ຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແນວຄິດ,ຄຸນສົມບັດ, ວິຖີຊີວິດຂອງປະທານໂຮ່ຈິມີນ

(vovworld)- ກົງ​ກັບ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 126 ປ​ີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈິ​ມີນ, ຜູ້​ນຳ​ທີ່​ແສນ​ເຄົາ​ລົບ​ຮັກ​ຂອງ​ຊາດ​ຫວຽດ​ນາມ, ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ສະ​ຫລຸບ 5 ປີ​ແຫ່ງການປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳ​ຮ​ຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມີນ. ພ້ອມ​ກັນ​ນັ້ນ ກົມ​ການ​ເມືອງ ໄດ້​ປະ​ກາດ​ໃຊ້​ຄຳ​ສັ່ງ​ເລກ​ທີ 05 ກ່ຽວ​ກັບ​ການ​ຍູ້​ແຮງ ການ​ຮ່ຳ​ຮ​ຽນ​ຕາມ​ແນວ​ຄິດ ​ຄຸນ​ສົມ​ບັດ​ວິ​ຖີຊີ​ວິດ​ປະ​ທານ​ໂຮ່​ຈິ​ມີນ. ສິ່ງ​ດັ່ງ​ກ່າວ​ເປັນ​ການ​ຢືນ​ຢັນ​ເຖິງ​ຜົນ​ງານ ແລະ ຄວາມ​ຕັດ​ສິນ​ໃຈ​ຍູ້​ແຮງ​ການ​ຮ່ຳ​ຮຽນ​ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມີນໃນໝູ່​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົນ​ຫວຽດ​ນາມ.
ຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແນວຄິດ,ຄຸນສົມບັດ, ວິຖີຊີວິດຂອງປະທານໂຮ່ຈິມີນ - ảnh 1
ພາບ​ປະ​ກອບ
ຮ່ຳ​ຮ​ຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມີນ

        ໃນ​ຕະ​ຫລອດ​ໄລ​ຍະ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ເລ​ກ​ທີ 03 ໄດ້​ປະ​ກົດ​ອອກ​ແບບ​ຢ່າງດີ​ເດັ່ນ​ກ່ຽວ​ກັບ​ ການ​ຮ່ຳ​ຮ​ຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມີນ ນັບ​ລ້ານໆ​ຄົນ. ບັນ​ດາ​ແບບ​ຢ່າງນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຜົນ​ສຳ​ເລັດ ແລະ​ບັນ​ດາ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ກ່ຽວ​ກັບ ການ​ຮ່ຳ​ຮ​ຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມີນ.

       ຢັ້ງ​ຢືນ​ຜົນ​ງານ​ຂອງ​ການ​ຂົນ​ຂວາຍ

ທ່ານ ຫວູ​​ຫຶວ​ຢາວ, ປີປະ​ທານ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮຽນ ເມືອງ ດົງ​ຫິ ແຂວງ ທາຍງວຽນ ປີນີ້ ມີ​ອາ​ຍຸ 80 ປີ​ແລ້ວ ແຕ່​ທ່ານ​ຍັງ​ເມົາ​ມົວ​ກັບ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ ​ບໍ​ລິ​ຈາກ​ຈຳ​ນວນ​ເງິນ​ນັບ​ພັນ​ຕື້​ດົງ​ໃຫ້​ແກ່ “ກອງ​ທຶນສົ່ງ​ເສີມ​ກາ​ນ​ຮຽນ” ຂອງ​ທ້ອງ​ຖິ່ນ ເພື່ອ​ຫນູນ​ຊ່ວຍ​ບັນ​ດາ​ນັກ​ຮຽນ​ທຸກຍາກ​ຜ່ານຜ່າ​ຄວາມ​ຫຍຸ້ງ​ຍາກ​ສືບ​ຕໍ່​ໄປ​ໂຮງ​ຮຽນ. ທ່ານ ຫວູ​ຫຶວ​ຢາວ ຖື​ວ່າ: ການ​ຮ່ຳ​ຮ​ຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມີນ ຕ້ອງ​ເປັນ​ປະ​ຈຳ, ແທ້​ຈິງ, ຈາກວຽກ​ງານ​ນ້ອຍ​ສຸດ. ຢາກເຮັດ​ໄດ້​ຄື​ແນວນັ້ນ, ທຸກ​ຄຳ​ເວົ້າ, ວຽກ​ເຮັດ​ຕ້ອ​ງ​ສັດ​ຊື່​ບໍ​ລິ​ສຸດ, ເຫັນ​ແກ່​ສ່ວນ​ລວມບໍ່​ເຫັນ​ແກ່​ສ່ວນ​ຕົວ, ຍູ້​​ຮີດ​ຄອງ​ປະ​ເພ​ນີ​ຫຍໍ້​ທໍ້ ໃຫ້​ຖອຍ​ໄປ ເພື່​ອ​ຮັບ​ໃຊ້​ປະ​ຊາ​ຊົນ​ໃຫ້ດີ​​ທີ່ສຸດ. ທ່ານ ຫວູ​ຫິວ​ຢາວ ເວົ້າ​ດ້ວຍ​ຄວາມ​ໃນ​ໃຈ​ວ່າ:

        “ດ້ວຍ​ຄວາມ​ປາດ​ຖະ​ຫນາ​ຢາກ​ສົ່ງ​ເສີມ, ຫນູນ​ຊ່ວຍ​ປະ​ຊາ​ຊົນ​ຮ່ຳ​ຮຽນ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມີນ, ສະ​ນັ້ນ​ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ກີດ​ຂວາງ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານນີ້. ​ເມື່ອ​ລົງ​ຕາ​ແສງ​ເພື່ອ​ຂົນ​ຂວາຍ​ປະ​ຊາ​ຊົນ, ອາ​ກາດບໍ່​ສະ​ດວກ, ບາງ​ເທື່ອ​ຖືກ​ຝົນ​ຕົກ​ແຮງ​ຫລື​ຮ້ອນ​ເອົ້າ​ເຖິງ 42 ອົງ​ສາC , ແຕ່​ເພື່ອ​ພວກ​ຫລານ, ເພື່ອ​ຫນ້າ​ທີ່ ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ຕ​ັດ​ສິນ​ໃຈ​ຂົນ​ຂວາຍ​ສ້າງ​ຕັ້ງ​ສະ​ມາ​ຄົມ​ສາ​ຂາ​ກຸ້ມ​ບ້ານ, ຕາ​ແສງ. ມາ​ຮອດ​ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ມີ 257 ສາ​ຂາ​ສະ​ມ​າ​ຄົມຢູ່ 257 ບ້ານ, ກວມ 100% ​ຈຳ​ນວນຕາ​ແສງ​ມີ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ຮຽນ. ບັນ​ດາ​ສະ​ມາ​ຄົມ​ລ້ວນ​ແຕ່​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.”

        ຈາກ​ບັນ​ດາວຽກ​ງານ​ລະ​ອຽດ​ຂອງ​ແຕ່​ລະ​ຄົນ, ການ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 03 ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ເປັນ​ປະ​ຈຳ, ຕາມ​ລະ​ບຽບ​ຢູ່​ຄະ​ນະ​ພັ​ກ, ອົງ​ການ​ຈັດ​ຕັ້ງ​ແຕ່​ລະ​ຂັ້ນ ແລະ ທົ່ວ​ລະ​ບົບ​ການ​ເມືອງ. ທ່ານ ຫວໍ​ກົງ​ຈີ, ຮອງ​ເລ​ຂາ ປະ​ຈຳ​ຄະ​ນະ​ພັກ​ນະ​ຄອນ ດາ​ຫນັງ ໃຫ້​ຮູ້​ວ່າ:

        “ການ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 03 ໃນ 5 ປີ​ຜ່ານ​ມາ ບັນ​ລຸ​ໄດ້​ໝາກ​ຜົນ​ຕັ້ງ​ຫນ້າ​ຫລາຍ​ຢ່າງ ນັບ​ທັງ​ຄວາມ​ຮັບ​ຮູ້ ແລະ ການ​ກະ​ທຳ ໃນ​ບັນ​ດາ​ຂົງ​ເຂດ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ວຽກ​ງານກໍ່​ສ້າງ​ພັກ, ກໍ່​ສ້າງ​ລະ​ບົບ​ການ​ເມືອງ, ຝືກ​ຝົນ​ຫລໍ່​ຫລອມ​ຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ລັດ​ຖະ​ກອນ ແລະ ການ​ກະ​ທົບ​ຢ່າງ​ຕັ້ງ​ຫນ້າ​ເຖິງ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ການ​ເມືອງ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ນະ​ຄອນ ດາ​ຫນັງ ໃນ 5 ປີ​ຜ່ານ​ມາ.”

