ຍາມໃດຫວຽດນາມກໍຮັບປະກັນສິດຂອງຄົນງານຢ່າງສະເຫມີຕົ້ນສະເຫມີປາຍ


(vovworld)-ໄດ້​ເຮັດ​ວຽກ​ໃນ​ສະ​ພາບ​ແວດ​ລ້ອມ​ຍຸ​ຕິ​ທຳ, ປອດ​ໄພ, ໄດ້​ຮັບ​ເງິນ​ເດືອນ ແລະ ລະ​ບອບ​ພັກ​ຜ່ອນ, ບໍ່​ຖືກ​ຈຳ​ແນກ​ການ​ປະ​ພຶດ, ບໍ​ຖືກຂ​ູດ​ຮີດ​ແຮງ​ງານ ….. ແມ່ນ​ບັນ​ດາ​ສິດ​ພື້ນ​ຖານ​ຊື່ງ​ໄດ້​ຮັບ​ການ​ກຳ​ນົດ​ໃນ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ບັນ​ດາ​ສິດ​ພົນ​ລະ​ເຮືອນ ແລະ ການ​ເມືອງ, ​ໃນກົດ​ໝາຍ​ສິດ​ທິ​ມະ​ນຸດ​ສາ​ກົນ ຊື່ງ​ຫວຽດ​ນາມ ​ແມ່ນ​ປະ​ເທດ​ສະ​ມາ​ຊິກ. ນີ້​ກໍ​ແມ່ນ​ເນື້ອ​ໃນ​ປຶກ​ສາ​ຫາ​ລື​ໃນ​ຂອບ​ເຂດກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ຄັ້ງ​ທີ 14 ຂອງ​ເວ​ທີ​ປາ​ໄສ ອາ​ຊີ -ເອີ​ລົບ(ASEM) ກ່ຽວ​ກັບ​ສິດ​ທິ​ມະ​ນຸດ ແລະ ວິ​ສາ​ຫະ​ກິດ ພາຍ​ໃຕ້​ຫົວ​ຂໍ້​ວ່າ: ວິ​ສາ​ຫະ​ກິດ ແລະ ສິດ​ທິ​ມະ​ນຸດ”​ທ​ີ່ພວມ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ.

ຍາມໃດຫວຽດນາມກໍຮັບປະກັນສິດຂອງຄົນງານຢ່າງສະເຫມີຕົ້ນສະເຫມີປາຍ - ảnh 1
ພາບ​ປະ​ກອບ:vov.vn

        ໃນ​ສະ​ພາ​ວະ​ໂລ​ກາ​ພິ​ວັດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ປະ​ຈຸ​ບັນ, ບັນ​ຫາ​ສິດ​ທິ​ມະ​ນຸດ, ໃນ​ນັ້ນ ສິດ​ຂອງ​ຄົນ​ງານ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫລາຍ ແລະ ແຕ່​ລະ​ປະ​ເທດ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ.

        ລັດ​ສວມ​ບົດ​ບາດ​ສຳ​ຄັນ​ເພື່ອ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໄດ້​ຮັບ​ການ​ປະ​ຕິ​ບັດ

       ຢູ່​ຫວຽດ​ນາມ, ຮັບ​ປະ​ກັນ​ສິດ​ຂອງ​ປະ​ຊາ​ຊົນ​ເວົ້າ​ລວມ, ຄົນ​ງານ​ເວົ້າ​ສະ​ເພາະ​ແມ່ນ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ໃຫຍ່, ໄດ້​ຮັບ​ການ​ລະ​ບຸ​ໄວ້​ໃນ​ເອ​ກະ​ສານ​ດ້ານ​ກົດ​ໝາຍ​ສຳ​ຄັນ​ຫລາຍ​ສະ​ບັບ​ຂອງ​ລັດ. ທ່ານ ດັ້ງ​ຢູງ​ຈ​ີ, ຫົວ​ຫນ້າ​ສະ​ຖາ​ບັນ​ຄົ້​ນ​ຄ້​ວາ​ສິດ​ທິ​ມະ​ນຸດ ຢືນ​ຢັນ​ວ່າ:

