ບາດລ້ຽວໃໝ່ໃນການພົວພັນອາເມລິກາ-ກູບາ

ເປັນ​ຄັ້ງ​ທຳ​ອິດ, ນັບ​ແຕ່​ປີ 1961 ມາ​ຮອດ​ປະ​ຈຸ​ບັນ, ອາ​ເມ​ລິ​ກາ ແລະ ກູ​ບາ ຈະ​ເລີ່ມ​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ. ການ​ກະ​ທຳ​ທີ່​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດນີ້ ຫາກ​ໍ​ຖືກ​ການ​ນຳ 2 ຝ່າຍ​ປະ​ກາດ​ເມື່ອ​ວັນ​ທີ 17/12 ແລະ ໃນ​ທັນ​ທີ, ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ປະ​ຊາ​ຄົມ​ໂລກ. ຂໍ້​ຕົກ​ລົງ​ນີ້ ໄດ້​ເປີດ​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ. ຕໍ່​ໄປ​ນີ້, ນັກ​ຂ່າວ​ແ້ອງ​ຮ​ວ່ຽນຂອງ VOV ມີ​ບົດ​ທີ່​ພາດ​ຫົວ​ຂໍ້​ວ່າ “ ບາດ​ລ້ຽວ​ໃໝ່​ໃນ​ການ​ພົວ​ພັນອາ​ເມ​ລິ​ກາ - ກູ​ບາ”. ເຊີນ​ທ່ານ​ຕິດ​ຕາມ​ຮັບ​ຟັງ.
ວັນ​ທີ 17/12/2014 ໄດ້​ກາຍ​ເປັນ​ຂີດ​ໝາຍ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ໃນ​ການ​ພົວ​ພັນ​ທີ່​ເຕັມ​ໄປ​ ດ້ວຍ​ພາ​ຍຸ​ລົມ​ແດງ​ລະ​ຫວ່າງອາ​ເມ​ລິ​ກາ ແລະ ກູ​ບາ​ໃນ​ກ່​ວາ​ເຄິ່ງ​ສະ​ຕະ​ວັດ​ທີ່​ຜ່ານ​ມາ ຂະ​ນະ​ທີ່​ທ່ານ​ປະ​ທານ​ກູ​ບາ Raul Castro ແລະ​ ປະ​ທານ​າ​ທິ​ບໍ​ດີອາ​ເມ​ລິ​ກາ Barack Obama ໄດ້​ພ້ອມ​ກັນ​ປະ​ກາດ​ຂໍ້​ຕົກ​ລົງ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຄືນ​ ໃໝ່, ອັນ​ໄດ້​ເ​ປີດ​ຊ່ອງ​ທາງ​ໃຫ້​ແກ່​ການສ້າງ​ການ​ພົວ​ພັນ​ 2 ຝ່າຍເປັນ​ປົກ​ກະ​ຕິໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

  
ບາດລ້ຽວໃໝ່ໃນການພົວພັນອາເມລິກາ-ກູບາ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ Obama ແລະ ປະ​ທານ ກູ​ບາ Raul Castro ​ໃນ​ການ​ພົບ​ປະ​ຢູ່ ອາບ​ຟ​ຣີ​ກາ​ໃຕ້
(ພາບ: Reuters
)
 
ບັນ​ດາ​ບາດ​ກ້າວ​ເດີນ​ທຳ​ອິດ​ໃຫ້​ແກ່​ການ​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ

   ໃນ​ການ​ກະ​ທຳ​ທຳ​ອິດ​ຂອງວິ​ວັດ​ທະ​ນາ​ການ​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິນັ້ນ, ພາ​ລະ​ກອນ​ສືບ​ລາ​ຊະ​ການ​ລັບ 3 ຄົນ​ຂອງ​ກູ​ບາ​ຖືກ​ກັກ​ຕົວ​ຢູ່​ອາ​ເມ​ລິ​ກາ ໄດ້​ຮັບ​ການຢັ້ງ​ຢືນ​ວ່າ ໄດ້​ກັບ​ເມືອ​ບ້ານ​ເກີດ​ເມືອງນອນ​ແລ້ວ​ໃນ​ວັນ​ທີ 17/12. ເພື່ອ​ຕອບ​ແທນນັ້ນ, ກູ​ບາ​ກໍ​ໄດ້​ດຳ​ເນີນ​ການ​ປ່ອຍ​ຕົວ​ເປັນ​ອິດ​ສະຫຼະ​ໃຫ້​ຊາວ​ອາ​ເມ​ລິ​ກາ​ຄົນ​ໜຶ່ງ ແລະ ນັກ​ສືບ​ສອດ​ແນມ​ຄົນ​ໜຶ່ງ​ທີ່​ເຮັດ​ວຽກ​ໃຫ້​ແກ່​ລັດ​ຖະ​ບານ​ອາ​ເມ​ລິ​ກາ ຊຶ່ງ

