ບາດກ້າວເດີນໃໝ່ໃນການຮັບປະກັນເສລີພາບ ໃນການເຫຼື້ອມໃສ ສາສະໜາຂອງປະຊາຊົນ

   (vovworld)- ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ ສາ​ສະ​ໜາພວມ​ຖືກ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ນຳ​ມາ​ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ຊຶ່ງ​ດຳ​ເນີນ​ແຕ່​ວັນ​ທີ 12-22/9. ຮ່າງ​ກົດ​ໝາຍສະ​ບັບ​ນີ້ ຄາດ​ວ່າ​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ​ຈະ​ມາ​ເຖິງ, ແນ​ໃສ່​ສ້າງ​ລະ​ບົບ​ກົດ​ໝາຍ​ທີ່​ອຳ​ນວຍ​ຄວາມ​ສະ​ດວກໃຫ້​ແກ່​ການ​ເ​ຄື່ອນ​ໄຫວ ເຫຼື້ອມ​ໃສ ສາ​ສະ​ໜາຢູ່​ຫວຽນ​ດາມ. ຕໍ່​ໄປ​ນີ້, ນັກ​ຂ່າວທູ​ຮ​ວາມີ​ບົດ​ທີ່​ພາດ​ຫົວ​ຂໍ້​ວ່າ : “ບາດ​ກ້າວ​ເດີນ​ໃໝ່​ໃນ​ການ​ຮັບ​ປະ​ກັນ​ເສ​ລີ​ພາບ​ໃນການ​ເຫຼື້ອມ​ໃສ ສາ​ສະ​ໜາຂອງ​ປະ​ຊາ​ຊົນ” ເຊີນ​ທ່ານ​ຕິດ​ຕາມ​ຮັບ​ຟັງ.

 

 ບາດກ້າວເດີນໃໝ່ໃນການຮັບປະກັນເສລີພາບ ໃນການເຫຼື້ອມໃສ ສາສະໜາຂອງປະຊາຊົນ - ảnh 1
ພິທີປ່ອຍນົກສັນຕິພາບໃນວັນບຸນວິສາຂະບູຊາ

       ຫວຽດ​ນາມ​ແມ່ນ​ປະ​ເທດ​ທີ່​ມີຫຼາຍ​ສາ​ສະ​ໜາ ແລະ ການ​ເຫຼື້ອ​ໃສ. ຕາມ​ການ​ປະ​ເມີນ​ແລ້ວ, ປະ​ມານ 95% ຈຳ​ນວນ​ປະ​ຊາ​ກອນ​ຫວຽດ​ນາມ​ໄດ້​ຮ່ວມ​ຊີ​ວິດ ການ​ເຫຼື້ອມ​ໃສ ສາ​ສະ​ໜາ. ໃນ​ນັ້ນ​ມີ​ສາ​ສະ​ນິກ​ກະ​ຊົນປະ​ມານ 20 ລ້ານ​ຄົ​ນ, 40 ອົງການ​ສາ​ສະ​ໜາທີ່​ຂຶ້ນ​ກັບ 14 ສາ​ສະ​ໜາ. ທົ່ວ​ປະ​ເທດ​ມີ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ເກ​ືອບ 83.000 ອົງ, ສະ​ຖານ​ທີ່​ເຄືອ່ນໄຫວ​ທາງ​ສາ​ສະ​ໜາ​ເກືອບ 28.000 ແຫ່ງ.

