ບາດກ້າວຖອຍຫຼັງຂອງທຳນຽບຂາວໃນບັນຫາ TPP

ດ້ວຍ​ຈຳ​ນວນ 236 ບັດ​ເຫັນ​ດີ ແລະ 189 ບັດ​ຄັດ​ຄ້ານນັ້ນ, ວັ​ນ​ທີ 17/6, ສະ​ພາ​ຕ່ຳ​ອາ​ເມ​ລິ​ກາໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເລື່ອນ​ເວ​ລາປ່ອນ​ບັດ​ຄັ້ງ​ທີ 2 ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ດັດ​ປັບ​​ການ​ໜູນ​ຊ່ວຍ​ການ​ຄ້າ (TAA) ຊຶ່ງ​ແມ່ນ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ຮ່າງ​ກົດ​ໝາຍ​ກ່ຽວ​ກັບ​ສິດ​ຊຸກ​ຍູ້​ການ​ຄ້າ(ຫຼື​ເອີ້ນ​ວ່າ ສິດ​ເຈ​ລະ​ຈ​າ​ໄວ TPA) ຮອດວັນ​ທີ 30/7. ປະ​ຈຸ​ບັນ, ບັນ​ຫາ TPA ໃນ​ປະ​ຈຸ​ບັນ ແມ່ນ​ຍັງ​ບໍ່​ທັນ​ຮູ້​ວ່າ ຈະ​ເປັນ​ແນວ​ໃດ? ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ເຊື່ອ​ແນ່​ວ່າ ຮ່າງ​ກົດ​ໝາຍ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ຮອງ​ເອົາ​ນັ້ນ ໄດ້​ເຮັດ​ໃຫ້​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ TPP ຖືກ​ຖອຍຫຼັງ ແລະ ວໍ​ຊິງ​ຕັນ​ພວມ​ຊຸກ​ຍູ້, ພ້ອມ​ທັງ​ກໍ​ສະ​ແດງ​ໃຫ້​ເຫັນການ​ແບ່ງ​ແຍກ​ຢ່າງ​ເລິກ​ເຊິ່ງ​ຢູ່​ພາຍ​ໃນ​ພັກ​ປະ​ຊາ​ທິ​ປະ​ໄຕ​ທີ່​ພວມ​ກຳ​ອຳ​ນາດ​ບໍ​ລິ​ຫານ.

 

ບາດກ້າວຖອຍຫຼັງຂອງທຳນຽບຂາວໃນບັນຫາ TPP - ảnh 1
ທຳ​ນຽບ​ຂາວ​

       ດ້ວຍ​ການ​ຕໍ່​ກຳ​ນົດ​ເວ​ລານັ້ນ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ແລະ ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ TPA ຈະ​ມີ​ເວ​ລາ​ຕື່ມ​ອີກ​ເພື່ອ​ຊ​ອກ​ຫາ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ກອບ​ກູ້​ເອົາ​ຮ່າງ​ກົດ​ໝາຍ​ຊຸກ​ຍູ້​ການ​ຄ້ານີ້. ແຕ່​ກາ​ລະ​ໂອ​ກາດເພື່ອ​ໃຫ້ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ບັນ​ລຸ TPA ແລະ ສຳ​ເລັດ TPP ນັ້ນ, ຕາມ​ຂໍ້​ສັງ​ເກດ​ຂອງວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ ແມ່ນ​ຕ່ຳ​ທີ່​ສຸດ ເພາະ​ກ່ອນ​ໜ້ານັ້ນ, ຮ່າງ​ກົດ​ໝາຍນີ້​ໄດ້​ປະ​ສົບ​ກັບ​ການ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ ຂະ​ນະ​ທີ່​ອັດ​ຕາ​ສ່ວນ​ບັດ​ຄັດ​ຄ້ານ​ແມ່ນ 302 ບັດ​ເມື່ອ​ທຽບ​ໃສ່ 126 ບັດ​ເຫັນ​ດີ. ສິ່ງ​ທີ່​ຜິດ​ປົກ​ກະ​ຕິ, ນັ້ນ​ແມ່ນ​ຮ່າ​ງ​ກົດ​ໝາຍນ​ີ້ໂດຍ​ແມ່ນ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສັງ​ກັດ​ພັກ​ປະ​ຊາ​ທິ​ປະ​ໄຕ​ຂອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ເອງ​ເປັນ​ຜູ້​ປະ​ຕ​ິ​ເສດ.

