(vovworld)- ພາຍຫລັງເຮັດວຽກມາເປັນເວລາມື້ເຄິ່ງ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບສະພາບການເສດຖະກິດສັງຄົມ, ສະມາຊິກສະພາແຫ່ງຊາດ(ສສຊ) ຫລາຍທ່ານຖືວ່າ ເພື່ອພັດທະນາເສດຖະກິດສັງຄົມແບບຍືນຍົງ, ຄຽງຄູ່ກັບການປະກາດໃຊ້ບັນດານະໂຍບາຍບໍລິຫານເສດຖະກິດມະຫາພາກຢ່າງທັນການ, ລັດຖະບານຫວຽດນາມ ຍັງຕ້ອງເອົາໃຈໃສ່ລົງທຶນ, ເສີມຂະຫຍາຍບັນດາຂະແຫນງ, ຂົງເຂດທີ່ໄດ້ຮັບການຕີລາຄາວ່າແມ່ນທ່າໄດ້ປຽບທີ່ມີຢູ່ແລ້ວຂອງປະເທດຊາດ.
ພາບປະກອບ
(laodong.com.vn)
|
ຫວຽດນາມແມ່ນປະເທດມີພົນລະເມືອງຫລວງຫລາຍ, ມີແຫລ່ງຊັບພະຍາກອນມະນຸດອຸດົມສົບບູນ. ຫວຽດນາມ ກໍແມ່ນປະເທດ ຊື່ງຂົງເຂດກະສິກຳສວມບົດບາດເປັນເສົາຄ້ຳຂອງພື້ນຖານເສດຖະກິດ. ເລື່ອງປັບປຸງສະມັດຕະພາບແຮງງານຂອງແຫລ່ງຊັບພະຍາກອນມະນຸດ, ສຸມໃສ່ພັດທະນາກະສິກຳເປັນຈຸດສຸມ, ມີກົນໄກພິເສດສະເພາະເພື່ອພັດທະນາເສດຖະກິດຈຸດສຸມຢູ່ທັງ 3 ພາກຄື: ພາກເຫນືອ, ພາກກາງ ແລະ ພາກໃຕ້ ຈະສ້າງບັນດາທ່າໄດ້ປຽບໃນວິວັດການພັດທະນາຂອງປະເທດຊາດ.
ສຸມໃສ່ໃຫ້ແກ່ໝວດມາດຕະການປະຊາກອນ ແລະ ແຫລ່ງຊັບພະຍາກອນມະນຸດ
ຫວຽດນາມ ພວມຢູ່ໃນໄລຍະ, ຈຳນວນຄົນງານໃນເກັນອາຍຸແຮງງານກວມອັດຕາສ່ວນສູງ. ນີ້ກໍແມ່ນກາລະໂອກາດໃຫຍ່ໃນການລະດົມແຫລ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ, ສ້າງກາລະໂອກາດສະສົມແຫລ່ງຊັບພະຍາກອນມະນຸດໃນອະນາຄົດ. ສະນັ້ນ ສສຊ ຫລາຍທ່ານ ຖືວ່າ: ລັດຖະບານ ຄວນເພີ່ມເຕີມບັນດາມາດຕະການລະອຽດເພື່ອນຳໃຊ້ແຫລ່ງຄົນງານອຸດົມສົມບຸນຢ່າງມີປະສິດທິຜົນ, ຫລຸດຜ່ອນອັດຕາຜູ້ວ່າງງານ. ຕາມທ່ານ ຫງວຽນຟີເທື່ອງ, ສສຊ ນະຄອນ ຮ່າໂນ້ຍ ແລ້ວ, ບັນຫາເພີ່ມສະມັດຕະພາບແຮງງານປະຈຸບັນ ແມ່ນທິດທາງສຳຄັນ, ຊ່ວຍສືບຕໍ່ບັນລຸການເຕີບໂຕແບບຍືນຍົງ ແລະ ແກ້ງແຍ້ງກັບບັນດາພື້ນຖານເສດຖະກິດອື່ນ. ເຖິງຢ່າງໃດກໍຕາມ, ແຮງງານຫວຽດນາມ ຍັງມີຂໍ້ຈຳກັດຫລາຍຢ່າງ, ຈຳນວນຜູ້ໄດ້ຮັບການສອນວິຊາຊີບບໍ່ຫລາຍ. ສາຍເຫດອື່ນເຮັດໃຫ້ສະມັດຕະພາບແຮງງານຂອງຫວຽດນາມ ຍັງຕ່ຳ ນັ້ນແມ່ນຍ້ອນເຕັກໂນໂລຊີຫລ້າຫລັງ. ທ່ານ ຫງວຽນຟີເທື່ອງ ສະເຫນີ 3 ມາດຕະການ ເພື່ອປັບປຸງສະມັດຕະພາບແຮງງານຂອງຫວຽດນາມ ນັ້ນແມ່ນ: ທີຫນຶ່ງ ຍົກສູງຄຸນນະພາບການບຳລຸງສ້າງ, ປ່ຽນໃຫມ່ລະບົບການສຶກສາບຳລຸງສ້າງໂດຍໄວ. ທີສອງ ປະຕິບັດກົນໄກຫັນປ່ຽນອົງປະກອບບັນດາຂະແຫນງເສດຖະກິດບໍ່ຂຶ້ນກັບກະສິກຳ, ສ້າງທັກສະໃຫ້ແກ່ຄົນງານ. ທີສາມ, ເພີ່ມທະວີການລົງທຶນໃຫ້ແກ່ວິທະຍາສາດຜ່ານການນຳເຂົ້າກົນຈັກອຸປະກອນ, ເຕັກໂນໂລຊີ.
