການ​ເຄື່​ອນ​ໄຫວ​ຂອງ​ອົງ​ການ​ທີ່​ມີ​ໜ້າ​ທີ​ຮັບ​ຜິດ​ຊອບ, ຈາກນັ້ນ ຈະ​ຊ່ວຍ​ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ອະ​ພິ​ປາຍ​ຂອງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ແຫ່ງ​ລັດ, ປະ​ກອບ​ສ່ວນ​ສ້າງ​ບັນ​ດາ​ນະ​ໂຍ​ບາຍ, ເອ​ກະ​ສານ​ນິ​ຕິ​ກຳ​ຂອງ​ລັດ. ແຕ່​ລະ​ຄົນ​ຕ້ອງ​ເຫັນ​ແກ່​ສ່ວນ​ລວມ​, ບໍ່​ເຫັນ​ແກ່​ສວ່ນ​ຕົວ ກໍ​ຄື​ສົ່ງ​ເສີມ​ຍາດ​ພີ​ນ້ອງ​ເຮັດ​ຕາມ, ເປັນ​ອັນ​ວ່າ​ປະ​ຊາ​ຊົນ​ແຕ່​ລະ​ຄົນ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ສະ​ກັດ​ກັ້ນ​ບັນ​ດາ​ການ​ກະ​ທຳສໍ້​ລາດ​ບັງຫຼວງ”

     ການ​ນຳ​ພັກ, ລັດ​ຫວຽດ​ນາມ​ຍາມ​ໃດ​ກໍ​ເຊີດ​ຊູ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ເພີ່ມ​ທະ​ວີ​ບົດ​ບາດ ແລະ ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ​ໃນການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ຍ້ອນ​ແນວນັ້ນ, ລະ​ດັບ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ບົດ​ບາດ, ສິດ​ຜົນ​ປະ​ໂຫຍດ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ໃນການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ ໄດ້​ເພີ່ມ​ຂຶ້ນຫຼາຍ​ພໍ​ສົມ​ຄວນ. ທ່ານ​ຮີ່ງ​ຟອງ​ແຈງ ຫົວ​ໜ້າ​ອົງ​ການກວດ​ກາ​ລັດ​ຖະ​ບານ​ຖື​ວ່າ :

“ ຄວນ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ຄົບ​ຖ້ວນ​ຕາມ​ລະ​ບຽບ​ກົດ​ໝາຍ. ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ໃຫ້​ປະ​ຊາ​ຊົນ, ພາກ​ສ່ວ​ນ, ຂົງ​ເຂດ​ຕ່າງໆ​ໃນ​ສັງ​ຄົມ​ອາດ​ຈະ​ເຂົ້າ​ຮ່ວມປະ​ກອບ​ຄຳ​ເຫັນ, ຂໍ້​ລະ​ເລີ່ມ, ແນວ​ຄວາມ​ຄິດ​ທີ່​ແທດ​ຈິງ​ກ່ຽວ​ກັບການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ. ບັນ​ດາ​ການ​ກະ​ທຳ​ເຫຼົ່າ​ນັ້ນ, ແມ່ນ​ປະ​ກົດ​ການ​ສູງ​ສຸດ​ຂອງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ພັກ ແລະ ລັດ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ທັງ​ລະ​ບົບ​ການ​ເມືອງ ແນ​ໃສ່​ຮ່ວມ​ແຮງ​ຮ່ວມ​ໃຈປ້ອງ​ກັນ,ຕ້ານ, ສະ​ກັດ​ກັ້ນ ແລະ ຍູ້​ໄພ​ສໍ້​ລາດ​ບັງຫຼວງໃຫ້​ຖອຍ​ໄປ ”

     ຫັນ​ບົດ​ບາດ​ຂອງ​ປະ​ຊາ​ຊົນ​ເປັນ​ລະ​ອຽດ​ຜ່ານ​ບັນ​ດາ​ຂໍ້​ລິ​ເລີ່ມ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ

   ວັນ​ປະ​ດິດ​ຄິດ​ສ້າງ​ຫວຽດ​ນາມ ປີ 2009 (VID) ດ້ວຍ​ຫົວ​ຂໍ້ “ ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ ແລະ ຄວາມ​ກະ​ຈ່າງ​ແຈ້ງ, ຫຼຸດ​ຜ່ອນ​ການ​ ສໍ້​ລາດ​ບັງຫຼວງ ” ແມ່ນ​ການ​ເຄື່ອນ​ໄຫວ​ທຳ​ອິດ ໂດຍ​ອົງ​ການກວດ​ກາ​ລັດ​ຖະ​ບານ​ສົມ​ທົບ​ກັບ​ທະ​ນາ​ໂລກ​ປະ​ຈຳ​ຫວຽດ​ນາມຈັດ​ຂຶ້ນ ດ້ວຍ​ຈຸດ​ປະ​ສົງ​ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ປະ​ກອບ​ຄຳ​ເຫັນ, ຂໍ້​ລິ​ເລີ່ມ, ແນວ​ຄວາມ​ຄິດ ປະ​ກອບ​ສ່ວ​ນ​ຢ່າງ​ແທດ​ຈິງເຂົ້າ​ໃນການ​ພັດ​ທະ​ນ​າ​ຂອງ​ທ້ອງ​ຖິ່ນ ແລະ ຂອງວົງ​ຄະ​ນະ​ຍາດ ແລະ ເຮັດ​ໃຫ້​ຄວາມ​ມາ​ນະ​ພະ​ຍ​າ​ຍາມຕໍ່​ສູ້​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ.