     ບັນ​ຫາ TPA ຈະ​ເປັນ​ແນວ​ໃດ ?

  TAA ແມ່​ນ​ສ່ວນ​ໜຶ່ງ​ໃນ​​ຮ່າງ​ກົດ​ໝາຍ​ກ່ຽວ​ກັບ​ສິດ​ຊຸກ​ຍູ້​ການ​ຄ້າ TPA. ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້​ໄດ້​ຮັບ​ການ​ຮຽບ​ຮຽງ​ເພື່​ອແນ​ໃສ່ໜູນ​ຊ່ວຍ​ຄົນ​ງານ​ອາ​ເມ​ລິ​ກາ​ທີ່​ຖືກວ່າງ​ງານເພາະ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ TPP ຊຶ່ງວໍ​ຊິງ​ຕັນ​ພວມ​ຊຸກ​ຍູ້. ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບTPP ເກືອບ​ຄື​ວ່າ ໄດ້​ສຳ​ເລັດ, ແຕ່​ບັນ​ດາ​ຄູ່​ຮ່ວມ​ມືການ​ຄ້າ​ໃຫ້​ຮູ້​ວ່າ ເຂົາ​ເຈົ້າ​ຫວັງ​ຢາກ​ອຳ​ນາດ​ການ​ປົກ​ຄອງ​ຂອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ບັນ​ລຸ​ໄດ້TPA ກ່ອນ​ທີ່​ສຳ​ເລັດ​ສັນ​ຍາ. ​ຮ່າ​ງ​ກົດ​ໝາຍນ​ີ້ໄດ້​ຮັບ​ການ​ຮັບ​ຮອງ​ເອົາ, ຈະ​ແມ່ນ​ເຄື່ອງ​ມື​ເພື່ອ​ອະ​ນຸ​ຍາດ​ໃຫ້ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາຍື່ນ​ສະ​ເໜີ້​ຕໍ່​ສະ​ພາ​ແຫ່ງ​ຊາດ​ຂອງ​ປະ​ເທດນີ້ ບັນ​ດາ​ຂໍ້​ຕົກ​ລ​ົງ​ດ້ານ​ການ​ຄ​້າ​ຊຶ່ງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ​ພຽງ​ໃຫ້​ສັດ​ຕະ​ຍາ​ບັນຫຼື​ປະ​ຕິ​ເສດ ຫາກບໍ່​ມີ​ສິດ​ປັບ​ປຸງ​ຢ່າງ​ສິ້ນ​ເຊິ່ງ. ​ຮ່າ​ງ​ກົດ​ໝາຍນ​ີ້ໄດ້​ຮັບ​ຖື​ວ່າ ແມ່ນ​ເງື່ອນ​ໄຂ​ຈຳ​ເປັນ​ເພື່ອ​ໃຫ້ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ມີ​ອຳ​ນາດ​ເຕັມ​ເພື່ອ​ຊຸກ​ຍູ້​ບັນ​ດາ​ການ​ເຈ​ລະ​ຈາTPP ກັບ 11 ປະ​ເທດ​ຄູ່​ຮ່ວມ​ມື ແນ​ໃສ່​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ​ທີ່ກວມ​​ເຖິງ 30% ຍອດ​ວົ​ງ​ເງິນ​ການ​ຄ້າ ແລະ 40%ປະ​ລິ​ມານ​ການ​ຜະ​ລິດ​ເສດ​ຖະ​ກິດ​ທົ່ວ​ໂລກ.