ໃນຂະນະນັ້ນ, ທ່ານ ຫງວຽນທ້ຽນເຍີນ, ສສຊ ແຂວງ ບັກຢາງ ຖືວ່າ: ຢາກເພີ່ມສະມັດຕະພາບແຮງງານຂອງທັງພື້ນຖານເສດຖະກິດ, ກ່ອນອື່ນໝົດ ຕ້ອງເພີ່ມສະມັດຕະພາບຂອງແຕ່ລະເຂດໃນພື້ນຖານເສດຖະກິດຄື: ກະສິກຳ, ອຸດສາຫະກຳ, ການກໍ່ສ້າງ ແລະ ບໍລິການ. ນອກນັ້ນ ຕ້ອງສຸມໃສ່ແກ້ໄຂສິ່ງກີດຂວາງການພັດທະນາແບບຍືນຍົງຂອງຂະແຫນງກະສິກຳ, ເພີ່ມລາຍຮັບ ແລະ ສະມັດຕະພາບແຮງງານຂອງຊາວກະສິກອນ.
ສົ່ງເສີມການພັດທະນາກະສິກຳ
ໂດຍກຳນົດວ່າ ກະສິກຳຍັງຄົງແມ່ນເສົາຄ້ຳຕົ້ນຕໍຂອງພື້ນຖານເສດຖະກິດ, ທ່ານ ເລດີງແຄງ, ສສຊ ແຂວງ ຫາຍເຢືອງ ຖືວ່າ: ຄວນລົງທຶນຫລາຍກວ່າ ແລະ ມີຈຸດສຸມໃນຂົງເຂດນີ້. ທ່ານ ເລດີງແຄງ ສະເຫນີ ສະພາແຫ່ງຊາດ ແລະ ລັດຖະບານ ຄວນສະຫນອງລາຍຈ່າຍຢ່າງພຽງພໍ ເພື່ອຄົ້ນຄ້ວາແນວພັນປູກ, ສັດລ້ຽງ, ຫລີກລ້ຽງການອີງໃສ່ຂອງຕ່າງປະເທດ. ທ່ານ ໂດງອກຫນຽນ, ສສຊ ແຂວງ ບີງທ້ວນ ສະເຫນີລັດຖະບານ ຄວນສຸມໃສ່ຂຸດຄົ້ນທ່າແຮງໃນການລ້ຽງປູກ, ຂຸດຄົ້ນສິນໃນນ້ຳ. ຕາມທ່ານ ເຈີນກວກຕວນ, ສສຊ ແຂວງ ຈາວີງ ແລ້ວ, ລັດຖະບານ ຄວນຊີ້ນຳຢ່າງຂ້ຽວຂາດກວ່າໃນການສ້າງໂຄງປະກອບກະສິກຳຄືນໃຫມ່. ກ່ອນອື່ນໝົດ ຄວນກຳນົດທິດວາງແຜນກຳນົດຫັນປ່ຽນເນື້ອທີ່ດິນປູກເຂົ້າສ່ວນຫນຶ່ງທີ່ບໍ່ບັນລຸປະສິດທິຜົນມາປູກບັນດາປະເພດຜະລິດຕະພັນກະເສດ. ພ້ອມທັງຊີ້ນຳກ່ຽວກັບການນຳເຂົ້າ, ຖ່າຍທອດເທັກໂນໂລຊີຜະລິດກະສິກຳກ້າວຫນ້າຈາກບັນດາປະເທດໃນໂລກ ແລະ ຄວນມີບັນດານະໂຍບາຍບຸລິມະສິດ. ຕໍ່ຫນ້າບັນດາຂໍ້ສະເຫນີດັ່ງກ່າວ, ທ່ານ ກາວດືກຟາດ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ:
“ ດ້ານຫນຶ່ງ ສືບຕໍ່ຍົກສູງປະສິດທິຜົນຂະແຫນງປູກເຂົ້າ, ດ້ານອື່ນແນະນຳໃຫ້ຊາວກະສິກອນໝູນໃຊ້ບັນດາເຕັກນິກໃຫມ່ເພື່ອເພີ່ມສະມັດຕະພາບແຮງງານ. ກ່ຽວກັບການພັດທະນາການລ້ຽງສັດ, ເພື່ອຍົກສູງກຳລັງແກ້ງແຍ້ງຂອງຂະແຫນງລ້ຽງສັດ, ຂະແຫນງກະສິກຳພວມສົ່ງເສີມພັດທະນາການລ້ຽງສັດອຸດສາຫະກຳ, ມີນະໂຍບາຍຫນູນຊ່ວຍພັດທະນາການລ້ຽງສັດໃນຄອບຄົວຊາວກະສິກອນ. ກ່ຽວກັບບົນທະເລ, ສືບຕໍ່ສົ່ງເສີມຊາວປະມົງ ເພີ່ມກຳລັງຄວາມສາມາດຫາປາຢູ່ນອກຝັ່ງ, ຫນູນຊ່ວຍຊາວປະມົງກ່ຽວກັບເຕັກໂນໂລຊີ ເພື່ອຍົກສູງມູນຄ່າສິນທະເລ.”
