ບຸນເຕັດປີມະແມ:ບຸນເຕັດແຫ່ງການແບ່ງປັນ


(vovworld)-ເບິ່ງ​ແຍງ​ດູ​ແລ​ໃຫ້​ຜູ້​ທຸກ​ຍາກ​ໄດ້​ຕ​ອ້ນ​ຮັບ​ບຸນ​ເຕັດ​ຢ່າງ​ອົບ​ອຸ່ມ ຍາມ​ໃດ​ກໍ​ແມ່ນ​ແຜນ​ນະ​ໂຍ​ບາຍ​ຊື່ງ​ລັດ​ຫວຽດ​ນາມໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ແລະ ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປັນ​ຕົ້ນ​ໃນ​ສະ​ພາບ​ທີ່​ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ຢູ່​ຫວຽດ​ນາມ ຍັງ​ຄົງ​ກວມ​ປະ​ມານ 6% ຈຳ​ນວນ​ພົນ​ລະ​ເມືອງ. ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ຈາກ​ລັດ, ສັງ​ຄົມ​ກໍ​ຮັບ​ຮູ້​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງວົງ​ຄະ​ນາ​ຍາດ​ໃນ​ການ​ເບິ່ງ​ແຍງ​ດູ​ແລ​​ບຸນ​ເຕັດ​ໃຫ້​ຜູ້​ທຸກ​ຍາກ. ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທົ່ວ​ສັງ​ຄົມ ແລະ ການ​ກະ​ທຳ​ອັນ​ສູງ​ສົ່ງ​ນີ້ ບໍ່​ພຽງ​ແຕ່​ນຳ​ມ​າ​ເຊິ່ງ​ລະ​ດູ​ບານ​ໃຫມ່​ອັນອົບ​ອຸ່​ນ​ໃຫ້​ແກ່​ຜູ້​ທຸກ​ຍາກ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ສຳ​ຄັນ​​ເຂົ້າໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິ​ດ​ສັງ​ຄົມ​ຂອງ​ຫວຽດ​ນາມ ອີກ​ດ້ວຍ.

ບຸນເຕັດປີມະແມ:ບຸນເຕັດແຫ່ງການແບ່ງປັນ - ảnh 1
ມອບ​ຂອງ​ຂວັນ​ໃຫ້​ຜູ້​ທຸກ​ຍາກ​ໃນ​ໂອ​ກາດບ​ຸນ​ເຕັດ
ພາບ:vov

        ກິດ​ຈະ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຫວຽດ​ນາມ ໃນ​ຫລາຍ​ປີ​ຜ່ານ​ມາ ຍາມ​ໃດ​ກໍ​ໄດ້ຮັບ​ການ​ຮັບ​ຮູ້​ຈາກ​ປະ​ຊາ​ຄົມ​ສາ​ກົນ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ຍັງ​​ມີຄອບ​ຄົວ​ທຸກ​ຍາກ​ເກືອບ 1,8 ລ້ານ ຄອບ​ຄົວ ແລະ ຄອບ​ຄົວ​ໃກ້​ຈະ​ຖືກ​ຈັດ​​ຢູ່​ໃນ​ລະ​ດັບ​ຄອບ​ຄົວ​ທຸກ​ຍາກກວ່າ 1,4 ລ້ານ​ຄອບ​ຄົວ, ພ້ອມ​ກັນ​ນັ້ນ​ຍັງ​ມີຫລາຍ​ຄອບ​ຄົວ​​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກອີກ. ສະ​ນັ້ນຍາມ​ໃດບັນ​ດາ​ຂະ​ແຫນງ​ການ, ຂັ້ນ​ຕ່າງ​ໆ​ກໍ​ປ​ະ​ຕິ​ບັດ​ການເບິ່ງ​ແຍງ​ດູ​ແລ​​ບຸນ​ເຕັດ​ໃຫ້​ຜູ້​ທຸກ​ຍາກ, ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ​ຢ່າງ​ຄົບ​ຊຸດ, ປະ​ຈຳ​ປີ​.

