ທ່ານປະທານປະເທດເຈີນດ້າຍກວາງ: ຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ ກະທຳ ເພື່ອພ້ອມກັນພັດທະນາ


(vovworld)- ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ສາ​ທາ​ລະ​ນະ​ລັດ​ ສິງ​ກະ​ໂປ, ຕອນ​ເຊົ້າ​ວັນ​ທີ 30/8, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ເຂົ້າ​ຮ່ວມ ແລະ ມີ​ບົດ​ກ່າວ​ປາ​ໄສ​ທີ່ Singapore Lecture 38. ນີ້​ແມ່ນ​ເວ​ທີ​ປາ​ໄສ​ມີ​ອິດ​ທິ​ພົນ​ຊື່​ສຽງ​ແຖວ​ຫນ້າ​ຂອງ ສິງ​ກະ​ໂປ, ໂດຍ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ISEAS) ຈັດ​ຕັ້ງ. ຕໍ່​ຫນ້າ ນັກ​ຮຽ​ນ​ຮູ້​ສາ​ກົນ 500 ຄົນ ແລະ ການ​ນຳ, ນັກ​ການ​ເມືອງ​ຂອງ​ລັດ​ຖະ​ບານ ສິງ​ກະ​ໂປ​ຫລາຍ​ທ່ານ, ທ່ານ​ປະ​ທານ​ປະ​ເທດ ເຈີຍ​ດ້າຍກວາງ ໄດ້​ເນັ້ນ​ຫນັກ​ວ່າ ອາ​ຊຽນ ຄວນ​ສາ​ມັກ​ຄີ, ຮ່ວມ​ແຮງ​ຮ່ວມ​ໃຈ​ກະ​ທຳ ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ​ບັນ​ນາ​ທິ​ການ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຂໍ​ຄັດ​ສະ​ເຫນີ​ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ບົດ​ກ່າວ​ປາ​ໄສ​ດັ່ງ​ກ່າວ.

ທ່ານປະທານປະເທດເຈີນດ້າຍກວາງ: ຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ ກະທຳ ເພື່ອພ້ອມກັນພັດທະນາ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງເຂົ້າ​ຮ່ວມກອງ​ປະ​ຊຸມ
Singapore Lecture 38.

ພາບ:vov

        ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ສະ​ພາບ​ການ​ໃນພາກ​ພື້ນ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ຊີ້​ແຈ້ງວ່າ: ອາ​ຊີ -ປາ​ຊີ​ຟີກ ມີ​ທີ່​ຕັ້ງ​ພູມ​ສາດ - ຍຸດ​ທະ​ສາດ, ເສດ​ຖະ​ກິດ, ການ​ເມືອງ​ນັບ​ມື້​ນັບ​ສຳ​ຄັນ​ໃນ​ໂລກ. ທະ​ເລ​ຕາ​ເວັນ​ອອກ ນອນ​ໃນພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ສຳ​ຄັນ​ຫລາຍ​ຢ່າງ ບໍ່​ພຽງ​ແຕ່​ໃຫ້​ແກ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ບົນ​ທະ​ເລ, ການ​ບິນ​​ນ​ທີ່​ສຳ​ຄັນ​ຍິ່ງ ​ຂອງ​ໂລກ​ອີກ​ດ້ວຍ. ທັງ​ພາກ​ພື້ນ ພວມ​ມາ​ນະ​ພະ​ຍາ​ຍາມ​ບື່ນ​ຕົວ​ຂຶ້ນ, ຊຸກ​ຍູ້​ບັນ​ດາ​ຂໍ້​ລິ​ເລິ່​ມ​ຮ່ວ​ມ​ສຳ​ພັນ, ຮ່ວມ​ມື​​ທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ… ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຖື​ວ່າ: ບັນ​ດາ​ການ​ຜັນ​ແປ​ເປັນ​ຫນ້າ​ວິ​ຕົກ​ກັງ​ວົນ​ໃນ​ໄລ​ຍະ​ມໍ່ໆ​ມານີ້​ຢູ່​ພາກ​ພື້ນ ແລະ ບົນ​ທະ​ເລ​ຕາ​ເວັນ​ອອກ ໄດ້ ແລະ ພວມ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ຫຍໍ້​ທໍ້​ເຖິງ​ສະ​ພາບ​ແວດ​ລ້ອມ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ, ເປັນ​ຕົ້​ນ​ແມ່ນ​ຄວາມ​ເສ​ລີ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ, ກາ​ນ​ບິນ, ມີ​ໄພ​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຖືກ​ຫລຸດ​ລົງ, ສົ່ງຜົນ​ສະ​ທ້ອນ​ເຖິງວິວັດ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ.

