ປັບປຸງກົດໝາຍວ່າດ້ວຍທີ່ດິນເພື່ອຕອບສະໜອງ ຄວາມຕ້ອງການໃນການພັດທະນາຂອງປະເທດຊາດ

ປັບປຸງກົດໝາຍວ່າດ້ວຍທີ່ດິນເພື່ອຕອບສະໜອງ ຄວາມຕ້ອງການໃນການພັດທະນາຂອງປະເທດຊາດ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ຊັບ​ພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ຫງວຽນ​ມິນ​ກວາງຕອບສຳພາດນັກຂ່າວກ່ຽວກັບ
ຮ່າງກົດໝາຍວ່າດ້ວຍທີ່​ດິນ​ສະບັບ​ປັບປຸງ

ຮ່າງກົດໝາຍວ່າດ້ວຍທີ່​ດິນ​ສະບັບ​ປັບປຸງ ແມ່ນໜຶ່ງໃນເນື້ອໃນ 4 ປະການທີ່ພົ້ນເດັ່ນ ແລະ ມີຄວາມ ສຳຄັນໃນຫອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມຊຸດ​ທີ 13 ຊຶ່ງ​ພວມ​ຖືກ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ. ຄາດ​ວ່າ   ຮ່າງກົດໝາຍ ດັ່ງກ່າ​ວຈະ​ໄດ້​ຮັບ​ການ​ລົງ​ຄະ​ແນນ​ສຽງຮັບ​ຮອງ​ເອົາ​ຈາກ​ບັນດາ ສະມາຊິກສະພາ​ແຫ່ງ​ຊາດ(ສສຊ) ​ໃນ​ວັນ​ທີ 29/11 ​ເພື່ອ​ທົດ​ແທນ​ໃຫ້ ກົດໝາຍວ່າທີ່​ດິນປີ 2003 ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຍົກ​ສູງ​ປະສິດທິ​ຜົນ, ປະສິດທິພາບ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ທີ່​ດິນ​ກໍ​ຄື​ການ​ແກ້​ໄຂ​ບັນດາສິ່ງ​ທີ່​ຄ້າງ​ຄາ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນ ​ແລະ ຫຼຸ​ດຜ່ອນ​ສະພາບ​ຮ້ອງທຸກ ຮ້ອງ​ຟ້ອງ​ໃນ​ຂົງ​ເຂດ​ນີ້.

   ສະພາແຫ່ງຊາດສະຫງວຽນ ກອງປະຊຸມ 3 ສະໄໝເພື່ອປຶກສາຫາລື   ຮ່າງ ກົດໝາຍວ່າທີ່​ດິນ​ສະບັບ​ປັບປຸງ

     ຮ່າງກົດໝາຍວ່າດ້ວຍທີ່​ດິນ​ສະບັບ​ປັບປຸງ​ແມ່ນ   ຮ່າງກົດໝາຍທີ່​ມີ​ຄວາມສ​ຳ ຄັນພິ​ເສດ, ທັງ​ແມ່ນຮ່າງກົດໝາຍທີ່​ສັບສົນ ດ້ວຍ​ລະດັບ​ຂອບ​ຂະໜາດ​ທີ່​ກ້ວາງ​ໃຫຍ່, ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ຄວາມ​ສະຫງົບ, ການ​ເມ​ືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຄວາມ​ປອດ​ໄພ​ທາງ​ສົງ​ຄົມ ​ແລະ ຊີວິດ​ການ​ເປັນ​ຢູ່​ຊອງ​ປະຊາຊົນ​ທຸກໆ​ຄົນ. ຍ້ອນ​ເຫດ​ນີ້​ເອງ, ພາຍຫຼັງ​ດຳ​ເນີນ​ການ​ປຶກສາ​ຫາລື​ 2 ​ເທື່ອຢູ່​ສະພາ​ແຫ່ງ​ຊາດ(ຄື​ໃນປະຊຸມສະໄໝສາມັນເທື່ອທີ 4 ​ແລະ ທີ 5 ສະພາແຫ່ງຊາດ ຫວຽດນາມຊຸດ​ທີ 13) ​ແລະ ຮັບ​ເອົາ​ການ​ປະກອບ​ຄຳ​ເຫັນ​ຂອງ​ທົ່ວປະຊາຊົນຄັ້ງ 1, ສະພາ​ແຫ່ງ​ຊາດຍັງ​ບໍ່​ທັນ​ສາມາດ​ຮັບຮອງ​ເອົາ   ຮ່າງກົດໝາຍສະບັບ​ນີ້​ຕາມ​ບັນດາ​ຂັ້ນ​ຕອນ​ປົກ​ກະຕິ ​ແລະ ຕ້ອງ​ສະ​ຫງວນ​ເວລາ​ເພື່ອ​ປຶກສາ​ຫາລື​ອີກ​ຄັ້ງ​ໜຶ່ງ​ໃນກອງ ປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມຊຸດ​ທີ 13 .