     ຮູບ​ພາບ​ທີ່​ມີຫຼາຍ​ຮູບຫຼາຍ​ສີ​ກ່ຽວ​ກັບ​ບັນ​ດາ​ສາ​ສະ​ໜາ

   ສາ​ສະ​ນິກ​ກະ​ຊົນທີ່​ເຊື່ອ​ຖື​ສາ​ສະ​ໜາ​ຕ່າງໆ​ນັ້ນ ໄດ້​ດຳ​ເນີນ​ຊີ​ວິດ​ທາງ​ສາ​ສະ​ໜາເປັນ​ປົກ​ກະ​ຕິ​ໃນ​ຄອບ​ຄົວ ແລະ ສະ​ຖານ​ທີ່​ເຄືອ່ນໄຫວ​ທາງ​ສາສະ​ໜາ​ຕາ​ມ​ພິ​ທີ​ກຳ​ຂອງ ສາ​ສະ​ໜາ​ຕົນ. ​ມີການດຳ​ເນີນ​ຊີ​ວິດ​ທາງ​ສາ​ສະ​ໜາຫຼາຍ​ຢ່າງ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ສາ​ສະ​ໜາທີ່ມີ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ທ້ອງ​ຖິ່ນ, ຫາ​ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງຫຼື​ຫາ​ກໍ​ຖືກ​ນຳ​ເຂົ້າ​ຫວຽດ​ນາມ, ກໍ​ລ້ວນ​ແຕ່​ມີ​ການ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ປົກ​ກະ​ຕິ​ຖືກ​ຕາມ​ກົດ​ລະ​ບຽບ​ຂອງ​ອົງ​ການ ແລະ ຮັບ​ປະ​ກັນ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ. ການ​ປ່ອງດອງ​ລະ​ຫວ່າງ​ບັນ​ດາສາ​ສະ​ໜາ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ. ບັນ​ດາ​ຜູ້​ທີ່​ມີ​ຍົດ​ຖາ​ບັນ​ດາ​ສັກ​ຂອງສາ​ສະ​ໜານີ້​ສາ​ມາດ​ເຂົ້າຮ່ວມພິ​ທີ່​ກຳ​ຂອງສາ​ສະ​ໜາ​ອື່​ນ, ສະ​ໝັກ​ໃຈ​ປະ​ກອບ​ສ່ວນ, ຊ່ວຍ​ເຫຼືອສາ​ສະ​ນິກ​ກະ​ຊົນສາ​ສະ​ໜາ​ອື່ນໆ ແລະ ບັນ​ດາ​ຜູ້ບໍ່​ເຊື່ອ​ຖືສາ​ສະ​ໜາ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມັກ​ຄີ, ຄວາມ​ຜູກພັນ​ລະ​ຫວ່າງ​ບັນ​ດາສາ​ສະ​ໜາ​ດ້ວຍ​ກັນ ແລະ ລະ​ຫວ່າງສາ​ສະ​ໜາ​ກັບ​ການ​ດຳ​ລົງ​ຊ​ີ​ວິດ​ຂອງ​ປະ​ຊາ​ຊົນ. ອ​ົງ​ການ​ຄຸ້ມ​ຄອງ​ລັດ​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ​ກໍ​ໄດ້​ດຳ​ເນີນ​ການຢື້​ຢາມ​ຖາມ​ຂ່າວ, ອວຍ​ພວນ​ບັນ​ດາ​ຜູ້​ທີ່​ມີ​ຍົດ​ຖາ​ບັນ​ດາ​ສັກ, ສາ​ສະ​ນິກ​ກະ​ຊົນທີ່​ເຊ​ື່ອ​ຖື​ສາ​ສະ​ໜາ​ຕ່າງໆ​ເນື່ອງ​ໃນ​ໂອ​ກາດ​ບັນ​ດາ​ວັນ​ບຸນ, ການ​ພົບ​ປະ​ສົນ​ທະ​ນາ​ກັບ​ບັນ​ດາ​ອົງ​ການ​ສາ​ສະ​ໜາ​ຢູ່​ທ້ອງ​ຖິ່ນ​ກໍ​ຖືກ​ດຳ​ເນີນ​ເປັນ​ປະ​ຈ​ຳ.

      ນັບ​ແຕ່​ປະ​ເທດ​ດຳ​ເນີນ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່, ບັນ​ດາ​ນິ​ກາຍ​ຂອງ​ສາ​ສະ​ໜາ​ຕ່າງໆ​ຢູ່​ຫວຽດ​ນາມ​ກໍ​ໄດ້​ຮັບ​ການ​ຮັບ​ຮູ້​ທາງ​ຖາ​ນະ​ນິ​ຕິບ​ຸກ​ຄົນ, ດັ່ງ​ນັ້ນ, ບັນ​ດາ​ນັກ​ບວດ​ຫວຽດ​ນາມ​ຍິ່ງ​ມີ​ເງື່ອນ​ໄຂ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຂອງ ສາ​ສະ​ໜາ​ຕົນ. ບັນ​ດາສະ​ຖານ​ທີ່​ເຄື່ອນໄຫວ​ທາງ​ສາສະ​ໜາ​ເກືອບ​ທັງ​ໝົດ ກໍ​ໄດ້​ຮັບ​ການ​ບູ​ລະ​ນະປະ​ຕິ​ສັງ​ຂອນ ແລະ ເປີດ​ກ້​ວາງ. ມາ​ຮອດ​ປະ​ຈຸ​ບັນ, ທົ່ວ​ປະ​ເທດ​ມີ​ສະ​ຖາ​ບັນ​ສົງ 4 ແຫ່ງ, ວິ​ທະ​ຍາ​ໄລສົງ 8 ແຫ່ງ, ໂຮງ​ຮຽນ​ສົງ​ຊັ້ນ​ກາງ 32 ແຫ່ງ…..ສຳ​ນັກ​ພິມ​ຈຳ​ໜ່າຍ​ສາ​ສະ​ໜາ​ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ດ້ວຍ​ປື້ມ​ຕົ້ນ​ສະ​ບັບ​ປະ​ມານ 4.000 ຫົວ​ຖືກ​ພິມ​ຈຳ​ໜ່າຍ​ນັບ​ສິບ​ລ້ານ​ຫົວ. ບັນ​ດາ​ການ​ເຄື່ອນ​ໄຫວ​ສາ​ກົນ​ຂອງ​ບັນ​ດາ​ອົງ​ການສາ​ສະ​ໜາ ແລະ ສາ​ສະ​ນິກ​ກະ​ຊົນໄດ້​ຮັບ​ການ​ເພີ່​ມ​ທະ​ວີ. ບັນ​ດາ ສາ​ສະ​ໜາ​ຢູ່​ຫວຽດ​ນາມ​ໄດ້​ຕັ້ງ​ໜ້າເຂົ້າ​ຮ່ວມບັນ​ດາ​ກອງ​ປະ​ຊຸມ, ເວ​ທີ​ປາ​ໄສ​ທາງ​ສາ​ສະ​ໜາ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ. ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ ສາ​ສະ​ໜາ​ສາ​ກົນ​ໃຫຍ່​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ແລະ ປະ​ສົບ​ຜົນ​ສຳ​ເລັດ​ຢູ່​ຫວຽດ​ນາມ.