        ຄວາມ​ສາ​ມັກ​ຄີ, ຮ່ວມ​ແຮງ​ຮ່ວ​ມ​​​ໃຈ​ກະ​ທຳ​ເພື່ອ​ຫັນ​ຄວາມ​ມຸ້ງ​ຫວັງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

       ໂດຍ​ຄັດ​ຄຳ​ເວົ້າ​ຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫລີ​ກູງຢູ​ ເຄີຍ​ເວົ້າ​ວ່າ: “​ເພື່ອນບໍ່​ຄວນ​ຍົກ​ອອກ​ບັນ​ດາ​ຄຳ​ໝັ້ນ​ໝາ ຍ​ເທົ່າ​ນັ້ນ ຫາກ​ຕ້ອງ​ປະ​ຕິ​ບັດ​ສິ່ງ​ທີ່​ເພື່ອນ​ເວົ້າ”, ​ ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຖື​ວ່າ ເສັ້ນ​ທາງ​ຫນຶ່ງ​ດຽວ​ເພື່ອ​ຫັນ​ຄວາມ​ມຸ້ງ​ຫວັງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ນັ້ນ​ແມ່ນ​ທຸກ​ປະ​ຊາ​ຊາດ ຈົ່ງ​ມີ​ຄວາມ​ສາ​ມັກ​ຄີ, ຮ່ວມ​ແຮງ​ຮ່ວມ​ໃຈ​ກະ​ທຳ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ມີ​ຄວາມ​ສະ​ເຫມີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

        “ນັ້ນ​ແມ່ນ​ຈຸດ​ໝາຍ​ຂອງ ອາ​ຊຽນ. ໃນ​ຫລາຍ​ປີ​ຜ່ານ​ມາ, ດ້ວຍ​ວິ​ໄສ​ທັດ​ຜ່ານ​ຜ່າ​ບັນ​ດາ​ຜົນ​ປະ​ໂຫຍດ​ສະ​ເພາະ​ຂອງ​ຕົນ, ອາ​ຊຽນ ໄດ້ ແລະ ພວມ​ສະແດງ​ທັດ​ສະ​ນະ​ນັບ​ມື້​ນັບ​ເຂັ້ມ​ແຂງ, ມີ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ບັນ​ດາ​ຄວາມ​ເອົາ​ໃຈ​ໃສ່​ລວມ​ຂອງ​ປະ​ຊາ​ຄົ​ມ​ໂລກ ແລະ ພາກ​ພື້ນ, ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຫລຸດ​ຜ່ອນ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ… ມາ​ຮອດ​ປະ​ຈຸ​ບັນ, ອາ​ຊຽນ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ດຶງ​ດູດ​ການ​ແຊກ​ແຊງ​ຍຸດ​ທະ​ສາດ​ຂອງ​ບັນ​ດາ​ປະ​ເທດ​ໃຫຍ່ ເພື່ອ​ຜົນ​ປະ​ໂຫຍດ​ລວມ ນັ້ນ​ແມ່ນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ. ໂຄງປະ​ກອບ​ຂອງ​ພາກ​ພື້ນ​ຫລາຍ​ຂົ້ວ, ຫລາຍ​ຂັ້ນ ດ້ວຍ​ບົດ​ບ​າດ​ໃຈ​ກາງ​ຂອງ​ອາ​ຊຽນ ແມ່ນ ເໝາະ​ສົມ ແລະ ຕອບ​ສະ​ຫນອງ​ຜົນ​ປະ​ໂຫຍດ​ຂອງ​ທຸກ​ຝ່າຍ.”

        ເພື່ອ​ເສີມ​ຂະ​ຫຍາຍ​​ບົດ​ບາດ​ທີ່​ມີປະ​ສິດ​ທິ​ຜົນ​ກວ່າ​ອີກ​ໃນການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຊຸກ​ຍູ້​ການ​ຮ່ວມ​ມື, ໝັ້ນ​ຄົງ​ເຂັ້ມ​ແຂງ​ຕໍ່​ຫນ້າ​ຄວາມ​ຫຍຸ້ງຍ​າກ, ສິ່ງ​ທ້າ​ທາຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຖື​ວ່າ ອາ​ຊ​ຽນ ຄວນ​ເພີ່ມ​ທະ​ວີ​ຄວາມ​ສະ​ຫນິດ​ຕິດ​ພັນ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ສຸມ​ໃສ່​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ບັນ​ດາ​ມາດ​ຖານ​ການ​ປະ​ພຶດ​ລວມ, ຍູ້​ແຮງ​ການ​ຮ່ວມ​ສຳ​ພັນ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ ເພື່ອ​ສ້າງ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຄົມ.

        ເມື່ອຢັ້ງ​ຢືນ​ຄວາມ​ສາ​ມັກ​ຄີ, ໃນ​ນັ້ນ ມີ​ຄວາມ​ສາ​ມັກ​ຄີ​ສາ​ກົນ​ແມ່ນ “ມູນ​ເຊື້ອ​ອັນ​ລ້ຳ​ຄ່າ ແລະ ບົດ​ຮຽນ​ໃຫ​ຍ່” ຂອງ​ຊາດ​ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຖື​ວ່າ ບັນ​ດາ​ບົດ​ຮຽນ​ນີ້​ມີ​ຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ແນວ​ທາງ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ການ​ກະ​ທຳ​ຂອງ​ຫວຽດ​ນາມ.