ຖືກ​ກັກ​ຂັງ​ນັບ​ແຕ່ 20 ປີ​ມານີ້. ອາ​ເມ​ລິ​ກາ​ຍັງ​ຈະ​ມີ​ແຜນ​ຈະ​ເປີດ​ສະ​ຖານ​ທູດ​ຢູ່​ນະ​ຄອນຫຼວງ ລາ​ຮາ​ວາ​ນ​ຂອງກູ​ບາ​ໃນ 2-3 ເດືອນ​ທີ່​ຈະ​ມ​າ​ເຖິງ. ອີກ​ບັນ​ຫາ​ໜຶ່ງ​ທີ່​ທີ່​ມີ​ລັກ​ສະ​ນະ​ຕັດ​ສິນ, ນັ້ນ​ແມ່ນ​ເລື່ອງ​ອາ​ເມ​ລິ​ກາ​ຍົກ​ເລີກ​ຄຳ​ສັ່ງ​ຂ້​ໍວາບາດ​ສຳ​ລັບ​ກູ​ບາ​ຢ່າງ​ສິ້ນ​ເຊິ່ງ​ ກໍ​ໄດ້​ຮັບ​ບັນ​ດາ​ສັນ​ຍານ​ທີ່​ຕັ້ງ​ໜ້າ​. ປະ​ທານ​າ​ທິ​ບໍ​ດີອາ​ເມ​ລິ​ກາ Barack Obama ເອງ​ໄດ້​ຢືນ​ຢັນ​ວ່າ ຈະ​ປຶກ​ສາ​ຫາ​ລື​ກັບ​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ເພື່ອ ຍົກ​ເລີກ​ຄຳ​ສັ່ງ​ຂ້​ໍວາບາດ​ດ້ານ​ການ​ຄ້າສຳ​ລັບ​ກູ​ບາ​, ພ້ອມ​ກັນ​ນັ້ນ ກໍ​ອອກ​ຄຳ​ສັ່ງ​ໃຫ້​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ກັບ​ກູ​ບາ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ແນ​ໃສ່ ​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ໃນ​ຊຸມມື້​ທີ່​ຈະ​ມາ​ເຖິງ.

