ຕວກກີ ສົ່ງກຳລັງທະຫານເຖິງ ອີຣັກ: ສິ່ງທ້າທາຍໃຫມ່ສຳລັບຄວາມສະຫງົບປອດໄພຂອງພາກພື້ນ


(vovworld)- ວັ​ນ​ທີ 4/12 ຜ່ານ​ມາ, ມີ​ພົນ​ທະ​ຫານ ຕວກ​ກີ ຫລາຍ​ຄົນ ໄດ້​ແຊກ​ຊືມ​ເຂົ້າ​ເຂດ​ດິນ​ແດນ ອີ​ຣັກ ຢ່າງ​ຜິດ​ກົດ​ໝາຍ ດ້ວຍ​ເຫດ​ຜົນ​ເພື່ອ​​ອົບຮົບ​ບັນ​ດາ​ມື​ປືນ ຊາວ ເຄ​ີດ​ສ(Kurd) ຕ້ານ​ກຳ​ລັງ​ລັດອິດ​ສະ​ລາມ ອ້າງ​ຊື່​ເອງ (IS). ເຫດ​ການ​ດັ່ງ​ກ່າວບໍ່​ພຽງ​ແຕ່​ເຮັດ​ໃຫ້ ອີ​ຣັກ ຂາດ​ສະ​ຖຽນ​ລະ​ພາບຕື່ມ​ອີກ, ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ພົວ​ພັນ​ສອງ​ຝ່າຍ ເທົ່າ​ນັ້ນ ຫາກ​ຍັງ​ເຮັດ​ໃຫ້​ຄວາມ​ສ​ະ​ຫງົບ​ປອດ​ໄພ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ​ຕົກ​ເຂົ້າ​ສູ່​ສະ​ພາບ​ອັນ​ຕະ​ລາຍ​ໃຫມ່.

ຕວກກີ ສົ່ງກຳລັງທະຫານເຖິງ ອີຣັກ: ສິ່ງທ້າທາຍໃຫມ່ສຳລັບຄວາມສະຫງົບປອດໄພຂອງພາກພື້ນ - ảnh 1
ຕວກກີ ສົ່ງກຳລັງທະຫານເຖິງ ອີຣັກ
ພາບ:DHA

        ຕາມ​ສື່​ສານ​ສາ​ກົນແລ້ວ, ມີ​ພົນ​ທະ​ຫານ ຕວກກ​ີ ປະ​ມານ 130-150 ຄົນ​ດ້ວຍ​ການ​ຄຸ້ມ​ຊຸ​ຂອ​ງ​ລົດ​ຫຸ້ມ​ເກາະ​ໄດ້​ບຸກ​ເຂົ້າ​ບໍ​ລິ​ເວນ​ທີ່ມໍ່​ກັບ ນະ​ຄອນ Mosul ຂອງ​ອີ​ຣັກ ເມື່ອ​ວັນ​ທີ 4/12 ໂດຍບໍ່​ຂໍ​ອະ​ນຸ​ຍາດ​ຈາກ ແບກ​ແດດ. ໃນ​ຂະ​ນະ​ນັ້ນ, ຫນັງ​ສື​ພິມ Sabah ຂອງ​ຕວກ​ກີ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ ປະ​ເທດນີ້ມີ​ພົນ​ທະ​ຫານ​ບົກ​ປະ​ມານ 1.200 ຄົນ ແລະ ທະ​ຫານ​ບົກ​ປະ​ກອບ​ຍານ​ຍົນ 500 ຄົນ ​ພ້​ອມ​ກັບ​ລົດ​ຖັງ, ລົດ​ຫຸ້ມ​ເກາະ​ຫລາຍ​ຄັນ ແລະ ປືນ​ໃຫຍ່​ຫລາຍ​ກະ​ບອກ​ທີ່ຕັ້ງ​ຢູ່​ເຂດມໍ່​ກັບນະ​ຄອນ Mosul ຂອງ​ອີ​ຣັກ. ແຕ່​ປີ 2014, ຕວກ​ກີ ໄດ້​ສ້າງ​ຄ້າຍ​ອົບ​​ຮົມຢູ່ Bashiqa ຊານ​ນະ​ຄອນ Mosul ໃຫ້​ແກ່​ປະ​ຊາ​ຊົນ ແລະ ທະ​ຫານ​ຊາວ ເຄີດ​ສ ພ້ອມ​ທັງ​ສ້າງ​ຕັ້ງ​ຖານ​ທີ່​ໝັ້ນ​ຕື່ມ​ອີກ 2 ແຫ່ງ ຢູ່ Soran ແລະ Qalacholan ຂຶ້ນ​ກັບ​ເຂດ​ປົກ​ຄອງ​ດ້ວຍ​ຕົນ​ເອງ​ຂອງ​ຊາວ​ເຄີດ​ສ​ຢູ່ ພາກ​ເຫນືອ ອີ​ຣັກ.