        “ໃນ​ການ​ພົວ​ພັນກັບ​ຕ່າງ​ປະ​ເທດ, ຍາມ​ໃດ​ຫວຽດ​ນາມ ກໍ​ປະ​ຕິ​ບັດ​ແນວ​ທາງ​​ການ​​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເ​ປັນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຫລາຍ​ຮູບ​ຫລາຍ​ແບບ ແລະ ຫລາ​ຍ​ຝ່າຍຢ່າງ​ສະ​ເຫມີ​ຕົ້ນ​ສ​ະ​ເຫມີ​ປາຍ, ເປັນ​ເຈົ້າ​ການ ແລະ ຕັ້ງ​ຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ພ້ອມ​ແລ້ວເປັນ​ເພື່ອນ, ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ແມ່ນ​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ປະ​ຊາ​ຄົມ​ໂລກ.”

        ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຢືນ​ຢັນ​ແຜນ​ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ເດັດ​ດ່ຽວ, ຢືດ​ໝັ້ນ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຢ່າງ​ໝັ້​ນ​ຄົງ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິວິ​ທີ ຜ່ານ​ວິ​ວັດ​​ທະ​ນາ​ການດ້ານ​ການ​ເມືອງ, ການ​ທູດ, ນິ​ຕິ​ທຳ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ ມີ​ສົນ​ທິ​ສັນ​ຍາ ປ​ສ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ປະ​ຕິ​ບັດ​ຖະ​ແຫລງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ແລະ ເຈ​ລະ​ຈາ​ກ້າວ​ໄປ​ເຖິງການ​ສ້າງ​ກົດ​ແຫ່ງ​ການ​

ປະ​ພ​ຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສິງ​ກະ​ໂປ​ເລິກ​ເຊິ່ງກວ່າ

       ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ສິງ​ກະ​ໂປ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ສິງ​ກະ​ໂປ​ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ມາ​ຮອດ​ປະ​ຈຸ​ບັນ. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຖື​ວ່າ ນີ້​ແມ່ນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ຫວຽດ​ນາມ ໃນ​ວິ​ວັດ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ພິ​ເສດ​ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສ​າ​ກົນ, ຫວຽດ​ນາມ ແລະ ສິງ​ກະ​ໂປ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໂດຍ​ພື້ນ​ຖານ​ໃນ​ການ​ສ້າງ ອາ​ຊ​ຽນ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ ແລະ ລະ​ບົບ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອມ​ໃຈ, ຮັກ​ສາ​ຄວາມ​ໝັ້ນ​ຄົງ​ສາ​ກົນ​ໂ ດຍ​ສັນ​ຕິ, ສະ​ຖຽນ​ລະ​ພາບ, ເຄົາ​ລົບ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ.

        “ຫວຽດ​ນາມ ປາດ​ຖະ​ຫນາ​ຢາກ​ພ້ອມ​ກັບ​ສິງ​ກະ​ໂປ ຊຸກ​ຍູ້, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ​ຢ່າງເລິກ​ເຊິ່ງກວ່າ, ໃນ​ນັ້ນ ຈຸດ​ສຸມ​ແມ່ນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຮ່ວມ​ມື​ບົນ​ທະ​ເລ, ບັນ​ດາ​ເວ​ທີ​ປ​າ​ໄສ​ພາກ​ພື້ນ ແລະ ສາ​ກົນ. ຈຸດ​ໝາຍ​ຂອ​ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ ນັ້ນ​ແມ່ນ ສິງ​ກະ​ໂປ ວັດ​ທະ​ນາ​ຖາ​ວອນ, ຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ, ຜ່ານນັ້ນ ປະ​ກອບ​ສ່ວນ​​ສ້າງປະ​ຊາ​ຄົມ ອາ​ຊຽນ ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ສັນ​ຕິ​ພາບ,  ໝັ້ນ​ຄົງ ແລະ ພັດ​ທະ​ນາ​ຢູ່ ອາ​ຊີ ປາ​ຊີ​ຟີກ.”

        ມ້ວນ​ທ້າຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ປາດ​ຖະ​ຫນາ​ວ່າ ຜ່ານ​ບັນ​ດາ​ການ​ແລກ​ປ່ຽນ, ບັນ​ດາ​ການ​ນຳ, ນັກ​ການ​ເມືອງ, ສະ​ມາ​ຊິກ​ຄະ​ນະ​ລັດ​ຖະ​ບານ, ສາດ​ສະ​ດາ​ຈານ, ນັກ​ຄົ້ນ​ຄ້​ວາ ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ກ່ຽວ​ຂ້ອງ​ເຖິງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ແລະ ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ສິງ​ກະ​ໂປ ​ຈາກນັ້ນ ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະ​ອຽດ, ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຜົນ​ປະ​ໂຫຍດ​ລວມ.

ຕອບກັບ

ຂ່າວ/ບົດ​ອື່ນ