    ຕາມ​ບັນດາ​ຜູ້​ຊ່ຽນ​ຊານ​ແລ້ວ,   ຮ່າງກົດໝາຍນີ້ ​ໄດ້​ຮັບ​ການ​ຮຽບຮຽງ​ຜ່ານ​ວິວັດ​ການ​ທີ່​ລະອຽດ, ມີວິທະຍາສາດ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມຮັບຜິດຊອບ. ​ເຫັນ​ດີ​ກັບ​ຂໍ້​ສັງ​ເກດ​ດັ່ງກ່າວ, ທີ່​ວາລະ​ໄຂປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມຊຸດ​ທີ 13, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຢືນຢັນ​ວ່າ :

   “   ຮ່າງກົດໝາຍວ່າດ້ວຍທີ່​ດິນ​ສະບັບ​ປັບປຸງມີ​ຂອບ​ເຂດ​ການ​ປົບ​ປຸງ​ຢ່າງ​ກ້ວາງ​ຂວາງ, ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ການ​ພັດທະນາ​ເສດຖະກິດ, ສະຖຽນ​ລະ​ພາບ​ທາງ​ດ້ານການ​ເມ​ືອງ. ນີ້​ແມ່ນປະມວນ​ກົດໝາຍ​ໄດ້​ຮັບ​ຄວາມ​ສົນ​ໃຈ ​ແລະ ການ​ປະກອບ​ຄຳ​ເຫັນ​ຈາກ​ປະ​ຊາຊົນ​ທຸກ​ຊັ້ນ​ວັນນະ. ສະພາ​ແຫ່ງ​ຊາດ​ໄດ້​ສະຫງວນກອງ​ປະຊຸມ 3 ສະ​ໄໝ​ເພື່ອ​ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ, ພ້ອມ​ທັງ​ຊີ້​ນຳ​ຄົ້ນ​ຄ້ວາ, ຮັບ​ເອົາ​ການ​ປະ​ຫອບ​ຄຳ​ເຫັນ, ອະພິປາຍ​ຢ່າງ​ເຂັ້ມງວດ​ຈາກ​ປະຊາຊົນ, ຈາກ​ບັນດາ ສສຊ ຢູ່​ທີ່ ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມຊຸດ​ທີ 13 ​ແລະ ກອງ​ປະຊຸມ ສະມາຊິກສະພາ​ແຫ່ງ​ຊາດສະ​ເພາະ​ກິດ​ເພື່ອ່ສ້າງ​   ຮ່າງກົດໝາຍ​ໃຫ້​ສົມບູນ​ແບບ ”

      ກົດໝາຍວ່າທີ່​ດິນ​​ໄດ້​ຮັບ​ການ​ປັບ​ປຸງ​ໂດຍ​ມີ​ການ​ສົມທົບ​ຢ່າງ​ກົມ​ກ່ຽວ​ລະຫວ່າງ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ ​ແລະ ປະຊາຊົນ

