ນະໂຍບາຍ, ກົດໝາຍຊຸກຍູ້ຄວາມກ້າວໜ້າ ແລະ ຍຸດຕິທຳທາງສັງຄົມ

ກອງ​ປະ​ຊຸມ​ສຳ​ມະ​ນາ “ ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຂອງສະ​ພາ​ແຫ່ງ​ຊາດ​ດ້ວຍ​ນະ​ໂຍ​ບາຍ, ກົດ​ໝາຍ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ ແລະ ຍຸດ​ຕິ​ທຳ​ທາງ​ສັງ​ຄົມ ” ໄດ້​ຖືກ​ຈັກ​ຂຶ້ນ​ໃນ​ວັນ​ທີ 26 ແລະ 27/6 ຢູ່​ຮ່າ​ໂນ້ຍ ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ ​ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ(2/7/1976-2/7/2016). ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ໃນ​ກ່​ວາ 40 ປີ​ທີ່​ຜ່ານ​ມາ, ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ຢືນ​ຢັນ​ບົດ​ບາດ​ເປັນ​ເສ​ນາ​ທິ​ການ ແລະ ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ບັນ​ດາ​ຜົນ​ງານ​ທີ່​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ລະ​ບອບ​ນະ​ໂຍ​ບາຍ​ສັງ​ຄົມ​ຢູ່​ຫວຽດ​ນາມ.

ນະໂຍບາຍ, ກົດໝາຍຊຸກຍູ້ຄວາມກ້າວໜ້າ ແລະ ຍຸດຕິທຳທາງສັງຄົມ - ảnh 1
ທ່ານ​ນາງ​ຫງວຽນ​ທິ​ກິມ​ເງິນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ

       ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເ​ລີກສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 6, ສະ​ພາ​ແຫ່ງ​ຊາດໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວກ​ດັບ​ການ​ສ້າງ​ຕັ້ງ​ບັນ​ດາ​ກຳ​ມາ​ທິ​ການ​ຂອງສະ​ພາ​ແຫ່ງ​ຊາດ, ໃນ​ນັ້ນ​ມີກຳ​ມາ​ທິ​ການສາ​ທາ​ລະ​ນະ​ສຸກ ແລະ ສັງ​ຄົມ​ຊຶ່ງ​ແມ່ນ​ຕົ້ນ​ກຳ​ເນີ​ດ​ຂອງ​ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ. ກຳ​ມາ​ທິ​ການ​ນີ້​ໄດ້​ປະ​ກອບ​ສ່ວ​ນຫຼາຍ​ພໍ​ສົມ​ຄວນ​ເຂົ້າ​ໃນ​ການ​ສ້າງ​ລະ​ບົບ​ນະ​ໂຍ​ບາຍ, ກົດ​ໝາຍ​ສັງ​ຄົມ​ຊຶ່ງ​ລວມ​ທັງ​ບັນ​ດາ​ຂົງ​ເຂດ​ແຮງງານ, ວຽກ​ເຮັດ​ງານ​ທຳ, ການ​ໜູນ​ຊ່ວຍ​ຊີ​ວິດ​ສັງ​ຄົມ, ສຸ​ຂາ​ພິ​ບານ, ປະ​ຊາ​ກອນ, ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ບັນ​ດາ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ ແລະ ນະ​ໂຍ​ບາຍ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ… ຍົກ​ສູງ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ, ມຸ່ງໄປ​ສູ່​ຈຸດ​ໝາຍ​ຮັບ​ການ​ຊີ​ວິດ​ສັງ​ຄົມ​ຢູ່​ຫວຽດ​ນາມ.

