ຕັດສິນໃຈປະຕິບັດສຳເລັດໜ້າທີ່ສຳຄັນ

(vovworld) - ໃນ​ຈຳນວນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14  494 ທ່ານ​ນັ້ນ, ມີ 317 ທ່ານ​ເປັນ​ຄັ້ງ​ທຳ​ອິ​ດ​ທີ່​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​​ຂອງ​ສະພາ​ແຫ່ງ​ຊາດ. ​ເຂົາ​ເຈົ້າ​ລ້ວນ​ແຕ່ສະ​ແດງຄວາມ​ເອກອ້າງ​ທະ​ນົງ​ໃຈ​ເມື່ອ​ໄດ້​ຮັບຄວາມ​ໄວ້​ວາງ​ໃຈ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ຖື​ນີ້​ແມ່ນ​ໜ້າ​ທີ່​ຄວາມ​ຮັບຜິດຊ​ອບອັນ​ໃຫຍ່​ຫຼວງ​ສຳລັບຕົນ​ເອງ ​ເມ​ື່ອຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຝາກຝັງ​​​ແນວ​ຄິດ​ຈິດ​ໃຈຄວາມ​ມຸ່ງ​ຫວັງ​​ເຖິງ​ກອງ​ປະຊຸມ​ຂອງ​ສະພ​າ​ແຫ່ງ​ຊາດ.

ຕັດສິນໃຈປະຕິບັດສຳເລັດໜ້າທີ່ສຳຄັນ - ảnh 1
ທ່ານ​ ຮ່ວາງ​ວັນ​ເກື່ອງ, ສສຊ ນະຄອນ ຮ່າ​ໂນ້ຍ

        ການ​ເລືອກຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນທຸກ​ຂັ້ນ​ອາຍຸ​ການ 2016 – 2021 ​ໃນ​ວັນ​ທີ 22/5/2016 ​ໄດ້​ເລືອກ​ຕັ້ງ​ສະມາຊິ​ກສະພາ​ແຫ່​ງຊາດ 494 ທ່ານ. ສສຊ ຊຸດ​ທີ 13 ​ໄດ້​ຮັບ​ການ​ເລືອກ​ຕັ້ງຄືນ​ໃໝ່​ໃນ​ຊຸດ​ທີ 14 ​ແມ່ນ 160 ທ່ານ, ສສຊ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງສະພາ​ແຫ່ງ​ຊາດເປັນ​ຄັ້ງ​ທຳ​ອິດ​ແມ່ນ 317 ທ່ານ, ນອກຈາກ​ນັ້ນ​ຍັງ​ມີ ສສຊ ​ເຄີຍ​ເປັນ ສສຊ ບັນດາ​ຊຸດ​ກ່ອນ.

