ບົດບາດຂອງ DOC ໃນການແກ້ໄຂບັນດາຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ

(vovworld)- ກອງ​ປະ​ຊຸມບັນ​ດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ ອາ​ຊຽນ -ຈີນ ​ຄັ້ງ​ທີ 12 ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຖະ​ແຫລງ​ການ​ ການ​ປະ​ພຶດ​ຂອ​ງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ (DOC) ຈະ​ດຳ​ເນີນ​ໃນ​ວັນ​ທີ 9/6 ຢູ່ ນະ​ຄອນ ຮ້າ​ລອງ ແຂວງ ກວ໋າງ​ນີງ. ນີ້​ແມ່ນ​ກົນ​ໄກ​ປະ​ຊຸມ​ເປັນ​ປະ​ຈຳ​ລະ​ຫວ່າງ​ອາ​ຊຽນ ແລະ ຈີນ ເພື່ອ​ປະ​ຕິ​ບັດ DOC ແລະ ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ໃນ​ສະ​ພາບ​ການ COC ຍັງບໍ່​ທັນ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ນັ້ນ, DOC ຍັງ​ຄົງ​ໄດ້​ຮັບ​ຖື​ວ່າ ແມ່ນ​ພື້ນ​ຖານ​ດ້ານ​ນິ​ຕິ​ກຳ​ສຳ​ຄັນ​ມີ​ລັກ​ສະ​ນະ​ຜູກ​ມັດ​ທີ່​ສຸດ​ລະ​ຫວ່າງ ອາ​ຊຽນ ແລະ ຈີນ ເພື່ອ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​​ຕໍ່ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ບົດບາດຂອງ DOC ໃນການແກ້ໄຂບັນດາຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ - ảnh 1
ບັນ​ດາ​ເຈົ້າ​ຫນ້າ​ທີ່​ການ​ທູດ​ຂັ້ນ​ສູງ ອາ​ຊຽນ ຈີນ ທີ່ກອງ​ປະ​ຊຸມ
ຈັດ​ຂຶ້ນ​ຢູ່ ສິງ​ກະ​ໂປ
ພາບ:TTXVN

        DOC ໄດ້​ຮັບ​ການ​ລົງ​ນາມ​ທີ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ເມື່ອ​ວັນ​ທີ 4/10/2002 ຢູ່ ນະ​ຄອນ​ຫລວງ ພະ​ນົມ​ເປັນ ປະ​ເທດ ກຳ​ປູ​ເຈຍ. ຕາມ​ເນື້ອ​ໃນ​ຂອງ DOC ແລ້ວ, ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມໃນການ​ລົງ​ນາມ​ລ້ວນ​ແຕ່​ມີ​ຄວາມ​ເຫັນ​ດີ​ປະ​ຕິ​ບັດ​ຕາມ​ບັນ​ດາ​ມາດ​ຕະ​ຖານ​ສາ​ກົນ​ກ່ຽວ​ກັບ​ການປະ​ພຶດ​ຄື: ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ, ບໍ່​ນຳ​ໃຊ້​ຫລື​ນາບ​ຂູ່​ການ​ນຳ​ໃຊ້​ອາ​ວຸດ, ເຄົາ​ລົບ​ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ, ​ຄວນ​ລະ​ງັບ​ໃຈ​ບໍ່ປະໃຫ້​ການ​ຂັດ​ແຍ້ງ​ສັບ​ສົນ​ຂຶ້ນ​ຕື່​ມ​ຫລື​ປີນ​ຂັ້ນ​ໄດ, ດຳ​ເນີນ​ການ​ເຈ​ລະ​ຈາ ແລະ ທາບ​ທາມ​ຄຳ​ເຫັນ ແລະ ມາ​ນະ​ພະ​ຍາ​ຍາມ​ສ້າງ​ປະ​ມວນ​ຂ​ໍ້​ກຳ​ນົດ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

