ຍັງບໍ່ທັນມີມາດຕະການໃຫ້ແກ່ບັນຫານິວເຄຼຍໃນແຫລມເກົາຫລີ


(vovworld)- ໂດຍບໍ່​ຫົວ​ຊາ​ຕໍ່​ປະ​ຕິ​ກິ​ລິ​ຍາ​ຈາກ​ປະ​ຊາ​ຄົມ​ສາ​ກົນ ກໍ​ຄື​ຄຳ​ສັ່ງ​ລົງ​ໂທດ ຂອງ ສ​ປ​ຊ, ວັນ​ທີ 9/9 ຜ່ານ​ມາ, ສ​ປ​ປ ເກົາ​ຫລີ ໄດ້​ດຳ​ເນີນ​ເຫດ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ 5 ແລະ ກໍ​ແມ່ນ​ເຫດ​ທົດ​ລອງ​ຂະ​ຫນາດ​ໃຫຍ່ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ. ການ​ຜັນ​ແປ​ຫລ້າ​ສຸດນີ້ ໄດ້​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່ພາກ​ພື້ນ​ເພີ່ມ​ຂຶ້ນໃນ​ກວ່າ 10 ມື້​ຜ່ານ​ມາ ພ້ອມ​ທັງ​ໃຫ້​ເຫັນ​ວ່າ ບ​ັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄຼຍ ໃນ​ແຫລມ​ເກົາ​ຫລີ ບໍ່​ໄດ້​ຮັບ​ການເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົ​ນ​ຄື​ດັ່ງ​ຄວາມ​ມຸ່ງ​ຫວັງ.

ຍັງບໍ່ທັນມີມາດຕະການໃຫ້ແກ່ບັນຫານິວເຄຼຍໃນແຫລມເກົາຫລີ - ảnh 1
ກາ​ນ​ຍິງ​ລູກ​ສອນ​ໄຟ​ຂອງ ສ​ປ​ປ ເກົາ​ຫລີ
ພາບ:baogiaothong

         ເຫດ​ທົດ​ລອງ​ນິວ​ເຄຼຍໄດ້ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 9/9 ແມ່ນ​ເຫດ​ທົດ​ລອງ​ນິວ​ເຄຼຍ​ຄັ້ງ​ທີ 5 ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ແລະ ແມ່ນ​ເຫດ​ທົດ​ລອງ​ຄັ້ງ​ທີ 2 ນັບ​ແຕ່​ຕົ້ນ​ປີ 2016 ຂອງ ສ​ປ​ປ ເກົາ​ຫລີ. ສຳ​ນັກ​ຂ່າວ​ສານ​ສູນ​ກາງ ສ​ປ​ປ ເກົາ​ຫລີ KCNA ກ​ໍ​ໄດ້​ໃຫ້​ຂ່າວ​ວ່າ: ການ​ທົ​ດ​ລອງ​​ນີ້ກຳ​ນົດ​ໄດ້​ວ່າ ຫົວ​ລູກ​ສອນ​ໄຟ​ໃຫມ່ ສາ​ມາດ​ຕິດ​ໃສ່​ລູກ​ສອນ​ໄຟ​ໄດ້.