​ເປັນ​ກຽດ​ ແລະ ​ເອກອ້າງ​ທະ​ນົງ​ໃຈ

        ສຳລັບ​ບັນດາ ສສຊ ຄົນ​ໃໝ່​ແລ້ວ, ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງສະພາ​ແຫ່ງ​ຊາດ​ແມ່ນ​ຄວາມ​ເປ​ັນກຽດ​ອັນ​ໃຫຍ່​ຫຼວງ. ທ່ານ​ນາງ ຟ້າ​ມທິມິ​ງຮ່ຽນ, ສສຊ ​ແຂວງ ຟູ໋ອຽນ, ​​ໄດ້ແບ່ງປັນ​ຄວາມ​ຮູ້ສຶກ​ເອກ​ອ້າງ​ທະ​ນົງ​ໃຈ​ເມື່ອ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ເລືອກ​ຕັ້ງ​ເປັນ ສສຊ. ຕາມ​ທ່ານ​ນາງ​ແລ້ວ, ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ໄດ້​ສະ​ແດງ​ໃຫ​້​ເຫັນ​ຄວາມ​ມຸ່ງຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງກ່ຽວ​ກັບ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ​ນາງ​ໃຫ້​ແກ່​ທ້ອງ​ຖິ່ນ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ໃນ​ຂະນະ​ນັ້ນ, ທ່ານ​ນາງ ຈ້ຽວທິຮ່ວຽນ​, ສສຊ ​ແຂວງ ອຽນ​ບ໋າຍ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ຈຳນວນຜູ້​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ ສສຊ ມີ​ອາຍຸ​ນ້ອຍ​ທ່ີ​ສຸດ. ທ່ານ​ນາງ​ແບ່ງປັນ​ຄວາມ​ເປັນ​ກຽດ​ເມື່ອ​​ໄດ້​ກາຍ​ເປັນ ສສຊ, ​ໄດ້​ຮັບ​ຄວາມ​ໄວ​້​ວາງໃຈ​ເລືອກຕັ້ງ​ຈາກ​ປະຊາຊົນດ້ວຍ​ອັດຕາ​ສູງ 86,52% ​ແຕ່​ພ້ອມ​ກັນ​ນັ້ນແມ່ນ​ຄວາມ​ຮັບຜິດ​ຊອບ​ອັນ​ໜັກໜ່ວງ, ຍ້ອນ​ນັບ​ແຕ່​ນີ້​ຮອດໝົດ​ອາຍຸ​ການ 5 ປີ​ຂ​ອງສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ທ່ານ​ນາງ ​ພ​້ອມກັບບັນດາ ສສຊ ຄົນ​ອື່ນໆ​ຈະ​ເປັນ​ຕົວ​ແທນ​ໃຫ້​​ແກ່​ປະຊາຊົນ​ຢູ່​ບັນດາ​ອົງການມີ​ສິດ​ອຳນາດ​ສູງ​ສຸດ​ຂອງ​ປະ​ເທດ​ຊາດ. ທ່ານ​ ຮ່ວາງ​ວັນ​ເກື່ອງ, ສສຊ ນະຄອນ ຮ່າ​ໂນ້ຍ, ​ຮັບ​ຮູ້​ໄດ​້ຄວາມ​ຮັບຜິດຊອບ​ອັນ​ໃຫຍ່​ຫຼວງ​ເພື່ອ​ສົມ​ກັບ​ຄວາມ​​ເຊື່ອ​ໝັ້ນ, ຄວາມ​ມຸ້ງ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຊິ່ງ​ໄດ້​ຝາກຝັງ​ໃນ​​ບັດ​ເລືອກ​ຕັ້ງແຕ່​ລະບັດ:

        “​ເມື່ອ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ ສສຊ ​ແມ່ນ​ຄວາມ​ເບີກບານ​ມ່ວນ​ຊື່ນ​ອັນ​ໃຫຍ່​ຫຼວງ ຍ້ອນ​ນັ້ນ​ແມ່ນ​ຄວາມ​ເຊື່ອ​ໝັ້ນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ມີ​ສິ​ດ​ເລືອກ​ຕັ້ງ. ​ເມື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ ຂ້າພະ​ເຈົ້າ​ຍິ່ງ​ເຫັນ​ໄດ້​ຄວາມ​ຮັບຜິດຊອບ​, ໜ້າ​ທີ່ອັນ​ສຳຄັນ​ຂອງ​ຕົນ​ຕໍ່​ບັນດາ​ສິ່ງ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີເຊື່ອ​ໝັ້ນ ​ແລະ ຝາກຝັງ​ໃຫ້. ຂ້າພະ​ເຈົ້າ ກໍ່​ຄື​ບັນດາ ສສຊ ຄົນ​ອື່ນໆ​ ລ້ວນ​ແຕ່​ເຫັນ​ວ່າຕົນ​ເອງ​ຕ້ອງ​ປະຕິບັດ​ໜ້າ​ທີ່ດ້ວຍ​ຄວາມ​ຕັດສິນ​ໃຈ​ສູງ​ສຸດ, ດ້ວຍ​ພຸມ​ປັນຍາ, ຄວາມ​ສຸດ​ຈິດ​ສຸດ​ໃຈ​ເພື່ອ​ປະກອບ​ເຂົ້າ​ໃນ​ບັນດາ​ລັດຖະນະ​ໂຍບາຍມີ​ຜົນ​ປະ​ໂຫຍດທີ່​ສຸດ​ໃຫ້​ແກ່​ປະຊາຊົນ.”