       ຄວາມ​ເຄັ່ງ​ຕຶງ​ໃນການ​ພົວ​ພັນ​​ສອງ​ຝ່າຍ

        ວົງ​ການ​ເຈົ້າ​ຫນ້າ​ທີ່ ຕວກ​ກີ ໄດ້​ແກ້​ຄວາມ​ໃຫ້​ແກ່ການ​ຜັນ​ຂະ​ຫຍາຍ​ພົນ​ທະ​ຫານ ຢູ່ ອີ​ຣັກ ເມື່ອ​ວັນ​ທີ 4/12 ​ວ່ານີ້ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ທ​ຳ​ມະ​ດາ, ແມ່ນ​ການ​ເພີ່ມ​ທະ​ວີ​ກຳ​ລັງ​ທະ​ຫານ ເພື່ອ​ປະ​ເຊີນ​ຫນ້າ​ກັບ​ບັນ​ດາ​ຄວາມ​ສ່ຽງ​​ດ້ານ​ຄວາມ​ສະ​ຫງົບ​ປອດ​ໄພ. ໃນ​ປີ​ຜ່ານ​ມາ, ​ມີ ມື​ປືນ​ອາ​ສາ​ສະ​ໝັກ​ປະ​ມານ 2000 ຄົນ ຈາກ Mosul ໄດ້​ຮັບ​ການ​ອົບ​ຮົມ ຢູ່ ຄ້າຍ​ທະ​ຫານ​ຕວກ​ກີ ໃນ​ເຂດ​ດິນ​ແດນ ອີ​ຣັກ ເພື່ອ​ຕ້ານ IS. ໃນ​ລາຍ​ການ​ອົບ​ຮົມ​ນີ້​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຕາມ​ຄຳ​ສະ​ເຫນີ​ຂອງ​ອຳ​ນາດ​ການ​ປົກ​ຄອງ ເຂດ Mosul ແລະ ມີ​ການ​ສົມ​ທົບ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອີ​ຣັກ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ ຜູ້​ຕາງ​ຫນ້າ​ພັກ​ພັນ​ທະ​ມິດ​ຮັກ​ຊາດ Kurdistan (PUK) Saadi Ahmed Pira Kurdistan, ໃຫ້​ຮູ້​ວ່າ: ບໍ່​ມີ​ຂໍ້​ຕົກ​ລົງ​ໃດ​ກັບ ຕວກ​ກີ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ຢູ່​ເຂດ​ປົກ​ຄອງ​ດ້ວຍ​ຕ​ົນ​ເອງ Kurdistan ຢູ່ ອີ​ຣັກ. ມີ​ພຽງສົນ​ທິ​ສັນ​ຍາ​ສະ​ບັບ​ຫນຶ່ງ​ດຽວ​ໄດ້​ຮັບ​ການ​ລົງ​ນາມ​ກັບ​ພັ​ນ​ທະ​ມິດ​ສາ​ກົນ ຊື່ງ​ລວມ​ມີ 62 ປະ​ເທດ, ໃນ​ນັ້ນ​ມີ​ຕວກ​ກີ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂໍ້​ຕົກ​ລົງ​ນີ້ ບໍ່​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ມີ​ຫນ້າ​ຢູ່ ອີ​ຣັກ ຫາກ​ພຽງ​​ແຕ່​ມີ​ການຫນູນ​ຊ່ວຍ​ທາງ​ອາ​ກາດ ແລະ ອົບ​ຮົມ​ກຳ​ລັງ​ຊາວ​ເຄີດ​ສ ຕ້ານກໍ່​ກາ​ນ​ຮ້າຍ​ເທົ່າ​ນັ້ນ.”