        ສ​ປ​ປ ເກົາ​ຫລີ ດຳ​ເນີນ​ການ​ທົດ​ລອງ​ລູກ​ສອນ​ໄຟ ແລະ ນິວ​ເຄຼຍ​ຢ່າງ​ລຽນ​ຕິດ

 ທ່ານ Mathieu Duchatel, ຮອງ​ຜູ້​ອຳ​ນວຍ​ການ​ໂຄງ​ການ​ອາ​ຊີ ປະ​ຈຳ ສະ​ພາ​ການ​ພົວ​ພັນ​ສາ​ກົນ ເອີ​ລົບ ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ແລະ ສ ເກົາ​ຫລີ ພວມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂຄງ​ການ​ສ້າງ​​ລະ​ບົບ​ປ້ອງ​ກັນສະ​ກັດ​ກັ້ນ​ລູ​ກ​ສອນ​ໄຟ THAAD ໃນ​ດິນ​ແດນ​ຂອງ ສ​ເກົາ​ຫລີ. ເມື່ອ​ນຳ​ເຂົ້າ​ເຄື່ອນ​ໄຫວ, ລະ​ບົບ​ນີ້​ຈະ​ຕິດ​ຕາມກວດ​ກາ​ບັນ​ດາ​ຮາກ​ຖານ​ນິວ​ເຄຼຍ​ຂອງ ສ​ປ​ປ ເກົາ​ຫລີ ຢ່າງ​ແຫນ້ນ​ແຟ້ນກວ່າ. ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ສາຍ​ເຫດ​ເຮັດ​ໃຫ້ ສ​ປ​ປ ເກົາ​ຫລີ ດຳ​ເນີນ​ເຫດ​ທົດ​ລອງ​ນິວ​ເຄຼຍ​ຄັ້ງ​ທີ 5. ນອກນັ້ນ, ເຫດ​ທົດ​ລອງ​ຍັງ​ແນ​ໃສ່​ກໍ່​ກຳ​ລັງ​ດັນ​ຕໍ່​ວົງ​ການ​ນັກ​ການ​ເມືອງ​ບັນ​ດາ​ປະ​ເທດ, ເປັນ​ຕົ້ນ​ແມ່ນ ອາ​ເມ​ລິ​ກາ, ໃນ​ການ​ປ່ຽນ​ແປງ​ຫລັກ​ໝັ້ນ. ມາ​ຮອດ​ປະ​ຈຸ​ບັນ ວໍ​ຊິງ​ຕັນ ບໍ່​ມີ​ການ​ເຈ​ລະ​ຈາ​ໂດຍ​ກົງ​ກັບ ພຽງ​ຢາງ ເວັ້ນ​ເສຍ​ແຕ່​ປະ​ເທດນີ້​ຍອມ​​ປະ​ລະ​ຄວາມ​ມັກ​ໃຫຍ່​ໃຝ່​ສູງ​ດ້ານ​ນິວ​ເຄຼຍ. ຕາມ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາ​ຫລີ ແລ້ວ, ເຫດ​ທົດ​ລອງ​ນິວ​ເຄຼຍ ແມ່ນ ປະ​ຕິ​ກິ​ລິ​ຍາ​ໂຕ້​ຕອບ​ທີ່​ຈຳ​ເປັນ​ຕໍ່​ສິ່ງ​​ອັນ​ທີ່​ເອີ້ນ​ວ່າ “ໄພ​ນິວ​ເຄຼຍ​ຈາກ ອາ​ເມ​ລິ​ກາ”. ສ​ປ​ປ ເກົາ​ຫລີ ຈະ​ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ດ້ານ​ນິວ​ເຄຼຍ ນັບ​ທັງ “ຄຸນ​ນະ​ພາບ ແລະ ຈຳ​ນວນ”. ໂຄງ​ການ​ນິວ​ເຄຼຍ​ຂອງ ພຽງ​ຢາງ ຈະ​ສວມ​ບົດ​ບາດ​ເປັນ​ຕາຍ​ໃນ​ຍຸດ​ທະ​ສາດ​ປ​້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ. ​ພາຍ​ຫລັງ​ເຫດ​ທົດ​ລອງ​ນິວ​ເຄຼຍ, ວັນ​ທີ 11/9 ພຽງ​ຢາງ ໄດ້​ສະ​ເຫນີ ໃຫ້ວໍ​ຊິງ​ຕັນ ຮັບ​ຮອ​ງ ສ​ປ​ປ ເກົາ​ຫລີ ແມ່ນ​ລັດ​ກຳ​ມະ​ສິດ​ອາ​ວຸດ​​ດ້ານນິວ​ເຄຼຍ. ເລື່ອງ ສປປ ​ເກົາຫຼີ​ ດຳ​ເນີນ​ການ​ທົດ​ລອງ​ນິວຄະ​ເລຍ​ຄັ້ງ​ທີ 5 ຍ້ອນ​ ພຽງ​ຢາງ​ ມີ​ສະຕິ​ຮັບ​ຮູ້​ໄດ້​ວ່າ ​ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ ​ເມື່ອ ປັກ​ກິ​ງ ບໍ່​ເປັນ​ພັນທະ​ມິດ​ທີ່​ມີ​ຄວາມ​​ຊະ​ນິດຕິດ​ພັນ​ກັບປະ​ເທດ​ນີ້​ຄື​ໃນ​ອະດີດຕະການ​ອີກ. ຢູ່​ສະພາ​ຄວາມ​ໝັ້ນຄົງ​ ສະຫະ​ປະຊາ​ຊາດ, ຈີນ ​ເຄີຍ​ລົງມະຕິ​ຮັບຮອງ​ເອົາ​ບັນດາ​ມາດ​ຕະການ​ລົງ​ໂທດ ສປປ ​ເກົາຫຼີ.