        “ຢູ່​ຫວຽດ​ນາມ, ສິ່ງ​ດັ່​ງ​ກ່າວ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ນັບ​ແຕ່​ດົນ​ນານ​ແລ້ວ. ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ລັດ​ແຫ່ງສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ, ບັນ​ດາ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ຫວຽດ​ນາມ ລ້ວນ​ແຕ່​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ບັນ​ດາ​ສິດນີ້. ພິ​ເສດ ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ປັບ​ປຸງປີ 2013 ມີ​ບັນ​ດາ​ຂໍ້​ກຳ​ນົດ​ລະ​ອຽດ​ທີ່​ສຸດ, ນັ້ນ​ແມ່ນ ພົນ​ລະ​ເມືອງ​ມີ​ສິດ​ເຮັດ​ວຽກ, ເລືອກ​ເຟັ້ນ​ອາ​ຊີບ, ວຽກ​ເຮັດ​ງານ​ທຳ ແລະ ບ່ອນ​ເຮັດ​ວຽກ. ຜູ້​ເຮັດ​ວຽກ​ຮັບ​ເງິນ​ເດືອນ ໄດ້​ຮັບ​ປະ​ກັນ​ບັນ​ດາ​ສິດ ໄດ້​ເຮັດ​ວຽກ​ຢ່າງ​ຍຸ​ຕິ​ທຳ, ປອດ​ໄພ, ໄດ້​ຮັບ​ເງິນ​ເດືອນ ແລະ ລະ​ບອບ​ນະ​ໂຍ​ບາຍ​ໃນ​ການ​ພັກ​ຜ່ອນ ແລະ ຫ້າມ​ຖືກ​ຈຳ​ແນກ​ການ​ປະ​ພຶດ, ​ການຂ​ູດ​ຮີດ​ແຮງ​ງານ. ບັນ​ດາ​ຂໍ້​ກຳ​ນົດ​ນີ້​ຂອງ​ຫວຽດ​ນາມ ສ່​ວນ​ຫລາຍ​ແມ່ນ​ເໝາະ​ສົມ​ກັບ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ໃນ​ຂົງ​ເຂດ​ປົກ​ປ້ອງ​ສິດ​ຂອງ​ຄົນ​ງານ.”

        ຄຽງ​ຄູ່​ກັບ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ດ້ວຍ​ຫລາຍ​ເນື້ອ​ໃນ​ທີ່​ກ້າວ​ຫນ້າ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ງານ ​ທີ່ໄດ້​ມີ​ຜົນ​ສັກ​ສິດ​ແຕ່​ວັນ​ທີ 1/1/2014 ເປັນ​ຕົ້ນ​ໄປ, ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ​ສະ​ບັບ​ປັບ​ປຸງ​ປີ 2013, ກົດ​ໝາຍ​ວ່າ​ດ້ວຍ​ປະ​ກັນ​ສັງ​ຄົມ ກໍ​ໄດ້​ມີ ຫລາຍ​ຂໍ້​ກຳ​ນົດ​ທີ່​ລະ​ອຽດ. ນີ້​ແມ່ນ​ບັນ​ດາ​ກອບ​ກົດ​ໝາຍ​ສາ​ກົນ​ສຳ​ຄັນ​ທີ່​ສຸດ​ຂອງ​ປະ​ເທດ​ຫນຶ່ງ, ຮັບ​ປະ​ກັນ​ສິດ​ຂອງ​ຄົນ​ງານ​ຢູ່​ຫວຽດ​ນາມ, ໃນ​ສະ​ພາບ​ປະ​ເທດ​ຊາດ​ພວມ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ຢ່າງ​ແຮງ. ທ່ານ​ຫ​ວູກວາງ​ທໍ້, ຫົວ​ຫນ້າ​ສະ​ຖາ​ບັນ​ກຳ​ມະ​ກອນ ແລະ ກຳ​ມະ​ບານ, ສັງ​ກັດ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ ຖື​ວ່າ:

        “ຂ້າ​ພະ​ເຈົ້າ​ສາ​ມາດ​ຢືນ​ຢັນ​ໄດ້​ວ່າ: ຢູ່ ຫວຽດ​ນາມ ປະ​ມວນ​ກົດ​ໝາຍ​ແຮງ​ງານ, ບ​ັນ​ດາ​ມາດ​ຕາ​ຊື່ງ​ລັດ​ຖ​ະ​ບານ​ໄດ້​ກຳ​ນົດ ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​ຄົນ​ງ​ານ, ນັບ​ທັງ​ວຽກ​ເຮັດ​ງາ​ນ​ທຳ, ເງິນ​ເດືອນ, ປະ​ກັນ​ໄພ ແລະ ເງື່ອ​ນ​ໄຂ​ເຮັດ​ວຽກ.”

        ​ປົກ​ປ້ອງສິດ​ຜົນ​ປະ​ໂຫຍດ​ຂອ​ງ​ຄົນ​ງານ​ຜ່ານ​ຄວາມ​ຮັ​ບ​ຜິດ​ຊອບ​ສັງ​ຄົມ​ຂອງວິ​ສາ​ຫະ​ກິດ

       ໃນ​ຊຸມມື້ມໍ່ໆ​ມານີ້ ພ້ອມ​ກັບ​ແຜນ​ນະ​ໂຍ​ບາຍ​ຮ່ວມ​ມື, ພັດ​ທະ​ນາ ແລະ ເຊື່ອມ​ເຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ, ປ​ະ​ຊາ​ຄົມ​ບັນ​ດາ​ວິ​ສ​າ​ຫະ​ກິດ ຢູ່ ຫວຽດ​ນາມ​ໄດ້​ຕັ້ງ​ຫນ້າ ແລະ​ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ສະ​ແດງ​ໃຫ​້​ເຫັນ​ຄວາມ​ຮັບ​ຜິດ​ຊອບ​ຂອງວິ​ສາ​ຫະ​ກິ​ດ​ຕໍ່​ສັງ​ຄົມ. ຄວາມ​ຮັບ​ຮູ້​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ເຫັນ​ໄດ້​ຊັດ​ກ່ຽວ​ກັບ​ຄວາ​ມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ.

