ຕັດສິນໃຈປະຕິບັດຄາດໝາຍພັດທະນາເສດຖະກິດ ສັງຄົມ

(vovworld) - ​ຕອນ​ເຊົ້າ​ວັນ​ທີ 12/11, ​ໃນ​ການ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ຕາງ​ຫນ້າ​ໃຫ້​ລັດຖະບານ, ທ່ານ Nguyen Xuan Phuc ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ສະ​ເຫ​ນີບົດ​ສະຫລຸບ​ສັງ​ລວມຂອງ​ລັດຖະບານ​ໃນ​ການ​ປະຕິບັດ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 2, ທີ 3, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ນີ້​​ເປັນ​ຄັ້ງ​ທຳ​ອິດ ທີ່ລັດຖະບານ​ມີ​ບົດ​ລາຍ​ງານ​ລະອຽດ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ເນື້ອ​ໃນ​ຊື່​ງສະມາຊິກ​ລັດຖະບານ​ໄດ້​ໝັ້ນ​ໝາຍ​ຕໍ່​ ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ​ໃນ​ລາຍການ​ສະຖານະ​ການ​ການ​ເມືອງ​ພາກ​ນີ້ ພວກ​ເຮົາ​ຂໍ​ຄັດ​ສະ​ເຫ​ນີ​ເນື້ອ​ໃນ​ພື້ນຖານ​ຂອງ​ບົດ​ລາຍ​ງານ​ດ້ວຍ​ເນື້ອ​ໃນ “ຕັດສິນ​ໃຈ​ປະຕິບັດ​ຄາດໝາຍ​ພັດທະນາ​ເສດຖະກິດ ສັງຄົມ”

ຕັດສິນໃຈປະຕິບັດຄາດໝາຍພັດທະນາເສດຖະກິດ ສັງຄົມ - ảnh 1
ທ່ານ Nguyen Xuan Phuc ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ໄດ້​ສະ​ເຫ​ນີບົດ​ສະຫລຸບ​ສັງ​ລວມຂອງ​ລັດຖະບານ​
ພາບ:internet

    ບົດ​ລາຍ​ງານ​ສັງ​ລວມຂອງ​ລັດຖະບານ​ໄດ້​ສ່ອງ​ແສງ​ບັນດາ​ບັນຫາ​​ເສດຖະກິດ ສັງຄົມ ຂອງຫວຽດນາມ ຢ່າງຮອບ​ດ້ານ​. ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໃຫ້​ຮູ້​ວ່າ: ​        ແຫ​ລ່ງງົບປະມານ​ລົງທຶນ​​​ໃນແຕ່ລະ​ປີ​ໃຫ້​ແກ່​ຂົງ​ເຂດ​ກະສິກຳ​ຊົນນະບົດ​ໄດ້​ເພີ່ມ​ຂຶ້ນ​ຫລາຍ​ພໍ​ສົມຄວນ ດ້ວຍ​ລະດັບ​ສູງ​ກວ່າ​ລະດັບ​ລວມຂອງ​ພື້ນຖາ​ນ​ເສດຖະກິດ.​ປີ 2011 ​ເພີ່ມ​ຂຶ້ນ 34,7 %, ປີ 2012 ​ເພ​ີ່ມຂຶ້ນ 28%. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ແລ້ວ, ​ໂຄງການ​ຈຸດໝາ​ຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃຫມ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊີ້​ນຳ ​ແລະ ​ໄດ້​ກາຍ​ເປັນ​ຂະ​ບວນການ​ລວມຂອງ​ທັງ​ປະ​ເທດ. ​ແຫ​ລ່ງງົບປະມານ​ຈັດ​ແບ່ງ​ໃຫ້​ແກ່​ຂົງ​ເຂດ​ນີ້​ໃນ​ປີ 2011  ​ແລະ 2012 ບັນລຸ​ປະມານ 18.300 ຕື້​ດົ່ງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ແຫ​ລ່ງທຶນ​ນີ້​ບໍ່​ທັນ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ບາງ​ມາດຖານ​​ຊົນນະບົດ​ໃຫມ່​ທີ່​​ໄດ້ວາງ​ອອກບໍ່​ທັນ​ເໝາະ​ສົມ​ເທື່ອ. ​ເພື່ອ​ແກ້​ໄຂ​ສະພາບ​ການ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໃຫ້​ຮູ້​ວ່າ:

        “ລັດຖະບານ ຈະ​ປັບປຸງ, ​ເພີ່ມ​ເຕີມ​ນະ​ໂຍບາຍ​ສົ່ງ​ເສີມ​ວິ​ສາ​ຫະກິດ​ລົງທຶນ ​ແລະ ນະ​ໂຍບາຍ​ສິນ​ເຊື່ອ​ໃນ​ຂົງ​ເຂດກະສິກຳ, ຊົນນະບົດ, ​ເພີ່ມ​​ແຫ​ລ່ງ​ເງິນ​ລົງທຶນ​ໃຫ້​ແກ່​ບັນດາ​ໂຄງການ​ຫນູນ​ຊ່ວຍ​ທີ່​ມີ​ຈຸດໝາຍ ພວມ​​ໄດ້​ຮັບ​ການ​ຜັນ​ຂະຫຍາຍ, ຂົນຂວາຍ​ບັນດາ​ແຫ​ລ່ງທຶນ​ອື່ນ ​ແລະ ນຳ​ໃຊ້​ກົນ​ໄກ​ການ​ລົງທຶນ​ພິ​ເສດສະ​ເພາະ​ເພື່ອ​ຍູ້​​ໄວ​ການ​ປະຕິບັດ​ໂຄງການ​ພັດທະນາຊົນນະບົດ​ໃຫມ່, ປັບປຸງມາ​ດຖານ​ຊົນນະບົດ​ໃຫມ່​ໃຫ້​​ເໝາະ​ສົມ.”

        ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ລັດຖະບານ​ໄດ້​ສຸມ​ໃສ່​ຊີ້​ນຳ​ປັບປຸງ ​ແລະ ພັດທະນາ​ລະບົບ​ໂຮງຮຽນ​ກິນ​ກອນ​ຊົນ​ເຜົ່າ​ຊັ້ນ​ມັດທະຍົມ, ພັດທະນາ​ການ​ສຶກສາ​​ໃຫ້​ແກ່​ບັນດາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ຫນູນ​ຊ່ວຍ​ນັກຮຽນ​ເຄິ່ງກິນ​ນອນ ​ແລະ ​ໂຮງຮຽນ​ມັດທະຍົມ​ຊົນ​ເຜົ່າ​ເຄິ່ງກິນນອນ, ປະຕິບັດ​ນ​ະ​ໂຍບາຍ​ພັດທະນາ​ການ​ສຶກສາ​ບຳລຸງ​ສ້າງ ​ແລະ ສອນ​ວິຊາ​ຊີບ, ບຸລິມະສິດ​​ໃນ​ການຮັບ​ນັກ​ຮຽນ​ເຂົ້າ​ມະຫາວິທະຍາ​ໄລ, ວິທະຍ​າ​ໄລ​ສຳລັບ​ລູກ​ຫລານ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ເຂດ ​ໄຕ​ບັກ, ​ໄຕ​ງວຽນ ​ແລະ ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້.