        ລັດ​ຖະ​ບານ ອີ​ຣັກ ໄດ້​ຄັດ​ຄ້ານ​ການ​ແກ້​ຄວາມ​ດັ່​ງ​ກ່າວ​ຂອງ ຕວກ​ກີ. ວັນ​ທີ 6/12 ອີ​ຣັກ ໄດ້​ຖະ​ແຫລງວ່າ ຈະ​ຂໍ​ຄວາ​ມ​ຊ່ວຍ​ເຫລືອ​ຈາກ ສ​ປ​ຊ ຖ້າ​ຫາກ​​ຈຳ​ນວນພົນ​ທະ​ຫານ ຕວກ​ກີ ​ທີ່​ສົ່ງ​ເຖິງ​ພາກ​ເຫນືອ ອີ​ຣັກນັ້ນ​ບໍ່​ຖອນ​ອອກ​ຈາກ​ປະ​ເທດນີ້​ໃນ​ເວ​ລາ 48 ຊົ່ວ​ໂມງ. ໃນ​ຂະ​ນະ​ນັ້​ນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ອີ​ຣັກ ຈຳ​ນວນ​ຫນຶ່ງ ໄດ້​​ຮຽກ​ຮ້ອງ ສະ​ພາ​ແຫ່ງ​ຊາດ​ຈັດ​ການ​ປະ​ຊຸມ​ດ່ວນ ເພື່ອ​ຮັບ​ຮອງ​ເອົາ​ບັນ​ດາ​ການ​ກະ​ທ​ຳ​ດ້ານການ​ທະ​ຫານ​ທີ່​ແຂງ​ກະ​ດ້າງກວ່າ​ກັບ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ປະ​ທານ ​ກຳ​ມາ​ທິ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ປ້ອງ​ກັນ​ຊາດ ຂອງ​ສະ​ພາ​ແຫ່ງ​ຊາດ ອີ​ຣັກ Hakim al Zamili ໄດ້​ສະ​ເຫນີ​ລັດ​ຖະ​ບານ ສົ່ງ​ເຮືອ​ບິນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ບັນ​ດາ​ທີ່​ຕັ້ງ ຊື່ງ​ທະ​ຫານ​ຕວກ​ກີ ແຊກ​ຊືມ ເພື່ອ​ໂຕ້​ຕອບ​ການ​ກະ​ທຳ​ຊື່ງ​ທ່ານ​ຖື​ວ່າ ແມ່ນ “ການ​ຮຸກ​ຮານ​​ຢ່າງ​ເປີດ​ແປນປະ​ເທດ​ມີ​ອະ​ທິ​ປະ​ໄຕ”. ຕໍ່​ຫນ້າ​ປະ​ຕິ​ກິ​ລິ​ຍາ​ຢ່າງ​ແຮງ​ຂອງ ອ​ີ​ຣັກ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຕວກ​ກີ Almet Davutoglu ໄດ້​ຖະ​ແຫລງ​ຢຸດ​ຕິ​ການ​ສົ່ງ​ກຳ​ລັງ​ທະ​ຫານ​ເຖິງ ອີ​ຣັກ ແຕ່ບໍ່​ເຕື້ອງ​ເຖິງ​ເລື່ອງ​ຖອນ​ພົນ​ທະ​ຫານ​ເທື່ອ. ທ່ານ Ahmet Davutoglu ກໍ​ປະ​ຕິ​ເສດ​ບັນ​ດາ​ຂ່າວ​ຄາວ​ທີ່​ຖື​ວ່າ ນີ້​ແມ່ນ​ການ​ກະ​ກຽມ​ໃຫ້​ບັ້ນ​ຮົບ​ການ​ທະ​ຫານ​ຢູ່ ອີ​ຣັກ. ຕໍ່​ຫນ້າ​ບັນ​ດາ​ການ​ຜັນ​ແປ​ທີ່​ເຄັ່ງ​ຕຶງ​ດັ່ງ​ກ່າວ, ວັນ​ທີ 8/12, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຮຽກ​ໂຮມ​ການ​ປະ​ຊຸມ​ລັບ​ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວ.

