ຍາມໃດຫວຽດນາມກໍເຄົາລົບ ແລະ ປົກປ້ອງສິດເສລີຢ່າງຊອບທຳຂອງປະຊາຊົນ


(vovworld)- ໂຄ​ສົກ​ຂອງ​ຂ້າ​ຫລວງ​ໃຫຍ່​ສິດ​ທິ​ມະ​ນຸດ ສ​ປ​ຊ ຫາ​ກໍ​ມີ​ຄຳ​ກ່າວ​ປາ​ໄສ​ທີ່ຂາດ​ຄວາມ​ຊັດ​ເຈນ, ບໍ່​ມີ​ຄວາມ​​ຈິງ​ກ່ຽວ​ກັບ​ບັນ​ດາ​ກໍ​ລະ​ນີ​ການ​ເຕົ້າ​ໂຮມຂອງ​ຫລາຍ​ຄົນ ​ຢູ່​ຮ່າ​ໂນ້ຍ​ ແລະ ນະ​ຄອນ ໂຮ່​ຈິ​ມີນ ໃນ​ໄລ​ຍະ​ມໍ່ໆ​ມານີ້, ພາຍ​ໃຕ້​ຄັນ​ຕະ​ລະ​ບັດ “ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ” ພາຍ​ຫລັງ​ເກີດ​ເຫດ​ທີ່​ຜົນ​ສະ​ທ້ອນ​ເຖິງສິ່ງ​ແວດ​ລ້ອມ​ທະ​ເລ​ຢູ່​ບັນ​ດາ​ແຂວງ ພາກ​ກາງ ຫວຽດ​ນາມ. ນີ້​ແມ່ນ​ການ​ກະ​ທຳ​ມີ​ຈຸດ​ປະ​ສົງ​ແທ້​ຈິງ ເພື່ອ​ປະ​ຕິ​ເສດ​ຄວາມ​ຈິງ​ວ່າ ຍາມ​ໃດ​ຫວຽດ​ນາມ​ກໍ​ເຄົາ​ລົບ ແລະ ປົກ​ປ້ອງ​ບັນ​ດາ​ສິດ​ເສ​ລີ​ຢ່າງ​​ຊອບທຳ​ຂອງ​ປະ​ຊາ​ຊົນ, ນັບ​ທັງ​ດ້ານ​ກົດ​ໝາຍ ແລະ ຄວາມເປັນຈິງ. ບົດ​ຂຽນ​ຂອ​ງ​ນັກ​ຂ່າວ ທູ​ຮ​ວາ.

ຍາມໃດຫວຽດນາມກໍເຄົາລົບ ແລະ ປົກປ້ອງສິດເສລີຢ່າງຊອບທຳຂອງປະຊາຊົນ - ảnh 1
ກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ​ຜົນ​ງານ​ສິດ​ທິ​ມະ​ນຸດ​ຫວຽດ​ນາມ
ໃນ 70 ປີ​ຜ່ານ​ມາ
ພາບ:edu.vn

        ເລື່ອງ​ໂຄ​ສົກ​ຂອງ​ຂ້າ​ຫລວງ​ໃຫຍ່ ສິດ​ທິ​ມະ​ນຸດ ສ​ປ​ຊ ໄດ້​ກ່າວ​ຫາ​ຫວຽດ​ນາມ “ມີ​ການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ບັນ​ດາ​ຜູ້​ທີ່​ເຕົ້າ​ໂຮມ​ກັນ, ໃນ​ນັ້ນ ມີ​ແມ່​ຍິງ ແລະ ເດັກ​ນ້ອຍ “ແມ່ນບໍ່​ມີ​ພື້ນ​ຖານ ແລະ ຜິດ​ກັບ​ຄວາມ​ຈິງ​ຢ່າງ​ສິ້ນ​ເຊິງ. ນີ້​ແມ່ນ​ການ​ຮັບ​ຮູ້​​ທີ່ຂາດ​​ພາ​ວະ​ວິ​ໄສ ແລະ ມີ​ຈຸດ​ປະ​ສົງ​ແທ້​ຈິງ.

        ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຫລືກໍ່​ຄວາມ​ວຸ້ນ​ວາຍ, ປຸກ​ປັ່​ນ, ຍຸ​ແຍ່​ໂຄ່ນ​ລົ້ມ​ລະ​ບອບ

       ​ບໍ່​ຍາກ​ເພື່ອ​ເຫັນ​​ວ່າ: ໃນ​ບັນ​ດາ​ກໍ​ລະ​ນີ​ເຕົ້າ​ໂຮມ​ຂອງ​ຫລາຍ​ຄົນ ​ໃນ​ນາມວ​່າ: “ການ​ເຄື່ອນ​ໄຫວ​ເພື່ອປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ” ຢູ່ ຫວຽດ​ນາມ, ບັນ​ດາ​ພວກ​​ຄົນ​ບໍ່​ດີ, ລວມ​ທັງ​ກຸ່ມກໍ່​ການ​ຮ້າຍ ຫວຽດ​ເຕີນ, ໄດ້​ຈັດ​ຕັ້ງ ຫລື​ມີ​ກົນ​ອຸ​ບາຍ​ຈັດ​ຕັ້ງ​ບັນ​ດາ​ເຫດກໍ່​ຄວາມ​ວຸ້​ນ​ວາຍ ແລະ ປຸ​ກ​ປັ່ນ​ຍຸ​ແຍ່​ກໍ່​ການຈະ​ລາ​ຈົນໂຄ່ນ​ລົ້ມ ຕາມ​ແຜນ​ການ​ທີ່​ເປັນ​ລະ​ບົບ. ເຂົາ​ເຈົ້າ​ໄດ້​ຮ່ວມ​ສຳ​ພັນ​ກັບ​ບັນ​ດາ​ບຸກ​ຄົນ​ບໍ່​ດີ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ສວຍ​ໃຊ້​ກໍ​ລະ​ນີ​ຜົນ​ສະ​ທ້ອນ​ເຖິງ​ສິ່ງ​ແວດ​ລ້ອມ​ເພື່ອ​​ຍຸ້​ຍົງປະ​ຊາ​ຊົນ​ດຳ​ເນີນ​ການ​ແຫ່​ຂະ​ບວນ​ປະ​ທ້ວງ, ແກ່​ດຶງ​ນັ​ບ​ທັງ​ຜູ້ອາ​ຍຸບໍ່​ເຖິງ​ກະ​ສຽນ, ຜູ້ຕິດ​ຄະ​ດີ, ….ກະ​ກ​ຽມ​​ວັດ​ຖຸ​ສິ່ງ​ຂອງ, ​ໃຊ້​ເງິນ​ມາ​​ຈ້າງ​ຜູ້​ເຂົ້າ​ຮ່ວມ, ນຳ​ໃຊ້​ເຄືອ​ຂ່າຍ​ສື່​ສັງ​ຄົມ​ເພື່ອ​ປຸກ​ປັ່ນ​ການ​ກະ​ທຳ​ຕ້ານ​ຄືນ, ຊ້ຳ​ບໍ່​ໜຳ ຕ້ານ​ຄື​ນ​ບັນ​ດາ​ກຳ​ລັງ​ທີ່​ເຂົ້າ​ຮ່ວມ​ການ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ. ກຳ​ລັງ​ມີ​ຫນ້າ​ທີ່​ຮັບ​ຜິດ​ຊອບ ຂອງ​ຫວຽດ​ນາມ ຫາ​ກໍ​ກັກ​ຂັງ 2 ຄົນ​ທີ່​ໄດ້​ຮັບ​ເງິນ​ຈາກ​ອົງ​ການ​ປະ​ຕິ​ການ ຫວຽດ​ເຕີນ ເພື່ອ​ເກັບ​ກຳ, ແຈກ​ຢ່າຍ​ເອ​ກະ​ສານ, ຮູບ​ພາບ​ທີ່​ເສກ​ສັ້ນ​ປັ້ນ​ແຕ່ງ, ປຸກ​ປັ່ນ​ປະ​ຊາ​ຊົນ​ດຳ​ເນີນ​ການແຫ່​ຂະ​ບວນ​ປະ​ທ້ວງ​ຕ້ານ​ລັດ​ຫວຽດ​ນາມ. ກົນ​ອຸ​ບາຍ​ແທ້​ຈິງ​ຂອງ​ບັນ​ດາ​ພວກ​​ຄົນ​ບໍ່​ດີ​ແມ່ນ​ປຸກ​ປັ່ນ​ປະ​ຊາ​ຊົນ​ທຳ​ລາຍ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ແລະ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​  ຈະ​ດຳ​ເນີນ​ໃນ​ໄລ​ຍະ​ຈະມາ​ເຖິງ, ກໍ່​ຂາດ​ສະ​ຖຽນ​ລະ​ພາບ, ຄວາມສະ​ຫງົບ​ປອດ​ໄພ​ດ້ານ​ການ​ເມືອງ​ຢູ່ ຫວຽດ​ນາມ.