       DOC: ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອ​ງ ອາ​ຊຽນ ແລະ ຈີນ

        ອາດ​ຈະ​ຢືນ​ຢັນ​ໄດ້​ວ່າ ເລື່ອງ​ລົງ​ນາມ​ໃນ​ຖະ​ແຫລງ​ການ DOC ເມື່ອ​ປີ 2002 ລະ​ຫວ່າງ ອາ​ຊຽນ ແລະ ຈີນ ແມ່ນ​ໝາກ​ຜົນ​ຂອງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ທັງ​ກຸ່ມ ອາ​ຊຽນ ແລະ ຈີນ. ເພາະ​ວ່າ ນີ້​ແມ່ນ​ເອ​ກະ​ສານ​ລວມ​ຄັ້ງ​ທຳ​ອິດ​ລະ​ຫວ່າງ ອາ​ຊຽນ ແລະ ຈີນ ມີ​ສ່ວນ​ກ່ຽວ​ຂ້ອງ​ໂດຍ​ກົງ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ເລື່ອງ​ລົງ​ນາມ​ໃນ​ເອ​ກະ​ສານ​ສະ​ບັບ​ນີ້ ໄດ້​ຮັບ​ຖື​ວ່າ ແມ່ນ​ບາດ​ກ້າວ​ສຳ​ຄັນ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ລະ​ຫວ່າງ ຈີນ ແລະ ອາ​ຊຽນ ຕໍ່​ບັນ​ດາ​ບັນ​ຫາ​ຢູ່​ທ​ະ​ເລ.

        ການ​ນຳ​ຂັ້ນ​ສູງ ຂອງ ອາ​ຊຽນ ແລະ ຈີນ ຍາມ​ໃດ​ກໍ​ຕີ​ລາ​ຄາ​ສູງ​ຄວາມ​ໝາຍ​ຂອງ DOC ແລະ ໄດ້​ຢັ້ງ​ຢືນ​ເປັນ​ຫລາຍ​ຄັ້ງ ຄວາມ​ຕັດ​ສິນ​ໃຈ​ໃນ​ການ​ປະ​ຕິ​ບັດ DOC ຢ່າງ​ຄົບ​ຖ້ວນ ແລະ ມຸ່ງ​ໄປ​ເຖິງ COC. ຖະ​ແຫລງ​ການ​ຮ່ວມ​ຂອງ​ບັນ​ດາ​ປະ​ມຸກ​ລັດ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ຈີນ ກ່ຽວ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ -ຈີນ ຊື່ງ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຢູ່ ບາ​ລີ ປະ​ເທດ ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 8/10/2003 ໄດ້​ຢັ້ງ​ຢືນວ່າ ການ​ປະ​ຕິ​ບັດ DOC ແມ່ນ​ມາດ​ຕະ​ການ​ຫນຶ່ງ​ໃນ​ການ​ຮ່ວມ​ມື​ດ້​ານ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ ອາ​ຊຽນ ແລະ ຈີນ. ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ - ຈີນ ຄັ້ງ​ທີ 13, ຊື່ງ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ​ເມື່ອ​ເດືອນ 10/2010, ບັນ​ດາ​ການ​ນຳ​ຂັ້ນ​ສູງ ອາ​ຊຽນ ແລະ ຈີນ ອີກ​ຄັ້ງ​ຫນຶ່ງ​ໄດ້​ຢືນ​ຢັນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ຜັນ​ຂະ​ຫຍາຍ DOC ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິ​ດ​ທິ​ຜົນ ນັບ​ແຕ່​ປີ 2011, ອາ​ຊຽນ ແລະ ຈີນ ໄດ້​ຮັບ​ຮ​ອງ​ເອົາ ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ແນະ​ນຳ​ການຜັນ​ຂະ​ຫຍາຍ DOC. ຕາມນັ້ນ​ແລ້ວ, ສອງ​ຝ່າຍ ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ການ​ປະ​ຕິ​ບັດ DOC ບໍ່​ພຽງ​ແຕ່​ແມ່ນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ເທົ່າ​ນັ້ນ ຫາກ​ຕ້ອງ​​ແມ່ນ​ການປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ອື່ນ​ຕາມ​ລຳ​ດັບ​ຢ່າງ​ຄົບ​ຖ້ວນ​ອີກ​ດ້ວຍ.