ຕັດສິນໃຈປະຕິບັດຄາດໝາຍພັດທະນາເສດຖະກິດ ສັງຄົມ - ảnh 2
ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ພວມດຳເນີນໄປຢູ່ ຮ່າໂນ້ຍ

        ກ່ຽວ​ກັບ​ເສດຖະກິດ ການ​​ເງິນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໃຫ້​ຮູ້​ວ່າ: ລັດຖະບານ ພວມ​ພິຈາລະ​ນາ​​ເພື່ອ​ປະກາດ​ໃຊ້​ແຜ​ນຮ່າງ​ສ້າງ​ໂຄງ​ປະກອບ​ຕະຫລາດ​ຫລັກ​ຊັບ ​ແລະ ຕະຫລາດ​ປະກັນ​ໄພ, ຄາດ​ວ່າ​ຮອດ​ປີ 2015 ສຳ​ເລັດ​ການ​ສ້າງ​ໂຄງ​ປະກອບ​ບັນດາ​ອົງການ​ດຳ​ເນີນ​ທຸລະ​ກິດ​ຫລັກ​ຊັບ ​ແລະ ວິ​ສາ​ຫະກິດ​ປະກັນ​ໄພ​ຄືນ​ໃຫມ່ ພ້ອມ​ທັງ​ສ້າງ​ວິວັດ​ການ​ພັດທະນາ​ຕະຫລາດ​ພັນທະບັດ​ໄລຍະ 2011- 2020  ​ໃຫ້​ສົມບູນ​ແບບ. ລັດຖະບານ ​ກໍ​ໄດ້​ຮັບຮອງ​ເອົາ​ແຜນ​ຮ່າງ​ສ້າງ​ລະບົບ​ບັນດາ​ອົງການ​ສິນ​ເຊ່ືອ​ຄືນ​ໃຫມ່, ​ໃນ​ນັ້ນ ​ໄດ້​ຊີ້​ນຳ​ການຈັດ​ຕັ້ງ​ຕີ​ລາຄາ, ​ແບ່ງ​ປະ​ເພດ, ຮັບຮ​ອງ​ເອົາ, ປະຕິບັດ​ວິທີ​ສ້າງ​ໂຄງ​ປະກອບ​ທະນາຄານ​ການ​ຄ້າ​ອ່ອນດ້ອຍ​ຄືນ​ໃຫມ່. ສຳລັບ​ການ​ແກ້​ໄຂ​ຫນິ້​ເສຍ, ລັດຖະບານ ​ໄດ້​ຜັນ​ຂະຫຍາຍ​ຫລາຍ​ມາດ​ຕະການ​ຄື: ສ້າງ​ໂຄງ​ປະກອບ​ບ້ວງ​ຫນິ້ຄືນ​ໃຫມ່, ຕໍ່​ກຳນົດ​ເວລາ​ສຳລັບ​ບ້ວງ​ຫນິ້, ຂາຍ​ຫນິ້​ເສຍ​ມີ​ຊັບ​ສິນ​ຄ້ຳປະກັນ.. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມາ​ຮອດ​ປະຈຸ​ບັນ ຄວາມ​ຄືບ​ຫນ້າ​ໃນ​ການ​ແກ້​ໄຂ​ຫນິ້​ເສຍ​ຍັງ​ຊັກ​ຊ້າ, ໝາກຜົນ​ຍັງ​ຈຳກັດ​ຢູ່. ນີ້​ແມ່ນ​ບັນຫາ​ຮີບ​ເຮັ່ງ, ຮຽກຮ້ອງ​ຕ້ອງ​ປະຕິບັດ​ຫລາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ ​ແລະ ມີການ​ເຂົ້າ​ຮ່ວມ, ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ​້ນລະຫວ່າງ​ທະນາຄານ ​ແລະ ບັນດາ​ກະຊວງ, ອົງກາ​ນຈັດ​ຕັ້ງ, ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ.