        ຜັນ​ຂະ​ຫຍາຍ​​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນຢ່າງເປັນ​ເອ​ກະ​ພາບ

        ໂດຍ​ປະ​ຕິ​ບັດ​ການ​ຫັນ​ແຜນນ​ະ​ໂຍ​ບາຍ “ປະ​ຊາ​ຊົນ​ທຸກ​ຄົນ​ລ້ວນ​ແຕ່​ໄດ້​ຮັບ​ບຸນ​ເຕັດ​ຢ່າງ​ອົບ​ອ​ຸ່ນ” ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຕົ້ນ​ປີ 2015, ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ສະ​ເຫນີ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສ​ຍ​ອົງ​ຄະ​ ແລະ ສັງ​ຄົມ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ ປະ​ຕິ​ບັດ​ບັນ​ດາ​ລະ​ບອບ​ນະ​ໂຍ​ບາຍ​ສຳ​ລັບ​ຄອບ​ຄົວ​ທຸກ​ຍາກ, ເປົ້ນ​ໝາຍ​ນະ​ໂຍ​ບາຍ​ຢ່າງ​ທັນ​ການ, ຄົບ​ຖ້ວນ. ຕາມນັ້ນ​ແລ້ວ, ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ​ໄດ້ນຳ​ໃຊ້ຈຳ​ນວນ​ເງິນ​ເກືອບ 400 ຕື້​ດົງ ​​ເພື່ອຊື້​​ຂອງ​ຂວັນ​ບຸນ​ເຕັດ​ມອບ​ໃຫ້​ບັນ​ດາ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຊີ້​ນຳ​ກະ​ຊວງ​ການ​ເງິນ ຫັກ​ເຂົ້າ​ສານ​ນັບພັນ​ໂຕນ​ຈາກ​ແຫລ່ງ​ສະ​ສົມ​ແຫ່ງ​ຊາດ​ສະ​ຫນອງ​ໃຫ້​ບາງ​ແຂວງເພື່ອ​ຫນູນ​ຊ່ວຍ​​ໃຫ້ປະ​ຊາ​ຊົນ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ມະ​ແມ 2015. ທ່ານ ຫງວຽນ​ງອກ​ຕວານ, ຮອງ​ຫົວ​ຫນ້າ​ກົມ​ອຸ​ປະ​ກະ​ລະ​ສັງ​ຄົມ, ສັງ​ກັດ​ກະ​ຊວງ​ແຮງ​ງານ​ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ໃຫ້​ຮູ້​ວ່າ:

        “ໝວດ​ເປົ້າ​ໝາຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຢູ່​ໂດດ​ດ່ຽວ ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ພັກ, ລັດ, ​ສະ​ແດງ​ໃຫ້​ເຫັນ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ລະ​ບົບ​ການ​ເມືອງ. ສະ​ເພາະ ຂະ​ແຫນງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ກໍ​ຊີ້​ນຳ, ຜັນ​ຂະ​ຫຍາຍ​ການ​ປ​ະ​ຕິ​ບັດ​ຢູ່ 2 ຂົງ​ເຂດ​ໃຫຍ່. ທີ​ຫນຶ່ງ ແມ່ນ​ຫນູນ​ຊ່ວຍ​ບັງ​ເອີນ, ຫນູນ​ຊ່ວຍ​ເຂົ້າ​ສານ​ໃຫ້​ແກ່​ປະ​ຊາ​ຊົນ​ຕ້ອນ​ຮັບ​ບຸນ​ເຕັດ. ທີ​ສອງ ແມ່ນ​ຊີ້​ນຳ​ປະ​ຕິ​ບັດ​ບັນ​ດາ​ລະ​ບອບ​ນະ​ໂຍ​ບາຍ ຫນູນ​ຊ່ວຍ​ສັງ​ຄົມ​ເປັນ​ປະ​ຈຳ, ສຸມ​ໃສ່​ຫນູນ​ຊ່ວຍ​ໝວດ​ເປົ້າ​ໝາຍອຸ​ປະ​ກະ​ລະ​ສັງ​ຄົມ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.”

