ປັດໄຈໃດຊ່ວຍແກ້ໄຂສະພາບຄວາມເຄັ່ງຕຶງຢູ່ແຫລມເກົາຫລີ


(vovworld)- ສະ​ພາບ​ການ​ຢູ່​ແຫລມ​ເກົາ​ຫລີ ນັບ​ມື້​ນັບ​ຮ້ອ​ນ​ເຮັ່ງ ດ້ວຍ​ການຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດຢ່າງ​ລຽນ​ຕິດ​ໃສ່ ສ​ປ​ປ ເກົາ​ຫລີ ພາຍ​ຫລັງ​ປະ​ເທດນີ້​ດຳ​ເນີນ​ເຫດ​​ທົດ​ລອງ​ນິວ​ເຄຼຍ ແລະ  ຍິງ​ລູກ​ສອນ​ໄຟ​ໄລ​ຍະ​ໄກ​ສົ່ງ​ດາວ​ທຽມ​ຂຶ້ນ​ວົງ​ໂຄ​ຈອນ​ຫວ່າງ​ແລ້ວນີ້. ການ​ກະ​ທຳ​ນີ້ ພ້ອມ​ດ້ວຍ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ຂອງ ສ​ປ​ຊ ໃນ​ອາ​ທິດ​ຜ່ານມ​າ ອີກ​ຄັ້ງ​ຫນຶ່ງໄດ້ເຮັດ​ໃຫ້ ສ​ປ​ປ ເກົາ​ຫລີ ຕົກ​ເຂົ້າ​ສູ່​ສະ​ພາບຖືກ​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ທີ່​ສຸດ​ນັບ​ແຕ່ກ​ອ່ນ​ມາ​ຮອດ​ປະ​ຈ​ຸ​ບັນ. ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃຫມ່ ມີ​ຄຸນ​ປະ​ໂຫຍດ​ແນວ​ໃດ ແລະ ປັດ​ໄຈ​ໃດ​ສາ​ມາດ​ຊ່ວຍ​ແກ້​ໄຂ​ສະ​ພາບ​ຄວາມເຄັ່ງ​ຕຶງ​ປະ​ຈຸ​ບັນ ນັ້ນພວມ​ແມ່ນ​ບັນ​ດາ​ຄຳ​ຖາມ​ທີ່​ພວມ​ໄດ້​ຮັບຄວາມ​ສົນ​ໃຈ​ເປັນ​ພິ​ເສດຈາກ​ຫາງ​ສຽງ​​.

ປັດໄຈໃດຊ່ວຍແກ້ໄຂສະພາບຄວາມເຄັ່ງຕຶງຢູ່ແຫລມເກົາຫລີ - ảnh 1
ເຫດ​ການ​ຍິງ​ລູກ​ສອນ​ໄຟຂອງ ສ​ປ​ປ ເກົາ​ຫລີ
ພາບ:vietnamplus.vn

        ໃນ​ການ​ຜັນ​ແປ​ຫລ້າ​ສຸດ, ວັນ​ທີ 8/3, ສ​ເກົາ​ຫລີ ປະ​ກາດ​ຫລາຍ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ສະ​ເພາະ ເຊີ​ອູນ ຕ້ານ​ພຽງ​ຢາງ. ຕາມນັ້ນ​ແລ້ວ, ຫ້າມ​ເຮືອກຳ​ປັ່ນທີ່​ເຂົ້າ​ທຽບ​ທ່າ​ກຳ​ປັ່ນ ສ​ປ​ປ ເກົ​າ​ຫລີ ໃນ​ເວ​ລາ 180 ວັນ ຜ່ານ​ມາ​ເຂົ້າ​ເຂດ​ນ່ານ​ທະ​ເລ​ຂອງ ສ​ເກົາ​ຫລີ, ນຳ​ເຂົ້າ​ບັນ​ຊີ​ລາຍ​ຊື່​ “ດຳ” ເຈົ້າ​ຫນ້າ​ທີ່ ສ​ປ​ປ ເກົາ​ຫລີ 38 ຄົນ ແລະ ຊາວ​ຕ່າງ​ປະ​ເທດ 2 ຄົນ ພ້ອມ​ກັບ 30 ອົງ​ການ​ຈັດ​ຕັ້​ງ​ເຂົ້າ​ຮ່ວມ​ບັນ​ດາ​ໂຄງ​ການ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ ຂອງ ສ​ປ​ປ ເກົາ​ຫລີ . ສ​ເກົາ​ຫລີ ກໍ​ກ່າວ​ເຕືອນ​ພົນ​ລະ​ເມືອງ​ຂອງ​ຕົນ​ຢູ່​ຕ່າງ​ປະ​ເທດບໍ່ຄວນ​ໄປ​ເຖິງ​ບັນ​ດາ​ຮ້ານ​ອາ​ຫານ​ຂອງ ສ​ປ​ປ ເກົາ​ຫລີ. ກ່ອນ​ຫນ້ານັ້ນ ລັດ​ຖະ​ບານ ສ​ເກົາ​ຫລີ ກໍ​ຢຸດ​ຕິ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ສາມ​ຝ​່າຍ “Nanjin- Khasan” ກັບ​ລັດ​ເຊຍ ແລະ ສ​ປ​ປ ເກົາ​ຫລີ ຢ່າງ​ເປັນ​ທາງ​ການ.

