ນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ໄທ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ

ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ໄທ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ແລ​ະ ພັນ​ລະ​ຍາ ແມ່ນ​ເຫດ​ການ​ທີ່​ສຳ​ຄັນ​ໃນ​ການ​ພົວ​ພັນ 2 ຝ່າຍ​ຫວຽດ​ນາມ - ໄທ. ການ​ຢ້ຽມ​ຢາມ​ແມ່ນ​ເພື່ອ​ແນ​ໃສ່​ປັບ​ປຸງ ແລະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ໄທ​ໃນ​ບັນ​ດາ​ຂົງ​ເຂ​ດ​ຮ່ວມ​ມື, ພິ​ເສດ​ແມ່ນ​ການ​ເມືອງ, ການ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ແຮງ​ງານ ກໍ​ຄື​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ ແລະ ອະ​ນຸ​ພາກ​ພື້ນ.

 

ນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ໄທ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ - ảnh 1

      ໃນ​ໄລ​ຍະ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ໄທ, ວັນ​ທີ 23/7, ນອກ​ຈາກກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ລວມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຍັງ​ມີ​ບັນ​ດາ​ການ​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ນິ​ຕິ​ບັນ​ຍັດແຫ່ງ​ຊາດ​ໄທ, ພົບ​ປະ​ກັບ ສົມເດັດພະເທບ ຣັດຕະນະຣາຊະສຸດາ ສະຫຍາມບໍຣົມຣາຊະກຸມມາລີແຫ່ງ
ຣາຊະອານາຈັກໄທ , ເຂົ້າ​ຮ່ວມການ​ພົບ​ປະ​ສົນ​ທະ​ນາ​ລະ​ຫວ່າງວິ​ສາ​ຫະ​ກິດ​ຂອງ 2 ປະ​ເທດ ແລະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ໄທ.

     ການ​ຮ່ວ​ມ​ມື​ດ້ານ​ເສດ​ຖະ​ກິດ​ແມ່ນ​ຈ​ຸດ​ສະ​ຫວ່າງສະ​ໄຫວ

   ບົນ​ພື້ນ​ຖານ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ທີ່​ດີ​ງາມ, ການ​ເຄື່ອນ​ໄຫວຮ່ວມ​ມື​ໃນ​ທຸກໆ​ຂົງ​ເຂດ​ລະ​ຫວ່າງ​ຫວຽດ​ນາມ ແລະ ໄທ​ພວມ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດໄດ້​ຮັບ​ຖື​ວ່າ ແມ່ນ​ຈ​ຸດ​ສະ​ຫວ່າງສະ​ໄຫວ ແລະ ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ຍອດ​ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ ແລະ ໄທ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ. ການ​ຄ້າ​ຂາຍ 2 ສົ້ນ​ໃນ​ປີ 2013 ບັນ​ລຸ 9,4 ຕື້ USD (ເພີ່ມ​ຂຶ້ນ 9,2% ເມື່ອ​ທຽບ​ໃສ່​ປີ 2012), ປີ 2014 ບັນ​ລຸ 10,6 ຕື້ USD (ເພີ່ມ​ຂຶ້ນ 12,5% ເມື່ອ​ທຽບ​ໃສ່​ປີ 2013). ໄລ່​ຮອດ​ເດ​ືອນ 6/2015, ໄທ​ແມ່​ນັກ​ລົງ​ທຶນ​ຢືນ​ອັນ​ດັບ​ທີ 10 ໃນ​ຍອດ​ຈຳ​ນວນ 101 ປະ​ເທດ ແລະ ເຂດ​ແຄ້ວນ​ເຂົ້າ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ ດ້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ເກືອບ 6,8 ຕື້ USD . ວິ​ສາ​ຫະ​ກິດ​ໄທ ຕົ້ນ​ຕໍ​ແມ່ນ​ຍູ້​ແຮງ​ໃນ​ບັນ​ດາ​ຂົງ​ເຂດ: ອຸດ​ສາ​ຫະ​ກຳ​ຜະ​ລິດ, ປຸງແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າຂອງດ​ົງ, ສິນ​ໃນ​ນ້ຳ, ກໍ່​ສ້າງ, ຄ້າ​ຂາຍ, ຂາຍ​ຍ່ອຍ, ສ້ອມ​ແປງ….ຫວຽດ​ນາມ​ມີ 7 ໂຄງ​ການ​ລົງ​ທຶນ​ຢູ່​ໄທ ດ້ວຍຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ບັນ​ລຸ 11,35 ລ້ານ USD, ຊຶ່ງ​ຕົ້ນ​ຕໍ​ແມ່ນ​ບັນ​ດາ​ຂົງ​ເຂດ ອະ​ສັງ​ຫາ​ລິ​ມະ​ຊັບ, ເຄື່ອງ​ໃຊ້​ໃນ​ຄອບ​ຄົວ, ການ​ທ່ອງ​ທ່ຽວ, ຊອບ​ແວ, ເຄື່ອງ​ຄອມ​ພິວ​ເຕີ… 2 ຝ່າຍ​ວາງ​ຈຸດ​ໝາຍ​ເຖິງ​ປີ 2020 ວົງ​ເງິນ​ການ​ຄ້າ​ຈະ​ເພີ່ມ​ຂຶ້ນ 20 ຕື້ USD . ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄທ​ປະ​ຈຳ​ຫວຽດ​ນາມ ປັນ​ຢາ​ຣັກ ພູນ​ຊັບ ຢືນ​ຢັນ​ວ່າ :