        ຍາມ​ໃດ​ຫວຽດ​ນາມ​ກໍ​ເຄົາ​ລົບ, ຮັບ​ປະ​ກັນ​ບັນ​ດາ​ສິດ ແລະ ຄວາມ​ເສ​ລີ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ

        ຄວາມ​ຈິງ, ຫວຽດ​ນາມ ຍາມ​ໃດ​ກໍ​ເຄົາ​ລົບ, ຮັບ​ປະ​ກັນ​ບັນ​ດາ​ສິດ ແລະ ຄວາມ​ເສ​ລີ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ, ໃນ​ນັ້ນ ມີ​ສິດ​ເສ​ລີ​ໃນ​ການ​​ໂຮມປະ​ຊຸມ, ສິ​ດ​ເສ​ລີ​ໃນ​ການ​ປາກ​ເວົ້າ, ສອດ​ຄ​ອ່ງ​ກັບ​ລັດ​ຖະ​ທຳ​ມະ​ນູນ ແລະ ບັນ​ດາ​ມາດ​ຕະ​ຖານ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ. ພາຍ​ຫລັງ​ກາຍ​ເປັນ​ສະ​ມາ​ຊິກ ສ​ປ​ຊ ເມື່ອ​ປີ 1977, ຫວຽດ​ນາມ ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ສາ​ກົນກ່ຽວ​ກັບ​ສິດ​ທິ​ມະ​ນຸດເກືອບ​ທັງ​ໝົດ​. ນອກ​ນັ້ນ ຫວຽດ​ນາມ ຍັງ​ປະ​ກາດ​ໃຊ້​ບັນ​ດາ​ຄຳ​ສັ່ງ, ດຳ​ລັດ​ພ້ອມ​ກັບ​ບັນ​ດາ​ມາດ​ຕະ​ການ​ສອດ​ຄ່ອງກັບ​ກົດ​ໝາຍ​ຫວຽດ​ນາມ ແລະ ບັນ​ດາ​ມາດ​ຕະ​ຖານ​ສາ​ກົນ ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ແລະ ຄວາມ​ປອດ​ໄພ​ໃຫ້​ແກ່​ປະ​ຊາ​ຊົນ, ພິ​ເສດ ແມ່ນ​ຜູ້​ເຖົ້າ​ຜູ້​ແກ່, ແມ່​ຍິງ ແລະ ເດັກ​ນ​ອ້ຍ. ຫວຽດ​ນາມ ໄດ້ ແລະ ພວມ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ອາ​ຍຸ​ການ 2014- 2016 ພ້ອມ​ທັງ​ມີ​ຄວາມ​ຕັ້ງ​ຫນ້າ​ຮ່ວມ​ມື​​ດ້ານສິດ​ທິ​ມະ​ນຸດ​ໃນ​ຂອບ​ເຂດ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ເວົ້າ​ພາ​ສາ ຝ​ລັ່ງ, ເຂົ້າ​ຮ່ວມ​​ຂອບ​ເຂດ​ການ​ຮ່ວມ​ມື​ພາກ​ພື້ນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ໃນ​ນັ້ນ ມີ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ ອາ​ຊຽນ. ດ້ວຍ​ບັນ​ດາ​ຜົນ​ງານ​ສິດ​ທິ​ມະ​ນຸດ​ທີ່​ພົ້ນ​ເດັ່ນນັ້ນ, ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ​ສ້າງ​ບົດ​ລາຍ​ງານ​ສຳ​ຫລວດກວດ​ຄືນ​ດ້ານ​ສິດ​ທິ​ມະ​ນຸດປະ​ຈຳ​ໄລ​ຍະ​ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສິດ​ທິ​ມະ​ນຸດ ຢູ່ ຫວຽດ​ນາມ, ເຂົ້າ​ຮ່ວມ​ການ​​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບສິດ​ທິ​ມະ​ນຸດ​ກັບບັນ​ດາ​ປະ​ເທດ ຄື: ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ສະ​ວິດ ແລະ ອີ​ຢູ. ການ​ເຄົາ​ລົບ, ຮັບ​ປະ​ກັນ​ບັນ​ດາ​ສິດ ແລະ ຄວາມ​ເສ​ລີ​ພື້ນ​ຖານ​ຂອງ​ປ​ະ​ຊາ​ຊົນ​ຢູ່ ຫວຽດ​ນາມ ໄດ້​ຮັບ​ການ​ພິ​ສູດ​ໃຫ້​ເຫັນ​ໃນ​ຄວາມ​ຈິງ ແລະ ໄດ້​ຮັບ​ການ​ຮັບ​ຮູ​້​ຈາກ​ສາ​ກົນ.