ປະ​ຕິ​ກິ​ລິ​ຍາ​ຢ່າງ​ຫ​ຍໍ້​ທໍ້

ປະ​ຕິ​ກິ​ລິ​ຍາ​ຕໍ່​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຢ່າງ​ລຽນ​ຕິດ, ໃນ​ສ​ະ​ພາບ ອາ​ເມ​ລິ​ກາ ແລະ ສ​ເກົາ​ຫລີ ເລີ່ມ​ຕົ້ນ​ການ​ຊ້ອມ​ຮົບ​ ດ້ວຍ​ການ​ເຂົ້​າ​ຮ່ວມ​ຂອງ​ພົນ​ທະ​ຫານ​ເປັນ​ຈຳ​ນວນ​ຫລາຍ ແລະ ອາ​ວຸດ​ທັນ​ສະ​ໄຫມ​ທີ່​ສຸດ ນັບ​ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ, ພຽງ​ຢາງ ສືບ​ຕໍ່​ຍົກ​ອອກ​ບັນ​ດາ​ຄຳ​ກ່າວ​ເຕືອນ​ກ່ຽວ​ກັບ​ຄວາມ​ສາ​ມາດ​ນຳ​ໃຊ້​ອາ​ວຸດ​ເຄ​ມີ. ສ​ປ​ປ ເກົາ​ຫລີ ດ້ານ​ຫນຶ່ງ​ໄດ້​ອອກ​ຖະ​ແຫລງ​ປະ​ຕິ​ເສດ​ຄຳ​ສັ່ງ​ລົງ​ໂທດ​ຂອງ ສ​ປ​ຊ, ດ້ານ​ອື່ນ ຍູ້​ແຮງ​ການ​ປັບ​ປຸງ​ສາງ​ອາ​ວຸດ​ນິວ​ເຄຼຍ​ຂອງ​ຕົນ ແລະ ໃຫ້​ຮູ້​ວ່າ: ປະ​ເທດນີ້ ກຽມ​ພ້ອມ​ນຳ​ໃຊ້ອາ​ວຸດ​ນິວ​ເຄຼຍ ໃນ​ບໍ່​ວ່າ​ເວ​ລາ​ໃດ ແລະ ຍາມ​ໃດ​ກໍ​ໃນ​ທ່າ “ບຸ​ກ​ໂຕມ​ຕີ” ຖ້າ​ຫາ​ກ​ຖືກ​ສັດ​ຕູ​ນາບ​ຂູ່.

        ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ:ປະ​ຕິ​ກິ​ລິ​ຍາ​ຂອງ ສ​ປ​ປ ເກົາ​ຫລີ ບໍ່​ມີ​ຫຍັງ​ໃຫມ່​ອ່ຽມ ແລະ ນີ້ບໍ່​ແມ່ນ​ເປັນ​ຄັ້ງ​ທຳ​​ທີ່ອິດ​ປະ​ເທດນີ້​ມີ​ປະ​ຕິ​ກິ​ລິ​ຍາ​ຢ່າງ​ຫຍໍ້​ທໍ້​ຕໍ່​ຄຳ​ສັ່ງ​ຂວ້ຳ​ບາດ​ຂອງ ສ​ະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ. ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ເຄີຍ​ຈັດ​ວາງ 3 ຄຳ​ສັ່ງ​ຂວ້ຳ​ບາດ ຕໍ່ ສ​ປ​ປ ເກົາ​ຫລີ ໃນ​ປີ 2006, 2009 ແລະ 2013. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່າ​ທີ່​​ໃນຄັ້ງ​ນີ້​ຂອງ ພຽງ​ຢາງ ແມ່ນ​ຂ້ຽວ​ຂາດກວ່າ, ເພາະ​ວ່າ ສ​ປ​ຊ ເພີ່ມ​ເຕີມ​ຫລາຍ​ມາດ​ຕະ​ການ​ໃຫມ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ແຂງ​ກະ​ດ້າງ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ. ຕາມນັ້ນ​ແລ້ວ, ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ, ກາ​ນ​ສົ່ງ​ສິ​ນ​ຄ້າ​ໄປ ແລະ ມາ ສ​ປ​ປ ເກົາ​ຫລີ ລ້ວນ​ແຕ່​ຈະ​ຖືກກວດ​ກາ, ຫ້າມ​ສົ່ງ​​ອອກຖ່ານ​ຫີນ, ໂລ​ຫະ, ຄຳ, ຕີ​ຕານ ແລະ ທີ່​ດິ​ນ​ຫາ​ຍາກ ພ້ອມ​ທັງ​ຫ້າມ​ບັນ​ດາ​ປະ​ເທດ​ສະ​ຫນອງ​ເຊື້ອ​ເພີງ​ ​ນຳ​ໃຊ້​ໃນ​ຂະ​ແຫນງ​ການ​ບິນ ໃຫ້​ປ​ະ​ເທດນີ້. ບັນ​ດາ​ມາດ​ຕະ​ການ​ລົງ​ໂທດນີ້ ໄດ້​ຮັບ​ຖື​ວ່າ​ແມ່ນ​ຜົນ​ສະ​ທ້ອນ​ເຖິງ​ແຫລ່ງ​ອຸ​ປະ​ຖຳ​ທີ່​ຈຳ​ເປັນ​ເພື່ອ​ຊຸກ​ຍູ້​ໂຄງ​ການ​​ລູກ​ສອນ​ໄຟ​ທີ່​ສາ​ມາດ​ນຳ​ຫົວ​ລູກ​ປືນ​ນິວ​ເຄຼຍ.

