ປັບປຸງການພົວພັນຮ່ວມມືພັດທະນາອັນດີງາມລະຫວ່າງ ຫວຽດນາມແລະນອກແວ

(vovworld)-ໂດຍ​ໄດ​້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ, ວັນ​ທີ 17/4, ທ່ານ​​ນາງນາ​ຍົກ​ລັດ​ຖະ​ມົນ ນອກ​ແວ Erna Solberg ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 16-18/4. ການ​ຢ້ຽມ​ຢາມ​ຂອ​ງ​ທ່ານ​ນາງນາ​ຍົກ​ລັດ​ຖະ​ມົນ​ຕີ ນອກ​ແວ Erna Solberg ເພື່ອ​ສ້າງ​ກຳ​ລັງ​ຫນູນ​ໃຫມ່, ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດກວ່າ​ອີກ.
ປັບປຸງການພົວພັນຮ່ວມມືພັດທະນາອັນດີງາມລະຫວ່າງ ຫວຽດນາມແລະນອກແວ - ảnh 1
ທ່ານ​​ນາງນາ​ຍົກ​ລັດ​ຖະ​ມົນ ນອກ​ແວ Erna Solberg
ພາບ:vnmedia.vn


        ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ປະ​ເທດ ຈະ​ແລກ​ປ່ຽນ​ບັນ​ດາ​ວິ​ທ​ີ​ກາ​ນ​ລະ​ອຽດ ເພື່ອ​ຊຸກ​ຍູ້​ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ບັນ​ດາ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຂົງ​ເຂດ​​ສຳ​ຄັນອື່ນ​ຈຳ​ນວນ​ຫນຶ່ງ. ການ​ຢ້ຽມ​ຢາມ​ແມ່ນ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ສອງ​ຝ່າຍ​ກໍ​ຄື​ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ​ດຳ​ເນີນ​ງານ​ພັດ​ທະ​ນາ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ ແລະ ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ສ​ປ​ຊ.

ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ

       ຫວຽດ​ນາມ ແລະ ນອກ​ແວ ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເມື່ອ​ວັນ​ທີ 25/11/1971. ໃນ​ຕ​ະ​ຫລອດກວ່າ 40 ປີ ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ ແລະ ເຂົ້າ​ສູ່​ລວງ​ເລິກ​ໃນ​ຫລາ​ຍ​ຂ​ົງ​ເຂດ​ຄື: ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ. ສອງ​ປະ​ເທດ ໄດ້​ແລກ​ປ່ຽນ​ຫລາຍ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ. ​ເປັນ​ຕົ້ນ​ໄລ​ຍະ​ມໍ່ໆ​ມານີ້ແມ່ນ​ການພົບ​ປະ​ລະ​ຫວ່າງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ທ່ານ​ນາງນາ​ຍົກ​ລັດ​ຖະ​ມົນ​ຕ​ີ ນອກ​ແວ Erna Solberg ຢູ່ນອກກອງ​ປະ​ຊຸມ​ສຸດຍອດ​ຄວາມ​ປອດ​ໄພ ​ນິວ​ເຄຼຍ ຄັ້ງ​ທີ 3 ຢູ່ ໂຮນ​ລັງ (3/2014) ແລະ ຢູ່ນອກກອງ​ປະ​ຊ​ຸມ​ສຸດຍອດ ASEM ຄັ້ງ​ທີ10 ຢູ່ Milan ປະ​ເທດ ອີ​ຕາ​ລີ (10/2014). ສອງ​ຝ່າຍ​ມີ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຄື: ວາ​ລະ​ທາບ​ທາມ​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 7 ຄັ້ງ ແລະ ການ​ເຈ​ລະ​ຈາ​ສິດ​ທິ​ມະ​ນຸດ​ຂັ້ນ​ຫົວ​ຫນ້າ​ກົມ, ສັງ​ກັດ​ກະ​ຊວງ​ການ​ຕ່າງ​ປະ​ເທດ 11 ຄັ້ງ ເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ລະ​ອຽດ.

        ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ແລກ​ປ່ຽນ​ດ້ານ​ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງ​ຫວຽດ​ນາມ ແລະ ນອກ​ແວ ປີ 2014 ບັນ​ລຸກ​ວ່າ 307 ລ້ານ USD. ບັນ​ດາ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ຕົ້ນ​ຕໍ​ຂອງ​ຫວຽດ​ນາມ ໄປ​ຍັງ ນອກ​ແວ ລວມ​ມີ: ເຄື່ອງ​ຕ​່ຳ​ແຜ່ນ​ຕັດ​ຫຍິບ, ເກີບ, ເຄື່ອງ​ເຟີ​ນີ​ເຈີ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ໄມ້, ໝາກ​ມ່ວງ​ຫິ​ມະ​ພານ. ຫວຽດ​ນາມ ນຳ​ເຂົ້າ​ສິນ​ຄ້າ​ຈາກນອກ​ແວ​ແມ່ນ: ສິນ​ໃນ​ນ້ຳ, ເຄື່ອງ​ຈັກ, ອຸ​ປະ​ກອນ. ເດືອນ 5/2012, ຫວຽດ​ນາມ ແລະ ກຸ່ມ​ເຂດ​ການ​ຄ້າ​ເສ​ລີ ເອີ​ລົບ (EFTA) ຊື່ງ​ລວມ​ມີ ນອກ​ແວ, ສະ​ວິດ, ໄອ​ແລນ ແລະ ເລກ​ເຕນ​ສະ​ເຕນ … ເລີ່​ມ​ຕົ້ນ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ FTA. ບັນ​ດາ​ຝ່າຍ​ຫາກໍ່​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ຄັ້ງ​ທີ 11 ຢູ່ ນະ​ຄອນ ເມື່ອ​ເດືອນ 1/2015. ໄລ່​ມາ​ຮອດ​ເດືອນ 2/2015, ນອກ​ແວ ມີ 30 ໂຄງ​ການ​ລົງ​ທຶນ​ຍັງ​ມີ​ຜົນ​ສັກ​ສິດ ດ້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ແມ່ນກວ່າ 120 ລ້ານ USD, ຢືນ​ອັນ​ດັບ​ທີ 37/101 ປະ​ເທດ ແລະ ເຂດ​ແຄ້ວນ​ລົງ​ທຶນ​ຢູ່​ຫວຽດ​ນາມ. ປະ​ຈຸ​ບັນ ນອກ​ແວ ມີ 40 ວິ​ສາ​ຫະ​ກິດ ພວມ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ, ສຸ​ມ​ໃສ່​ຢູ່​ນະ​ຄອນ ໂຮ່​ຈ​ິ​ມີນ, ຫວຸງ​ເຕົາ, ຮ່າ​ໂນ້ຍ, ແຄງ​ຮ​ວ່າ, ບີງ​ເຢືອງ, ຫາຍ​ຟ່ອງ. ບັນ​ດາ​ໂຄງ​ການ​ຂອງນອກ​ແວ ສ່ວນ​ຫລາຍ​ສຸ​ມ​ໃສ່​ໃນ​ຂົງ​ເຂດ​ປຸງ​ແຕ່ງ​ໄມ້, ວັດ​ສະ​ດຸກໍ່​ສ້າງ …..ເງິນ​ລົງ​ທຶນ​ຂອງ ນອກ​ແວ ຕາມ​ຮູບ​ການ 100% ທຶນ​ຕ່າງ​ປະ​ເທດ​ ແລະ ປະ​ຈຸ​ບັນ​ພວມ​ເຄື່ອນ​ໄຫວ​ຢູ່ 7 ທ້ອງ​ຖິ່ນ.

        ກ່ຽວ​ກັບ​ການ​ພົວ​ພັນ​ທາງ​ດ້ານ​ການ​ທູດ ລະ​ຫວ່າງ​ຫວຽດ​ນາມ ແລະ ນອກ​ແວ ໃນ​ກວ່າ 40 ປີ​ຜ່ານ​ມາ, ທ່ານ​ນາງ Siren Gjerme Eriksen, ເອກ​ອັກ​ຄະ​ລັດ​ຖະ​ທູດ ນອກ​ແວ ປະ​ຈຳ​ຫວຽດ​ນາມ ຖື​ວ່າ:

        “ນອກ​ແວ ແລະ ຫວຽດ​ນາມ ມີ​ການ​ພົວ​ພັນ​ທາງ​ການ​ທູດຢ່າ​ງ​ເລິກ​ເຊິ່ງ ແລະ ພັດ​ທະ​ນາຕາມ​ຫລາຍ​ທິດ​ມາ​ເປັນ​ເວ​ລາກວ່າ 44 ປີ ແລ້ວ. ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຄວາມ​ຄືບ​ຫນ້າ​ດີ​ສົມ​ຄວນ​ໃນ​ການ​ລົບ​ລ້າງ​ຄວາມ​ອຶ​ດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ພັດ​ທະ​ນາ ແລະ ເຊ​ື່ອ​ມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ໃນ​ເວ​ທີ​ສາ​ກົນ. ໃນ​ຊຸມ​ປີມໍ່ໆ​ມານີ້, ນອກ​ແວ ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ກຳ​ລັງ​ຄວາ​ມ​ສາ​ມາດ​ດ້ານ​ເຕັກ​ນິກ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ວຽກ​ກັບ​ຫວຽດ​ນາມ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ກໍ​ຄື​ການ​ຮ່ວມ​ມື​ກັບ​ບັນ​ດາ​ສະ​ຖາ​ບັນ​ຄົ້​ນ​ຄ້​ວາ, ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ຫວຽດ​ນາມ.”

