ຕ້ອງມີລັດຖະນະໂຍບາຍແຂງແຮງກວ່າເພື່ອພັດທະນາເສດຖະກິດສັງຄົມ

(vovworld) - ​ເສດຖະກິດ​ໂລກ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ ​ແລະ ວາງ​ອອກ​ບັນດາ​ສິ່ງ​ທ້າ​ທາຍ​ໃຫຍ່​ໃນ​ການ​ເລືອກ​ເຟັ້ນນະ​ໂຍບາຍ ​ແລະ ບໍລິຫານ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2012 ​ແລະ ປີ 2013. ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ສະ​ຫງວນ​ເວລາ​​ຫລາຍ​ເພື່ອ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ພັດທະນາ​ເສດຖະກິດສັງຄົມ​ໃນ​ຊຸ​ມ​ເດືອນ​ຍັງ​ເຫລືອ​ຂອງ ​ປີ 2012 ​ແລະ ປີ 2013. ບັນດາ​ບັນຫາ​ໄດ້​ຮັບ​ການ​ສຸມ​ໃສ່​ປຶກສາ​ຫາລື​ນັ້ນ​ແມ່ນ: ມາດ​ຕະການ​ແກ້​ໄຂ​ຫນີ້​ເສຍ, ສິນຄ້າ​ຄ້າງ​ສາງ, ກະຕຸ້ນຄວາມ​ຕ້ອງການ​ໃຊ້​ສອຍ, ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ ​ແລະ ທະນາຄາ​ນຄືນ​ໃຫມ່, ປ່ຽນ​ໃຫມ່​ການ​ສຶກສາ​​ຂັ້ນມະຫາວິ​ທະ​ຍາ​ໄລ​ຢ່າງ​ແຂງ​ແຮງ​ກວ່າ.

        ຄວບຄຸມໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ຕົ້ນຕໍ​ຊຶ່ງ​ລັດຖະບານ​ໄດ້​ວາງ​ອອກ. ຕາມ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ (ສສຊ) ແລ້ວ, ລັດຖະບານ ຄວນ​ສົມທົບ​ນະ​ໂຍບາຍ​ເງິນຕາ ​ແລະ ນ​ະ​ໂຍບາຍ​ງົບປະມານຢ່າງ​ກົມ​ກຽວ, ​ມີ​ໄຫວ​ພິບ ລະຫວ່າງ​​ເພື່ອ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ເທື່ອ​ລະ​ກ້າວ, ​ແກ້​ໄຂ​ຫນີ້​ເສຍ, ຮັກສາ​ອັດຕາ​ແລກປ່ຽນ​ເງິນຕາຕ່າງປະເທດໃຫ້​ເປັນ​ປົກກະຕິ ​ແລະ ຄວບ​ຄຸມ​ສະພາບ​ຫນີ້​ສິນ​ຂອງ​ລັດ​ຢູ່​ໃນ​ລະດັບ​ປອດ​ໄພ​ທີ່​​ໄດ້ຮັບອະນຸຍາດ. ​ເລື່ອງ​ລັດຖະບານ​ພວມ​ຄິດ​ໄລ່​ເຖິງ​​ການ​ສ້າງ​ຕັ້ງ​ຄະນະ​ກຳມະການ​ແຫ່ງ​ຊາດ​ເພື່ອ​ແກ້​ໄຂ​ສະພາບ​ຫນີ້​ເ​ສຍ ​ໄດ້​ຮັບ​ການ​ສະຫນັບສະຫນູນ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ ສສຊ. ທ່ານ Tran Hoang Ngan ສສຊ ນະຄອນ ​ໂຮ່ຈິ​ມິນ ຖື​ວ່າ:

        “ຖ້າ​ຫາກ​ພວກ​ເຮົາ​ບໍ່​ແກ້​ໄຂ​ສະພາບຫນີ້​ເສຍ ໂດຍ​ໄວ​ຈະ​ສົ່ງ​ຜົນ​ສະ​ທ້ອນບໍ່​ດີ. ຕາມ​ຂ້າພະ​ເຈົ້າ​ແລ້ວ,​ ສະພາບຫນີ້​ເສຍ​ແມ່ນ​ເລີ່​ມ​ເກີດຂຶ້ນ​ແຕ່​ປີ 2008, 2009, ພວກ​ເຮົາ​ກະຕຸ​້ນຄວາມ​ຕ້ອງການ​ໄດ້ເຮັດ​ໃຫ້​ຈຳນວນ​ເງິນອອກ​ສູ່​ຕະຫລາດ​ຫລາຍ​ພໍ​ສົມຄວນ, ​ເຮັດ​ໃຫ້​ຫນີ້​ເສຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ລັດຖະບານ​ຕ້ອງ​ແກ້​ໄຂ​ບັນຫາ​ຫນີ້​ເສຍ​ໂດຍ​ໄວ, ​ໄຈ້​ແຍກ​ພື້ນຖານ​ເສດຖະກິດ​ຂອງ​ພວກ​ເຮົາ​ຢ່າງ​ຈະ​ແຈ້ງຈຶ່ງ​ສາມາດ​ແກ້​ໄຂ​ໄດ້.”