      ແຕ່​ໃນ​ການ​ປ່ອນ​ບັດ​ຢູ່​ສະ​ພາ​ຕ່ຳ​ເມື່ອ​ວັນ​ທີ 12/6, ໂດຍບໍ່​ຫົວ​ຊາ​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄປ​ຮອດ​ບ່ອນ​ຂົນ​ຂວາຍ, TAA ຍັງ​ຄົງຖືກ​ປະ​ຕິ​ເສດ. ໃນ​ຂະ​ນະ​ທີ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສັງ​ກັດ​ພັກ​ສາ​ທາ​ລະ​ນະ​ຈຳ​ນວນ​ເກືອບ​ທັງ​ໝົດ ໄດ້​ຕອບ​ສະ​ໜອງ​ຕໍ່ TPP ນັ້ນ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສັງ​ກັດ​ພັກ​ປະ​ຊາ​ທິ​ປະ​ໄຕ​ສ່ວນຫຼວງຫຼາຍພັດ​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ຕໍ່ TPP ເພາະ​ວ່າພຽງແຕ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ບັນ​ດາ​ບໍ​ລິ​ສັດ​ນາໆ​ຊາດ, ສ່ວ​ນ​ຜູ້​ອອກ​ແຮງ​ງານ​ຢູ່​ພາຍ​ໃນ​ປະ​ເທດ​ຈະ​ຖືກວ່າ​ງ​ງານ ຍ້ອນ​ບັນ​ດາ​ບໍ​ລິ​ສັດ​ອາ​ເມ​ລິ​ກາ​ຊອກ​ຫາ​​ແຫຼ່ງຄົນ​ງານ​ດ້ວຍ​ຄ່າ​ແຮງ​ງານ​ຖືກ​ຢູ່​ຕ່າງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ຂໍ້​ສະ​ເໜີຫຼຸດ​ຜ່ອນ 700 ລ້ານ USD ໃນ​ບ້ວງ​ງົບ​ປະ​ມານ 2,6 ຕື້ USD ຊຶ່ງ​ແມ່ນ​ເງິນປະ​ກັນ​ສຸ​ຂະ​ພາບທີ່​ສະ​ຫງວນ​ໃຫ້​ຜູ້​ອາ​ຍຸ​ສູງ​ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ໂຄງ​ການ TAA ຂອງ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ກໍ​ຖືກ​ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສັງ​ກັດ​ພັກ​ປະ​ຊາ​ທິ​ປະ​ໄຕຄັດ​ຄ້ານ​ຢ່າງ​ຮຸນ​ແຮງ. ໃນ​ຂະ​ນະ​ນັ້ນ, ການ​ນຳ​ຝ່າຍ​ສ່ວນ​ໜ້ອຍ​ຢູ່​ສະ​ພາ​ຕ່ຳ ທ່ານ​ນາງ Nancy Pelosi ໄດ້​ຖະ​ແຫຼງ​ປ່ອນ​ບັດ​ຄັດ​ຄ້ານ TAA ເພື່ອ​ສະ​ກັດ​ກັ້ນ​ສິດ​ເຈ​ລະ​ຈາ​ໄວ.

     ບັນ​ຫາ​ຕົ້ນ​ຕໍ່​ແມ່ນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ອອກ​ແຮງ​ງານ

