ປັບປຸງສາຍພົວພັນອັນເປັນມູນເຊື້ອຫວຽດນາມ-ເບລາຣຸດ


(vovworld)-​​ ວັນ​ທີ 26/11, ທ່ານເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ເລີ່​ມຕົ້ນການ​ຢ້ຽມຢາມ​ສາທາ​ລະນະ​ລັດ​ເບ​ລາຣຸດ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ປັບ​ປຸງ​ສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ແລກປ່ຽນ​ບັນດາ​ມາດ​ຕະການ​ສົມທົບ​ກັນ​ເຄື່ອນ​ໄຫວ​ໃນ​ເວທີ​ສາກົນ.


ປັບປຸງສາຍພົວພັນອັນເປັນມູນເຊື້ອຫວຽດນາມ-ເບລາຣຸດ  - ảnh 1

 (ພາບ: vov.vn)

   ນີ້​ແມ່ນ​ການ​ຢ້ຽມຢາມ​ເບ​ລາຣຸດ ​ເປັນຄັ້ງທຳ​ອິດ​ຂອງ​ທ່ານ​ຫງວຽນ​ຟູ​ຈ້ອງ ​ໃນ​ຖານະ​ເປັນ​ຜູ້ນຳ​ພັກ​ກອມ​ມູນິດຫວຽດນາມ. ​ໃນ​ການ​ຢ້ຽມຢາມ​ຄັ້ງນີ້, ​ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ປະທານາທິບໍດີ ສາທາ​ລະນະ​ລັດ​ເບ​ລາຣຸດ Alexander Lukashenko ​ແລກປ່ຽນ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ແນ​ໃສ່​ປັບປຸງ ​ແລະ ພັດທະນາສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ, ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດຫວຽດນາມ-​ເບ​ລາຣຸດ, ນຳ​ການ​ພົວພັນ​ສອງ​ຝ່າຍ​ໃຫ້​ພັດທະນາ​ຢ່າ​ງ​ແທດ​ຈິງ ​ແລະ ​ເຂົ້າສູ່​ລວງ​ເລິກ.

ພື້ນຖານ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ຈົບງາມ

   ການ​ພົວພັນລະຫວ່າງຫວຽດນາມ-​ເບ​ລາຣຸດ ອີງ​ບົນ​ພື້ນ​ຖານ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ນັບ​ແຕ່​ຊຸມ​ປີ​ທ້າຍ​ສັດຕະວັດ​ທີ 20. ນີ້​ແມ່ນ​ສາຍ​ພົວພັນ​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ. ​ໃນ​ຊຸມ​ປີຜ່ານມາ, ສອງ​ປະ​ເທດ​ໄດ້​ເພີ່ມ​ທະວີ​ສາຍ​ພົວພັນ​ຖານ​ເພື່ອ​ນມິດທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດຢ່າງ​ບໍ່​ຢຸດ​ຢັ້ງ. ອາດ​ຈະ​ເຫັນ​ໄດ້​ຄວາມ​ຕັ້ງໜ້າ​ນັບ​ມື້​ນັບ​ເພີ່ມ​ຂຶ້ນໃນ​ການ​ແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງຫວຽດນາມ-​ເບລາຣຸດ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ຫວຽດນາມ-​ເບ​ລາຣຸດ ​ເພີ່ມ​ຂຶ້ນ​ທົບ 7 ​ເທົ່າ​​ໃນ 10 ປີຜ່ານມາ, ປະຈຸ​ບັນ​ບັນລຸປະມານ 200 ລ້ານ​ໂດ​ລາ​ສະຫະລັດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ໃຫ້​ໝົດ​ເທື່ອ. ຍ້ອນ​ເຫດ​ນັ້ນ, ການ​ຢ້ຽມຢາມ ​ເບລາຣຸດ ຂອງທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ  ​ໄດ້​ຮັບ​ຄວາມ​ຫວັງ​ວ່າຈະ​ສ້າງ​ກຳລັງ​ໜູນ​ໃໝ່​ເພື່ອ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ​ຢ່າງ​ແຮງ​ກ່ວາ​ອີກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ. ​ເມື່ອ​ຕອບ​ສຳພາດ​ຕໍ່ນັກ​ຂ່າວ VOV, ທ່ານ​ເອກ​ອັກຄະ​ລັກ​ຖະທູດ​ເບ​ລາຣຸດ ປະຈຳ​ຫວຽດນາມ Valery Sadokho ຢືນຢັນວ່າ:

   “​​ເບລາຣຸດ ຖືການຢ້ຽມຢາມຄັ້ງນີ້ເປັນສຳຄັນທີ່ສຸດ. ພວກຂ້າພະເຈົ້າຫວັງວ່າ, ຜ່ານການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະພິຈາລະນາຄວາມສາມາດຍົກສູງສາຍພົວພັນຄູ່ຮ່ວມມືຂຶ້ນສູ່ລະດັບໃໝ່, ​ເປີດກ້ວາງບັນດາຂົງເຂດຮ່ວມມືດ້ານເສດຖະກິດ, ການສຶກສາ,​ວັດທະນະທຳສອງປະເທດພວມມີບັນດາເງື່ອນໄຂສະດວກເພື່ອຊຸກຍູ້ການພົວພັນຮ່ວມມື, ນຳມາເຊິ່ງຜົນປະໂຫຍໃຫ້ແກ່ທັງສອງຝ່າຍ“.