     ຫາງ​ສຽງ​ຊົມ​ເຊີຍ

   ອາດ​ຈະ​ເວົ້າ​ໄດ້​ວ່າ ຄຳ​ຖະ​ແຫຼງ ​ສ້າງ​ການ​ພົວ​ພັນອາ​ເມ​ລິ​ກາ - ກູ​ບາ​ເປັນ​ປົກ​ກະ​ຕິ ແມ່ນ​ເຫດ​ການ​ໄດ້​ຮັບ​ຄວາມ​ລໍ​ຄອຍ​ຈາກ​ປະ​ຊາ​ຊົນ 2 ປະ​ເທດ​ກໍ​ຄື​ປະ​ຊາ​ຄົມ​ໂລກ. ຢູ່​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ, ຂໍ້​ຕົກ​ລົງ​ນີ້​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງກວ້າງ​ຂວາງ, ບໍ່​ພຽງ​ແຕ່​ໃນ​ວົງ​ການ​ນັກ​ການ​ເມືອງ, ນັກ​ຮຽ​ນ​ຮູ້, ນັກ​ທຸ​ລະ​ກິດ​ເທົ​່ານັ້ນ ຫາກ​ນັບ​ທັງ​ສາ​ມັນ​ຊົນ​ອີກ​ດ້ວຍ. ມີ​ຄຳ​ຄິດ​ຄຳ​ເຫັນຫຼາຍ​ຂໍ້​ຖື​ວ່າ ປະ​ທານ​າ​ທິ​ບໍ​ດີອາ​ເມ​ລິ​ກາ Barack Obama ໄດ້​ມີ​ວິ​ວັດ​ທະ​ນາ​ການ​ໃໝ່​ທີ່​ຖືກ​ຕ​້ອງ​ກ່ຽວ​ກັບ ກູ​ບາ, ຮັບ​ໃຊ້​ໃຫ້​ແກ່​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ລິ​ກາ​ຢູ່​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ເຄິ່ງ​ໜ່ວຍ​ໂລກ ກໍ​ຄື​ໃນ​ໜ່ວຍ​ໂລກ. ສ່ວນ​ຢູ່ ກູ​ບາ, ບັນ​ດາ​ການ​ນຳ​ຂອງ​ປະ​ເທດນີ້​ຢືນ​ຢັນ​ວ່າ ກູ​ບາ ບໍ່​ມີ​ຍາມ​ໃດ​ທີ່​ເປັນ​ນາບ​ຂູ່​ຕໍ່ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ຂອງ​ອາ​ເມ​ລິ​ກາ ແລະ ລາ​ຮາ​ວານ​ກຽມ​ພ້ອມ​ສ້າງການ​ພົວ​ພັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດກັບ​ວໍ​ຊິ​ງຕັນ, ມີ​ຄວາມ​ສະ​ເໝີ​ພາບ ແລະ ເຄົາ​ລົບ​ຊຶ່ງ​ກັນ ແລະ ກັນ​ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ ສ.ປ.ຊ.

    ໃນ​ຂະ​ນະ​ນັ້ນ, ຂໍ້​ຕົກ​ລົງ ​ສ້າງ​ການ​ພົວ​ພັນອາ​ເມ​ລິ​ກາ - ກູ​ບາ​ເປັນ​ປົກ​ກະ​ຕິໄດ້​ຮັບການ​ຊົມ​ເຊີຍ​ຈາກ​ຫາງ​ສຽງ​ສາ​ກົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ.ປ.ຊ Ban Ki Moon  ໄດ້​ຊົມ​ເຊີຍ​ຂໍ້​ຕົກ​ລົງ​ປະ​ຫວັດ​ສາດນີ້, ພ້ອມ​ກັນ​ນັ້ນ ກໍ​ຢືນ​ຢັນ​ວ່າ ສ.ປ.ຊ ກຽມ​ພ້ອ​ມ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຊ່ວຍ 2 ປະ​ເທດ​ຂະ​ຫຍາຍ​ການ​ພົວ​ພັນໃໝ່. ສັນ​ທະ​ປະ​ປາ Francis ໄດ້​ຊົມ​ເຊີຍອາ​ເມ​ລິ​ກາ ແລະ ກູ​ບາກ່ຽວ​ກັບ​ເຫດ​ການນີ້.

     ນະ​ໂຍ​ບາຍ​ທີ່​ຫຼ້າ​ສະ​ໄໝ ແລະ ຫຼ້າຫຼັງ

  ​ການ​ພົວ​ພັນອາ​ເມ​ລິ​ກາ - ກູ​ບາໄດ້​ຖືກ​ຕັດ​ຕອນ​ນັບ​ແຕ່​ການ​ປະ​ຕິ​ວັດ​ຢູ່​ກູ​ບາ​ເມື່ອ​ປີ 1959. ນັບ​ແຕ່​ເມື່ອ​ກູ​ບາ​ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ​ຈາກ​ກຳ​ມື​ຂອງ​ອະ​ດີດ​ຜະ​ເດັດ​ການ Fulgenci Batista  ເພື່ອ​ສ້າງ​ຕັ້ງ​ລັດ ກູ​ບາ, ອາ​ເມ​ລິ​ກາ​ໄດ້​ຮັກ​ສາ​ບັນ​ດາ​ຄຳ​ສັ່ງ​ຂວ້ຳບາດ​ກູ​ບາ​ມາ​ຮອດ​ປະ​ຈຸ​ບັນ.