        ຢູ່​ຫລາຍ​ທ້ອງ​ຖິ່ນ, ບັນ​ດາ​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫລືອ​ບັນ​ດາ​ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ ແລະ ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ກໍ​ຖືກ​ດຳ​ເນີນ​ໄປ​ຢ່າງ​ຕັ້ງ​ຫນ້າ. ນອກ​ຈາກ​ການ​ຫນູນ​ຊ່ວຍ​ຈາກ​ສູນ​ກາງ, ປີນີ້ ລະ​ດັບ​ຫນູນ​ຊ່ວຍ​ ເບິ່ງ​ແຍງ​ດູ​ແລ​ບຸນ​ເຕັດ​ໃຫ້​ຜູ້​ທຸກ​ຍາກ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ເປົ້າ​ໝາຍ​ນະ​ໂຍ​ບາຍ ຢູ່​ຫລາຍ​ແຂ​ວງ ລ້ວນ​ແຕ່​ເພີ່ມ​ຂຶ້ນ ແຕ່ 10-20% ເມື່ອ​ທຽບ​ໃສ່​ປີ​ກາຍ. ຕົວ​ຢ່າງ​ຄ​ື​: ​ນະ​ຄອນ​ໂຮ່​ຈິ​ມີນ ໄດ້ສະ​ຫງວນ​ຈຳ​ນວນ​ເງິນ​ເກືອບ 200 ຕື້​ດົງ​ເພື່ອ ເບິ່ງ​ແຍງ​ດູ​ແລ​​ບຸ​ນ​ເຕັດ​ໃຫ້​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີຕໍ່​ປະ​ເທດ​ຊາດ (ເພີ່ມ​ຂຶ້ນ​ປະ​ມານ 20%). ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ບີງ​ເຢືອງ ສະ​ຫງວນ 146 ຕື້​ດົງ​ເພື່ອເບິ່ງ​ແຍງ​ດູ​ແລ​ບຸນ​ເຕັດ​ໃຫ້​ຜູ້​ທຸກ​ຍາກ (ເພີ່ມ​ຂຶ້ນ 15% ເມື່ອ​ທຽບ​ໃສ່​ປີ 2014). ນະ​ຄອນ ຮ່າ​ໂນ້ຍ ຫັກ​ງົບ​ປະ​ມານກວ່າ 230 ຕື້​ດົ່ງ​ເພື່ອມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ເປົ້າ​ໝາ​ຍ​ນະ​ໂຍ​ບາຍ ແລະ ຫນູນ​ຊ່ວຍ​ຄອບ​ຄົວ​ທຸກ​ຍາກ. ທ່ານ ຟ້າມ​ວັນ​ແທງ, ຫົວ​ຫນ້າ​ຫ້ອງ​ການ​ນະ​ໂຍ​ບາຍ​ແຮງ​ງານ ແລະ ວຽກ​ເຮັດ​ງານ​ທຳ (ສັງກັດ​ພະ​ແນ​ກ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຮ່າ​ໂນ້ຍ) ໃຫ້​ຮູ້​ວ່າ:

ບຸນເຕັດປີມະແມ:ບຸນເຕັດແຫ່ງການແບ່ງປັນ - ảnh 2
ຊ່ວຍ​ໃຫ້​ຜູ້​ທຸກ​ຍາກ​ໄດ້​ຕ້ອນ​ຮັບ​ບຸ​ນ​ເຕັດ​ຢ່າງ​ອົບ​ອ​ຸ່ນ
ພາບ:phuyen

        “ໃນ​ໂອ​ກາດນີ້, ນະ​ຄອນ ຮ່າ​ໂນ້ຍ ບໍ່​ພຽງ​ແຕ່​ມີ​ນະ​ໂຍ​ບາຍ​ສຳ​ລັບ​ຄອບ​ຄົວ​ທຸກ​ຍາກ​ເທົ່າ​ນັ້ນ ຫາກ​ຍັງ​ມີນະ​ໂຍ​ບາຍ​ສຳ​ລັບ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ອີກ​ດ້ວຍ. ດ້ວຍ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ປະ​ມານ 70.000 ຄົນ, ນອກ​ຈາກ​ຂອງ​ຂວັນ​ບຸ​ນ​ເຕັດ​ຂອງ​ລັດ​ຖະ​ບານ, ປະ​ທານ​ປະ​ເທດມອບ​ໃຫ້​ແລ້ວ, ທາງ​ນະ​ຄອນຍັງຫັກ​ເງິນ​ຫນູນ​ຊ່ວຍ​ຕື່ມ​ອີກ​ຜູ້​ລະ 300.000 ດົ່ງ ຫລື 500.000 ດົ່ງ, ຮັບ​ປະ​ກັນ​ໃຫ້​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ອົບ​ອຸ່ນ.”