        “​​ໃນ​ໄລຍະ​ຈະ​ມາ​ເຖິງ, ລັດຖະບານ ຈະ​ສຸມ​ໃສ່​ຊີ້​ນຳ​ຢ່າງ​ຂ້ຽວຂາດ​ຕໍ່ການ​ ສ້າງ​ໂຄງ​ປະກອບ​ຄືນ​​ໃຫມ່​ຕາມ​ວິວັດ​ການ, ​ແກ້​ໄຂ​ຢ່າງ​​ເດັດຂາດ​ບັນດາ​ທະນາຄານ​ອ່ອນ​ດ້ອຍ, ຮີບ​ເຮັ່ງ​ກໍ່​ສ້າງ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດ​ແຜ​ນຮ່າງ​ແກ້​ໄຂ​ຫນິ້​ເສຍ​ຢ່າງ​ມີ​ປະສິດທິ​ຜົນ, ​ໂປ່​ງ​ໃສ ​ແລະ ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ຫນິ້​ເສຍ​ຢ່າງ​ຄົບ​ຊຸດ, ​ເພີ່ມ​ທະວີ​ການ​ກວດກາ, ຕິດຕາມ​ລະບົບ​ທະນາຄານ, ສືບ​ຕໍ່​ຊີ້​ນຳ​ການ​ແກ້​ໄຂ​ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ລະ​ເມີດ​ກົດໝາຍ​ໃນ​ຂົງ​ເຂດ​ການ​ເງິນ, ທະນາຄານ​ຢ່າງ​ເຂັ້ມ​ງວດ.”

        ກ່ຽວ​ກັບ​ນະ​ໂຍບາຍ​ເງິນ​ຕາ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໃຫ້​ຮູ້​ວ່າ: ການ​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ຢ່າງ​ແຫນ້ນ​ແຟ້ນ, ລອບ​ຄອບ​ຖີ່​ຖ້ວນ​ໄດ້​ປະກອບສ່ວນ​ຄວບ​ຄຸມ​ໄພ​ເງິ​ນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແຕ່​ພັດ​ເຮັດ​ໃຫ້ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສົ່ງຜົນ​ສະທ້ອນ​ເຖິງ​ການ​ເຕີບ​ໂຕ​ເສດຖະກິດ. ​​ເພື່ອ​ແກ້​ໄຂ​ບັນຫາ​ນີ້, ລັດຖະບານ ຈະ​ສຸມ​ໃສ່​ຊີ້​ນຳ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ຂ້ຽວຂາດ ​ເພື່ອ​ວາງ​ອອກ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ບໍລິຫານ​ອັດຕາ​ດອກ​​ເບ້ຍ​ໃຫ້​ເໝາະ​ສົມ, ຮັບປະກັນ​ການ​ເຕີບ​ໂຕ​ດ້ານ​ສິນ​ເຊື່ອ​ໄປ​ຄຽງ​ຄູ່​ກັບ​ຄວາມ​ປອດ​ໄພ​ຂອງ​ທັງ​ລະບົບ.

        ລັດຖະບານ​ກໍ​ໄດ້​ອະນຸມັດຜ່ານ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່, ຈຸດ​ສຸມ​ແມ່ນ​ກຸ່ມ​ບໍລິສັດ​ເສດຖະກິດ, ບໍລິສັດ​ໃຫຍ່​ແຫ່ງ​ລັດ ​ໃນ​ນັ້ນ ​ໄດ້​ກຳນົດ​ທິດ, ຈຸດໝາຍ ​ແລະ ມາດ​ຕະການ​ໃຫ້​ແກ່​ວິວັດ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃຫມ່​ເພື່ອ​ໃຫ້​ລັດ​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ນັບ​ມື້​ນັບມີ​ປະສິດທິ​ຜົນ, ສອດ​ຄອ່ງກັບ​ກົນ​ໄກ​ຕະຫລາດ.