   ເປັນ​ອັນ​ວ່າ ບັນ​ຫາ TPA ຈະ​ເປັນ​ແນວ​ໃດກໍ​ຕ້ອ​ງ​ລໍ່​ຖ້າ​ຮອດ​ວັນ​ທີ 30/7ໜ້ານີ້ ຈຶ່ງ​ຮູ້​ຢ່າງ​ຊັດ​ເຈນ ແລະ ຮູ້​ພຽງ​ແຕ່​ວ່າ ການ​ຍາດ​ໄດ້ TPA ແນ່ນອນ​ວ່າ ຈະ​ແມ່ນ​ການ​ແຂ່ງ​ຂັນ​ດ້ວຍ​ຄວາມ​ລຳ​ບາກ​ຂອງ​ທຳ​ນຽບ​ຂາວ. ຄວາມ​ປະ​ລາ​ໄຊ​ຢູ່​ສະ​ພາ​ຕ່ຳ​ໃນ​ເວ​ລາ​ທີ່​ຜ່ານ​ມາ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ ຂະ​ນະ​ທີ່​ຍັງ​ບໍ່​ຮອດ 18 ເດືອນ, ທ່ານ​ຈະ​ສິ້ນ​ສຸດ​ອາ​ຍຸ​ການ​ທີ 2 ຂອງ​ຕົນ. ພ້ອມ​ກັນ​ນັ້ນ, ໝາກ​ຜົນ​ນີ້ກໍ​ສະ​ແດງ​ໃຫ້​ເຫັນ​ການ​ແບ່ງ​ແຍກ​ຢ່າງ​ເລິກ​ເຊິ່ງ​ຢູ່​ພາຍ​ໃນ​ພັກ​ປະ​ຊາ​ທິ​ປະ​ໄຕ. ເຫດ​ຜົນ​ທີ່​ພາ​ໃຫ້​ບັນ​ດາ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​​ເດັດ​ດຽວ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ອອກ​ແຮງ​ງານ​ຢູ່​ພາຍ​ໃນ​ປະ​ເທດ​ແມ່ນ​ຍ້ອນ​ສາຍ​ພົວ​ພັນ​ຢ່າງ​ສະ​ໜິດ​ແໜ້ນ​ກັບ​ບັນ​ດາ​ອົງ​ການ​ກຳ​ມະ​ບານ​ອາ​ເມ​ລິ​ກາ. ເຂົາ​ເຈົ້າ​ບໍ່​ຢາກ​ຖືກສູນ​ເສຍ​ໂອ​ກາດໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລື​ອກ​ຕັ້ງ​ໃນ​ອາ​ຍຸ​ການ​ທີ່​ຈະ​ມາ​ເຖິງ. ການ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຂອງ ບັນ​ດາ​ອົງ​ການ​ກຳ​ມະ​ບານ, ກໍ​ແມ່ນ​ໄພ​ນາບ​ຂູ່​ຕໍ່​ກໍ​ລະ​ນີ​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຄືນ​ໃໝ່​ຂອງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສັງ​ກັດ​ພັກ​ປະ​ຊາ​ທິ​ປະ​ໄຕບໍ່​ວ່າທ່ານ​ໃດ​ທີ່​ປ່ອນ​ບັດ​ສະ​ໜັບ​ສະ​ໜູນ TPP.

     TPP ຈະ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ກ່ອນ​ທີ່​ຈະ​ສຳ​ເລັດ

  ເຖິງ​ຢ່າງ​ໃດ​ກໍ​ຕາມ, ນີ້​ແມ່ນ​ຍັງ​ບໍ່​ທັນ​ຮອດ​ວັນ​ສີິ້ນ​ສຸດ​ຂອງ TPA. ເຖິງວ່າ TAA ຖືກ​ປະ​ລາ​ໄຊ​ກໍ​ຕາມ ແຕ່ TPA ຍັງ​ຄົງ​ມີ​ກາ​ລະ​ໂອ​ກາດ​ນັບ​ແຕ່ນີ້​ຫາ​ວັນ​ທີ 30/7. ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ຈະ​ມີ​ເວ​ລາ​ຕື່ມ​ອີກ​ເພື່ອ​ເກັ້ຍ​ກອມ​ບັນ​ດາ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສັງ​ກັດ​ພັກ​ປະ​ຊາ​ທິ​ປະ​ໄຕ. ເຖິງວ່າ​ໄດ້​ຮັບ​ຖື​ເປັນ​ມໍ​ລະ​ດົກ​ເສດ​ຖະ​ກິດ​ຂອງປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ກໍ​ຕາມ, ແຕ່​ການ​ເຈ​ລະ​ຈາ TPP ອາດ​ຈະ​ຕ້ອງ​ແກ່​ຍາວ​ຕື່ມ​ອີກ​ໄລ​ຍະ​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ. ໃນ​ສະ​ພາ​ວະ​ທີ່​ອາ​ເມ​ລິ​ກາ​ຢາກຢັ້ງ​ຢືນ​ບົດ​ບາດ​ນຳ​ພາ​ຢູ່​ອາ​ຊີ​ຕໍ່​ໜ້າ​ປະ​ເທດ​ຈີນ​ພວມ​ຟື້ນ​ຕົວ​ນັ້ນ, ວໍ​ຊິງ​ຕັນ​ເຊື່ອ​ແນ່​ວ່າ ຈະ​ຕ້ອງ​ຊອກ​ຫາ​ໄດ້​ສຽງ​ເວົ້າ​ລວ​ມ​ເພື່ອບໍ່​ອາດ​ພາດ​ໂອ​ກາດ​ນຳ TPP ໄປ​ຮອດ​ຈຸດ​ໝາຍ​ປາຍ​ທາງ.

ຕອບກັບ

ຂ່າວ/ບົດ​ອື່ນ