ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຄາດ​ວ່າ​ຈະ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 20/1/2016. ກ່ອນ​ທີ່​ດຳ​ເນີນ ກອງ​ປະ​ຊຸມ​ໃຫຍ່​, ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ໄດ້​ຝາກ​ຄວາມ​ເຊື່ອ​ໝັ້ນ​ຕໍ່ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການກໍ່​ສ້າງ​ພັກ​ໃຫ້​ໂປ່ງ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂ​ງ, ເສີ​ມ​ຂະ​ຫຍາຍກຳ​ລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ປະ​ຊາ​ທິ​ປະ​ໄຕ​ສ​ັງ​ຄົມ​ນິ​ຍົມ; ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຮອບ​ດ້ານ ແລະ ຄົບ​ຊຸດ; ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃຫ້​ໝັ້ນ​ຄົງ​ໜັກ​ແໜ້ນ.

 

ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ - ảnh 1
(ພາບ​ປະ​ກອບ​)

     ຢູ່​ທີ່​ບັນ​ດາ​ກອງ​ປະ​ຊຸມ, ເວ​ທີ​ປາ​ໄສ, ການ​ປຶກ​ສາ​ຫາ​ລື​ທຸກໆ​ຄັ້ງ​ກ່ຽວ​ກັບ​ເຫດ​ການ​ທີ່​ສຳ​ຄັນ​ນີ້, ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ລ້ວນ​ແຕ່​ສະ​ແດງ​ຄວາມ​ຫວັງ​ຢາກ​ໃຫ້ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ ຊຶ່ງວາງ​ອອກ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ຍຸດ​ທະ​ສາດ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ.

    ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ

   ນັກ​ທ​ະ​ນາຍ​ຄວາມ ເລ​ດຶກ​ຕ໋ຽດ ຮອງ​ຫົວ​ໜ້າ​ສະ​ພາ​ໃຫ້​ຄຳ​ປຶກ​ສາ​ກ່ຽວ​ກັບ​ກົດ​ໝາຍ-ປະ​ຊາ​ທິ​ປະ​ໄຕ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຖື​ວ່າ : ປີ 2015, ປະ​ເທດ​ຫວຽດ​ນາມ​ບັນ​ລຸ​ໄດ້​ຜົນ​ງານຫຼາຍ​ຢ່າງ. ເພື່ອ​ເສີມ​ຂະ​ຫຍາຍ​ບັນ​ດາ​ໄຊ​ຊະ​ນະ​ຂອງ​ປີ 2015 ແລະ ຜ່ານ​ຜ່າ​ຄວາມ​ທົດ​ສອບ​ຂອງ​ປີ 2016, ປະ​ຊາ​ຊົນ​ຫວັງ​ວ່າ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຈະ​ວາງ​ອອກຫຼາຍ​ລັດ​ຖະ​ນະ​ໂຍ​ບາຍ​ເພື່ອ​ສືບ​ຕໍ່​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່. ສິ່ວ​ສຳ​ຄັນ​ກວ່າ​ໝູ່, ນັ້ນ​ແມ່ນກອງ​ປະ​ຊຸມ​ໃຫຍ່​ຕ້ອງ​ເລືອກ​ເຟັ້ນ​ບັນ​ດາ​ຜູ້​ທີ່​ມີ​ຄ​ວາມ​ເກັ່ງ​ກ້າ​ສາ​ມາດ, ມີ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິວ​ັດ, ມີ​ຄຸນ​ນະ​ທາດ​ຕັດ​ສິນ​ບັນ​ຫາ​ເພື່ອ​ນຳປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງທ້າ​ທາຍ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ພັດ​ທະ​ນາ. ນັກ​ທ​ະ​ນາຍ​ຄວາມ ເລ​ດຶກ​ຕ໋ຽດ ເວົ້າ​ວ່າ : 