        “ລັດຖະບານ​ພວມ​ອະນຸມັດ​ແຜນ​ຮ່າງ​ສ້າງ​ກຸ່ມ​ບໍລິສັດ​ເສດຖະກິດ , ບໍລິສັດ​ໃຫຍ່​ແຫ່ງ​ລັດ 20​ແຫ່ງ ​ແລະ ສ້າງ​ດຳລັດ​ກ່ຽວ​ກັບ​ກົດ​ລະບຽບ​ຈັດ​ຕັ້ງ ​ແລະ ​​ການເຄື່ອນ​ໄຫວ​ຂອງກຸ່ມ​ບໍລິສັດ​ແຕ່ລະ​ແຫ່ງ. ກົດ​ລະບຽບການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງບໍລິສັດ​ໃຫຍ່​ແຫ່ງ​ລັດ. ບັນດາ​ຂໍ້​ຈຳກັດ, ຄວາມ​ອ່ອນ​ດ້ອຍ​ຂອງ​ລັດ​ວິ​ສາ​ຫະກິດ​, ການ​ຄຸ້ມ​ຄອງ​ລັດ ​ແລະ ຄຸ້ມ​ຄອງ​ກຳມະ​ສິດ​ຂອງ​ລັດ​ໄດ້​ຮັບ​ການ​ຕີ​ລາຄາ​ຢ່າງ​ເຂັ້ມ​ງວດ​ໃນ​ແຜນ​ຮ່າງ​ສືບ​ຕໍ່​ສັບ​ຊ້ອນ, ປ່ຽນ​ໃຫມ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ລັດ​ວິ​ສາ​ຫະກິດ ທີ່​ສະ​ເຫ​ນີ​ໃນ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ຊຸດ​ທີ 11. ປະຈຸ​ບັນ ລັດຖະບານ​ພວມ​ຕັ້ງຫນ້າ​ຊີ້​ນຳ​ການ​ປະຕິບັດ​ບົດ​ສະຫລຸບ​ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 6 ​ແລະ ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່​ຊື່​ງ​ໄດ້​ຮັບ​ການ​ອະນຸມັດ.”

        ບົດ​ລາຍ​ງານ​ກໍ​ເຕື້ອງ​ເຖິງ​ວິວັດ​ການ​ປະຕິບັດ​ຕະຫລາດ​ແກ້ງ​ແຍ້​ງ, ຕ້ານ​ສິດ​ຜູກຂາດ, ​ເປັນ​ຕົ້ນ​ສຳລັບ​ບັນດາ​ຜະລິດ​ຕະພັນ​ໄຟຟ້າ, ນ້ຳມັນ​ອາຍ​ແກ​ສ, ຖ່ານ​ຫີນ, ອຸປະກອນ​ກະສິກຳ. ກ່ຽວຂ້ອງ​ເຖິງ​ການ​ລົງທຶນ​ຂອງ​ລັດ, ທີ່​ກອງ​ປະຊຸມ​ເທື່ອ​ນີ້, ລັດຖະບານ​ໄດ້​ລາຍ​ງານ​​ແຜນການ​ລົງທຶນ​ຈາກ​ງົບປະມານ​ແຫ່ງ​ລັດ​​ໄລຍະ 2013 - 2015 ຕໍ່​ສະພາ​ແຫ່ງ​ຊາດ ​ເພື່ອ​​ໃຫ້​ທຸກ​ຂັ້ນ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ​ເປັນ​ເຈົ້າ​ການ​ດຸນ​ດຽງ​ແຫ​ລ່ງກຳລັງ, ກຳນົດ​ ​ຂົງ​ເຂດ​ບຸລິມະສິດ ຢ່າງ​ລະອຽດ. ພ້ອມ​ກັນ​ນັ້ນ, ລັດຖະບານ ​ໄດ້​ຊີ້​ນຳ​ກາ​ນກະກຽມ​ການ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ, ສ້າງ​ດຳລັດ​ກ່ຽວ​ກັບ​ແຜນການ​ລົງທຶນ​ໄລ​ຍະ​ກາງ ​ແລະ ປະກາດ​ໃຊ້​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຄືນ​ໃຫມ່, ຈຸດ​ສຸມ​ແມ່ນ​ການ​ລົງທຶນ​ຂອງ​ລັດ./.

ຕອບກັບ

ຂ່າວ/ບົດ​ອື່ນ