ຍີປຸ່ນບໍ່ຜ່ອນສັ້ນຜ່ອນຍາວໃນ ການສູ້ຮົບຕ້ານກໍ່ການຮ້າຍ

ກໍ​ລະ​ນີ​ສັງ​ຫານ​ຕົວ​ປະ​ກັນ 2 ຄົນ ໄດ້​ເຮັດໃຫ້ອຳ​ນາດ​ການ​ປົກ​ຄອງ​ໂຕ​ກຽວ​ຢືນ​ຢູ່​ຕໍ່​ໜ້າ​ການ​ເລືອກ​ເຟັ້ນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ. ຈະ​ຖອນ​ອອກ​ຈາກ​ການ​ສູ້​ຮົບ​ຕ້ານ IS ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ພົນ​ລະ​ເມືອງຫຼື​ສືບ​ຕໍ່​ດຳ​ເນີນ​ບັນ​ດາ​ບາດ​ກ້າວ​ເດີນ​, ແນ​ໃສ່​ຢືນ​ຢັນ​ການບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຕໍ່​ລັດ​ທິກໍ່​ການ​ຮ້າຍ​ແມ່ນ​ສິ່ງ​ທ້າ​ທາຍ​ດ້ານ​ການ​ເມືອງ​ຢ່າງ​ໃຫຍ່ຫຼວງ​ທີ່​ມີ​ຕໍ່​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ SinZo Abe . ແນ່ນອນ​ວ່າ ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ໃດໆ​ໃນ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ຍີ​ປຸ່ນ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ແລະ ປະ​ເທດນີ້​ຈະ​ບໍ່​ປະ​ລະ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂຶອງ​ຕົນ​ໃນ​ການ​ສູ້​ຮົບ​ຕ້ານກໍ່​ການ​ຮ້າຍ. 

ຍີປຸ່ນບໍ່ຜ່ອນສັ້ນຜ່ອນຍາວໃນ ການສູ້ຮົບຕ້ານກໍ່ການຮ້າຍ - ảnh 1
ຍີ​ປຸນ​ລົດ​ທຸ​ງ​ລົງ​ເຄິ່ງ​ເສົາ​ເພື່ອ​ອາ​ໄລ​ຫາພົນ​ລະ​ເມືອງ 2 ຄົນ​ຂອງ​ປະ​ເທດນີ້​ຖືກ​ພວກ​ມຸດ​ສະ​ລິມ​ຫົວ​ຮຸນ​ແຮງ​ຢູ່​ຊີ​ຣີ​ສັງ​ຫານ.
(ພາບ:Reuters)

    ຍີ​ປຸ່ນ ຊຶ່ງ​ແມ່ນ​ປະ​ເທດ​ໄດ້​ຮັບ​ຖື​ວ່າ ແມ່ນ​ປະ​ເທດ​ທີ່​ມີ​ຄວາມ​ປອດ​ໄພ​ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ເປັນ​ຕົ້ນ​ມາ ຫາ​ກໍ​ໄດ້​ຮັບ​ເຫດ​ຮ້າຍ​, ຂະນະ​ທີ່​ພົນ​ລະ​ເມືອງ 2 ຄົນ​ຂອງ​ປະ​ເທດນີ້​ຖືກ​ພວກ​ມຸດ​ສະ​ລິມ​ຫົວ​ຮຸນ​ແຮງ​ຢູ່​ຊີ​ຣີ​ສັງ​ຫານ. ພາຍຫຼັງ​ທີ່​ກໍ​ລະ​ນີນີ້​ເກີດ​ຂຶ້ນ, ໄດ້​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ຄວາມ​ປອດ​ໄພ​ຂອງ​ພົນ​ລະ​ເມຶືອງ​ຍີ​ປຸ່ນ​ທັງ​ຢູ​່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໃນ​ອະ​ນາ​ຄົດ ກໍ​ຄື​ການ​ສະ​ໜັບ​ສະ​ໜູນ​ຂອງ​ມະ​ຫາ​ຊົນ​ທີ່​ມີ​ຕໍ່​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ໂດຍ​ສະ​ເພາະ​ແມ່ນ​ການ​ຮັບ​ຮອງ​ເອົາ​ລັດ​ຖະ​ທຳ​ມະ​ນູນ, ໃນ​ນັ້ນ​ອະ​ນຸ​ຍາດ​ໃຫ້​ກຳ​ລັງ​ປ້ອງ​ກັນ​ຕົວ​ຂອງ​ຍີ​ປຸ່ນ ສວມ​ບົດ​ບາດ​ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ກ່​ວາ​ຢູ່​ຕ່າງ​ປະ​ເທດ.