       ຕາມ​ການ​ຕີ​ລາ​ຄາ​ແລ້ວ, ການ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 03 ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​, ປັບ​ປຸງ​ດ້ານ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ, ເປີດກວ້າງ​ການ​ພົວ​ພັນ​​ກັບ​ຕ່າງ​ປະ​ເທດ, ກໍ່​ສ້າງ​ພັກ ແລະ ລະ​ບົບ​ການ​ເມືອງ, ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ຢ່າງ​ມີ​ໄຊ, ສະ​ກັດ​ກັ້ນ​ສະ​ພາບ​ເສື່ອມ​ທາດ​ຂາດ​ຄຸນ​​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ​, ວິ​ຖີ​ຊີ​ວິດ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ພາກ​ສ່ວນ​ຫນຶ່ງ. ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມີນ​​ນັບ​ມື້​ນັບເປັນ​ລະ​ບຽບ​ເທື່ອ​ລະ​ກ້າວ​ ແລະ ແທ້​ຈິງກວ່າ, ຈຳ​ກັດບັນ​ດາ​ປະ​ກົດ​ການ​ແບບ​ຮູບ​ການ, ບໍ່​ເລິກ​ເຊິ່ງ, ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ຕໍ່​ພັກ, ລັດ.

       ຕື່ນ​ຕົວ, ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມີນ​ເປັນ​ປະ​ຈຳ

 ​ຕໍ່​ຈາກ​ຜົນ​ສຳ​ເລັດ​ຂອງ​ຄຳ​ສັ່ງ​ເລກ​ທີ 03, ຄຳ​ສັ່ງ​ເລກ​ທີ 05 ຂອງ​ກົມ​ການ​ເມືອງ ໄດ້​ຢືນ​ຢັນ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ວິ​ຖີ​​ຊີ​ວິດປະ​ທານ​ໂຮ່​ຈິ​ມີນ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ແລະ ການ​ກະ​ທຳ​ໃນ​ພັກ, ລະ​ບົບ​ການ​ເມືອງ ແລະ ປະ​ຊາ​ຊົນ, ສະ​ກັດ​ກັ້ນ, ຍູ້​ການ​ເສື່ອມ​ທາດ​ຂາດ​ຄຸນ​ດ້ານ​​ແນວ​ຄິດການ​ເມືອງ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ ແລະ ບັນ​ດາ​ປະ​ກົດ​ການ​ຜັນ​ແປ​ເອງ​ຢູ່ພາຍ​ໃນ​ໃຫ້​ຖອຍ​ໄປ, ຍູ້​ແຮງ​ການ​ຕໍ່​ສູ້​ປ​ອ້ງ​ກັນ​, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ, ອາດ​ຍາ​ສິດ. ທ່ານ ດີງ​ເທ​ຮີງ, ​ຜູ້ປະ​ຈຳ​​ການຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ສືບ​ຕໍ່​ເຮັ​ດ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ ມີ​ຄວາມ​ຮັບ​ຮູ້​ບັນ​ດາ​ເນື້ອ​ໃນ​ພື້ນ​ຖານ ແລະ ຄຸນ​ຄ່າ​ອັນ​ໃຫຍ່​ຫລວງ​ຂອງ​ແນວ​ຄິດ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ. ເຮັດ​ໃຫ້​ແນວ​ຄິດ, ຄຸນ​ສົ​ມ​ບັດ, ວິ​ຖີ​ຊີ​ວິດ​ຂອງ​ເພີ່ນ​ກາຍ​ເປັນ​ພື້ນ​ຖານ​ດ້ານ​ຈິດ​ໃຈ​ຢ່າງ​ໝັ້ນ​ຄົງຂອງ​ຊີ​ວິດສັງ​ຄົມ, ສ້າງວັດ​ທະ​ນະ​ທຳ, ຊາວ​ຫວຽດ​ນາມ ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ເພື່ອ​ຈຸດ​ໝາຍ​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ ແລະ ສີ​ວິ​ໄລ.”

        ເລື່ອງ​ກົມ​ການ​ເມືອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ປະ​ກາດ​ໃຊ້​ຄຳ​ສັ່ງ​ເລກ​ທີ 05 ກ່ຽວ​ກັບ​ການ​ຍູ້​ແຮງ​ ການ​ຮ່ຳ​ຮ​ຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​, ວິ​ຖີ​ຊີ​ວິດປະ​ທານ​ໂຮ່​ຈິ​ມີນ ອີກ​ຄັ້ງ​ຫນຶ້ງ​ໄດ້ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເພື່ອ​ສືບ​ຕໍ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​ພື້ນ​ຖານ ແລະຄຸນ​ຄ່າ​ອັນ​ໃຫຍ່​ຫລວງ​ຂອງ​ແນວ​ຄິດ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ​ປະ​ທານ​ໂຮ່​ຈິ​ມີນ ນັບ​ມື້​ນັບ​ເລິກ​ເຊິ່ງ. ຈັດ​ຕັ້ງ​ການ​ຊາບ​ຊືມ, ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 05 ແມ່ນ​ການ​ປະ​ກອບ​ສ່ວນ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ, ກວ້າງ​ຂວາງ ແລະ  ​ຍືນ​ຍົງ​ໃນ​ກາ​ນ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ.

 

ຕອບກັບ

ຂ່າວ/ບົດ​ອື່ນ