        ຕ້ອງ​ມີ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ທູດ ແລະ​ການ​ເມືອງ​ຕື່ມ​ອີກ

        ເຖິງວ່າ ອາ​ຊຽນ ແລະ ຈີນ ແບ່ງ​ປັນ​ບັນ​ດາ​ຫລັກ​ການ​ລວມ​ຄື​ດັ່ງ​ໄດ້​ລະ​ບຸ​ໄວ້​ໃນ DOC, ແ​ຕ່ຍັງ​ມີ​ຊ່ອງ​ຫວ່າງ​ໃຫຍ່ ລະ​ຫວ່າງ ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ແລະ ສ​ະ​ພາບ​ຕົວ​ຈິງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມີງ ຖື​ວ່າ: ການ​ປະ​ຕິ​ບັດ ແລະ ຜັນ​ຂະ​ຫຍາຍ DOC ​ຍັງບໍ່​​ມີ​ຄວາມ​ຄືບ​ຫນ້າ ແລະ ອາ​ຊຽນ ຄວນ​ມີ​ການ​ເຂົ້າ​ຮ່ວມ ແລະ ມີການ​ຮ່ວມ​ມື​ຈາກ​ຝ່າຍ ຈີນ ຢ່າງແທດ​ຈິງກວ່າ. ເພື່ອ​ໃຫ້ DOC ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຄົບ​ຖ້ວນ, ຕ້ອງ​ມີ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ທູດ​ ແລະ ການ​ເມືອງ​ຕື່​ມ​ອີກ​ລະ​ຫວ່າງ​ສອງ​ຝ່າຍ. ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ປະ​ເທດ ອາ​ຊຽນ ຕ້ອງ​ມາ​ນະ​ພະ​ຍາ​ຍາມ ແລະ ມີ​ຄວາມສາ​ມັກ​ຄີ​ຫລາຍກວ່າ ເພື່ອ​ພ້ອມ​ກັບ​ຈີນ ຊອກ​ຫາ​ມາດ​ຕະ​ການແກ້​ໄຂ. ທີ່​ກອງ​ປະ​ຊ​ຸມ Shangri La ຊື່ງ​ຫາ​ກໍ​ຈັດ​ຕັ້ງ​ຢູ່ ສິງ​ກະ​ໂປ, ທ່ານ​ພົນ​ໂທ ຫງວຽນ​ຈີວີ້ງ, ຮອ​ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ແບ່ງ​ປັນ​ວ່າ:

        “ບົດ​ບາດ​ຂອງ​ອາ​ຊຽນ ແມ່ນ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ ດ້ວຍ​ຖາ​ນະ​ແມ່ນ​ປະ​ຊາ​ຄົມ​ດຽວ. ແຕ່​ທັດ​ສະ​ນະ​ຂອງ​ກຸ່ມ​ອາ​ຊຽນ ມີ​ຄຸນ​ປະ​ໂຫຍດ​ນຳ​ມ​າ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ພາກ​ພື້ນ​ຫລືບໍ່ ​ນັ້ນແມ່ນ​ອີງ​ໃສ່​ຄວາມ​ສາ​ມັກ​ຄີ, ຄວາ​ມ​ເປັນ​ເອກ​ະ​ພາບ​ເປັນ​ຕົ້ນ.”

