ຕຳຫນິຕິຊົມຕົນເອງແລະຕຳຫນິຕິຊົມເພື່ອນສະຫາຍ ເພື່ອກໍ່ສ້າງພັກ


(vovworld)- ມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊຸດ​ທີ 11 ໄດ້​ຢືນ​ຢັນ​ວ່າ: ​ຕຳ​ຫນິ​ຕິ​ຊົມຕົນ​ເອງ ແລະ ຕຳ​ຫນິ​ຕິ​ຊົມເພື່ອນ​ສະ​ຫາຍ ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ຕົ້ນ​ຕໍ​ໃນ​ການກໍ່​ສ້າງ, ປັບ​ປຸງ​ພັກ. ທີ່​ບັນ​ດາ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ກອງ​ປະ​ຊຸມ​ສູນ​ກາງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ເນັ້ນ​ຫນັກ​ເປັນ​ຫລາຍ​ຄັ້ງເຖິງ​ການ​ຕຳ​​ຫນິ​​ຕິ​ຊົມຕົນ​ເອງ ແລະ ຕຳ​​ຫນິ​​ຕິ​ຊົມເພື່ອນ​ສະ​ຫາຍແມ່ນ​ຂອດ​ຫລັກ​ແຫລ່ງ, ມີ​ຄວາມ​ໝາຍ ແລະ ຄວາມ​ສຳ​ຄັນ​ພິ​ເສດ​ເພື່ອ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ເຫັນ​ໄດ້​ຊັດ, ແກ້​ໄຂ​ບັນ​ດາ​ຂໍ້​ຈຳ​ກັດ, ຄວາມ​ອ່ອນດ​ອ້ຍ​ໃນ​ວຽກ​ງານກໍ່​ສ້າງ​ພັກ.
ຕຳຫນິຕິຊົມຕົນເອງແລະຕຳຫນິຕິຊົມເພື່ອນສະຫາຍ ເພື່ອກໍ່ສ້າງພັກ - ảnh 1
ກອງ​ປະ​ຊຸມຄັ້ງ​ທີ 4 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​
ກອມ​ມູ​ນິດ​ຫວຽດ​ນາມ ຊຸດ​ທີ 11

ພາບ:vietbao

        ຕຳ​​ຫນິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​​ຫນິ​ຕິ​ຊົມ​ເພື່ອນ​ສະ​ຫາຍ ແມ່ນ​ລະ​ບອບຫນຶ່ງ, ເນື້ອ​ໃນ​ຫນຶ່ງ​ທີ່​ສ​ຳ​ຄັນ​ໃນ​ການ​ດຳ​ເນີນ​ຊີ​ວິດ ແລະ ການ​ເຄື່ອນ​ໄຫວ​ຂອງ​ພັກ, ແມ່ນ​ກົດ​ເກນ​ພື້ນ​ຖານ​ໃນ​ການ​ພັດ​ທະ​ນາ​ຂອງ​ພັກ, ແມ່ນ​ວິ​ທີ​ພື້ນ​ຖານ​ເພື່ອ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ​ໃນ​ພັກ. ສິ່ງ​ດັ່ງ​ກ່າວ​ຍິ່ງ​ມີ​ຄວາມ​ໝາຍ​ສຳ​ລັບ​ການ​ຄົງ​ຕົວ, ພັດ​ທະ​ນາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໃນ​ໄລ​ຍະ​ປະ​ຕິ​ວັດ​ໃຫມ່​ຂອງ​ປະ​ເທດ​ຊາດ​ປະ​ຈຸ​ບັນ.

       ປະ​ຕິ​ບັດ​ຈາກ​ຮູບ​ແບບ​ດີ​ເດັ່ນ

        ເມືອງ ຟຸກ​ທໍ້ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ທ້ອງ​ຖິ່ນ ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ​ນະ​ຄອນ ຮ່າ​ໂນ້ຍ ວ່າ​ແມ່ນ​ທ​ອ້ງ​ຖິ່ນ ນຳ​ຫນ້າ​ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4. ປະ​ຈຸ​ບັນ, ​ເມືອງ ຟຸກ​ທໍ້ ນຳ​ຫນ້າ​ໃນ​ທົ່ວ​ນະ​ຄອນ ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ດ້ວຍ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ. ທ່ານ ຫງໍ້​ຢູຍ​ຫຽວ, ເລ​ຂ​າ​ຄະ​ນະ​ພັກ ເມືອງ ຟຸກ​ທໍ​້ ຖື​ວ່າ: ບັນ​ດາ​ການ​ປ່ຽນ​ແປງ​ຂອງ​ເມືອງ ຟ​ຸກ​ທໍ້ ປະ​ຈຸ​ບັນ ຍ້ອນ​ມີ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ບາງ​ບັນ​ຫາ​ຮີບ​ດ່ວນ​ໃນ​ການກໍ່​ສ້າງ​ພັກ.