        ຕາມ​ທ່ານ ຫວູກວາງ​ທໍ້, ຫົວ​ຫນ້າ​ສະ​ຖາ​ບັນ​ກຳ​ມະ​ກອນ ແລະ ກຳ​ມະ​ບານ, ສັງ​ກັດ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມແລ້ວ, ດ້ວຍ​ບົດ​ບາດ​ເຊື່ອມ​ຕໍ່​ລະ​ຫວ່າງ ວິ​ສາ​ຫະ​ກິດ ແລະ ຄົນ​ງານ, ກຳ​ມະ​ບານ​ຫວຽດ​ນາມ ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຕິດ​ຕາມກວດ​ກາ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຂອງວິ​ສາ​ຫະ​ກິດ.

        “ກຳ​ມະ​ບານ​ໄດ້​ຊີ້​ນຳ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ປະ​ຕິ​ບັດ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ຜູ້​ນຳ​ໃຊ້​ຄົນ​ງານ ແລະ ຄົນ​ງານ ເພື່ອ​ກ້າວ​ໄປ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ທ​ຸກ​ການ​ເຈ​ລະ​ຈາ ແລະ ປຶກ​ສາ​ຫາ​ລື. ພິ​ເສດ ເມື​ື່ອ​ລ​ົງ​ນາມ​ໃນ​ສັນ​ຍາ​ແຮງ​ງານ​ລວມ​ໝູ​່, ສິດ​ໃດ​​ຂອງຄົນ​ງານທີ່​ໄດ້​ຮັບ​ການ​ກຳ​ນົດ​​ແມ່ນຕ້ອງ​ປະ​ຕິ​ບັດ.”

        ຊື່ງ​ແມ່ນ​ສະ​ມາ​ຊິກ​ຂອງ​ອົງ​ການ​ແຮງ​ງານ​ສາ​ກົນ (ILO, ຫວຽດ​ນາມ ໄດ້​ຕັ້ງ​ຫນ້າ​ຊຸກ​ຍູ້​ເລື່ອງ​ໃຫ້​ສັດ​ຕະ​ຍາ​ບັນ​ບາງ​ສົນ​ທິ​ສັນ​ຍາ​ຂອງ ILO. ໄລ່​ມາ​ຮອດ​ປີ 2014, ຍອດ​ຈຳ​ນວນ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ​ຂອງ ILO ຊື່ງ​ຫວຽດ​ນາມ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ ແມ່ນ 21 ສະ​ບັບ. ບັນ​ດາ​ຫລັກ​ການ​ພື້ນ​ຖານ​ຂອງ ILO ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ສັງ​ຄົມ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ການ​ກຳ​ນົດ​ໃນ ສົນ​ທິ​ສັນ​ຍາ​​ຕ່າງໆ​ໂດຍ ຫວຽດ​ນາມ​ໃຫ້​ສັດ​ຕະ​ຍາ​ບັນ ລ້ວນ​ແຕ່​ສ​ະແດງ​ໃຫ້​ເຫັນ​ໃນ​ກົດ​ໝາຍ​ຊອງ​ຊາດ ແລະ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​ຈາກ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຢູ່​ຫວຽດ​ນາມ.

        ໃນ​ສະ​ພາ​ວະ​ນີ້, ເລື່ອງ​ຫວຽດ​ນາມ​ເປັ​ນ​ເຈົ້າ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ຄັ້ງ​ທີ 14ຂອງ​ເວ​ທີ ປ​າ​ໃສ ອາ​ຊີ - ເອີ​ລົບ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ ແລະ ວິ​ສາ​ຫະ​ກິດ ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຜິ​ດ​ຊອບ​ຂອງ​ຫວຽດ​ນາມ ຕໍ່​ກັບ​ເວ​ທີ​ປາ​ໄສ ASEM ຊື່ງ​ຫວຽດ​ນາມ ແມ່ນ​ສະ​ມາ​ຊິກ. ພິ​ເສດ ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ສິດ​ທິ​ມະ​ນຸດ ສ​ປ​ຊ, ຫວຽດ​ນາມ ປາດ​ຖະ​ຫນາດ​ຢາກ​ສົ່ງ​ສານ​ທີ່​ວ່າ ຍາມ​ໃດ​ຫວຽດ​ນາມ​ກໍ​ເຄົາ​ລົບ​ບັນ​ດາ​ຄຸນ​ຄ່າກ່ຽວ​ກັບ​ສິດ​ທິ​ມະ​ນຸດ ແລະ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ເພື່ອ​ຮັດ​ແຄບ​ບັນ​ດາ​ຄວາມ​ແຕກ​ຕ່າງ​ກັນ. ປົກ​ປ້ອງ​ສິດ​​ຂອງ​ຄົນ​ງານ ກໍ​ແມ່ນ​ການ​ບຸ​ລິ​ມະ​ສິດ​ໃນປະ​ຈຸ​ບັນ​ຂອງ​ຫວຽດ​ນາມ​ໃນ​ຂະ​ບວ​ນ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່, ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