    “ ປະ​ຈຸ​ບັນ, ບັນ​ດາ​ນັກ​ລົງ​ທຶນ​ໄທ​ພວມ​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ​ຕໍ່​ການ​ລົງ​ທຶນ, ເປີດ​ກ້ວ​າງ​ໂຄງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ. ປີ​ກາຍນີ້, ໄທ​ໄດ້​ບັນ​ລຸ​ມູນ​ຄ່າ​ສົ່ງອອກ​ເກີນ​ດຸນ​ໄປ​ຍັງ​ຫວຽດນາມ ແລະ ມີ​ບໍ​ລິ​ສັດຫຼາຍ​ແຫ່ງ​ຂອງ​ໄທ​ເຂົ້າ​ຮ​ມາ​ລົງ​ທຶນ, ທຳ​ມາ​ຄ້າ​ຂ້າຍ​ຢູ່​ຫວຽດ​ນາມ. ຫວຽດ​ນາມ​ມີ​ທ່າ​ດີ​ຢູ່​ບ່ອນ​ວ່າ : ມີ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຫຼວງຫຼາຍ, ລະ​ດັບ​ວຸດ​ທິ​ການ​ສຶກ​ສາ​ສູງ, ດັ່ງ​ນັ້ນ ບັນ​ດາ​ວິ​ສາ​ຫະ​ກິດ​ໄທ​ທີ່​ລົງ​ທຶນ​ເຂົ້າ​ຫວຽດ​ນາມ​ມີ​ເງື່ອນ​ໄຂ​ສະ​ດວກຫຼາຍ​ຢ່າງ, ໂດຍ​ສະ​ເພາະ​ແມ່ນ​​ບັນ​ດາ​ວິ​ສາ​ຫະ​ກິດໃນ​ຂົງ​ເຂດ​ປະ​ກອບ​ສິ​້ນ​ສ່ວນ​ເຄື່ອງ​ຈັກ, ໜູນ​ຊ່ວຍ ”

    ຫວຽດ​ນາມ​ໄດ້​ຈັດ​ສົ່ງ​ຄະ​ນະ​ຜູ້​ແທນຫຼາຍ​ຄະ​ນະ​ໄປ​ຖອດ​ຖອນ​ບົດ​ຮຽນ​ຢູ່​ໄທ ໃນ​ການ​ຈັດ​ຕັ້ງ ແລະ ພັດ​ທະ​ນາ​ພື້ນ​ຖານຜະ​ລິ​ດ​ກະ​ສີ​ກຳເປັນ​ສິ​ນຄ້າ, ສຳຫຼວດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ, ສະ​ຫະ​ກອນກະ​ສີ​ກຳ, ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ, ໂລກ​ໄຂ້​ຫວັດ​ສັດ​ປີກ, ແລກ​ປ່ຽນ, ຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ອາ​ຊີບ​ການ​ປະ​ມົງ​ຢູ່​ແຕ່​ລະ​ປະ​ເທດ.

    ໃນ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ, ວັດ​ທະ​ນ​ະ​ທຳ, ກິ​ລາ, ການ​ທ່ອງ​ທ່ຽວ, ກະ​ຊວງ​ສຶກ​ສາ​ຂອງ 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ. ໄທ​ໜູນ​ຊ່ວຍ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ບຳ​ລຸງ​ສ້າງ ແລະ ສອນ​ພາ​ສາ​ໄທ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ບາງ​ແຫ່ງຂອງ​ຫວຽດ​​ນາມ… ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ປ້ອງ​ການ​ຄວາມ​ສະ​ຫງົບ, ຫວຽດ​ນາມ ແລະ ໄທ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ໄປ​ມາ​ຢ້ຽມ​ຢາມ​ກັນເປັນ​ປະ​ຈຳ​​ເພື່ອແລກ​ປ່ຽນ​ບົດ​ຮຽນ​ໃນ​ຂົງ​ເຂດປ້ອງ​ກັນ ແລະ ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ, ອາດ​ຊະ​ຍາ​ກຳ​ຄ້າ​ຂາຍ​ມະ​ນຸດ…