        ຄຳ​ເຫັນ​ຂອງ ສສຊ ຫລາຍ​ທ່ານ​ທີ່​ກອງ​ປະຊຸມໄດ້​ເນັ້ນ​ຫນັກ​​ວ່າການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່ ຕ້ອງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ໃຫ້​ບຸລິມະສິດ​ຂອງ​ລັດຖະບານ. ທ່ານ Tran Du Lich ສສຊ ນະຄອນ​ໂຮ່ຈິ​ມິນ ສະ​ເຫ​ນີວ່າ:

        “ຂ້າພະ​ເຈົ້າສະ​ເຫ​ນີສ້າງ​ຕັ້ງ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວກັບ​ການ​ສ້າ​ງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່. ຄະນະ​ກຳມະການ​ແຫ່ງ​ຊາດ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ຫົວຫນ້າ. ຄະນະ​ກຳມະການ ​ມີຫນ້າທີ່​ແກ້​ໄຂ​ທຸກ​ບັນຫາ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຄືນ​ໃຫມ່, ສ້າງ​ໂຄງ​ປະກອບ​ທະນາຄານ,​ ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​​ໃຫມ່, ພິ​ເສດ​ແມ່ນ​ແກ້​ໄຂ​ບັນຫາ​ຫນີ້​ເສຍ. ບົດຮຽນ​ຈາກ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ: ທະນາຄານ​ການ​ຄ້າ​ເອງ​ບໍ່​ແກ້​ໄຂ​ບັນຫາ​ຫນີ້​ເສຍ​ໄດ້​ຖ້າ​ຫາກ​ບໍ່​ຖື​ບັນຫາຫນີ້​ເສຍ​ແມ່ນ​ບັນຫາ​​ຂອງຊາດ.”

        ທ່ານ Vu Viet Ngoan ປະທານ​ຄະນະ​ກຳມະການ​ຕິດຕາມ​ກວດກາ​ການ​ເງິນ​ແຫ່ງ​ຊາດ ຖື​ວ່າ: ​ເສດຖະກິດ​ຂອງ​ຫວຽດນາມ ພວມ​ຕົກ​ເຂົ້າ​ສູ່​ສະພາບ​ການ​ສະຫນອງ ​ແລະ  ​ຄວາມ​ຕ້ອງການ​ທັງໝົດລ້ວນ​ແຕ່​​ຢູ່ໃນ​ລະດັບ​ຕຳ່. ​ຄວາມ​ຕ້ອງການທັງໝົດ​ລວມມີ​ການ​ລົງທຶນ ​ແລະ ​ການ​ໃຊ້​ສອຍ. ສະ​ນັ້ນ ລັດຖະບານ ຄວນ​ຈຳຫນ່າຍ​ພັນທະບັດ​ກິດຈະກຳ​ເພື່ອ​ເພີ່ມ​ຍອດ​ຄວາມ​ຕ້ອງການ​ໃຫ້​ແກ່​ສັງຄົມ ​ແລະ ​ແກ້​ໄຂ​ສະພາບສິນຄ້າ​ຄ້າງ​ສາງ​ທີ່​ກ່ຽວຂ້ອງ​ເຖິງ​ການ​ກໍ່ສ້າງ.

        “ຕ້ອງ​ແກ້​ໄຂ​ການ​ກະຕຸ​້ນຄວາມ​ຕ້ອງການ​ຢ່າງ​ຂ້ຽວຂາດ. ຖ້າ​ຫາກ​ບໍ່​          ກະຕຸ້​ນຄວາມ​ຕ້ອງການ, ສິນຄ້າ​ຄ້າງ​ສາງ​ບໍ່​ສາມາດຈຳຫນ່າຍ​ໝົດ​ໄດ້. ສະນັ້ນ ຕ້ອງ​ຈຳຫນ່າຍ​ພັນທະບັດ​ກິດ​ຈະ​ກຳ. ​ເລືອ​ກ​ເຟັ້ນບາງ​ກິດຈະກຳ​ສຳຄັນ​ເພື່ອ​ຈຳຫນ່າຍ​ພັນທະບັດ. ເຮັດຄືແນວນັ້ນຈຶ່ງຈຳຫນ່າຍ ​ເຫລັກ​ກ້າ, ຊີມັງ, ວັດ​ສະ​ດຸ​ກໍ່ສ້າງ​​ໄດ້.”

ຕ້ອງມີລັດຖະນະໂຍບາຍແຂງແຮງກວ່າເພື່ອພັດທະນາເສດຖະກິດສັງຄົມ - ảnh 1
ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ພັດທະນາ​ ເສດຖະກິດສັງຄົມ​
ພາບ: internet

        ສສຊ ບາງ​ທ່ານ​ໄຈ້​ແຍກ​ວ່າ: ຄວາມ​ຈິງ​ແລ້ວ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຖືກ​ລົ້ມ​ລະລາຍ​ເຮັດ​ໃຫ້​ຄົນ​ງານ​ນັບ​ໝື່ນ​ຄົນ​ຖືກ​ວ່າງ​ງານ. ທ່ານ​ນາງ Nguyen Thi Kim Thuy ສສຊ ນະຄອນ Da Nang ຖື​ວ່າ: ຕ້ອງ​ມີ​ຂໍ້​ອ້າງ​ອີງ​ເພື່ອ​ວາງ​ອອກ​ຕົວ​ເລກຄາດໝາຍສ້າງວຽ​ກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ເກືອບ 1,6 ລ້ານ​ຄົນ​ໃນ​ປີ 2013.