    ບໍ່​ປະ​ລະ ການ​ສູ້​ຮົບ​ຕ້ານກໍ່​ການ​ຮ້າຍ

  ຫວນ​ຄືນ​ປະ​ຫວັດ​ສາດ, ນີ້ບໍ່​ແມ່ນ​ເທຶ່ອ​ທຳ​ອິດ​ທີ່​ຍີ​ປຸ່ນ​ຕ້ອງ​ປະ​ເຊີນ​ໜ້າ​ກັບວິ​ກິດ​ການ​ເຊັ່ນ​ນັ້ນ. ປີ 1992, ສະ​ພາ​ແຫ່ງ​ຊາດ​ຍີ​ປຸ່ນ​ໄດ້​ຮັບ​ຮອງ​ເອົາ​ກົດ​ໝາຍ​ອະ​ນຸ​ຍາດ​ໃຫ້​ປະ​ເທດນີ້​ຈັດ​ສົ່ງ​ພົນ​ທະ​ຫານ ແລະ ບັນ​ດາ​ກຳ​ລັງ​ອື່ນໆ​ເຂົ້າ​ຮ່ວມ​ພາ​ລະ​ກຳ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ.ປ.ຊ. ຫຼັງ​ຈາກນັ້ນ 1 ປີ, ຕຳຫຼວດ​ຄົນ​ໜຶ່ງ​ຂ​ອງຍີ​ປຸ່ນ​ໄດ້​ຖືກ​ສັງ​ຫານ​ຢູ່​ກຳ​ປູ​ເຈຍ​. ປີ 2004, ເລື່ອງ​ຕົວ​ປະ​ກັນ​ຊາວ​ຍີ​ປຸ່ນ​ຄົນ​ໜຶ່ງ​ຖືກ​ສັງ​ຫານ​ຢູ່​ອີ​ຣັກ ພາຍຫຼັງ​ທີ່​ຍີ​ປຸ່ນ​ໄດ້​ຈັດ​ສົ່ງ​ພົນ​ທະ​ຫານ​ນັບ​ຮ້ອຍ​ຄົນ​ໄປ​ຍັງ​ອີ​ຣັກ​ ແນ​ໃສ່​ໜູນ​ຊ່ວຍ​ກິດ​ຈະ​ການ​ສ້າງ​ສາ​ຄືນ​ໃໝ່​ຂອງ​ອີ​ຣັກ ໄດ້​ເຮັດ​ໃຫ້​ເພີ່ມ​ທະ​ວີ​ກຳ​ລັງ​ດັນ​ຕໍ່​ລັດ​ຖະ​ບານ ທ່ວງໃຫ້ຖອນ​ທະ​ຫານກັບ​ຄືນ​ປະ​ເທດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພາ​ລະ​ກຳ​ນີ້ ຍັງ​ຄົງ​ສືບ​ຕໍ່​ປະ​ຕ​ິ​ບັດ​ຈົນ​ຮອດ​ປີ 2006.