ປັດ​ໄຈ​ໃດ​​ສາ​ມາດເຮັດ​ໃຫ້ ສ​ປ​ປ ເກົາ​ຫລີ ກັບ​ຄືນ​ໂຕະ​ເຈ​ລະ​ຈາ

ຄວາມ​ຈິງ​ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ, ຫາງ​ສຽງ​ຍັງ​ຄິດ​ລະ​ແວງ​ສົງ​ໃສ​ຕໍ່​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຈັດ​ວາງ​ຕໍ່ ສ​ປ​ປ ເກົາ​ຫລີ. ມະ​ຕິ 4 ສະ​ບັບ ດ້ວຍ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ ສ​ປ​ປ ເກົ​າ​ຫລີ ນັບ​ມື້​ນັບ​ແຮງກວ່າ ນັບ​ແຕ່​ປີ 2006 ບໍ່​ຊ່ວຍ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ແຫລມ​ເກົາ​ຫລີ, ບໍ່​ສາ​ມາດ​ເກ້ຍກອມ​ພຽງ​ຢາງ​ ປະ​ລະ​ໂຄງ​ການ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄດ້.

        ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳ​ສັ່ງ​ລົງ​ໂທດ​ຄັ້ງ​ນີ້ ຂອງ ສ​ປຊ ​ໄດ້ປະ​ກົດ​ອອກ​ບັນ​ດາ​ສັນ​ຍານ​ຕັ້ງ​ຫນ້າ​ໃຫມ່, ອາດ​ຈະຊ່ວຍ​ໃຫ້ ສ​ປ​ປ ເກົາ​ຫລີ ກັບ​ຄືນ​ສູ່​ໂຕະ​ເຈ​ລະ​ຈາ, ຊອກເສັ້ນ​ທາງ​ເຈ​ລະ​ຈາ​ສັນ​ຕິ​ພາບ​ໃນ​ແຫລມ​ເກົາ​ຫລີ. ນັ້ນ​ແມ່ນ ປັດ​ໄຈ ປັກ​ກີງ. ອາດ​ຈະ​ເຫັນ​ໄດ້​ ວ່າ, ຈີນ ເຄີຍ ປະ​ຕິ​ເສດ​ການ​ປ່ອນ​ບັດ​ໃນ​ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ກັບ​ມະ​ຕິ​ລົງ​ໂທດ ສ​ປ​ປ ເກ​ົ​າ​ຫລີ ກ່ອນ​ຫນ້ານັ້ນ ຍ້ອນ​ບັນ​ດາ​ຜົນ​ປະ​ໂຫຍດ​ທີ່​ກ່ຽວ​ຂ້ອງ, ແຕ່​ຄັ້ງ​ນີ້ ປັກ​ກີງ ພັດ​ແມ່ນ​ປັດ​ໄຈ​ຕັ້ງ​ຫນ້າ ພ້ອມ​ກັບ ອາ​ເມ​ລິ​ກາ ຊຸກ​ຍູ້​ມະ​ຕິ​ລົງ​ໂທດ​ສະ​ບັບ​ຫນຶ່ງ. ທັງ ວໍ​ຊິງ​ຕັນ ແລະ ປັກ​ກີງ ລ້ວນ​ແຕ່​ເປັນ​ເອ​ກະ​ພາບ​ວ່າ ພຽງ​ຢາງ ບໍ່​ໄດ້​​ອະ​ນຸ​ຍາດພັດ​ທະ​ນາ   ​ອາ​ວຸດ​ນິວ​ເຄຼຍ ແລະ ຕ້ອງ​ກັບ​ຄືນ​ໂຕະ​ເຈ​ລະ​ຈາ 6 ຝ່າຍ ພ້ອມ​ທັງ​ປາດ​ຖະ​ຫນາ ມະ​ຕິ​ລົງ​ໂທດ ຈະ​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ໃຫມ່, ຕັ້ງ​ພື້ນ​ຖານ​ໃຫ້​ບັນ​ດາ​ມາ​ດ​ຕະ​ການ​ດ້ານ​ການ​ເມືອງ​ສຳ​ລັບ​ບັນ​ຫາ​ນິວ​ເຄຼຍ ຂອງ​ສ​ປ​ປ ເກົາ​ຫລີ. ບໍ່​ພຽງ​ແຕ່​ດ້ວຍ​ຄຳ​ເວົ້າ​ເທົ່າ​ນັ້ນ, ປັກ​ກີງ ກ​ໍ​ເພີ່ມ​ທະ​ວີ​ກາ​ນ​ຈັດ​ວາງ​ບັນ​ດາ​ຄຳ​ສັ່ງ​ຂວ້ຳ​ບາດ​ໃຫມ່ຢ່າງ​ເຂັ້ມ​ງ​ວດຕໍ່​ພຽງ​ຢາງ ຄື: ຮຽກ​ຮ້ອງ​ເຈົ້າ​ຫນ້າ​ທີ່​ການ​ເດີນ​ທະ​ເລ​ຂອງ​ປະ​ເທດນີ້​ ຈັດ​ກຳ​ປັ່ນ ເຮືອ​ຫລາຍ​ປະ​ເພດຂອງ ສ​ປ​ປ ເກົາ​ຫລີ ເຂົ້າ​ບັນ​ຊີ​ລາຍ​ຊື່​ດຳ. ຈີນ ກໍ​ຢືນ​ຢັນ ຈະ​ຕັ້ງ​ຫນ້າ​ແລກ​ປ່ຽນ​ກັບ ພຽງ​ຢາງ ເພື່ອ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ 6 ຝ່າຍ.