     ທັດ​ສະ​ນະ​ປ່ຽນ​ແປງໃໝ່ກ່ຽວ​ກັບການ​ເຫຼື້ອມ​ໃສ ສາ​ສະ​ໜາ

  ມະ​ຕິຂອງ​ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຊຸດ​ທີ 9 ໄດ້​ຢືນ​ຢັນ​ວ່າ ການ​ເຫຼື້ອມ​ໃສ ສາ​ສະ​ໜາແມ່ນ​ຄວາມ​ຕ້ອງ​ການ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ພາກ​ສ່ວນ​ໜຶ່ງ​ທີ່​ເຊື່ອ​ຖືສາ​ສະ​ໜາຕ່າງໆ​ຊຶ່ງ​ແມ່ນ​ພາກ​ສ່ວນ​ໜຶ່ງ​ໃນ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ພັກ ແລະ ລັດ​ຫວຽດ​ນາມ​ມີ​ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເຄົາ​ລົບ ແລະ ຮັບ​ປະ​ກັນສິດ​ເສ​ລີ​ພາບໃນ​ການ​ເຫຼື້ອມ​ໃສ​ສາ​ສະ​ໜາ​ຂອງ​ປະ​ຊາ​ຊົນຊຶ່ງ​ອາດ​ຈະ​ເຊື​່ອ​ຖືຫຼືບໍ່​ເຊື່ອ​ຖື​ສາ​ສະ​ໜາ​ໃດ​ໜຶ່ງ. ລັດ​​ຍັງ​ຮັບ​ປະ​ກັນສິດດຳ​ເນີນ​ຊີ​ວິດ​ທາງ​ສາ​ສະ​ໜາເປັນ​ປົກ​ກະ​ຕິ​ຢ່າງ​ຖືກຕ້ອງ​ຕາມ​ກົດ​ໝາຍ ແລະ ຫ້າມ​ມີ​ການ​ກະ​ທຳ​ລະ​ເມີດສິດ​ເສ​ລີ​ພາບໃນ​ການ​ເຫຼື້ອມ​ໃສ​ສາ​ສະ​ໜາ​ຂອງ​ປະ​ຊາ​ຊົນທຸກໆ​ຄົນ. ນັບ​ແຕ່​ປີ 1986 ມາ​ຮອດ​ປະ​ຈຸ​ບັນ, ໄດ້​ມີ​ເອ​ກະ​ສານ​ດ້ານ​ກົດ​ໝາຍກວ່າ 100 ສະ​ບັບ​ມີ​ເນື້ອ​ໃນ​ປັບ​ປຸງ​ກ່ຽວ​ກັບການ​ເຫຼື້ອມ​ໃສ ສາ​ສະ​ໜາ​ໄດ້​ຮັບ​ການ​ປະ​ກາດ​ໃຊ້, ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ນະ​ໂຍ​ບາຍການ​ເຫຼື້ອມ​ໃສ ສາ​ສະ​ໜາ​ຂອງ​ຫວຽດ​ນາມ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ​ຊຶ່ງ​ຫວຽດ​ນາມ​ໄດ້​ເຂົ​້າຮ່ວມ. ສິດ​ເສ​ລີ​ພາບໃນ​ການ​ເຫຼື້ອມ​ໃສ​ສາ​ສະ​ໜາ​ຂອງ​ປະ​ຊາ​ຊົນໄດ້​ຖືກ​ລະ​ບຸ​ຢ່າງ​ຈະ​ແຈ້ງ​ທີ່​ສຸດໃນ​ມາດຕາ 24 ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013. ຕາມນັ້ນ​ແລ້ວ, ທຸກໆ​ຄົນ​ມີສິດ​ເສ​ລີ​ພາບໃນ​ການ​ເຫຼື້ອມ​ໃສ​ສາ​ສະ​ໜາຊຶ່ງ​ອາດ​ຈະ​ເຊື​່ອ​ຖືຫຼືບໍ່​ເຊື່ອ​ຖື​ສາ​ສະ​ໜາ​ໃດ​ໜຶ່ງ. ບັນ​ດາສາ​ສະ​ໜາ​ມີ​ຄວາມ​ສະ​ເໝີ​ພາບ​ຕໍ່​ກົດ​ໝາຍ. ລັດ​ເຄົາ​ລົບ ແລະ ປົກ​ປ້ອງສິດ​ເສ​ລີ​ພາບໃນ​ການ​ເຫຼື້ອມ​ໃສ​ສາ​ສະ​ໜາ​ຂອງ​ປະ​ຊາ​ຊົນ. ບໍ່​ວ່າ​ຜູ້​ໃດ ເດັດ​ຂາດບໍ່​ໄດ້​ລ່ວງ​ລະເມີດສິດ​ເສ​ລີ​ພາບໃນ​ການ​ເຫຼື້ອມ​ໃສ​ສາ​ສະ​ໜາຫຼື​ສວຍ​ໃຊ້ການ​ເຫຼື້ອມ​ໃສ​ສາ​ສະ​ໜາ​ເພື່ອ​ລະ​ເມີດ​ກົດ​ໝາຍ.