   ພາຍຫຼັງ 1 ທົດ​ສະ​ວັດ, ເມື່ອ​ກັບ​ຄືນ​ກຳ​ອຳ​ນາດ​ໃນ​ປີ 2012, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ SinZo Abeສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມຊຸກ​ຍູ້​ຍີ​ປຸ່ນ ຈົ່ງ​ສວມ​ບົດ​ບາດ​ໃຫຍ່​ກ່​ວາ​ໃນ​ເວ​ທີ່​ສາ​ກົນ.  ໃນ 2 ປີ​ທີ່​ຜ່ານ​ມາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ SinZo Abe ໄດ້​ທຳ​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດຫຼາຍ​ກ່​ວາ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ໄໝ​ກ່ອນ. ການ​ຢ້ຽມ​ຢາມ​ເມື່ອມໍ່ໆ​ມານີ້ ແມ່ນ​ຢູ່​ຕາ​ເວັນ​ອອກ​ກາງ ຊຶ່ງ​ແມ່ນ​ແຫ່ງ​ທີ່​ທ່ານ​ໄດ້​ໝັ້ນ​ໝາຍສະ​ໜອງ​ເງິນຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ 200 ລ້ານ USDໃຫ້​ແກ່ບ​ັນ​ດາ​ປະ​ເທດ​ພວມ​ສູ້​ຮົບ​ຕ້ານ IS . ນີ້​ກໍ​ແມ່ນ​ຂໍ້​ອ້າງ​ອີງ​ເພື່ອ​ໃຫ້​ນັກ​ການ​ເ​ມືອງ​ຝ່າຍ​ຄ້ານບາງ​ທ່ານຢູ່​ຍີ​ປຸ່ນ ກ່າວ​ປະ​ນາມ​ລັດ​ຖະ​ບານ​ກຳ​ອຳ​ນາດ ແລະ ຖື​ວ່າ ບ້ວງ​ເງິນ 200 ລ້ານ USD ດັ່ງ​ກ່າວ ແມ່ນ​ສາຍ​ເຫດ​ພາ​ໃຫ້​ພົນ​ລະ​ເມືອງ 2 ຄົນ​ຂອງ​ປະ​ເທດນີ້​ຖືກ​ສັງ​ຫານ, ອັນ​ໄດ້​ເຮັດ​ໃຫ້​ຍີ​ປຸ່ນ​ຕົກ​ເຂົ້າ​ສູ່​ວິ​ກິດ​ການ​ຕົວ​ປະ​ກັນ​ຢ່າງບໍ່​ເຄີຍ​ມີ​ມາ​ກ່ອນ.

    ໂດຍບໍ່​ຫົວ​ຊາ​ຕໍ່​ຄຳ​ກ່າວ​ຫາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ SinZo Abe ຍັງ​ຄົງ​ຍຶດ​ໝັ້ນກັບ​ແຜນ​ນະ​ໂຍ​ບາຍຕ້ານກໍ່​ການ​ຮ້າຍ. ທີ່​ການ​ປະ​ຊຸມ​ກັບ​ສະ​ພາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ບີ​ປຸ່ນ ພາຍຫຼັງ​ຕົວ​ປະ​ກັນ​ຄົນ​ທີ່ 2 ຂອງ​ຍີ​ປຸ່ນ​ຖືກ​ສັງ​ຫານ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ SinZo Abe ຢືນ​ຢັນ​ວ່າ ຍີ​ປຸ່ນບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຕໍ່​ລັດ​ທິກໍ່​ການ​ຮ້າຍ ແລະ ໃນ​ບາງ​ກໍ​ລະ​ນີ​ລະ​ອຽດ ແມ່ນອາດ​ຈະຍົກ​ອອກບັນ​ດາ​ນະ​ໂຍ​ບາຍ​ທີ່​ສອດ​ຄ່ອງ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ.