ຕັດສິນໃຈປະຕິບັດສຳເລັດໜ້າທີ່ສຳຄັນ - ảnh 2
ທ່ານນາງ ຟ້າ​ມມິ​ງຮ່ຽນ, ສສຊ ​ແຂວງ ຟູ໋ອຽນ

ຄວາມ​ຮັບຜິດຊອບ​ອັນ​ໃຫຍ່​ຫຼວງ​ນັບ​ແຕ່ວາລະ​ປະຊຸມ​ຄັ້ງ​ທຳ​ອິດ

        ທີ່​ວາລະ​ປະຊຸມ​ນີ້, ສະພາ​ແຫ່ງ​ຊາດ​ໄດ້​ສະຫງວນ​ເວລາ 6 ວັນ​ເພື່ອ​ພິຈາລະ​ນາ, ຕັດສິນ​ກ່ຽວ​ກັບວຽກ​ງານ​ການຈັດ​ຕັ້ງ, ບຸກຄະລາ​ກອນ​ຂັ້ນ​ສູງ​ຂອງ ສະພາ​ແຫ່ງ​ຊາດ, ລັດ, ລັດຖະບານ​ຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ສະພາ​ແຫ່ງ​ຊາດ​​ຮັບ​​ຟັງ ​ແລະ ປຶກສາ​ຫາລື​ສະພາບ​​ແຫ່ງການ​ປະຕິບັດ​​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ງົບປະມານ​ຂອງ​ລັດ​ໃນ 6 ​ເດືອນ​ຕົ້ນ​ປີ 2016, ບັນດາ​ມາດ​ຕະການ​ປະຕິບັດ​ແຜ​ນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ງົບປະມານ​ຂອງ​ລັດ​ໃນ 6 ​ເດືອນທ້າຍ​ປີ 2016. ສະພາ​ແຫ່ງ​ຊາດ​ກໍ່​ຈະ​ພິຈາລະນາ, ຮັບຮອງ​ເອົາ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ ປີ 2017 ​ແລະ ປັບປຸງ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2016, ​ໂຄງການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ປີ 2017. ນີ້​ແມ່ນ​ບັນດາ​ເນື້ອ​ໃນ​ສຳຄັນ​ທີ່​ສຸດ.

        ​ເພື່ອ​ປະຕິບັດ​ບົດບາດ, ໜ້າ​ທີ່​ຮັບຜິດຊ​ອບຂອງ​ ສສຊ, ທ່ານ ​ເຈີ່ນ​ວັນຣ໋ອນ, ສສຊ ​ແຂວງ​ຫວີງ​ລອງ, ​ໃຫ້​ຮູ້​ວ່າ ​ໄດ້​ຄົ້ນ​ຄ້ວາ​ໂຄງການ​ເຮັດ​ວຽກ​ຂອງ ສະພາ​ແຫ່ງ​ຊາດ​ຢ່າງ​ລະອຽດ, ກຳ​ແໜ້ນ​ສະພາບ​ການ​ຕົວ​ຈິງ​ຢູ່​ທ້ອງ​ຖິ່ນ​ເພື່ອ​ນຳ​ສຽງ​ເວົ້າ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ເຖິງ​ເວທີ​ປາ​ໄສ​ສະພາ​ແຫ່ງ​ຊາດ:

        “ຂ້າພະ​ເຈົ້າ​ກໍ່​ໄດ້​ກຳນົດ​​ແຕ່​ຫົວທີວ່າ​ເມື່ອ​ມີໂຄງການ​ດຳ​ເນີນ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຕ້ອງ​ມີ​ການກະກຽມ​ຄື​ແນວ​ນັ້ນ​ເພື່ອ​​ມີ​ຄວາມ​ຮັບຜິດຊອບ​ ​ແລະ ຄວາມຕັດສິນ​ໃຈ​​ຕໍ່ບັນດາ​ບັນຫາ​ທີ່​ຕົນ​ວາງ​ອອກ. ຂ້າພະ​ເຈົ້າ​ເອງ​ຕັດສິນ​ໃຈ​ປະຕິບັດ​ໜ​້າທີ່​​ເຊິ່ງສະພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ​ເປັນ​ຢ່າງ​ດີ. ຄະນະ ສສຊ ​ແຂວງ ຫວີງ​ລອງ ​ແລະ ຂ້າ​ພະ​ເຈົ້າ​ເອງ​ມີ​ຄວາມ​ສົນໃຈ​ເຖິງ​ຫຼາຍ​ບັນຫາ. ສຳລັບ​ບັນຫາ​ສ້າງ​ກົດໝາຍ​ຕ້ອງ​ເອົາ​ໃຈ​​ໃສ່​ເປັນ​ພິ​ເສດ.”