        ຄຽງ​ຄູ່​ກັບ​ການ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ, ແລະ ສ້າງ​ໂຄງ​ປະກອບ​ທະນາຄານ​ຄືນ​​ໃຫມ່, ບັນດາ ສສຊ ກໍ​ສະ​ເຫ​ນີຕ້ອງ​ສ້າງ​ໂຄງ​ປະກອບ​ບັນດາ​ມະຫາວິທະຍາ​​ໄລ, ວິທະຍາ​ໄລ​ຄືນ​ໃຫມ່, ​ແກ້​ໄຂ​ສະພາບ​ການ​ພັດທະນາແບບຕາມເປັນຕາມເກີດຄື​ປະຈຸ​ບັນ.  ທ່ານ​ນາງ Ngo Thi Minh ຮອງ​ຫົວຫນ້າ​ກຳມາ​ທິການ​ວັດທະນະທຳ, ສຶກສາ, ຊາວຫນຸ່ມ​ເຍົາວະ​ຊົນ​ອະນຸຊົນ​ຂອງ ສະພາ​ແຫ່ງ​ຊາດ ຖື​ວ່າ: ຕ້ອງ​ມີ​ການ​ຄິດ​ໄລ່ ​ແລະ ​ຄວາມ​ຕ້ອງການ​ຈຳນວນມະຫາວິທະຍາ​ໄລ, ວິທະ​ຍາ​ໄລ, ຂະ​ແຫນງ​ອາຊີບໃຫ້​ແກ່​ທ້ອງ​ຖິ່ນເພື່ອວາງ​ແຜນ​ກຳນົດ​ ​.

        “ຖ້າ​ພວກ​ເຮົາ​ບໍ່​ມີ​ການດຸນ​ດ່ຽງ, ບໍ່​ມີ​ການ​ສຳ​ຫລວດ​ຕາມ​ຄວາມ​ຕ້ອງການ​ຕົວ​ຈິງ ຈະ​ສົ່ງ​ຜົນ​ກະທົບ​ບໍ່​ດີ​ຕໍ່​ສັງຄົມ. ຕົວຢ່າງ​ວິ​ສາ​ຫະກິດ​ຫນຶ່ງ​ຜະລິດ​ສິນຄ້າ ​ແຕ່​ບໍ່ຮັບຜິດຊອບ​ບັນຫາ​ສົ້ນ​ອອກ ​ແລະ ບໍ່​ຈຳຫນ່າຍ​ຜະລິດ​ຕະພັນ​ໄດ້, ​ຜົນ​ຮ້າຍ​ແມ່ນ​ຜູ້​ໃດ​ຮັບຜິດຊອບ.”

        ຕາມ​ບັນດາ ສສຊ ​ແລ້ວ, ​ໄລ່​ມາ​ຮອດ​ຈຸດ​ເວລາ​ນີ້, ວຽກ​ງານ​ຊີ້​ນຳ​ປະຕິບັດ​ຫນ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2012 ພວມ​ໄປ​ຖືກ​ທິດ ​ແລະ ສຳ​ເລັດ​ຫນ້າ​ທີ່​ຊຶ່ງ​ລັດຖະນະ​ໂຍບາຍ​ຂອງ​ພັກ ​ແລະ ສະພາ​ແຫ່ງ​ຊາດ ວາງ​ອອກ. ບັນດາ​ຈຸດ​ເດັ່ນຂອງ​ພື້ນຖານ​ເສດຖະກິດ ສັງຄົມ ​ໃນ 9 ​ເດືອນ​ຜ່ານ​ມາ​ບັນລຸ​ໄດ້​ ນັ້ນ​ແມ່ນ: ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ, ການ​ສະ​ສົມ​ເງິນ​ຕາ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ທົບ​ສອງ​​ເທົ່າ​ເມື່ອ​ທຽບ​ໃສ່​ຈຸດ​ເວລາ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ​ໃນ​ເບື້ອງ​ຕົ້ນ. ​ເພື່ອ​ບັນລຸ​ໄດ້ບັນດາ​ຈຸດໝາຍ​ພັດທະນາ​​ໃນ​ປີ 2013, ສະພາ​ແຫ່ງ​ຊາດ ຖື​ວ່າ ຄວນ​ລະດົມ​ການ​ຮ່ວມ​​ແຮງ​ຮ່ວມ​ໃຈ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ ​ແລະ ທັງ​ລະບົບ​ການ​ເມືອງ​ພ້ອມ​ກັນ​ປະ​ຕິ​ບັດ​ບັນດາ​ຫນ້າ​ທີ່​ພັດທະນາ​ເສດຖະກິດ ສັງຄົມ​ທີ່​ໄດ້​ວາງ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