ການ​ທົດ​ລອງ​ນິວຄະ​ເລຍ​ຄັ້ງ​ທີ 5 ຂອງ ສປປ ​ເກົາຫຼີ ​ເຮັດ​ໃຫ້​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ມີ​ຄວາມ​ວິຕົກ​ກັງວົນ​ທີ່​ສຸດ ​ແລະ ຊອກ​ຫາ​ວິທີ​ເພື່ອ​ເພີ່ມ​ທະວີ​ຄວາມ​ປອດ​ໄພ. ວັນ​ທີ 19/9, ສຳນັກ​ຂ່າວສານ Yonhap ຂອງ ສ​ ເກົາຫຼີ ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້ ​ແລະ ອາ​ເມ​ລິ​ກາ​ ຈະ​ຊອກ​ຫາ​ວິທີ​ສ້າງ​ຍຸດ​ທະ​ສາດ​ນາບ​ຂູ່​ດ້ວຍ 3 ​ໄລຍະ ​ເພື່ອ​ຮັບ​ມື​ກັບ ສປປ ​ເກົາຫຼີ ​ໃນ​ການ​ເຈລະຈາ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຂັ້ນ​ສູງ, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ເດືອນ 10 ຈະ​ມາ​ເຖິງ. ຕາມ​ນັ້ນ​ແລ້ວ, ບັນດາ​ການ​ກະທຳ​ດ້ານ​ການ​ທະຫານ ຈະ​ໄດ້​ຮັບ​ການ​ນຳ​ໃຊ້​ເພື່ອ​ຮັບ​ມື​ກັບ​ໄພ​ນາຍ​ຂູ່​ນຳ​ໃຊ້​ອາວຸດນິວຄະ​ເລ​ຍ ທີ່​ພວມ​ເພີ່ມ​ຂຶ້ນ​ຂອງ ສປປ ​ເກົາຫຼີ ​ໃນ 3 ​ໄລຍະ​​ແມ່ນ: ນາບ​ຂູ່​ບຸກ​ໂຈມ​ຕີ​ດ້ວຍອາວຸດ​ນິວຄະ​ເລຍ, ​ໃກ້​ຈະ​ນຳ​ໃຊ້​ອາວຸດ​ນິວຄະ​ເລຍ ​ແລະ ບຸດ​ໂຈມ​ຕີ​ດ້ວຍ​ອາວຸດ​ນິວຄະ​ເລຍ​ຢ່າງ​ແທ້​ຈິງ. ນອກ​ນັ້ນ, ກອງທັບ ສ​ເກົາຫຼີ ​ໄດ້​ຕົກລົງ​ດຳ​ເນີນ​ຍຸດ​ທະ​ສາດ​ນາບ​ຂູ່​ຢ່າງ​ຕັ້ງໜ້າ​ຂອງ​ຕົນ, ນັບ​ທັງ​ດ້ານ​ການ​ທະຫານ ​ແລະ ປອດ​ການ​ທະຫານ, ​ເພື່ອ​ຮັບ​ມື​ກັບ​ບັນດາ​ການ​ກະທຳ​ເກາະ​ຜິດ​ເຊິ່ງ ສປປ ​ເກົາຫຼີ ອາດ​ຈະ​ປະຕິບັດ​ດ້ວຍ​ອາວຸດ​ລ້າງຜານ, ບຸກ​ໂຈມ​ຕີຕາ​ມພາກ​ພື້ນ ​ແລະ ສົງຄາມ​ຢ່າງ​ແທ້​ຈິງ.

ສາ​ກົນ​ສືບ​ຕໍ່​ຊອກ​ຫາ​ມາດ​ຕະ​ການ​ສະ​ກ​ັດ​ກັ້ນ​ຄວາມມັກ​ໃຫຍ່ໃຝ່​ສູງ​ດ້​ານນິວ​ເຄຼຍ​ຂອງ​ສປປ.ເກົາ​ຫຼ​ີ