        “ເມື່ອ​ປະ​ຕິ​ບັດ​ມະ​ຕິ​ດັ່ງ​ກ່າວ ດ້ວຍ​ໝວດ​ມາດ​ຕະ​ການ​ທຳ​ອິດ ແມ່ນ ຕຳ​​ຫນິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​​ຫນິ​ຕິ​ຊົມ​ເພື່ອນ​ສະ​ຫາຍ ແລະ ລັກ​ສະ​ນະ​ນຳ​ຫນ້າ ເປັນ​ແບບ​ຢ່າງ​ຂອງ​ຫົ​ວ​ຫນ້າ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ປະ​ຕິ​ບັດ​ເປັນ​ລະ​ບົບ. ພາຍ​ຫລັງ​ສຳ​ຫລວດກວດ​ຄືນ, ພວກ​ຂ້າ​ພະ​ເຈົ້​າ​ສ້າງ​ແຜນ​ການ ແລະ ປະ​ກາດ​ໃຊ້​ແຜນ​ການ​ແກ້​ໄຂ​ຂອງ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ.”

        ມາ​ຮອ​ດ​ປະ​ຈຸ​ບັນ, ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ໄດ້​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ໃນ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ. ທີ່​ການ​ສຳ​ຫລວດກວດ​ຄືນ​ຄັ້ງ​ຕ່າງໆ​ຈັດ​ຂຶ້ນ​ເປັນ​ປະ​ຈຳ​ເດືອນ,ປີ ໃນ​ທົ່ວ​ນະ​ຄອນ ລ້ວນ​ແຕ່​ມີ 70-80% ອົງ​ຄະ​ນະ​ພັກ, ຫນ່ວຍ​ພັກ ບັນ​ລຸ​ລະ​ດັບ​ອົງ​ຄະ​ນະ​ພັກ, ຫນ່ວຍ​ພັກ​ປອດ​ໄສ, ເຂັ້ມ​ແຂງ.

       ທະ​ວີ​ຄູນ​ອົງ​ການ​ຈັດ​ຕັ້ງ​ພັກ​ທຸກ​ຂັ້ນ

ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ບາງ​ບັນ​ຫາ​ຮີບ​ດ່ວນ​ໃນ​ການກໍ່​ສ້າງ​ພັກ ໄດ້​ຮັບ​ການ​ຜັ​ຂ​ະ​ຫຍາຍ​ຢ່າງ​ແຮງ​ໃນ​ຊີ​ວິດ ບໍ່​ພຽງ​ແຕ່​ຢູ່​ນະ​ຄອນ ຮ່າ​ໂນ້ຍ ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ທຸກ​ຂັ້ນ, ທຸກ​ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ​ທັງ​ໝົດ​ອີກ​ດ້ວຍ. ຕຳ​​ຫນິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​​ຫນິ​ຕິ​ຊົມ​ເພື່ອນ​ສະ​ຫາຍ ຕ້ອງ​ຕິດ​ພັນ​ກັບ​ການ​ແກ້​ໄຂ, ປັບ​ປຸງ​ຢ່າງ​ລະ​ອຽດ, ແທ້​ຈິງ ໄດ້​ຊ່ວຍ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ກຳ​ລັງ​ຕໍ່​ສູ້​ຂອງ​ພັກ, ສະ​ແດງ​ໃຫ້​ເຫັນ​ຜ່ານ​ປະ​ສິດ​ທິ​ຜົນ​ການ​ບໍ​ລິ​ຫານ​ວຽກ​ງານ​ຂອງ​ພັກ, ລັດ, ລັດ​ຖະ​ບານ ແລະ ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ຢ່າງ​ລະ​ອຽດ. ຈາກ​ວິ​ທີ ຕຳ​​ຫນິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​​ຫນິ​ຕິ​ຊົມ​ເພື່ອນ​ສະ​ຫາຍ ​ຢ່າງ​ກົງ​ໄປ​ກົງ​ມາ, ເຂັ້ມ​ງວດ ຂອງ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ, ບັນ​ດາ​ອົງ​ຄະ​ນະ​ພັກ, ຫນ່ວຍ​ພັກ​ຂັ້ນ​ລຸ​ຸ່ມ ໄດ້​ຜັນ​ຂະ​ຫຍາຍ​ການ ຕຳ​​ຫນິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​​ຫນິ​ຕິ​ຊົມ​ເພື່ອນ​ສະ​ຫາຍ ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ. ບໍ່​ພຽງ​ແຕ່​ປະ​ຕິ​ບັດ​​ການ​ສຳ​ຫລວດກວດ​ຄືນ, ຕຳ​ຫນິ​ຕິ​ຊົມ​ເທົ່າ​ນັ້ນ, ຫາກ​ເລື່ອງ​ປ່ອນ​ບັດ​ໄວ້​ວາງ​ໃຈ, ການ​ສ້າງ​ແຜນ​ຊັບ​ຊ້ອນ​ພະ​ນັກ​ງານ​ຂັ້ນ​ຍຸດ​ທະ​ສາດ, ສ້າງ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ, ສຸມ​ໃສ່​ຍູ້​ແຮງວຽກ​ງານ​ຕໍ່​ສູ້ ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ, ເພີ່ມ​ທະ​ວີ​ວຽກ​ງານກວດ​ກາ, ການ​ສືບ​ສວນ​ສອບ​ສວນ, ສັ່ງ​ຟ້ອງ, ນຳ​ບັນ​ດາ​ຄະ​ດີ​ສໍ້​ລາດ​ບັງ​ຫລວງ​ໃຫຍ່​ອອກ​ມາ​ພິ​ພາກ​ສາ ກ​ໍ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂ​ອງ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ນັບ​ແຕ່​ປີ 2012 ມາ​ຮອດ​ປະ​ຈຸ​ບັນ.

        ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ຕຳ​ຫນິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​ຫນິ​ຕິ​ຊົມ​ເພື່ອ​ນ ສະ​ຫາຍ​ຢ່າງ​ແຮງ

        ການ​ຕຳ​ຫນິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​ຫ​ນິ​ຕິ​ຊົມ​ເພື່ອນ​ສະ​ຫາຍ ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ແມ່​ນ​ການ​ຕໍ່​ສູ້​ດ້ານ​ແນວ​ຄິດ, ການ​ເມືອງ​ພາຍ​ໃນ. ວຽກ​ງານ ຕຳ​ຫນິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​ຫ​ນິ​ຕິ​ຊົມ​ເພື່ອນ​ສະ​ຫາຍ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເຊີດ​ຊູ​ລັກ​ສະ​ນະ​ນຳ​ຫນ້າ, ເປັນ​ແບບ​ຢ່າງ​ຂອງ​ຫົວ​ຫນ້າ​ອົງ​ການ​ຈັດ​ຕັ້ງ, ຫົວ​ຫນ່ວຍ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ໂງ​ຫືວ​ຖາວ, ຄູ​ສອນ​ຂັ້ນ​ສູງ, ສະ​ຖາ​ບັນ​ການ​ເມືອງ​ການ​ປົກ​ຄອງ​ແຫ່ງ​ຊາດ ໂຮ່​ຈິ​ມີນ ຖື​ວ່າ: ຕຳ​ຫນິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​ຫ​ນິ​ຕິ​ຊົມ​ເພື່ອນ​ສະ​ຫາຍຕ້ອງ​ອີງ​ໃສ່​ພື້ນ​ຖານ​ວິ​ທະ​ຍາ​ສາດກວ່າ.

        “ຕຳ​ຫນິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​ຫ​ນິ​ຕິ​ຊົມ​ເພື່ອນ​ສະ​ຫາຍ ຄວນ​ເອົາ​ໃຈ​ໃສ່​ເຖິງ​ຜູ້​ມີ​ຖາ​ນະ​ຕຳ​ແຫນ່ງ​ສູງ​ສູດ. ຜູ້ນ​ຳ​ພາ​ປະ​ເທດ​ຊາດ, ການ​ນຳ​ພັກ ຕ້ອງ​ເປັນ​ແບບ​ຢ່າງ​ເພື່ອ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ພັກ​ປະ​ຕິ​ບັດ​ຕ​າມ. ຂ້າ​ພະ​ເຈົ້າ​ຖື​ວ່າ ໃນ​ຖັນ​ແຖວ​ການ​ນຳ​ການ​ເມືອງ ຄວນ​ອີງ​ໃສ່​ພື້ນ​ຖານ​ວິ​ທະ​ຍາ​ສາດ. ການ​ນຳ​ໃຊ​້, ໝູນ​ໃຊ້​ວິ​ທະ​ຍາ​ສາດ​​ແມ່ນ​ພື້ນ​ຖານ​ທີ່ມີ​ລັກ​ສະ​ນະ​ພາ​ວະ​ວິ​ໄສ​ທີ່​ສຸດ.”

        ປະ​ສິດ​ທິ​ຜົນ​ຂອງ​ບັ້ນ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ຕັ້ງ​ຫນ້າ​ເຖິງ​ຫນ້າ​ທີ່ກໍ່​ສ້າງ ແລະ ປັບ​ປຸງ​ພັກ, ເບື້ອງ​ຕົ້ນ​ສະ​ກັດ​ກັ້ນ​ທ່າ​ເຊື່ອ​ມ​ເສຍ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົ​ມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ພາກ​ສ່ວນ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ. ພ້ອມ​ກັບການຕຳ​ຫນິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​ຫ​ນິ​ຕິ​ຊົມ​ເພື່ອນ​ສະ​ຫາຍ, ວຽກ​ງານ​ການຈັດ​ຕັ້ງ, ພະ​ນັກ​ງານ ແລະ ການ​ດຳ​ເນີນ​ຊີ​ວິດ​ພັກ ກໍ​ມີ​ການ​ປ່ຽນ​ແປງ​ຢ່າງ​ແຮງ. ບັນ​ດາ​ມາດ​ຕະ​ການ ກ່ຽວ​ກັບ​ກົນ​ໄກ, ນະ​ໂຍ​ບາຍ, ການ​ສຶກ​ສາ​ດ້ານ​ການ​ເມືອງ, ແນວ​ຄິດ​ໃຫ້​ແກ່​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ແລະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ທົ່ວ​ພ​ັກ ເພື່ອ​ສືບ​ຕໍ່​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