   ໃນ​ຕົວ​ຈິງ, ຄາດ​ຄະ​ເນ​ວ່າ ນັບ​ແຕ່​ເມື່ອອຳ​ນາດ​ການ​ປົກ​ຄອງ​ອາ​ເມ​ລິ​ກາ​ຈັດ​ວາງ​ຄຳ​ສັ່ງ​ປິດ​ລ້ອມ​ຂວ້ໍາບາດ, ກູ​ບາ​ຕ້ອງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ມະ​ຫາ​ສານ​ຊຶ່ງ​ຄາດ​ວ່າ​ຈະ​ຂຶ້ນ​ເຖິງ 1.112 ຕື້ USD. ໃນ​ນັ້ນ, ຂະ​ແໜງ​ທ່ອງ​ທ່ຽວ ຊຶ່ງ​ແມ່ນ​ຂະ​ແໜງໜຶ່ງ​ທີ່​ນຳ​ມາ​ເຊິ່ງ​ແຫຼ່ງ​ລາຍ​ຮັບ​ດ້ວຍ​ເງິນ​ຕາ​ຕ່າງ​ປະ​ເທດຫຼາຍ​ອັນ​ດັບ​ທີ 2 ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ ກູ​ບາ ໄດ້​ຖືກ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ.

    ໃນ​ບົດ​ປາ​ໄສ​ທາງ​ໂທ​ລະ​ພາບ​ເມື່ອ​ວັນ​ທີ 17/12, ປະ​ທານ​າ​ທິ​ບໍ​ດີອາ​ເມ​ລິ​ກາ Barack Obama ໄດ້​ຍອມ​ຮັບ​ຮັບ​ວ່າ ບັນ​ດາ​ນະ​ໂຍ​ບາຍ​ລົງ​ໂທດ, ​ປິດ​ລ້ອມ​ຂວ້ໍາບາດຕ້ານ​ກູ​ບາ​ມາ​ເປັນ​ເວ​ລາກວ່າ 50 ປີ​ທີ່​ຜ່ານ​ມານັ້ນ, ແມ່ນ​ໄດ້ ຫຼ້າ​ສະ​ໄໝ ແລະ ຫຼ້າຫຼັງແລ້ວ ແລະ ບັນ​ດາ​ການ​ດັດ​ປັບ​ໃນ​ນະ​ໂຍ​ບາຍ​ທີ່​ມີ​ຕໍ່​ກູ​ບາ​ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ 2 ຝ່າຍ​ຫຍັບ​ມໍ່​ເຂົ້າ​ກັນກວ່າ​ເກົ່າ, ຊອກ​ຫາ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ​ຄືນ​ໃໝ່​ເພື່ອ​ມຸ່ງ​ໄປ​ສູ່​ອະ​ນາ​ຄົດ​ທີ່​ພັດ​ທະ​ນາ, ໝັ້ນ​ຄົງ ແລະ ມີ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ຕາມ​ບັນ​ດາ​ນັກ​ສັງ​ເກດ​ການ​ແລ້ວ, ວິ​ວັດ​ທະ​ນາ​ການ ​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ ອາດ​ຈະ​ປະ​ສົບ​ກັບ​ສິ່ງ​ກີດ​ຂວາງ​ບາງ​ຢາ່ງ, ພິ​ເສດ​ເມື່ອປະ​ທານ​າ​ທິ​ບໍ​ດີອາ​ເມ​ລິ​ກາ Barack Obama ຕ້ອງ​ໄດ້​ຮັບ​ຄວາມ​ຍິນຍອມ​ເຫັນ​ດີ​ຈາກ​ສະ​ພາ​ແຫ່ງ​ຊາດ ເພື່ອ​ຮັບ​ຮອງ​ເອົາ​ການ​ຍົກ​ເລີກ​ຄຳ​ສັ່ງ ​ປິດ​ລ້ອມ​ຂວ້ໍາບາດ. ເຖິງ​ຢ່າງນັ້ນ​ກໍ​ຕາມ, ເຫດ​ການນີ້ ກໍ​ແມ່ນ​ບາດ​ລ້ຽວ​ຕັດ​ສິນ, ສອດ​ຄ່ອງ​ກັບ​ທ່າ​ອຽງ​ຂອງ​ຍຸກ​ສະ​ໄໝ, ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ອັນ​ເປັນ​ທຳ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ./.


ຕອບກັບ

ຂ່າວ/ບົດ​ອື່ນ