ກົນໄກພິເສດສະເພາະໃຫ້ແກ່ການພັດທະນາບັນດາເຂດເສດຖະກິດຈຸດສຸມ
ປະຈຸບັນ ຫວຽດນາມ ມີກວ່າ 20ແຂວງ, ນະຄອນ ຖືກຈັດເຂົ້າເຂດເສດຖະກິດຈຸດສຸມ. ການເພີ່ມທະວີການຮ່ວມສຳພັນລະຫວ່າງເຂດແຄ້ວນເພື່ອພັດທະນາແມ່ນຈຳເປັນທີ່ສຸດ. ໃນຊຸມປີຜ່ານມາ, ມາດຕະການນີ້ໄດ້ຮັບການປະຕິບັດ ແລະ ບັນລຸໝາກຜົນສຳຄັນຫລາຍຢ່າງ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງທ້ອງຖິ່ນໃນການຜະລິດອຸດສາຫະກຳ, ກະສິກຳ ແລະບໍລິການ. ທ່ານນາງ ຫງວຽນທິເຫງ໋ຍ ສສຊ ນະຄອນ ຫາຍຟ່ອງ ສະເຫນີວ່າ:
“ລັດຖະບານ ຄວນເພີ່ມທະວີລັກສະນະປະສິດທິຜົນໃນການຮ່ວມສຳພັນລະຫວ່າງເຂດ, ບໍລິຫານນະໂຍບາຍຮ່ວມສຳພັນ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງບັນດາທ້ອງຖິ່ນ. ຫນຶ່ງໃນບັນດາຈຸດປະສົງຂອງການຮ່ວມສຳພັນລະຫວ່າງເຂດແມ່ນສ້າງຕັ້ງບັນດາເຂດເສດຖະກິດຈຸດສຸດ, ຊຸກຍູ້ບັນດາທ້ອງຖິ່ນອື່ນພ້ອມກັນພັດທະນາ. ລັດຖະບານຄວນມີກົນໄກ, ນະໂຍບາຍຫນູນຊ່ວຍປະສິດທິຜົນກວ່າສຳລັບບັນດາທ້ອງຖິ່ນທີ່ໄດ້ຮັບການກຳນົດວ່າ ແມ່ນເຂດເສດຖະກິດຈຸດສຸມ ເພື່ອໃຫ້ບັນດາທອ້ງຖິ່ນດັ່ງກ່າວພັດທະນາຢ່າງວ່ອງໄວ, ມີເງື່ອນໄຂຊຸກຍູ້ທັງເຂດພ້ອມກັນພັດທະນາ.”
ພັດທະນາເສດຖະກິດ ສັງຄົມແບບຍືນຍົງຂອງປະເທດຊາດແມ່ນອີງໃສ່ຫລາຍປັດໄຈ. ລັດຖະບານຫວຽດນາມ ສຸມໃສ່ຍົກສູງປະສິດທິຜົນສະມັດຕະພາບແຮງງານ, ຍູ້ແຮງການສ້າງໂຄງປະກອບກະສິກຳກໍຄືມີນະໂຍບາຍພິເສດສະເພາະ ເພື່ອຂຸດຄົ້ນບັນດາທ່າໄດ້ປຽບຂອງເຂດເສດຖະກິດຈຸດສຸມໃຫ້ໝົດໄດ້ຮັບຖືວ່າ ແມ່ນທິດທາງຢ່າງຖືກຕ້ອງ, ປະກອບສ່ວນບໍ່ຫນ້ອຍເຂົ້າໃນການປະຕິບັດສຳເລັດຈຸດໝາຍພັດທະນາເສດຖະກິດສັງຄົ