ຍີ່ປຸ່ນ - ອິນເດຍມານະພະຍາຍາມສ້າງຄວາມດຸນດຽງຢູ່ອາຊີ


(vovworld) – ທ່ານ​ນາຍົກລັດຖະມົນຕີຄົນ​ໃໝ່​ຂອງ​ອິນ​ເດຍ Narendra Modi ຫາ​ກໍ່​ສິ້ນ​ສຸດ​ການ​​ໄປປະຕິບັດ​ງານ​ຢູ່​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ​ເຖິງ​ຍີ່ປຸ່ນ. ການ​ຢ້ຽມຢາມ​ນີ້​ບໍ່​ພຽງ​ແຕ່​ນຳ​ການ​ພົວພັນ​ສອງ​ຝ່າຍ​ອິນ​ເດຍ - ຍີ່ປຸ່ນ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ເທົ່າ​ນັ້ນ, ຫາກ​ຍັງ​​ແມ່ນ​ບາດກ້າວ​ເພື່ອ​ແນ​ໃສ່​ສ້າງ​ຕັ້ງ ​ແລະ ປັບປຸງ​ພັນທະ​ມິດ​ໃໝ່​ຢູ່​ພາກ​ພື້ນ​ອີກ​ດ້ວຍ.

ຍີ່ປຸ່ນ - ອິນເດຍມານະພະຍາຍາມສ້າງຄວາມດຸນດຽງຢູ່ອາຊີ - ảnh 1

​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ແລະ ​ທ່ານນາຍົກລັດຖະມົນຕີອິນ​ເດຍ Narendra Modi

(ພາບອິນເຕີແນດ)

        ຄຳ​ເຫັນ​ຂອງ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ແລະ ​ທ່ານນາຍົກລັດຖະມົນຕີອິນ​ເດຍ Narendra Modi ທີ່​ການ​ປະຊຸມ​ຂ່າວ​ລວມ​ໄດ້​ສົ່ງ​ສານ​ສ່ວນ​ໃດ​ສ່ວນ​ໜຶ່ງທີ່​ຈະ​ແຈ້ງ ​ກ່ຽວ​ກັບ​ຄວາມ​ມຸ້ງ​ຫວັງ ກໍ່​ຄື​ຄວາມ​ຕັດສິນ​ໃຈ​ຂອງ​ສອງ​ຝ່າຍ​ໃນ​ການ​ຊອກ​ຫາ​ຄວາມ​ວັດທະນາ​ຖາວອນ​ລວມ. ​ໃນ​ຂະນະ​ທີ່ ທ່ານນາຍົກລັດຖະມົນຕີອິນ​ເດຍ Narendra Modi ຢືນຢັນ​ວ່າ, ​ວິທີ​ເຊິ່ງ​ຍີ່ປຸ່ນ ​ແລະ ອິນ​ເດຍຮ່ວມ​ມື​ນຳ​ກັນ​ຈະ​ຕັດສິນ​ອະນາຄົດ​ຂອງ​ສະ​ໄໝ​ອາຊີ​ນັ້ນ, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ພັດ​ຢືນຢັນ​ວ່າ, ການ​ພົວພັນ​ກັບ​ອິນ​ເດຍ​ແມ່ນ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ສຸດ​ຢູ່​ໂລກ, ​ແລະ ການ​ພົວພັນ​ນີ້​ຕ້ອງ​ໄດ້​ຮັບ​ການ​ຍົກ​ລະດັບ​ຢ່າງ​ແນ່ນອນ​ເພື່ອ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ພິ​ເສດ ​ແລະ ມີ​ລັກສະນະ​ທົ່ວ​ໂລກ.

        ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ສອງ​ຝ່າຍ…

        ຍີ່ປຸ່ນ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ເງິນ​ລົງທຶນ​ເຂົ້າ​ອິນ​ເດຍຂຶ້ນທົບສອງ​ເທົ່າ​ໃນ 5 ປີ​ຈະ​ມາ​ເຖິງ ​ເມື່ອ​ທຽບ​ໃສ່​ລະດັບ 2 ຕື້ USD ​ໃນ​ປີ 2013. ນັ້ນ​ແມ່ນ​ໝາກຜົນ​ທີ່​ດີ​ເດ່ັນ​ໃນ​ຂົງ​ເຂດ​ເສດຖະກິດ​ຂອງ​ການ​ໄປ​ປະຕິບັດ​ງານ​ຄັ້ງ​ນີ້. ຍີ່ປຸ່ນ​ ກໍ່​ສະຫງວນ​ໃຫ້​ອິນ​ເດຍບ້ວງ​ເງິນ​ກູ້​ຢືມປະມານ 480 ລ້ານ USD ​ເພື່ອ​ພັດທະນາ​ບັນດາໂຄງການພື້ນຖານ​ໂຄງ​ລ່າງ. ຮ່ວມ​ເດີນທາງ​ໄປ​ຍີ່ປຸ່ນ​ພ້ອມ​ກັບ ທ່ານນາຍົກລັດຖະມົນຕີອິນ​ເດຍ Narendra Modi​ ​ໃນ​ຄັ້ງ​ນີ້​, ມີ​ບັນດາ​ນັກທຸລະກິດ​ອິນ​ເດຍ ​ແລະ ບັນດາ​ສັນຍາ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ໃນ​ຄັ້ງ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຢ່າງ​ແຮງ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ໃນ​ພາກ​ພື້ນ​ອາຊີ.

        ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສິ່ງ​ທີ່​ໜ້າ​ເອົາ​ໃຈ​ໃສ່​ໃນ​ການ​ໄປ​ປະຕິບັດ​ງານ​ເຖິງ​ຍີ່ປຸ່ນ​ຂອງ​ ທ່ານນາຍົກລັດຖະມົນຕີອິນ​ເດຍ Narendra Modi ຄັ້ງ​ນີ້, ນັ້ນ​ແມ່ນການ​ນຳ​ສອງ​ປະ​ເທດ​ໄດ້​ຮັບຮອງ​ເອົາ​ຂໍ້​ຕົກລົງນຳ​ກັນ​ວ່າ​ ອິນ​ເດຍຈະຮ່ວມ​ມື​ຜະລິດ​ດິນ​ທີ່​ຫາ​ຍາກ​ເພື່ອ​ສົ່ງ​ອອກ​ຍີ່ປຸ່ນ. ຕາມ​ນັ້ນ​ແລ້ວ, ​ແຕ່ລະ​ປີ, ຍີ່ປຸ່ນ​ຈະ​ນຳ​ເຂົ້າດິນ​ຫາ​ຍາກ​ແຕ່ 2.000 ​ເຖິງ 2.300 ​ໂຕນ ​ແລະ ການ​ສົ່ງ​ອອກ​ດິນ​ທີ່​ຫາ​ຍາກ​ຄັ້ງ​ທຳ​ອິດ​ຄາດ​ວ່າ​ຈະ​ປະຕິບັດ​ໃນ​ເດືອນ 2/2015. ຄຽງ​ຂ້າງ​ຂົງ​ເຂດ​ດິນ​ຫາ​ຍາກ​, ການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຢູ່​ອິນ​ເດຍ​ແລ້ວ, ສອງ​ຝ່າຍ​ຍັງ​ເຫັນ​ດີ​ເປັນ​ເອກະ​ພາບສົ່ງ​ເສີມ​ແຜນການ​ເຈລະຈາ​ນຳ​ກັນ ​ເພື່ອ​ໃຫ້ ​ໂຕ​ກຽວ ຂາຍ​ກຳ່​ປັ່ນ​ເຮືອບິນ US-2, 15 ລຳທີ່​ມີ​ມູນ​ຄ່າ​ປະມານ 1.65 ຕື້ USD ​ໃຫ້​ແກ່​ນິວ​ເດ​ລີ​ອີກ. ​ເປັນ​ອັນວ່າ, ອິນ​ເດຍ​ໄດ້​ກາຍ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ຊື້​ເຮືອບິນ​ການ​ທະຫານ​ຂອງ​ຍີ່ປຸ່ນ​ນັບ​ແຕ່​ສົງຄາມ​ໂລກ​ຄັ້ງ​ທີ 2 ມາ​ຮອດ​ປະຈຸ​ບັນ. ນອກຈາກ​ເລື່ອງ​ຊື້ ກຳ່​ປັ່ນ​ເຮືອບິນ US-2 ​ແລ້ວ, ຍີ່ປຸ່ນ​ກໍ່​ຈະອະນຸຍາດ​ໃຫ້​ອິນ​ເດຍຮ່ວມ​ມື​ຜະລິດ​ບັນດາ​ອຸປະກອນ​ຂອງ​ເຮືອບິນ​ປະ​ເພດນີ້​ໃນຜືນ​ແຜ່ນດິນ​ຂອງ​ອິນ​ເດຍ.