     ບາດ​ກ້າວ​ໃໝ່ກ່ຽວ​ກັບ​ເສ​ລີ​ພາບໃນ​ການ​ເຫຼື້ອມ​ໃສ​ສາ​ສະ​ໜາ

   ເພື່ອ​ສືບ​ຕໍ່ກໍ່ສ້າງ​ແນວ​ທາງ​ນະ​ໂຍ​ບາຍ​ກ່ຽວ​ກັບການ​ເຫຼື້ອມ​ໃສ ສາ​ສະ​ໜາເປັນ​ລະ​ບອບ​ກົດ​ໝາຍ, ຫວຽດ​ນາມ​ພວມ​ຮຽບ​ຮຽງຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ ສາ​ສະ​ໜາຊຶ່ງຄາດ​ວ່າ​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ໃນ​ເດືອນ 10/2016.

       ໝາກ​ຜ​ົນ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ໃນ​ນະ​ໂຍ​ບາຍ, ກົດ​ໝາຍ​ກ່ຽວ​ກັບການ​ເຫຼື້ອມ​ໃສ ສາ​ສະ​ໜາໄດ້​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນ​ຖານ​ໃນ​ຊີ​ວິດການ​ເຫຼື້ອມ​ໃສ ສາ​ສະ​ໜາຂອງ​ປະ​ຊາ​ຊົນ. ສະ​ພາບ​ການ​ສາສະ​ໜາໄດ້​ຄ່ອຍໆ​ເຂົ້າ​ສູ່​ຄວາມ​ເປັນ​ປົກ​ກະ​ຕິ, ບັນ​ດາ​ຜູ້​ທີ່​ມີ​ຍົດ​ຖາ​ບັນ​ດາ​ສັກ, ສາ​ສະ​ນິກ​ກະ​ຊົນ, ນັກ​ບວດ​ເພີີ່ມ​ຄວາມ​ເຊື່ອ​ໝັ້ນ​ເພື່ອ​ເຂົ້າ​ຮ່​ວມ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ກິດ​ຈະ​ກາ​ນ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ ສາ​ສະ​ໜາ ຊຶ່ງຄາດ​ວ່າ​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ​ຈະ​ມາ​ເຖິງ​ຈະ​ສ້າງ​ລະ​ບົບ​ກົດ​ໝາຍ​ທີ່​ອຳ​ນວຍ​ຄວາມ​ສະ​ດວກໃຫ້​ແກ່​ການ​ເ​ຄື່ອນ​ໄຫວ ເຫຼື້ອມ​ໃສ ສາ​ສະ​ໜາຢູ່​ຫວຽນ​ດາມນັບ​ມື້​ນັບ​ພັດ​ທະ​ນາ./.

 

ຂ່າວ/ບົດ​ອື່ນ