        ​ໄພ​ອັນ​ຕະ​ລາຍ​​ສຳ​ລັບ​ຄວາມ​ສະ​ຫງົບ​ປອດ​ໄພ​ຢູ່​​ຕາ​ເວັນ​ອອກ​ກາງ

ໂດຍ​ແມ່ນ​ປະ​ເທດ​ຕາ​ເວັນ​ອອກ​ກາງ ດ້ວຍ​ປະ​ຊາ​ຊົນ​ສ່ວນ​ຫລາຍ​ແມ່ນ​​ຂຶ້ນ​ກັບ​ນິ​ກາຍ​ຊັນ​ນີ, ຕ​ວກ​ກີ ມີ​ການ​ພົວ​ພັນ​ຢ່າງ​ສ​ະ​ຫນິດ​ແຫນ້ນ​ກັບ​ກຳ​ລັງ​ຊາວ ເຄີດ​ສ ​ໂດຍ​​ນັກ​ການ​ເມືອງ Massoud Barzani ນຳ​ພາ ຢູ່​ອີ​ຣັກ ກວ່າ​ເມື່ອ​ທຽບ​ໃສ່​ການ​ພົວ​ພັນ​ກັບ​ອຳ​ນາດ​ການ​ປົກ​ຄອງ​ສູນ​ກາງ ໂດຍ ຊາວ​ນີ​ກາຍຊີ​ອາ ກຳ​ສິດ​ຄວບ​ຄຸມ​ຢູ່ ແບກ​ແດດ.