       ​ການຮ່ວມ​ແຮງ​ຮ່ວມ​ໃຈຂອງ​ທົ່ວ​ສັງ​ຄົມ

       ພ້ອມ​ກັບ​ງົບ​ປະ​ມານ​ແຫ່ງ​ລັດ, ການ​ລະ​ດົມ, ຂົນ​ຂວາຍ​ບັນ​ດາ​ແຫລ່ງ​ກຳ​ລັງ​ຈາກກອງ​ທຶນ​ຕອບ​ບຸນ​ແທນ​ຄຸນ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ສະ​ພາ​ກາ​ແດງ, ບັນ​ດາ​ອົງ​ການ​ສາ​ກົນ, ວົງ​ຄະ​ນາ​ຍາດ​ເພື່ອ ເບິ່ງ​ແຍງ​ດູ​ແລ​​ບຸນ​ເຕັດ​ໃຫ້​ແກ່​ຜູ້​ທຸກ​ຍາກ, ຜູ້​ມີ​ຄຸນ​ງາມຄວາມດີ, ຄອບ​ຄົບ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ທ່ານ ຫງວຽນ​ງອກ​ຕວ໋ານ, ຮອງ​ຫົວ​ຫນ້າ​ກົມ​ອຸ​ປະ​ກະ​ລະ​ສັງ​ຄົມ, ສັງ​ກັດ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ໃຫ້​ຮູ້​ວ່າ:

        “ໃນ​ໂອ​ກາດ​ບຸ​ນ​ເຕັດ, ບັນ​ດາ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ວິ​ສາ​ຫະ​ກິດ, ບັນ​ດ​າ​ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ​ຢູ່​ທ້ອງ​ຖິ່ນ ກໍ​ໄດ້​ຫນູນ​ຊ່ວຍ, ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ໝວດ​ເປົ້າ​ໝາຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ​ກໍ​ໄດ້​ຈັດ​ຕັ້ງ​ອວຍ​ພອນ​ອາ​ຍຸ​ຍືນ ແລະ ລ​ະ​ດົມ​ກຳ​ລັງ​ໃຈ, ຢື້​ຢາມ​ຖາມ​ຂ່າວ​ຜູ້​ອາ​ຍຸ​ສູງ, ບັນ​ດາ​ອົງ​ການ​ຂອງ​ສະ​ມາ​ຄົມ​ຄົນ​ພິ​ການ ກໍ​ໄດ້​ຂົນ​ຂວາຍ​ບໍ​ລິ​ຈາກ​ຊ່ວຍ​ຫນູນ​ຄົນ​ພິ​ການ​ໃນ​ໂອ​ກາດ​ບຸນ​ເຕັດ. ສະ​ພາ​ກາ​ແດງ, ບັນ​ດາ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ລ້ວນ​ແຕ່​ເພີ່ມ​ທະ​ວີ​ການ​ຂົນ​ຂວາຍ, ຈັດ​ຕັ້ງ​ການ​ຫນູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ໝວດ​ເປົ້າ​ໝາຍ, ຮັບ​ປະ​ກັນ​ໃຫ້​ໝວດ​ອຸ​ປະ​ກະ​ລະ​ສັງ​ຄົມ ແລະ ຜູ້​ທຸກ​ຍາກ​ໄດ້​ຮັບ​ບຸນ​ເຕັດຢ່າງ​ອົບ​ອຸ່ນກວ່າ.”

        ໃນ​ຂະ​ນະ​ນັ້ນ, ປະ​ຊາ​ຄົມ​ວ​ິ​ສາ​ຫະ​ກິດ ກໍ​ເປັນ​ເຈົ້າ​ການ​ປະ​ກອບ​ລາຍ​ຈ່າຍ​ເພື່ອ ເບິ່ງ​ແຍງ​ດູ​ແລ​​ບຸນ​ເຕັດ​ໃຫ້​ແກ່​ຜູ້​ທຸກ​ຍາກ. ມີ​ຮ້ານ​ຊັບ​ພະ​ສິນ​ຄ້າ, ເຂດ​ອຸດ​ສາ​ຫະ​ກຳ​ຫລາຍ​ແຫ່ງ​​ໄດ້ຮ່ວມ​ກັນ​ມອບ​ຂອງ​ຂວັນ​ນັບ​ພັນໆ​ພູດ​ໃຫ້​ແກ່​ຄ​ອບ​ຄົວ​ທຸກ​ຍາກ. ຄຽງ​ຄູ່​ກັນ​ນັ້ນ ແມ່ນ​ຂົນ​ສົ່ງ​ສິນ​ຄ້າ​ໄປ​ຍັງ​ບັນ​ດາ​ຕາ​ແສງ​ເຂດ​ພູ​ດອຍ, ເຂດ​ອຸດ​ສາ​ຫະ​ກຳ​ເພື່ອ​ຮັບ​ໃຊ້​ຊາວ​ຊົນ​ເຜົ່າ, ຄົນ​ງານ​ທຸກ​ຍາກ.