        ໃນ​ສະ​ພາ​ວະ ອາ​ຊຽນ ໄດ້​ສ້າງ​ຕັ້ງ​ປະ​ຊາ​ຄົມ​ລ​ວມ, ຍິ່ງກວ່າ​ເວ​ລາ​ໃດ​ໝົດ ອາ​ຊຽນ ຕ້ອງ​ຍົກ​ສ​​ູງຈິດ​ໃຈ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ສະ​ຫນິດ​ຕິ​ດ​ພັນ​ນຳ​ກັນ​ເພື່ອ​ຮັບ​ປະ​ກັນ​ສືບ​ຕໍ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ສອດ​ຄ່ອງ​ກັບ​ບົດ​ບາດ​ໃຈ​ກາງ​ຂອງ​ພາກ​ພື້ນ​ໃນ​ສະ​ພາບ​ພູມ​ສາດ​ການ​ເມືອງຂອງ​ພາກ​ພື້ນ ມີ​ບັນ​ດາ​ການ​ປ່ຽນ​ແປງ​ນັບ​ທັງ​ເຄືອ​ຄ່າຍ​ອິນ​ເຕີ​ແນັດ, ຢູ່​ທາງ​ບົກ, ທາງ​ທະ​ເລ, ແລະ ທ​າງ​ອາ​ກາດ. ພັນ​ເອກ ຫວູ​ຕຽນ​ຈ້ອງ, ຫົວ​ຫນ້າ​ວິ​ທະ​ຍາ​ຄານການ​ຮ່ວມ​ມື​ສາ​ກົນ, ສັງ​ກ​ັດ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຖື​ວ່າ:

        “ປະ​ຈຸ​ບັນ ອາ​ຊຽນ ມີ​ວິ​ໄສ​ທັດ, ມີ​ການ​ກະ​ທຳ ແລະ ​ມີຫລັກ​ໝັ້ນ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ພໍ​ສົມ​ຄວນ. ເຖິງວ່າ ​ບັນ​ດາ​ບັນ​ຫາ​ຜົນ​ປະ​ໂຫຍດ​ຂອງ​ຊາດ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ ແຕ່ນັ້ນ​ບໍ່​ແມ່ນ​ສິ່ງ​ທ້າ​ທາຍ​ສຳ​ລັບ ອາ​ຊຽນ ຫລື ຄວາມ​ສາ​ມັກ​ຄີ​ຂອງ ອາ​ຊຽນ​ເທົ່າ​ນັ້ນ. ຂ້າ​ພະ​ເຈົ້າ​ຖື​ວ່າ ທ່າ​ອ່ຽງ​ການ​ຮ່ວມ​ມື​ຂອງ ອາ​ຊຽນ ທີ່​ມີ​ຕໍ່​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື, ໃນ​ນັ້ນ ນັບ​ທັງ​ອາ​ເມ​ລິ​ກາ ແລະ ຈີນ, ມຸ່ງ​ໄປ​ເຖິງ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ (COC) ແມ່ນ​ຄວາມ​ປາດ​ຖະ​ຫນາ​ຂອງ​ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ ນັ້ນ​ແມ່ນ ອາ​ຊຽນ ແລະ ຈີນ ແລະ ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ.”

        ຕໍ່​ຫນ້າບ​ັນ​ດາ​ສິ່ງ​ທ້າ​ທາຍ, ພິ​ເສດ ແມ່ນ​ການ​ຜັນ​ແປ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປະ​ຈຸ​ບັນ, ອາ​ຊຽນ ຄວນ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ຢ່າງວ່ອງ​ໄວ ແລະ ​ພ້ອມ​ກັບ ຈີນ ​ລົງ​ນາມ​ໃນປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຢູ່ ທະ​ເລ​ຕາ​ເວັນ​ອອກ (COC). ແລະ ໃນ​ໄລ​ຍະ​ລໍ​ຖ້າ, DOC ຍັງ​​ຕ້ອງແມ່ນ​ເຄື່ອງ​ມື​ເພື່ອ​ສືບ​ຕໍ່​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ. ບັນ​ດາ​ຝ່າຍ​ຄວນ​ເຄົາ​ລົບ​ປະ​ຕິ​ບັດ ແລະ ຜັນ​ຂະ​ຫຍາຍ DOC ຢ່າງ​ຄົບ​ຖ້ວນ, ເພື່ອ​ຮັກ​ສາ​ສະ​ພາບ​ແວດ​ລ້ອມສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ລວມ​ເພື່ອ​ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