        ພິ​ເສດ, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ແລະ ທ່ານນາຍົກລັດຖະມົນຕີອິນ​ເດຍ Narendra Modi​ ​ໄດ້​ຕົກລົງ “​ຍົກ​ລະດັບ ​ແລະ ຍູ້​ແຮງ“ ການ​ພົວພັນ​ປ້ອງ​ກັນຊາ​ດອີກ ກໍ່​ຄື​​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການສ້າງ​ແຜນການ​ຊ້ອມ​ຮົບ​ທາງ​ທະ​ເລ​ລະຫວ່າງ​ສອງ​ຝ່າຍ, ​ແລະ ​ເລື່ອງ​ຍີ່ປຸ່ນ​ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ Malabar ຄັ້ງ​ຕ່າງໆລະຫວ່າງ​ອິນ​ເດຍ ​ແລະ ອາ​ເມ​ລິ​ກາ.

        ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ

        ​ໃນ​ໄລຍະມໍ່ໆ​ມາ​ນີ້, ທັງ​ຍີ່ປຸ່ນ ​ແລະ ອິນ​ເດຍລ້ວນ​ແຕ່​ວິຕົກ​ກັງວົນ​ຕໍ່​ຄວາມ​ມັກ​ໃຫຍ່​ໄຝ່ສູງ​ຂອງ​ຈີນ. ທັງ​ສອງ​ປະ​ເທດ​ກໍ່​ຢາກ​ລະ​ງົບ​ບັນດາ​ການ​ກະທຳ​ຂອງ​ຈີນ​ຢູ່ ທະ​ເລ​ຕາ​ເວັນ​ອອກ, ທະ​ເລ​ຮົວຕຸ​ງ ​ແລະ ມະຫາ​ສະມຸດ​ອິນ​ເດຍ. ​​ແຕ່​ດົນ​ນານ​​ມາແລ້ວ, ໂຕ​ກຽວ ​ແລະ ນີວ​ດີ​ລີ ​ເຄີຍ​ມີ​ຄວາມ​ຂັດ​ແຍ້​ງຜືນ​ແຜ່ນດິນ​ກັບ ປັກ​ກີ​ງ ​ແລະ ​ເປັນ​ຫນ້າ​ສົນ​ໃຈ, ​ຊຸມ​ປີ​ມໍ່ໆ​ມາ​ນີ້ ປັກ​ກີ​ງ​ໄດ້ ຍູ້​ແຮງ​ບັນດາ​ຖະ​ແຫລ​ງປະກາດອະທິປະ​ໄຕ​ ເພີ່ມ​ຄວາມ​ວິຕົກ​ກັງວົນ​ໃນ​ພາກ​ພື້ນ. ​ເຖິງ​ວ່າ ທ່ານ​ນາຍົກລັດຖະມົນຕີ S. Abe ​ແລະ ທ່ານ​ນາຍົກ​ລັດຖະມົນຕີ N. Modi ລ້ວນ​ແຕ່​ບໍ່​ເຕື້ອງ​ເຖິງ​ສາຍ​ພົວພັນ​ກັບ​ຈີນ​ໂດຍ​ກົງ ​ແຕ່​ຕາມ​ບັນດາ​ນັກ​ສັງ​ເກດ​ການ, ບັນດາ​ເນື້ອ​ໃນ​ປືກສາ​ຫາລື ​ແລະ ຄຳ​ກ່າວ​ປາ​ໄສ​ໃນ​ການ​ຢ້ຽມຢາມ​ລະຫວ່າງ​ການ​ນຳ​ສອງ​ທ່ານ ​ແມ່ນ​ບັນດາ​ທັດສະນະ, ນະ​ໂຍບາຍ​ການ​ຕ່າງປະ​ເທດ ກ່ຽວ​ກັບ​ເລື່ອງ ​ໂຕ​ກຽວ ​ແລະ ນີວ​ດີ​ລີ ຮ່ວມ​ມື​ກັນ​ໃນ​ການ​ສູ້​ຢັນ​ກັບ​ຈີນ ​ກ່ຽວ​ກັບ​ບັນຫາ​ຂັດ​ແຍ້ງຜືນ​ແຜ່ນດິນ.

        ສ້າງ​ຄວາມດຸ່ນ​ດຽ່ງ​​ເກີ​ງຢູ່​ພາກ​ພື້ນ, ປັບປຸງ​ການ​ພົວພັນ​ຕ່າງ​ຝ່າຍ​ຕ່າງ​   ມີ​ຜົນ​ປະ​ໂຫຍ​ດ