 ຕາມ​ບັນ​ດາ​ນັກ​ໄຈ້​ແຍກ​ແລ້ວ, ເລື່ອງ​ຜັນ​ຂະ​ຫຍາຍ​ກຳ​ລັງ​ທະ​ຫານ​ຂອງ ຕວກ​ກີ ຄັ້ງ​ນີ້ ແມ່ນ​ຍຸດ​ທະ​ສາດ​ການ​ທູດ​ໃຫມ່​ຂອງ​ຕວກ​ກີ. ການ​ກະ​ທຳ​ແຂງ​ກະ​ດ້າງ​ຂອງ Ankara ໃນ​ໄລ​ຍະ​ຜ່ານ​ມາ ໄດ້​ພິ​ສູ​ດ​ໃຫ້​ເຫັນ​ວ່າ​ປະ​ເທດນີ້​ຢາກ​ຄວບ​ຄຸມ​ເຂດ​ຕາ​ເວັນ​ອອກ​ກາງ. ສະ​ນັ້ນ ຕວກ​ກີ ໄດ້​ສວຍ​ໃຊ້​ບັນ​ດາ​ກຸ່ມກໍ່​ການ​ຮ້າຍ ຫລື ຍາດ​ແຍ່ງ​ທຸກ​ກາ​ລະ​ໂອ​ກາດ​ອື່ນ ເພື່ອ​ໂຄ່ນ​ລົ້ມ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ. ຕາມ​​ບັນ​ດາ​ນັກ​ໄຈ້​ແຍກ ​ດັ່ງ​ກ່າວ​ແລ້ວ, ໃນ​ຂະ​ນະສະ​ພາບການ​ຢູ່​ຕາ​ເວັນ​ອອກ​ກາງ​ສັບ​ສົນ​ໃນ​ຊຸມ​ປີມໍ່​ໆ​ນີ້, Ankara ໄດ້​ເຂົ້າ​ຮ່ວມ​ກຳ​ລັງ​ຝ່າຍ​ຕາ​ເວັນ​ຕົກ​ບຸກ​ໂຈມ​ຕີ ລີ​ບີ ພ້ອມ​ທັງ ສົ່ງ​ກຳ​ລັງ​ທະ​ຫານ ເຖິງ ອີ​ຣັກ ແລະ ຊີ​ຣີ. ທ່ານ Mehmet Kaya ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄ້​ວາ Tigris ຢູ່​ຕວກ​ກີ ຖື​ວ່າ: ເລື່ອງ​ປະ​ເທດນີ້ ສົ່ງ​ກຳ​ລັງ​ທະ​ຫານ​ເຖິງ Bashiqa ມໍ່​ກັບ​ນະ​ຄອນ Mousul ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແນ​ໃສ່​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຄົມ ຊາວ​ເຄີດ​ສ ປົກ​ຄອງ​ດ້ວຍ​ຕົນ​ເອງ ຢູ່ ອີ​ຣັກ ກັບ​ອຳ​ນາດ​ການ​ປົກ​ຄອງ​ສູນ​ກາງ​ຂອງ​ປະ​ເທດ​ນີ້ ຊົ່ວ​ຮ້າຍ​ລົງ, ເພີ່​ມ​ທະ​ວີ​ທີ່​ຕັ້ງ​ບົດ​ບາດ​ຂອງ ຕວກ​ກີ ໃນ​ພາກ​ພື້ນ. ທ່ານ Aaron Stein, ຜູ້​ຊ່ຽວ​ຊານ ສະ​ພາ​ມະ​ຫາ​ສະ​ມຸດ​ອັດ​ລັງ​ຕິກ ຢູ່ ວໍ​ຊິງ​ຕັນ ໄດ້​ໃຫ້​ຂໍ້ສັງ​ເກດ​ວ່າ: ນີ້​ແນ່ນອນ​ວ່າ​ແມ່ນ​ສ່ວນ​ຫນຶ່ງ​ໃນ​ຄວາມ​ໄຝ່​ຝັນ​ໂຮມ​ດິນ​ແດນ​ໂດຍ ຊາວ​ເຄີດ​ສ ຄວບ​ຄຸມ ຢູ່ ອີ​ຣັກ ເຂົ້າ​ຕວກ​ກີ.

         ເລື່ອງ ຕວກ​ກີ ສົ່ງ​ທະ​ຫານ​ເຂົ້າ ອີ​ຣັກ ຕາ​ມ​ລຳ​ພັງ​ຝ່າຍ​ດຽວ ແມ່ນ​ບາດ​ກ້າວ​ພະ​ຈົນ​ໄພ ເມື່ອ​ບັນ​ດາ​ຄວາ​ມ​ເຄັ່ງ​ຕຶງທີ່​ກ່ຽວ​ຂ້ອງ​ເຖິງ​ກໍ​ລະ​ນີ​ທະ​ຫານ ຕວກ​ກີ ຍິງ​ເຮືອ​ບິນ​ສູ້​ຮົບ Su 24 ​ຂອງ​ລັດ​ເຊຍ ຕົກທີ່ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເຖິງ​ຖອງ. ການ​ກະ​ທຳ​ນີ້ ເຮັດ​ໃຫ້​ສະ​ພາບ​ຄວາມ​ສະ​ຫງົບ​ປອດ​ໄພ​ຢູ່ ເຂດ​ຕາ​ເວັນ​ອອກກ​າງ​ສັບ​ສົນ​ຂຶ້ນ​ຕື່ມ.

 

ຕອບກັບ

ຂ່າວ/ບົດ​ອື່ນ