ປັບປຸງສາຍພົວພັນອັນເປັນມູນເຊື້ອຫວຽດນາມ-ເບລາຣຸດ  - ảnh 2

(ພາບ: vov.vn)

   ປະຈຸ​ບັນ, ຫວຽດນາມ ​ແລະ ເບ​ລາຣຸດ ພວມ​ສຳ​ເລັດ​ວິວັດທະນາ​ການ​ດຳ​ເນີນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ FTA 3 ຝ່າຍ, ລະຫວ່າງ ​ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ສຳ​ພັນທະ​ມິດ​ພາສີ ລວມມີ​ລັດ​ເຊຍ, ເບ​ລາຣຸດ ​ແລະ ກາ​ຊັກ​ສະຖານ. ​ແລະ ຄາດ​ວ່າ​ຈະ​ລົງ​ນາມ​ໃນຕົ້ນປີ 2015. ​ເມື່ອ​ສຳ​ເລັດ, ສັນຍາ​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ແຕ່ລະ​ປະ​ເທດ​ຄື: ຫລຸດຜ່ອນ​ອາກອນ​ນຳ​ເຂົ້າ, ຍົກ​ສູງ​ລະດັບ​ແກ່ງ​ແຍ້​ງບັນດາ​ຜະລິດ​ຕະພັນ​ຂອງ​ຫວຽດນາມ ຢູ່​ເບ​ລາຣຸດ ກໍ່​ຄື​ສິນຄ້າ​ຂອງ​ເບ​ລາຣຸດ ຢູ່​ຫວຽດນາມ

ແງ່ຫວັງແຫ່ງການຮ່ວມມືສອງຝ່າຍ ຫວຽດນາມ-​ເບລາຣຸດ

     ໜ້າສົນ​ໃຈ​ແມ່ນ, ປະຈຸ​ບັນ, ສອງ​ປະ​ເທດ​ພວມ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ການ​ເປີດ​ສາຍ​ການບິນ​ໂດຍ​ກົງ​ຊື່​ງຄາ​ດວ່າ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພົວພັນ​​ແລກປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ການທ່ອງທ່ຽວ. ທ່ານ​ເອກ​ອັກຄະ​ລັກ​ຖະທູດ​ Valery Sadokho ​ເນັ້ນໜັກ​ວ່າ:

        “​ນີ້ບໍ່ພຽງແຕ່ແມ່ນສາຍການບິນໂດຍກົງລະຫວ່າງ ຫວຽດນາມ-​ເບລາຣຸດເທົ່ານັ້ນ ຫາກຍັງແມ່ນຂົວຕໍ່ບັນດາສາຍການບິນອື່ນໆຢູ່ເອີລົບອີກດ້ວຍ. ​ເບລາຣຸດ ກໍ່ສົນໃຈຕໍ່ການເປີດສາຍການບິນ​​ໄປຍັງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ແລະ ສົ່ງແຂກທ່ອງທ່ຽວມາແຫ່ງນີ້ອີກດ້ວຍ. ຫວຽດນາມ ມີສະຖານທີ່ທ່ອງທ່ຽວທີ່ດູດດື່ມຫຼາຍແຫ່ງເພື່ອພັດທະນາການທ່ອງທ່ຽວຄື: ​ໂຮງແຮມມີຄູນນະພາບດີ, ຫາດຊາຍທະເລສວຍງາມ, ໝາກໄມ້ເຂດຮ້ອນແລະ ສິນທະເລ. ບັນດາປັດໄຈດັ່ງກ່າວໄດ້ດຶງດູດແຂກທ່ອງທ່ຽວເບລາຣຸດ ມາຫວຽດນາມ ນັບມື້ນັບຫຼາຍ“.

  

   ​ໃນ​ຊຸມ​ປີຜ່ານມາ, ​ເບ​ລາຣຸດ ​ໄດ້​ບຳລຸງ​ສ້າງ​ພະນັກງານ, ຜູ້​ຊ່ຽວຊານ​ຫວຽດນາມ​ ມີ​ລະດັບ​ຄວາມ​ຮູ້​ສູງ​ຫຼາຍ​ຄົນ. ສ່ວນ​ການ​ຮ່ວມ​ມື​ດ້ານ​ແຮງ​ງານ​ແມ່ນ​​ທິດ​ທາງ​ຮ່ວມ​ມື​ໃໝ່​ລະຫວ່າງ​ສອງ​ປະ​ເທດ, ການຮ່ວມ​ມືລະຫວ່າງ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ສອງ​ປະ​ເທດ​ພວມ​ໄດ້​ຮັບ​ການ​ຊຸກຍູ້…​ປະຈຸ​ບັນ, ມີ​ຊາວ​ຫວຽດນາມ​ ປະມານ 1000 ຄົນ​ພວມ​ດຳລົງ​ຊີວິດ​ຢູ່​ເບ​ລາຣຸດ. ຄາດ​ວ່າ, ​ໃນ​ການ​ຢ້ຽມຢາມ​ເບ​ລາຣຸດ ຄັ້ງນີ້ຂອງທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ, ສອງ​ຝ່າຍ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ຈຳນວນ​ໜຶ່ງ.

   ການ​ຢ້ຽມຢາມ​ເບ​ລາຣຸດ ຄັ້ງນີ້ຂອງທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ມິດຕະ ພາບ, ການ​ຮ່ວມ​ມື​ຮອບດ້ານ​ກັບ​ເບ​ລາຣຸດ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ. ນອກຈາກ​ນັ້ນ​ແລ້ວ, ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍຢ່າງ​ມີ​ປະສິດທິ​ຜົນ./.

ຕອບກັບ

ຂ່າວ/ບົດ​ອື່ນ