        ຄວາມ​ຈິງ,​ນັບ​ແຕ່​ເມື່ອ​ຂຶ້ນ​ກຳ​ອຳນາດ, ລັດຖະບານ​ຂອງ​ທ່ານ N. Modi ​ໄດ້​ປະກາດ​ແຜນການ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຢູ່​ເຂດ​ຊາຍ​ແດນ​ກັບ​ຈີນ ​ເວົ້າ​ສະ​ເພາະ ​ແລະ ປັບປຸງ​ກຳລັງ​ແຮງ​ດ້ານການ​ທະຫານ​ເວົ້າ​ລວມ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຫວ່າງ​ແລ້ວ​ນີ້ ນີວດີ​ລີ ​ແລະ ​ໂຕ​ກຽວ  ຍັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດຜ່ານ​ບັນດາ​ການ​ຊ້ອມ​ຮົບ​ຮ່ວມ​ຂອງທະຫານ​ເຮືອ​. ​ໃນ​ຂອບ​ຂະຫນາດ​ກ້ວາງ​ຂວາງ,​ກຳ​ປັ່ນ​ຮົບ​ຂອງ ອິນ​ເດຍ, ຍີ່​ປຸ່ນ ​ແລະ ອາ​ເມ​ລິ​ກາ ​ຫາ​ກໍ​ດຳ​ເນີນ​ການ​ຊ້ອມ​ຮົບ​ຕ້ານ​ກຳ​ປັ່ນດຳ​ນ້ຳ ຢູ່ ປາຊີ​ຟີ​ກ.

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ​ເລື່ອງ ຍີ່​ປຸ່ນ ​ແລະ ອິນ​ເດຍ ​ເລືອກ​ເຟັ້ນ​ກັນ​ເປັນ​ຄູ່​ຮ່ວມ​ມື​ເພື່ອ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ ​ເປັນ​ຕົ້ນ​ແມ່ນ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ສະ​ແດງ​ໃຫ້​ເຫັນ ອຳນາດ​ການ​ປົກຄອງ​ສອງ​ປະ​ເທດ ພວມ​ປະຕິບັດ​ບັນດາ​ບາດກ້າວ ​ເພື່ອ​ສ້າງ​ພັນທະ​ມິດ​ໃຫມ່. ສຳລັບ ຍີ່​ປຸ່ນ, ຮ່ວມ​ສຳພັນ​ກັບ ອິ​ນ​ເດຍ ຈະ​ຊ່ວຍ​ໂຕ​ກຽວ ມີ​ກາລະ​ໂອກາດ​ເພີ່ມ​ທະວີ​ການ​ສົ່ງ​ອອກ​ໄປ​ຍັງ​ປະ​ເທດ​ມີ​ພົນລະ​ເມືອງ​ຫລາຍ​ທີ່​ສຸດ, ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອ​ຮັບ​ມື​ກັບ​ຄວາມ​ສ່ຽງ​ພວມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ຍ້ອນ​ຈີນ​ພວມ​ພັດທະນາ​ກຳລ​ັງ​ແຮງ​ການ​ທະຫານ​. ສຳລັບ ອິນ​ເດຍ, ການຮ່ວມ​ສຳພັນ​ກັບ​ຍີ່​ປຸ່ນ ຈະ​ຊ່ວຍ​ທ່ານ​ນາຍົກລັດຖະມົນຕີ ອິນ​ເດຍ N.Modi ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຫາ​ສຽງ​ເລືອກ​ຕັ້ງ​ ນັ້ນ​ແມ່ນ ສ້າງ​ກຳລັງ​ແຮງ​, ​ຜົນ​ສະທ້ອນ​ຂອງ ນີວ​ດີ​ລີ ​ໃນ​ເວທີ​ສາກົນ ​ແລະ ພາກ​ພື້ນ.

​ໃນ​ຖາ​ນະ​​ເປັນນາຍົກລັດຖະມົນຕີ ອິນ​ເດຍ ທ່ານ N. Modi ​ໄດ້​ສ້າງ​ວິ​ໄສ​ທັດ​ໃຫ້​ແກ່​ນະ​ໂຍບາຍ​ການ​ທູດ​ຂອງ​ຕົນ ດ້ວຍ​ການ​ຢ້ຽມຢາມ ຍີ່​ປຸ່ນ ທີ່​ແກ່ຍາວ ​ໃນ​ເວລາ 5 ວັນ. ສະ​ນັ້ນ ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ຮ່ວມ​ມື​ລະຫວ່າງ ​ໂຕ​ກຽວ ​ແລະ ນີວດີ​ລີ ​ແນ່ນອນ​ວ່າ ຈະ​ນຳ​ມາ​ເຊິ່ງບັນດາ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫລວງ​ກ່ຽວ​ກັບ​ທີ່​ຕັ້ງ​ການ​ເມືອງ​ຢູ່​ພາກ​ພື້ນ ​ເຊິ່ງ​ເຄີຍ​ມີ​ການ​ຜັນ​​ແປຫລາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