    ສ້າງ​ທ່າ​ສະ​ໜາມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃໝ່

ກໍ​ລະ​ນີ​ IS ສັງ​ຫານ​ຕົວ​ປະ​ກັນຊາວ​ຍີ​ປຸ່ນ 2 ຄົນ, ບໍ່​ເຮັດ​ໃຫ້​ປະ​ເທດນີ້​ທໍ້​ຖອຍ​ໃຈ, ແຕ່​ກົງ​ກັນ​ຂ້າມ, ຍິ່ງ​ກະ​ຕຸກ​ຊຸກ​ຍູ້ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ SinZo Abe ແລະ ສະ​ພາ​ແຫ່ງ​ຊາດ ເດັດ​ດຽວ​ກ່​ວາ​ໃນ​ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ​ເພື່ອ​ອະ​ນຸ​ຍາດ​ໃຫ້​ກອງ​ທັບ​ສາ​ມາດ​ດຳ​ເນີນບັ້ນ​ກອບ​ກູ້​ຊີ​ວິດ​ຕົວ​ປະ​ກັນ​ຢູ່​ຕ່າງ​ປະ​ເທດ.

   ສະ​ພາບ​ຄວາມ​ທ້າ​ທາຍ​ຕໍ່​ຄວາມ​ສະ​ຫງົບ​ປອດ​ໄພ​ທີ່​ມີ​ຕໍ່​ຍີ​ປຸ່ນ ແລະ ພ​າກ​ພື້ນ​ພວມ​ຮ້ອນ​ເຮັ່ງ​ຂຶ້ນ ແລະ ດູນ​ສິດ​ອຳ​ນາດ​ໃນ​ພາກ​ພື້ນ​ພວມ​ມີ​ການ​ປ່ຽນ​ແປງ​ຕ່າງໆ ອັນ​ໄດ້​ທວງໃຫ້​ຍີ​ປຸ່ນ​ຕ້ອງເດີນ​ຕາມ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢ່າງມີ​ໄຫວ​ພີກກວ່າ. ວິ​ກິດ​ການ​ຕົວ​ປະ​ກັນ​ໄດ້​ພາ​ໄປ​ເຖິງ​ຄວາມ​ຈິງ​ທີ່​ວ່າ ຍີ​ປຸ່ນ​ຕ້ອງ​ມີ​ທ່າ​ສະ​ໜາມ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢ່າງ​ມີ​ໄຫວ​ພີກ ແລະ ເປັນ​ເຈົ້າ​ການ​ກ່​ວາ​ເກົ່າ. ລັດ​ຖະ​ບານ​ຄວນ​ຄວບ​ຄຸມ​ວິ​ກິດ​ການ​ຢ່າງ​ມີ​ປະ​ສີດ​ທິ​ຜົນ​ກ່​ວາ. ເລື່ອງ​ປະ​ສານ​ງານ​ກຳ​ລ​ັງ​ປ້ອງ​ກັນ​ຕົວ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ຄືນ​ໃໝ່​ເພື່ອ​ແກ້​ໄຂ​ໄພ​ອັນ​ຕະ​ລາຍ​ໃໝ່ ກໍ​ຄວນ​ໄດ້​ຮັບ​ບຸ​ລິ​ມະ​ສິດ. ຜ່ານ​ເຫດ​ການນີ້, ລັດ​ຖະ​ບານ​ຍີ​ປຸ່ນ​ຍິ່ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ​ໃນ​ການ​ສູ້​ຮົບ​ຕ້ານລັດ​ທິກໍ່​ການ​ຮ້າຍ.

       ວິ​ກິດ​ການ​ຕົວ​ປະ​ກັນຄັ້ງ​ນີ້ ແມ່ນ​ກຳ​ລັງ​ຊຸກ​ຍູ້​ຊ່ວຍ​ເພີ່ມ​ທະ​ວີ​ຄວາມ​ຕັດ​ສິນ​ໃຈ​ຂອງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ SinZo Abe ທີ່​ແນ​ໃສ່​ຫັນ​ຍຸດ​ທະ​ສາດ “ສັນ​ຕິ​ພາບ​ໂດຍ​ເປັນ​ເຈົ້າ​ການ ” ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ເພື່ອ​ນຳ​ຍີ​ປຸ່ນ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລະ​ດັບສົ່ງ​ຜົນສະ​ທ້ອນ​ໄປ​ຍັງ​ທົ່ວ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