       ເສ​ລີ​ພາ​ບ, ປະ​ຊາ​ທິ​ປະ​ໄຕ​ໃນ​ຂອບ​ເຂດ​ກົດ​ໝາຍ

​ຕາ​ມ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ບັນ​ດາ​ສິດ​ພົນ​ລະ​ເຮືອນ ແລະ ການ​ເມືອງ ຊື່ງ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ລົງ​ນາມ​ເມື່ອ​ວັນ​ທີ 24/9/1982, ບັນ​ດາ​ສິດ ແລະ ຄວາມ​ເສ​ລີ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ຂອບ​ເຂດ​ກົດ​ໝາຍ, ບໍ່​ກໍ່​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ, ຄວາມ​ສະ​ຫງົບ​ປອດ​ໄພ​ແຫ່​ງ​ຊາດ, ຄຸນ​ສົມ​ບັດ, ສຸ​ຂະ​ພາບ​ຂອງວົງ​ຄະ​ນາ​ຍາດ, ສິດ ແລະ ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ສ່ວນ​ບຸກ​ຄົນ​ອື່ນ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ສິດ​ເສ​ລີ​ຂອ​ງ​ພົນ​ລະ​ເມືອງ ໄດ້ ແລະ ພວມ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ຈາກ​ລັດ ແລະ ໄດ້ຮັບ​ປະ​ກັນ​ໃນຂອບ​ເຂດ​ຂອງ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ​ຫວຽດ​ນາມ.

        ເປັນ​ອັນ​ວ່າ ບັນ​ດາ​ມາດ​ຕະ​ການ​ຊື່ງ​ຫວຽດ​ນາມ ປະ​ຕິ​ບັດ​ໃນ​ໄລ​ຍະ​ຜ່ານ​ມາ​ສຳ​ລັບ​ບັນ​ດາ​ກ​ໍ​ລະ​ນີ​ເຕົ້າ​ໂຮມ​ຫລາຍ​ຄົນ, ສວຍ​ໃຊ້​ຄັນ​ຕະ​ລະ​ບັດ “ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ”ເພື່ອກໍ່​ຄວາມ​ວຸ້ນ​ວາຍ ແລະ ປຸກ​ປັ່ນ​ຈະ​ລາ​ຈົນ​ໂຄ່​ນ​ລົ້ມ ແມ່ນ​ແນ​ໃສ່​ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ ຄວາມ​ເປັນ​ລະ​ບ​ຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ, ຮັບ​ປະ​ກັນ​ຊີ​ວິດ​ສະ​ຫງົບ​ສຸກ​ຂອງ​ປະ​ຊາ​ຊົນ. ບັນ​ດາ​ການ​ກະ​ທຳ​ລະ​ເມີດ​ກົດ​ໝາຍ, ນາບ​ຂູ່​ຜົນ​ປະ​ໂຫຍດ​ລວມ​ຂອງວົງ​ຄະ​ນາ​ຍາດ, ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງບໍ່​ວ່າ​ປະ​ເທດ​ໃດ​ກໍ​ລ້ວນ​ແຕ່​ຕ້ອງ​ປັບ​ໄຫມ​ລົງ​ໂທດ​ຕາມ​ກົດ​ໝາຍ​ຂອງ​ປະ​ເທດນັ້ນ.

        ດ້ວຍ​ຄວາມ​ເປັນ​ຈິງ​ທີ່​ຈະ​ແຈ້ງ​ຄື​ແນວນັ້ນ, ​ຄຳ​ປາ​ໄສ​ຂອງ​ຂ້າ​ຫລວງ​ໃຫຍ່ ສ​ປ​ຊ ກ່ຽວ​ກັບບັນ​ດາ​ກໍ​ລະ​ນີ​ການເຕົ້າ​ໂຮມ​ຂອງ​ຫລາຍ​ຄົນ​ຢູ່ ຫວຽດ​ນາມ ແມ່ນ​ການຜິດ​ເຂວ​ຢ່າງ​ສິ້ນ​ເຊິງ, ຊ້ຳ​ບໍ່​ໜຳ ມີ​ການ​ເສກ​ສັ້ນ​ປັ້ນ​ແຕ່ງ​ກ່ຽວ​ກັບ​ບັນ​ຫາ​ສິດ​ທິ​ມະ​ນຸດ​ຢູ່​ຫວຽດ​ນາມ. ການ​ຂາດ​​ພາ​ວະ​ວິ​ໄສ ​ໂດຍມີ​​ຈຸດ​ປະ​ສົງ​ແທ້​ຈິງ​ໃນ​ບັນ​ຫາ​ສິດ​ທິ​ມະ​ນຸດ​ຂອງ​ແຕ່​ລ​ະ​ປະ​ເທດ ແມ່ນ​ເລື່ອງ​ຕ້ອງ​ຕຳ​ຫນິ​ຕິ​ຕຽນ, ຍາກ​ທີ່​ຈະ​ແກ້​ຄວາມ​ໄດ້ ແລະ ບໍ່​ອາດ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ຫາງ​ສຽງ​ຫວຽດ​ນາມ ແລະ ສາ​ກົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