     ກ່ຽວ​ກັບ​ເນື້ອ​ໃນ, ຮ່າງກົດໝາຍວ່າດ້ວຍທີ່​ດິນ​ສະບັບ​ປັບປຸງ ​ໄດ້​ມີ​ພື້ນຖານ, ຮອບດ້ານ​ພໍ​ສົມຄວນ, ສຸມ​ໃສ່​ບັນດາ​ບັນຫາ​ໃຫຍ່​ຄື ກຳມະສິດ​ທີ່​ດິນ, ສິດ​ຂອງ​ລັດ​ໃນ​ຖາ​ນະ​ເປັນ​ຕົວ​ແທນ​ໃຫ້​ເຈົ້າ​ຂອງ​ກຳມະສິດ​ກ່ຽວ​ກັບ​ທີ່​ດິນ, ສິດ, ພັນທະ​ຂອງ​ຜູ້ນຳ​ໃຊ້​ທີ່​ດິນ. ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ວາງ​ແຜນຜັງ, ນຳ​ໃຊ້​ທີ່​ດິນ​ເວົ້າ​ລວມ,​ ທີ່​ດິນ​ແຕ່ລະ​ປະ​ເພດ​ເວົ້າ​ສະ​ເພາະ; ປ່ຽນ​ໃໝ່, ຍົກ​ສູງ​ລັກສະນະ​ຮ່ວມ​ສຳພັນ, ຄົບ​ຊຸດ​ລະຫວ່າງ​ການວາງ​ແຜນ​ກຳນົດ​ນຳ​ໃຊ້​ທີ່​ດິນ​ກັບ​ບັນດາ​ແຜນ​ກຳນົດ​ຂະ​ແໜງ​ການ, ຂົງ​ເຂດ​ຕ່າງໆ. ກຳນົດ​ເວລາ ​ແລະ ກຳນົດ​ລະດັບ​ມອບ​ດິນ​ສຳລັບ​ທີ່​ດິນ​ແຕ່ລະ​ປະ​ເພດ. ການ​ດັດແປງຂໍ້​ກຳນົດ, ນະ​ໂຍບາຍ​ການ​ເງິນ​ກ່ຽວ​ກັບ​ທີ່​ດິນ, ກ່ຽວ​ກັບ​ລາຄາ​ທີ່​ດິນ, ກຳນົດ​ລາຄາ​ທີ່​ດິນ, ການ​ປະມູນ​ກ່ຽວ​ກັບ​ສິດ​ນຳ​ໃຊ້​ທີ່​ດິນ. ດັດ​ແປງຂໍ້​ກຳນົດ​ກ່ຽວ​ກັບ​ການ​ຖອນ​ທີ່​ດິນ​ຄືນ, ຊົດ​ເຊີຍ, ໜູນ​ຊ່ວຍ​, ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່. ທ່ານ​ລັດຖະມົນຕີ​ກະຊວງ​ຊັບ​ພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ຫງວຽນ​ມິນ​ກວາງ ​ໃຫ້​ຮູ້​ວ່າ :

   “ກົດໝາຍວ່າທີ່​ດິນ​ຄັ້ງ​ນີ້ ​ແມ່ນ​ມີ​ຫຼາຍ​ຈຸດ​ໃໝ່, ພິ​ເສດ​ແມ່ນ​ກ່ຽວຂ້ອງ​ເຖິງນະ​ໂຍບາຍ ຖອນ​ທີ່​ດິນ​ຄືນ, ນະ​ໂຍບາຍ​ຊົດ​ເຊີຍ, ລາຄາ​ທີ່​ດິນ...ນີ້​ແມ່ນ​ບັນດາ​ບັນຫາ​ທີ່​ໃໝ່​ອຽມ. ບັນຫາ​ເຫຼົ້າ​ນີ້​ໄດ້​ເປັນ​ເອກະ​ພາບ​ບົນ​ຈິດ​ໃຈ​ເພື່ອ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ​ເມື່ອ​ກ່ອນ​ນີ້, ພວກ​ເຮົາ ຖອນ​ທີ່​ດິນ​ຄືນ​ເພື່ອ​ເປົ້າ​ໝາຍ​ພັດທະນາ​ເສດ​ຖະກິດ​ສັງຄົມ ອັນ​ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ. ​ແຕ່​ພ້ອມ​ກັນ​ນັ້ນ, ກໍ​ຍັງ​ມີ​ຂໍ້ຄົງຄ້າງ​ທີ່​ກ່ຽວຂ້ອງ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ພາ​ໄປ​ເຖິງ​ການ​ຮ້ອງທຸກ ຮ້ອງ​ຟ້ອງ. ບັນດາຂໍ້ຄົງຄ້າງ​ນີ້​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ກົດໝາຍ​ໃໝ່. ​​ເທື່ອນີ້, ການຖອນ​ທີ່​ດິນ​ຄືນຖືກ​ກຳ​ນັດ​ຢ່າງ​ແໜ້ນ​ແຟ້ນ ”