     ຍູ້​ແຮງ​ການ​ເຊື່ອມ​ໂຍງ​ໃນ​ອາ​ຊຽນ

   ຫວຽດ​ນາມ ແລະ ໄທ​ຕ່າງ​ກໍ​ແມ່ນ​ສະ​ມາ​ຊິກ​ຂອງ​ອາ​ຊຽນ, ການ​ພົວ​ພ​ັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາໄດ້​ພັດ​ທະ​ນາ​ຢ່າງ​ດີ​ງາມ​. ເລື່ອງຫວຽດ​ນາມ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທຳ​ອິດ​ຂອງໄທ​ໃນ​ອາ​ຊຽນ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ຫວຽດ​ນາມ​ຂອງ​ປະ​ເທດນີ້. ຫວຽດ​ນາມ ແລະ ໄທ​ຮ່ວ​ມ​ມື​ເປັນ​ຢ່າງ​ດີ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ, ເປັນ​ຕົ້ນ​ແມ່ນ​ໃນ​ຂອບ​ເຂດ​ອາ​ຊຽນ, ການ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ ແລະ ສະ​ຫະ​ປະ​ຊາ​ຊາດ. 2 ຝ່າຍ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ໃນ​ອາ​ຊຽນ, ພ້ອມ​ກັບ​ປະ​ເທດ​ສະ​ມາ​ຊິກ​ອື່ນໆ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ວິ​ວັດ​ທະ​ນາ​ການກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 ຢ່າງ​ສຳ​ເລັດ​ຜົນ. ພ້ອມ​ກັນ​ນັ້ນ, ຫວຽດ​ນາມ ແລະ ໄທ​ຕັ້ງ​ໜ້າ​ພັດ​ທະ​ນາ ແລະ ຂຸດ​ຄົ້ນ​ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ; ຂະ​ຫຍາຍ​ບັນ​ດາ​ສາຍ​ການ​ບິນ​ລະ​ຫວ່າງ 2 ປະ​ເທດ; ເຈ​ລະ​ຈ​າ​ເປີດ​ການ​ບໍ​ລິ​ກາ​ນ​ລົດ​ບັດ​ເຊື່ອມ​ຕໍ່​ລະ​ຫວ່າງ ຫວຽດ​ນາມ ແລະ ໄທ​​ໂດຍ​ແລ່ນ​ຜ່ານ​ດິນ​ແດນ​ລາວ ແລະ ການ​ບໍ​ລິ​ການ​ຂົນ​ສົ່ງ​ແຄມ​ຝັ່ງ​ແມ່​ນ້ຳ​ຂອງ​ເຊື່ອມ​ຕໍ່​ໄທ ແລະ ຫວຽດ​ນາມ​ໂດຍ​ແລ່ນ​ຜ່ານ​ດິນ​ແດນ​ກຳ​ປູ​ເຈຍ. 2 ປະ​ເທດ​ຖືນີ້​ແມ່ນ​ການ​ກະ​ທຳ​ທີ່​ແທດ​ຈິງ​ເພື່ອ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ໃນ​ອາ​ຊຽນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄທ​ປະ​ຈຳ​ຫວຽດ​ນາມ ປັນ​ຢາ​ຣັກ ພູນ​ຊັບ ຖື​ວ່າ :
 “  ການ​ເຊື່ອມ​ຕໍ່​ລະ​ຫວ່າງ 2 ປະ​ເທດ​ແມ່ນ​ສິ່ງ​ທີ່​ສຳ​ຄັນ ຈະ​ຊ່ວຍ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ. ເພື່ອ​ບັນ​ລຸ​ເປົ້າ​ໝາຍນີ້​ໃຫ້​ໄດ​້, ສິ່ງ​ທີ່​ສຳ​ຄັນ ແມ​່ນ​ຕ້ອງ​ພັດ​ທະ​ນາ​ການ​ຄົມ​ມະ​ນາ​ຄົມ​ທາງ​ບົກ ແລະ ທາງ​ນ້ຳ​ເພາະ ຫວຽດ​ນາມ ແລະ ໄທ​​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ​ບົນ​ທະ​ເລ, ການ​ໄປ​ມາ​ຜ່ານ​ຊາຍ​ແດນ​ລະ​ຫວ່າງ​ບັນ​ດາ​ແຂວງ​ພາກ​ຕາ​ເວັນ​ອອກ​ຂອງ​ໄທ​ກັບ​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້​ມໍ່ກັບ​ທະ​ເລ​ຂອງ​ຫວຽດ​ນາມ ແມ່ນ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ກໍ​ຄື​ເປີດ​ກ້​ວາງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ”  

     ໃນ​ສະ​ພາ​ວະ​ທີ່​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ -ໄທ​ພວມ​ຢູ່​ໃນ​ທ່າ​ພັດ​ທະ​ນາ​ຢ່າງ​ດີ​ງາມນັ້ນ, ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ໄທຢ່າງ​ເປັນ​ທາງ​ການ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ແລະ ເລື່ອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ລວມ​ຄັ້ງ​ທີ 3 , ແມ່ນບໍ່​ພຽງ​ແຕ່​ວາງ​ອອກ​ບັນ​ດາ​ກຳ​ນົດ​ທິດໃຫຍ່​ໃນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ການ​ປະ​ກອບ​ສ່ວນ​ເຮັດ​ໃຫ້ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ໄທ​ຍິ່ງ​ເລິກ​ເຊິ່ງຫຼາຍ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