        ​ເມື່ອ​ສ​ະ​ແດງ​ທັດສະນະ​ກ່ຽວ​ກັບ​ໜຶ່ງ​ໃນ​ບັນດາ​ໜ​້າທີ່​ຈຸດ​ສຸມ​ຂອງ​ກອງປະຊຸມສະ​ໄໝ​ສາມັນ​ຄັ້ງ​ນີ້​ແມ່ນ​ວຽກ​ງານ​ບຸກຄະລາ​ກອນ, ທ່ານນາງ ຟ້າ​ມມິ​ງຮ່ຽນ, ສສຊ ​ແຂວງ ຟູ໋ອຽນ, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຕາງໜ້າ​ໃຫ້​ປະຊະ​ຊົນ​ເພື່ອ​ເລືອກ​ຕັ້ງ, ກ່ອນ​ອື່ນ​ໝົດ​ຕ້​ອງມີຕັ້ງ​ຄວາ​ມ​ເຊື່ອ​ໝັ້ນ​ວ່າບັນດາ​ຜູ້​ທີ່ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈເລືອກ​ຕັ້ງ​ໃນ​ຄັ້ງ​ນີ້​ຈະ​ມີ​ບັນດາ​ການມ​ຕັດສິນ, ມີ​ການ​ຊີ້​ນຳນຳພາ​ຢ່າງສະຫຼາດ​ສ່ອງ​ໄສ, ຖືຕົນ​ເອງ​ເປັນ​ປະຊາຊົນ, ​ເຂົ້າ​​ໃຈ​ປະຊາຊົນ ​ແລະ ຕອບ​ສະໜອງ​ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ວຽກ​ງານ​ພັດທະນາ​ເສດຖະກິດ​ສັງຄົມ.”

        ທ່ານ ຈ້ຽວ​ເທ໋ຮູ່ງ, ສສຊ ​ແຂວງ ​ເລີ່​ມດົ່ງ, ​ໃຫ້​ຮູ້​ວ່າ:

        “ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ນຳ​ມາ​ໃຫ້​ຜົນສຳ​ເລັດ​ຫຼາຍ​ຢ່າງ. ສຳລັບ ສສຊ ຊຸດ​ທີ 14, ນີ້​ແມ່ນ​ສິ່ງ​ທ້າ​ທາຍ ​ແລະ ພວກ​ຂ​້າພະ​ເຈົ້າ​ຈະ​ສືບ​ທອດ, ຮັບ​ເອົາ​ທຸກໆ​ວຽກ​ງານ​ທີ່​ຍັງ​ເຫຼືອຂອງ​ຊຸດ​ທີ 13, ​ເພື່ອ​ເຮັດ​ແນວ​ໃດ​ບັນລຸ​ໝາກຜົນ​ດີ​ທີ່​ສຸດ.”

        ​ໃນ​ບົດ​ກ່າ​ວປາ​ໄສ​ໄຂ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກສະພາ​ແຫ່ງ​ຊາດ​ຊຸ​ດທີ 14, ວັນ​ທີ 20/7, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ຢັ້ງ​ຢຶນວ່າ: ບັນດາ ສສຊ ຫາ​ກໍ່​ໄດ້​ຮັບ​ການ​ເລືອ​ກຕັ້ງ​ຈະ​ແມ່ນ​ແຫຼ່ງກຳລັງ​ແຮງ ​ແລະ ກຳລັງໜູນ​ອັນ​ໃຫຍ່​ຫຼວງ​ເພື່ອ​​ໃຫ້ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ສູ້​ຊົນ​ປະຕິບັດ​ສຳ​ເລັດ​ບັນດາ​ໜ້າທີ່​ທີ່​ປະຊາຊົນ​ໄດ້​ມອບ​ໝາຍ​ໃຫ້.

        ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫວັງ​ວ່າ​ດ້ວຍ​ລະດັບ​ຄວາມ​ຮູ້, ກຳລັງ​ຄວາມ​ສາມາດປະຕິບັດ​ງານ, ຄວາມ​ສະໜິດ​ຕິດ​ພັນ​ຢ່າງ​ໃກ້​ຊິດກັບ​ປະຊາຊົນ, ບັນດາ ສສຊ ​ເວົ້າ​ລວມ ​ແລະ ສສຊ ຄົນ​ໃໝ່​ເວົ້າ​ສະ​ເພາະ​ຈະ​ປະຕິບັດ​​ສິດ​ອຳນາດ, ຄວາມ​ຮັບຜິດຊອບ​ຂອງ ສສຊ ຢ່າງ​ມີ​ປະສິດທິ​ຜົນ, ສົມ​ກັບ​ນາມມະ​ຍົດ​​ເປັນ​ຜູ້​ແທນ​ຂອງ ປະຊາຊົນ.


ຂ່າວ/ບົດ​ອື່ນ