       ປັບ​ປຸງ​ການ​ພົວ​ພັນ​ຮ່ວມ​ມື​ພັດ​ທະ​ນາ​ຫວຽດ​ນາມ ແລະ ນອກ​ແວ

        ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ນອກ​ແວ ເຊື່ອມ​ຕໍ່​ຄືນ​ໃຫມ່​ນັບ​ແຕ່​ເມື່ອ​ສອງ​ຝ່າຍ​ລົງ​ນາມ​ໃນ​ສັນ​ຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາ​ໃນ​ເດືອນ 10/1996. ການ​ຊ່ວຍ​ເຫລືອ​ຂອງນອກ​ແວ ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ບັນ​ລຸກວ່າ 320 ລ້ານ USD. ນອກນັ້ນ ນອກ​ແວ ຍັງ​ມີ​ບັນ​ດາ​ໂຄງ​ການ​ສິນ​ເຊື່ອ​ບຸ​ລິມ​ະ​ສິດ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ນ້ຳ​ປະ​ປາ, ບຳ​ບັດ​ນ້ຳ​ເສຍ ແລະ ສິ່ງ​ເສດ​ເຫລືອ​ຢູ່​ບັນ​ດາ​ແຂວງ​ຂອງ​ຫວຽດ​ນາມ. ໃນ​ຊຸມ​ປີ​ຜ່ານ​ມາ, ນອກ​ແວ ຍາມ​ໃດ​ກໍ​ຕັ້ງ​ຫນ້າ​ສະ​ຫນັບ​ສະ​ຫນູນ, ຫນູນ​ຊ່ວຍ​ຫວຽດ​ນາມ ໃນ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ສິ່ງ​ດັ່​ງ່​ກາວ​ສ​ະ​ແດງ​ໃຫ້​ເຫັນ​ຜ່ານ​ເລື່ອງ ນອກ​ແວ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ສຳ​ເລັດ​ການ​ເຈ​ລະ​ຈາ​ເຂົ້າ​ຮ່ວມ WTO ກັບ​ຫວຽດ​ນາມ ໂດຍ​ໄວ ແລະ ສອງ​ຝ່າຍ ຍາມ​ໃດ​ກໍ​ສົມ​ທົບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທີ່​ບັນ​ດາ​ເວ​ທີ ແລະ ອົງ​ການ​ສາ​ກົນ​ຄື: ສ​ປ​ຊ, WTO.

        ປີ 2015 ແມ່ນ​ປີ​ສຸດ​ທ້າຍ​ຂອງວິ​ວັດ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ ຂອງ ສ​ປ​ຊ ແລະ ກໍ​ແມ່ນ​ຈຸດ​ເວ​ລາ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ສ້າງ​ໂຄງ​ການ​ດຳ​ເນີນ​ງານ​ພັດ​ທະ​ນາ​ຫລັງ​ປ​ີ 2015, ສ້າງ​ບັນ​ດາ​ເປົ້າ​ໝາ​ຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ນີ້​ກໍ​ແມ່ນ​ເນື້ອ​ໃນ​ສ​ຳ​ຄັນ​ໂດຍ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນອກ​ແວ Erna Solberg ເຕື້ອງ​ເຖິງ​ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້. ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ນອກ​ແວ ປະ​ຈຳ​ຫວຽດ​ນາມ Siren Gjerme Eriksen ໃຫ້​ຮ້​ູ້​ວ່າ:

        “ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Erna Solberg ມາ​ຢ້ຽມ​ຢາມ​ຫວຽດ​ນາມ ​ໃນຖາ​ນະ​ເປັນ​ປະ​ທານ​ຮ່ວມ​ກຸ່ມ​ໃຫ້​ຄຳ​ປືກ​ສາ​ກ່ຽວ​ກັບ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ ຂ​ອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ. ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ໄດ​້​ເລືອກ​ເຟັ້ນ​ຫວຽດ​ນາມ ແມ່ນ​ປະ​ເທດ​ທ່ານ​ນາງ​ມາ​ຢ້ຽມ​ຢາມ ເພາະ​ວ່າ ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ. ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນອກ​ແວ ຈະ​ສົ່ງ​ເສີມ​ຫວຽດ​ນາມ ສືບ​ຕໍ່​ວຽກ​ງານ​ຂອງ​ຕົນ​ເພື່ອ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ.”

        ໃນ​ໄລ​ຍະ​ຜ່ານ​ມາ, ນອກ​ແວ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ ຍາມ​ໃດ​ກໍ​ສະ​ຫນັບ​ສະ​ຫນູນ ແລະ ຫນູນ​ຊ່ວຍ​ຫວຽດ​ນາມ ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ຫວຽດ​ນາມ, ສະ​ຫນັບ​ສະ​ຫນູນ​ຫວຽດ​ນາມ ປະ​ຕິ​ບັດ​ຂໍ້​ລິ​ເລິ່ມ “ເອ​ກະ​ພາບ​ເພື່ອກະ​ທຳ”ກັບ ສ​ປ​ຊ . ​ເນື່ອງໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ຫວຽດ​ນາມຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນອກ​ແວ Erna Solberg, ​ສະ​ຖານ​ທູດ ນອກ​ແວ ແລະ ຜູ້​ປະ​ສານ​ງານ​ຂອງ ສ​ປ​ຊ  ປະ​ຈຳ ຮ່າ​ໂນ້ຍ ຈະ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ອຸ​ປະ​ຖຳ​ຈຳ​ນວນ​ເງິນ 1,3 ລ້ານ USD ໃຫ້​ແກ່​ໂຄງ​ການ ສ​ປ​ຊ ຢູ່​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