     ​​ຊຸກ​ຍູ້ບັນ​ດາ​ຄຸນ​ຄ່າ​ຄວາມ​ກ້າວ​ໜ້າ ແລະ ຍຸດ​ຕິ​ທຳ​ທາງ​ສັງ​ຄົມ​ເພື່ອ​ມະ​ນຸດ

  ເປົ້າ​ໝາຍ​ປາຍ​ທາງ​ຂອງ​ທຸກໆ​ນະ​ໂຍ​ບາຍ​ສັງ​ຄົມຂອງ​ຫວຽດ​ນາມ ກໍ​ລ້ວນ​ແຕ່​ເພື່ອ​ແນ​ໃສ່​ສ້າງ, ພັດ​ທະ​ນາ ແລະ ນຳ​ຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານ ແລະ ຜາ​ສຸກ​ມາ​ໃຫ້​ມະ​ນຸດ. ຈາກ​ບັນ​ດາ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ໃນ​ເບື້ອງ​ຕົ້ນ​ເຊັ່ນ: ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ, ລັດ​ຖະ​ບັນ​ຍັດ​ກ່ຽວ​ກັບ​ພັນ​ທະ​ໃນ​ການ​ອອກ​ແຮງ​ງານ​ສາ​ທາ​ລະ​ນະ​ປະ​ໂຫຍດ, ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ແຮງ​ງານ….ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ ແລະ ສະ​ພາ​ແຫ່ງ​ຊາດ​ຜ່ານ​ໄລ​ຍະ​ຕ່າງໆ ໄດ້​ສ້າງ​ລະ​ບົບ​ກົດ​ໝາຍ​ລົງ​ເລິກ​ຂະ​ແໜງ​ເພື່ອ​ດັດ​ປັບ​ບັນ​ດາ​ຂົງ​ເຂດ​ສັງ​ຄົມ​ຢ່າງ​ຮອບ​ດ້ານ. ບົນ​ພື້ນ​ຖານນັ້ນ, ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ, ສາ​ທາ​ລະ​ນະ​ສຸກ, ປະ​ຊາ​ກອນ, ຄວາມ​ສະ​ເໝີ​ພາ​ບ​ລະ​ຫວ່າງ​ຍິງ-ຊາຍ, ການ​ປ້ອງ​ກັນ ແລະ ຕ້ານ​ໄພ​ສັງ​ຄົມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ສ້າງ​ໃຫ້​ສົມ​ບູນ​ແບບ​, ຂອບ​ເຂດ​ເປົ້າ​ໝາຍ​ຊົມ​ໃຊ້​ນະ​ໂຍ​ບາຍ​ກ່ຽວ​ກັບບຸ​ລິ​ມະ​ສິດ​ສຳ​ລັບ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ, ການ​ປະ​ກັນ​ສັງ​ຄົມ, ປະ​ກັນ​ສຸ​ຂະ​ພາບ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ການ​ຊ່ວຍ​ເຫຼືອ​ສັງ​ຄົມ…ນັບ​ມື້​ໄດ້​ຮັບ​ການ​ເປີດ​ກ້​ວາງ, ລະ​ດັບ​ການ​ໜູນ​ຊ່ວຍ​ໄດ້​ຍົກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ ແລະ ຄວາມສາ​ມາດ​ທາງ​ດ້ານ​ງົບ​ປະ​ມານ​ຂອງ​ປະ​ເທດ​ຊາດ​ໃນ​ແຕ່​ລະ​ໄລ​ຍະ. ນັບ​ແຕ່​ເລີ່ມ​ປະ​ຕິ​ບັດ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່, ຫວຽດ​ນາມ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ເຖິງ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສັງ​ຄົມ. ເປົ້າ​ໝາຍ ແລະ ເນື້ອ​ໃນ​ຂອງ​ນະ​ໂຍ​ບາຍ​ສັງ​ຄົມ​ຊຶ່ງກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ເປັນ​ເສ​ນາ​ທິ​ການ​ໃນ​ການ​ສ້າງນັ້ນ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ. ທ່ານ​ນາງ​ຫງວຽນ​ທິ​ກິມ​ເງິນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຢືນ​ຢັນ​ວ່າ : 

    “ ທາງກຳ​ມາ​ທິ​ການໄດ້​ກວດ​ກາ​ກົດ​ໝາຍ​ນັບ​ສິບ​ສະ​ບັບ​, ຍື່ນສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ບົດ​ລາຍ​ງານ​ອະ​ພິ​ປາຍ, ບົດ​ລາຍ​ງານ​ຕິດ​ຕາມກວດ​ກາ ແລະ ບັນ​ດາ​ຂໍ້​ສະ​ເໜີ​ແນະ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ດຳ​ລົງຊີ​ວິດຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ນະ​ໂຍ​ບາຍ​ໃຫ້​ບຸ​ລິ​ມະ​ສິດ​ແກ່ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ​​, ແຮງ​ງານ, ວຽກ​ເຮັດ​ງານ​ທຳ, ປະ​ກັນ​ສັງ​ຄົມ, ປະ​ກັນ​ສຸ​ຂະ​ພາບ, ນະ​ໂຍ​ບາຍ​ສາ​ທາ​ລະ​ນະ​ສຸກ, ປະ​ຊາ​ກອນ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຄວາມ​ສະ​ເໝີ​ພາ​ບ​ລະ​ຫວ່າງ​ຍິງ-ຊາຍ, ການ​ປ້ອງ​ກັນ ແລະ ຕ້ານ​ໄພ​ສັງ​ຄົມ…ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ເວົ້າ​ເຖິງ​ເລື່ອງກຳ​ມາ​ທິ​ການ​​ໄດ້​ເປັນປະ​ທານ​ກຸ່ມ​ສ.ສ.ຊ ຍິງ, ເມື່ອ​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ   ”