    ກະກຽມ​ພື້ນຖານ​ດ້ານ​ກົດໝາຍ​ເພື່ອ​ພ້ອມ​ແລ້ວ​ຈະ​ຜັນ​ຂະຫຍາຍ​ກົດໝາຍ

  ພ້ອມ​ກັບ​ການ​ປັບປຸງດ້ານ​ເນື້ອ​ໃນ, ບັນດາ​ເງື່ອນ​ໄຂ​ດ້ານ​ກົດໝາຍ​ເພື່ອ​ໃຫ້ ກົດໝາຍວ່າດ້ວຍທີ່​ດິນ​ສະບັບ​ປັບປຸງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດຢ່າງ ສະດວກ​ສະບາຍ​ກໍ​ໄດ້​ກຽມພ້ອມ ​ເມື່ອ ຮ່າງກົດໝາຍ​ໄດ້​ຮັບ​ການ​ຮັບຮອງ​ເອົ​າຈາກສະພາ​ແຫ່ງ​ຊາດ. ທ່ານ​ລັດຖະມົນຕີ​ກະຊວງ​ຊັບ​ພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ຫງວຽນ​ມິນ​ກວາງ ​ໃຫ້​ຮູ້​ວ່າ:

   “ ວຽກ​ງານ​ກະກຽມ​​ແມ່ນ​ປະຕິບ​ັດຢ່າງຮີບ​ເຮັ່ງ. ມາ​ຮອດ​ປະຈຸ​ບັນ, ອົງການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ​ໄດ້​ສົ່ງ​ຮ່າງ​ດຳລັດ 5 ສະບັບ ​ເຖິງ​ບັນດາ ສສຊ, ​ໃນ​ນັ້ນ, ມີ​ດຳລັດ​ສະ​ເພາະ​ກ່ຽວ​ກັບ​ລາຄາ​ທີ່​ດິນ. ບັນດາ​ເອກະສານ​ນີ້,​ ​ເຖິງ​ວ່າຕ້ອງການ​ວັນ​ເວລາ​ເພື່ອ​ປັບປຸງ​ກໍ​ຕາມ, ​ແຕ່​ອີກ​ປະມານ 6 ​ເດືອນ ຈະ​ສ້າງ​ສຳ​ເລັດ, ພ້ອມ​ນັ້ນ ​ແມ່ນ​ບັນດາ​ບົດ​ແນະນຳ, ຈົດໝາຍ​ລະຫວ່າງ​ກະຊວງ ”

   ທີ່​ດິນ​ແມ່ນ​ບັນ​ຫາ​ໃຫຍ່, ສັບສົນ ​ແລະ ສະດຸ້ງ​ໄວ​ທີ່​ສຸດ. ໝາກຜົນ​ ​ສະຫຼຸບ​ເກືອບ 10 ປີ ແຫ່ງ​ການປະຕິບັດກົດໝາຍວ່າດ້ວຍທີ່​ດິນ​ປີ 2003 ​ໄດ້​ຊີ້​ໃຫ້​ເຫັນ​ບັນດາ​ສິ່ງ​ທີ່​ຄົງ​ຄ້າງ, ອ່ອນ​ດ້ອຍ​ຂອງ​ລະ​ບົບກົດໝາຍ​ກ່ຽວ​ກັບ​ທີ່​ດິນ, ພ້ອມ​ນັ້ນ, ຕາມ​ການ​ສະ​ຖີຕິ​ກໍ​ໃຫ້​ເຫັນ​ວ່າ 70 – 80% ຈຳນວນ​ໃບ​ຮ້ອງ​ຟ້ອງ, ຮ້ອງທຸກ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແມ່ນ​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ນີ້. ​ເພາະສະ​ນັ້ນ, ​ເລື່ອງ​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ ຮ່າງກົດໝາຍວ່າດ້ວຍທີ່​ດິນ​ສະບັບ​ປັບປຸງຢ່າງ​ລະອຽດ ​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ ​ເພື່ອ​ສ້າງ​ກອບ​ກົດໝາຍ​ທີ່​ສົມບູບ​ແບບ​ກ່ວາ​ເພື່ອ​ສາມາດ​ແກ້​ໄຂ​ບັນ​ສິ່ງ​ຄ້າງ​ຄາ​ໃນ​ປະຈຸ​ບັນ, ທັງ​ນີ້​ກໍ​ເພື່ອ​ຮັບປະກັນ​ການ​ພັດທະນາ​ແບບ​ຍືຍຍົງ​ຂອງ​ປະ​ເທດ​ຊາດ​​ໃນ​ໄລຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ .

ຕອບກັບ

ຂ່າວ/ບົດ​ອື່ນ