    ຕໍ່​ຈາກ VID ປີ 2009, ບັນ​ດາ​ລາຍ​ການ​ຂໍ້​ຄິດ​ລິ​ເລີ່ມ​ກ່ຽວ​ກັບ ການ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຢູ່​ຫວຽດ​ນາມ​(VACI 2011, VACI 2013, VACI 2014 )ໄດ້​ຮັບ​ການ​ສ້າງ​ຂຶ້ນ​ໂດຍ​ມີ​ການ​ອຸ​ປະ​ຖຳ​ຈາກ​ທະ​ນາ​ຄານ​ໂລກ, ກະ​ຊ​ວງ​ພັດ​ທະ​ນາ​ສາ​ກົນ​ອັງ​ກິດ…ດ້ວຍ​ຈຸດ​ໝາຍ​ປຸກ​ລະ​ດົມ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງວົງ​ຄະ​ນະ​ຍາດ​ແນ​ໃສ່​ຫັນ​ບັນ​ດາ​ວິ​ທີ​ການ​​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງຈາກ​ຂັ້ນ​ຮາກ​ຖານ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ທ່ານ​ຫງວຽນ​ຮິ້ວ​ລົກ, ຜູ້​ຮັກ​ສາ​ການ​ຫົວ​ໜ້າ​ກົມ​ຮ່ວມ​ມື​ສາ​ກົນ ສັງ​ກັດ​ອົງ​ການກວດ​ກາ​ລັດ​ຖະ​ບານ ໃຫ້​ຮູ້​ວ່າ : 

    “ VID 2009 ແລະ VACI ແມ່ນ​ການ​ເຄື່​ອນ​ໄຫວ​ທະ​ວີ​ຄູນ​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງວ​ົງ​ຄະ​ນະ​ຍາດ; ໄດ້​ພິ​ສູດ​ໃຫ້​ເຫັນ​ລັກ​ສະ​ນະ​ຫົວ​ຄິ​ດປະ​ດິດ​ສ້າງ, ແທດ​ຈິງ, ຜ່ານນັ້ນ,ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຢ່າງຕັ້ງ​ໜ້າ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງປະ​ຊາ​ຊົນ ແລະ ສັງ​ຄົມ​ເຂົ້າ​ໃນ​ວຽກ​ງານປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ ”

     ວຽກ​ງານ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ກໍ​ເພື່ອ​ແນ​ໃສ່​ຍົກ​ສູງ​ລະ​ດ​ັບ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ປະ​ຊາ​ຊົນ​ກ່ຽວ​ກັບ ສໍ້​ລາດ​ບັງຫຼວງ, ສົ່ງ​ເສີມ​ການ​ເຂົ້າ​ຮ່ວມຢ່າງ​ຕັ້ງ​ໜ້າ, ເປັນ​ເຈົ້້າ​ການຂອງ​ປະ​ຊາ​ຊົນ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ. ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ປະ​ຊາ​ຊົນ​ຜ່ານ​ບັນ​ດາ​ຂໍ້​ລິ​ເລີ່ມ, ແນວ​ຄວາມ​ຄິດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ແຫ່ງ​ລັດ, ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ ໄດ້​ມີ​ຄວາມ​ກະ​ຈ່າງແຈ້ງກວ່າ, ​ມີຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ອະ​ພິ​ປາຍ​ສູງກວ່າ, ຮັບ​ປະ​ກັນ​ກົນ​ໄກ​ສົນ​ທະ​ນາ​ຢ່າງ​ເປີດ​ອົກ​ເປີດ​ໃຈ​ກັບ​ປະ​ຊາ​ຊົນ​ເປັນ​ປະ​ຈຳຫຼາຍກວ່າ, ​ກໍ​ລະ​ນີ​ທີ່​ຜິດ​ພາດຫຼາຍ​ກໍ​​ລະ​ນີໄດ້​ຮັບ​ການ​ແກ້​ໄຂ ແລະ ລົງ​ໂທດ​ຢ່າງ​ເຂັ້ມ​ງວດ, ອັນ​ໄດ້​ປະ​ກອບ​ສ່ວນ​ນຳ​ມາ​ເຊິ່ງ​ຄວາມ​ກະ​ຈ່າງ​ແຈ້ງ​ໃຫ້​ແກ່​ສັງ​ຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