     ສະ​ເພາະ​ໃນ​ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມໄດ້​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ບັນ​ດາ​ວຽກ​ງານ​ໃຫຍ່​ໃນ​ທຸກ​ຂົງ​ເຂດ, ເຮັດ​ສຳ​ເລັດ​ພາ​ລະ​ບົດ​ບາດ ແລະ ໜ້າ​ທີ່ຕາມ​ລະ​ບຽບ​ກົດ​ໝາຍ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປ່ຽນ​ແປງ​ໃໝ່, ຍົກ​ສູງຄຸນ​ນະ​ພາບ​ປະ​ສິດ​ທິ​ຜົນ​ການ​ເຄື່ອ​ນ​ໄຫວ​ຂອງ ກຳ​ມາ​ທິ​ການ​, ສະ​ພາ​ແຫ່ງ​ຊາດ. ຈາກ​ໝາກ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ສ້າງ​ກົດ​ໝາຍ ແລະ ຕິດ​ຕາມກວດ​ກາ, ໃນ​ອາ​ຍຸ​ການ​ທີ່​ຜ່ານ​ມາ, ກຳ​ມາ​ທິ​ການ​ໄດ້​ປະ​ກອບ​ສ່ວນ​ສ້າງ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ສຳ​ຄັນ​ຄື: ນະ​ໂຍ​ບາຍ​ສິນ​ເຊື່ອບຸ​ລິ​ມະ​ສິດ ສ້າງວຽກ​ເຮັດ​ງານ​ທຳ, ນະ​ໂຍ​ບາຍ​ສົ່ງ​ແຮງ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ຕາມ​ສັນ​ຍາ; ບັນ​ດາ​ນະ​ໂຍ​ບາຍ​ປະ​ກັນ​ສັງ​ຄົມ, ປະ​ກັນ​ການ​ວ່າງງານ, ປະ​ກັນ​ສຸ​ຂະ​ພາບ ແນ​ໃສ່​ຮັບ​ປະ​ກັນ​ແຫຼ່ງ​ການ​ເງິນ​ເພື່ອ​ທົດ​ແທນ​ສ່ວນ​ໜຶ່ງລາຍ​ຮັບຂອງ​ຜູ້​ອອກ​ແຮງ​ງານ​ເມື່ອ​ຖືກຫຼຸດຫຼື​ສູນ​ເສຍ​ລາຍ​ຮັບ.

     ນຳ​ໃຊ້​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ນຳ​ນະ​ໂຍ​ບາຍ​ເຂົ້າ​ສູ່​ພຶດ​ຕິ​ກຳ​ຕົວ​ຈິງ

    ດ້ວຍ​ຄວາມ​ຂະ​ຫຍັ່ນ​ຂັ່ນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເສີມ​ຂະ​ຫຍາຍ​ສະ​ຕິ​ປັນ​ຍາ​ລວມ​ໝູ່ ແລະ ປ່ຽນ​ແປງ​ໃໝ່​ຢ່າງບໍ່​ຢຸດຢັ້ງ, ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ວິ​ວັດ​ການ​ປ່ຽນ​ແປງ​ໃໝ່, ເປີດ​ກ້​ວາງ​ປະ​ຊາ​ທິ​ປະ​ໄຕ, ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ສ້າງ​ບັນ​ດາ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສ​ະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ. ທ່ານ​ນາງ ຫງວຽນ​ທິ​ຮ​ວ່າຍ​ທູ ອະ​ດີດ​ປະ​ທານ ກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 11 ຖື​ວ່າ :

     “ ບົດ​ຮຽນ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຖອດ​ຖອນ​ມາ​ໄດ້​ນັ້ນ, ແມ່ນ​ຕ້ອງ​ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ແນວ​ຄວາມ​ຄິດ​ທີ່​ເປັນ​ແກ່ນ​ສານ​ບົນ​ພື້ນ​ຖານ​ພຶດ​ຕິ​ກຳ​ຂອງ​ການ​ດຳ​ລົງ​ຊ​ີ​ວິດ, ພ້ອມ​ກັນ​ນັ້ນ ກໍ​ຮັບ​ເອົາ​ບັນ​ດາ​ຄຳ​ຄິດ​ຄຳ​ເຫັນ​ປະ​ກອບ. ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ ຕ້ອງເ​ຮັດ​ໃຫ້​ໜັກ​ແໜ້ນ, ບໍ່​ຄວນ​ຖອນ​ແນວ​ຄວາມ​ຄິດນັ້ນ​ອອກ ”

    ຊຸກ​ຍູ້ຄວາມ​ກ້າວ​ໜ້າ ແລະ ຍຸດ​ຕິ​ທຳ​ທາງ​ສັງ​ຄົມໂດຍ​ຜ່ານ​ການ​ສ້າງ​ນະ​ໂຍ​ບາຍ ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ບົດ​ບາດ​ຂອງກຳ​ມາ​ທິ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສັງ​ຄົມຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໃນ​ຕະຫຼອດ 40 ປີ​ທີ່​ຜ່ານ​ມາ. ສິ່ງ​ດັ່ງກ່າວ ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ບັນ​ດາ​ຄຸນ​ຄ່າ​ຍຸດ​ຕິ​ທຳ ແລະ ຄວາມ​ກ້າວ​ໜ້າ​ສັງ​ຄົມ​ໃນ​ໄລ​ຍະ​ຫວຽດ​ນາມ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ທັນ​ສະ​ໄໝ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