        ນອກ​ຈາກ​ການມອບ​ຂອງ​ຂວັນ​ແລ້ວ, ມີ​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ຄົນ​ງານ​ທຸກ​ຍາກ​ກັບ​ຄືນ​ບ້ານ​ຕ້ອນ​ຮັບ​ບຸນ​ເຕັດ. ຕາມນັ້ນ​ແລ້ວ ປີ້​ລົດ​ນັບ​ໝື່ນ​ປີ້ ໄດ້​ມອບ​ໃຫ້​ກຳ​ມະ​ກອນ​ຢູ່​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ, ນັກ​ສຶກ​ສາ​ທຸກ​ຍາກ. ອ້າຍ ຫງວຽນ​ດຶກ​ຕຽນ, ເລ​ຂາ​ຄະ​ນະ​ຊາວ​ຫນຸ່ມ​ມະ​ຫາ​ວິ​ທະ​ຍາ​ໄລ ດາ​ຫນັງ ໃຫ້​ຮູ້​ວ່າ:

        “ໂອ​ກາດ​ບຸ​ນ​ເຕັດ​ປີ​ມະ​ແມນີ້, ຄະ​ນະ​ຊາ​ວ​ຫນຸ່ມ, ສະ​ມາ​ຄົມ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ດາ​ຫນັງ ໄດ້​ມອບ​ປີ້​ລົດ​ໃຫ້​ນັກ​ສຶກ​ສາ, ຫນູນ​ຊ່ວຍ​ລາຍ​ຈ່າຍ​ ສ່ວນ​ຫນຶ່ງ ໃຫ້ພວກ​ເພື່ອນ​​ທີ່​ປະ​ສ​ົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ພວກ​ຂ້າ​ພະ​ເຈົ້າ​ມອບ​ຂອງ​ຂວັນ ແຕ່ 250-300 ພູດ ດ້ວ​ຍ​ຈຳ​ນວນ​ເງິນ​ແຕ່ 50-60 ລ້ານ​ດົງ, ສ່ວນ​ຍັງ​ເຫລືອ​ແມ່ນ​ລະ​ດົມ​ຕື່ມ​ອີກ​ຈາກ​ແຫລ່ງ​ອື່ນ​ເພື່ອ​ຫນູນ​ຊ່ວຍ​ພວກ​ນ້ອງ.”

        ການ​ເປັນ​ເຈົ້າ​ການ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ໃນ​ການເບິ່ງ​ແຍງ​ດູ​ແລ​ບຸນ​ເຕັດ​ໃຫ້​ຜູ້​ທຸກ​ຍາກ, ເປົ້າ​ໝາຍ​ນະ​ໂຍ​ບາຍ ​ເພື່ອ​ໃຫ້​ເຂົາ​ເຈົ້າໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ອົບ​ອຸ່ນ ພ້ອມ​ກັບ​ການ​ແບ່ງ​ເປັນ​ຂອງ​ວົງ​ຄະ​ນາ​ຍາດນັ້ນ​ໄດ້​ເປັນ​ການ​ພິ​ສູດ​ໃຫ້​ເຫັນ​ນ້ຳ​ໃຈ​ສາ​ມັກ​ຄີ​ຂອງ​ຊາວ​ຫວຽດ​ນາມ, ຫັນ​ນະ​ໂຍ​ບາຍ​ຮັບ​ປະ​ກັ​ນ​ຊີ​ວິດ​ສັງ​ຄົມ​ຊື່ງ​ຫວຽດ​ນາມ ໄດ້​ວາງ​ອອກ​ໃຫ້ປະ​ກົດ​ຜົນ​ເປັນ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