        ເລື່ອງ​ຈີນ ລົງ​ນາມ​ໃນ​ມະ​ຕິ​ລົງ​ໂທດ ສ​ປ​ປ ເກົາ​ຫລີ ສະ​ບັບ​ໃຫມ່ ນັ້ນ​ແມ່ນ​ສັນ​ຍານ​ຕັ້ງ​ຫນ້າ​ໃນ​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ໃນ​ແຫລມ​ເກົາ​ຫລີ, ເປີດ​ຄວາມ​ຫວັງ​ໃຫມ່​ໃຫ້​ການ​ເຈ​ລະ​ຈາ 6 ຝ່າຍ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ດ້ວຍ​ບັນ​ດາ​ຜົນ​ປະ​ໂຫຍດ​ທີ່​ສະ​ຫນິດ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນນັ້ນ, ປັກ​ກີງ ມີ​ບົດ​ບາດ ແລະ ຜົນ​ສະ​ທ້ອນ​ອັນ​ໃຫຍ່​ຫລວງ​ຕໍ່​ພຽງ​ຢາງ ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂ​ົງ​ເຂດ​ເສດ​ຖະ​ກິດ​ຖືກ​ຂວ້ຳ​ບາດ. ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ ປັກ​ກີງ ຈະ​ສວມ​ບົດ​ບາດ​ໃຫຍ່ກວ່າ​ໃນ​ວິ​ວັດ​ການ​ປອດ​ນິວ​ເຄຼຍ​ຢູ່​ແຫລ​ມ​ເກົາ​ຫລີ ຄື​ຄຳ​ຖະ​ແຫຼງ​ຂອງ​ປະ​ເທດນີ້​ວ່າ: ຈຸດ​ປະ​ສົງ​ສຸດ​ທ້າຍ​ຂອງ​ການ​ລົງ​ໂທດບໍ່​ແມ່ນ​ເຮັດ​ໃຫ້​ສະ​ພາບ​ສູ້​ຢັນ​ກັນ​ຊົ່ວ​ຮ້າຍ​ລົງ​ເທົ່າ​ນັ້ນ ຫາກ​​ຍັງແມ່ນ​ເກ້ຍກ​ອ່ມ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຢຸດ​ຕິ​ໂຄງ​ການ​ນິວ​ເຄຼຍ​ຄືນ​ໃຫມ່ ແລະ ເຮັດ​ໃຫ້ ສ​ປ​ປ ເກົາ​ຫລີ ກັບ​ຄືນ​ສູ່​ກັບ​ປະ​ຊາ​ຄົມ​ໂລກ.







ຕອບກັບ

ຂ່າວ/ບົດ​ອື່ນ