        ກ່ຽວ​ກັບ​ເລື່ອງ, ພຽງ​ຢາງ ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ 5 ໄດ້​ເປັນ​ຫົວ​ຂໍ້​ທີ່​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ຫຼາຍ​ ໃນ​ກອງ​ປະ​ຊຸມ​ຂັ້ນ​ສູງ​ຂອງ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຄັ້ງ​ທີ 71, ​ທີີ່ພວມ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທ​ີ 19 – 26/09, ຢູ່​ນິວຢອກ ກ​ໍ​ຄ​ໃນ​ືບັນ​ດາ​ການ​ພົບ​ປະ 2 ຝ່າຍ​ລະ​ຫວ່າງ​ການ​ນຳ​​ຫຼາຍປະ​ເທດ​ຢູ່ນອກກອງ​ປະ​ຊຸມ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ລິ໋​ເຄີ​​ຊຽງ ໄດ້​ເຫັນ​ດີ​ນຳ​ກັນ​ເພີ່ມ​ທະ​ວີການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້ຄາດ​ໝາຍ​ປອດ​ນິວ​ເຄຼຍ ໃນ​ແຫຼມ​ເກົ​າ​ຫຼີ, ລວມ​ທັງ​ເລື່ອງ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດ​າ​ຊ່ອງ​ປະ​ຕິ​ບັດ​ກົດ​ໝາຍ​ອື່ນ ​ທີ່​ເລັ່ງ​ໃສ່​ສ​ປ​ປ.ເກົາ​ຫຼີ. ອາ​ເມ​ລິ​ກາ ກ​ໍ​ກະ​ຕຸກ​ຊຸກ​ຍູ້ຈີນ ມີ​ການ​ກະ​ທຳ​ຫຼາຍກວ່າ​ອີກ ເພື່ອ​ກີດ​ຂວາງ​ສ​ປ​ປ.ເກົາ​ຫຼີ. ​ວໍ​ຊິງ​ຕັນ ໃຫ້​ຮູ້​ວ່າ, ພ້ອມ​ແລ້ວ​ທີ່​ຈະ​ເຈ​ລ​ະ​ຈາ​ກັບ​ພຽງ​ຢ​າງ ຖ້າ​ຫາກ​ປະ​ເທດນີ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ລະ​ໂຄງ​ການ​ອາ​ວຸດ​ນິວ​ເຄຼຍ. ນອກນັ້ນ, ອາ​ເມ​ລິ​ກາ ແລະ ຈີນ ກໍ​​ດຳ​ເນີນບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຄວາມ​ສາ​ມາດ​ປະກາດ​ມະ​ຕິ​ລົງ​ໂທດ​ຂອງ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ແນ​ໃສ່​ໂຕ້​ຕອບການ​ທົດ​ລອງ​ນິວ​ເຄຼຍ​ດັ່ງ​ກ່າວ​ຂອງ​ສ​ປ​ປ.ເກົາ​ຫຼີ.

        ເຖິງ​ຢາງ​ໃດ​ກໍ່​ຕາມ, ການ​ລົງ​ໂທດ ຫຼື ປິດ​ລ້ອ​ມ​ສ​ປ​ປ.ເກົາ​ຫຼີ ບໍ່​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ຄື​ດັ່ງ​ຄວາມ​ຫວັງ ຍ້ອນ​ຄວາມ​ຈິງບໍ່​ສາ​ມາດ​ເຮັດ​ໃຫ້​ພຽງ​ຢາງ ​ປ່ຽນ​ແປງ​ຄວາມ​ມັກ​ໃຫຍ່​ໃຝ່​ສູງ​ໃນ​ການ​ພັດ​ທະ​ນາ​ລູກ​ສອນ​ໄ​ຟ​​ນຳ​ວິ​ທີ ພ້ອມ​ກັບ​ອາ​ວຸດ​ນິວ​ເຄຼຍ ໄດ້. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ​ປ​ປ.ເກົາ​ຫຼີ ຖະ​ແຫຼງວ່າ, ເລື່ອງ​ອາ​ເມ​ລິ​ກາ ຊອກ​ຫາ​ວິ​ທີ​ຊຸກຍ​ູ້ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ພາຍ​ຫຼັງ​ພຽງ​ຢາງ ດຳ​ເນ​ີນ​ການ​ທົ​ດ​ລອງ​ນິວ​ເຄຼຍ ຄັ້ງ​ທີ 5 ແມ່ນ​ເລື່ອງ​ຕະ​ຫຼົກ, ພ້ອມ​ທັງ​ຢືນ​ຢັນ​ວ່າ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ດ້ານ​ນິວ​ເຄຼຍ ຂອງ​ຕົນ.

        ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້​ວ, ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ສ​ປ​ປ.ເກົາ​ຫຼີ ເຖິງວ່າ​ຍັງ​ບໍ່​ທັນ​​ມີປະ​ສິດ​ທິກໍ​ຕາມ ແຕ່ປະ​ຊາ​ຄົ​ມ​ສາ​ກົນ​​ບໍ່ມີ​ການຄັດ​ເລືອກໃດ​ທີ່​ດີ​ກວ່າ​ ນອກ​ເໜືອ​​ສືບ​ຕໍ່ການ​ລົງ​ໂທດ​ຢ່າງ​ແຮງກວ່າ​ອີກ. ແຕ່​ວ່າ, ໃນ​ໄລ​ຍະ​ຍາວ, ທັງ​ສ​ປ​ປ.ເກົາ​ຫຼີ ແລະ ບັນ​ດາ​ປະ​ເທດ​ກ່ຽວ​ຂ້ອງ​ຕ້ອງ​ມີ​ການ​ປະ​ນິ​ປະ​ນອ​ມ​ເພື່ອ​ກ້າວ​ໄປ​ເຖິງ​ການ​ເຈ​ລະ​ຈາ​ໃນ​ບັນ​ຫາ​ນິວ​ເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