    “ ໃນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້ ສາ​ມາດ​ເລືອກ​ເຟັ້ນ​ໄດ້​ຜູ້​ທີ່​ມີ​ຄ​ວາມ​ເກັ່ງ​ກ້າ​ສາ​ມາດ, ບັນ​ດາ​ຜູ້​ທີ່​ມີ​ຄ​ວາມ​ເກັ່ງ​ກ້າ​ສາ​ມາດນັ້ນ ແມ່ນ​ໄດ້​ຮັບ​ຄວາມ​ນິ​ຍົມ​ນັບ​ຖື​ຈາກ​ປະ​ຊາ​ຊົນ ແລະ ກ​ໍ​ແມ່ນ​ຜູ້​ທີ່ໃນໄລ​ຍະ​ທີ່​ຜ່ານ​ມາ​ໄດ້​ຂໍ້​ຄິດ​ລິ​ເລ​ີ່ມ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ. ​ຜູ້​ທີ່​ມີ​ຄ​ວາມ​ເກັ່ງ​ກ້າ​ສາ​ມາດ ແມ່ນບໍ່​ຂຶ້ນ​ກັບ​ເກັ່ນ​ອາ​ຍຸ, ບໍ່​ຂຶ້ນ​ກັບ​ຖາ​ນະ​ຕຳ​ແໜ່ງ​ເກົ່າ​ຄື​ແນວ​ໃດ”

 “ເສີ​ມ​ຂະ​ຫຍາຍກຳ​ລັງ​ແຮງ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ປະ​ຊາ​ທິ​ປະ​ໄຕ​ສ​ັງ​ຄົມ​ນິ​ຍົມ” ກໍ​ແມ່ນ​ສິ່ງ​ທີ່​ມີ​ປະ​ຊາ​ຊົນ​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ ແລະ ຝາກ​ຄວາມ​ຫວັງ​ຕໍ່ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ນີ້. ທ່ານ ໂດ້​ຢີ​ເທື່ອງ ຮອງ​ຫົວ​ໜ້າ​ສະ​ພາ​ໃຫ້​ຄຳ​ປຶກ​ສາ​ກ່ຽວ​ກັບ​ກົດ​ໝາຍ-ປະ​ຊາ​ທິ​ປະ​ໄຕ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມຖື​ວ່າ ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ເປີດ​ກ້​ວາງກວ່າ​ເນື້ອ​ໃນ “ປະ​ຊາ​ທິ​ປະ​ໄຕ​ສ​ັງ​ຄົມ​ນິ​ຍົມ. ປະ​ຊາ​ທິ​ປະ​ໄຕ ກ່ອນ​ອື່ນໝົດ​ແມ່ນ​ນຳ​ສິດ​ມາ​ສູ່​ປະ​ຊາ​ຊົນ, ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ, ນຳ​ຄວາມ​ຜາ​ສຸກ​ມາ​ສູ່​ປະ​ຊາ​ຊົນ. ປະ​ຊາ​ຊົນ​ມີ​ຄວາມ​ຫວັງ​ຢາກ​ເປີດ​ກ້​ວາງ​ປະ​ຊາ​ທິ​ປະ​ໄຕ​ກວ່າ​ອີກ​ໃນ​ພັກ ແລ​ະ ລັດ. ທ່ານ ໂດ້​ຢີ​ເທື່ອງ ຮອງ​ຫົວ​ໜ້າ​ສະ​ພາ​ໃຫ້​ຄຳ​ປຶກ​ສາ​ກ່ຽວ​ກັບ​ກົດ​ໝາຍ-ປະ​ຊາ​ທິ​ປະ​ໄຕ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເວົ້າ​ວ່າ : 

    “ ປະ​ຊາ​ຊົນ​ຫວັງ​ໃຫ້​ລັດ​ສືບ​ຕໍ່​ເປີດ​ກ້​ວາງ​ປະ​ຊາ​ທິ​ປະ​ໄຕ. ຢາກ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ​ໂດຍ​ຕ້ອງ​ມີ​ກົດ​ໝາຍ. ຂ້າ​ພະ​ເຈົ້າ​ສະ​ເໜີ​ລັດ​ຈົ່ງ​ປະ​ກາດ​ໃຊ້​ບັນ​ດາ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ສິດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ, ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນຊຶ່ງ​ລັດ​ຖະ​ທຳ​ມະ​ນູນ​ໄດ້​ກຳ​ນົດ​ໄວ້, ສິດ​ຕິດ​ຕາມກວດ​ກາ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ສຳ​ນັກ​ງານ​ແຫ່ງ​ລັດ, ຜູ້​ແທນ​​ລາຊະ​ດອນ, ພະ​ນັກ​ງານ​ລັດ​ຖະ​ກອນ ແມ່ນ​ສະ​ແດງ​ໃຫ້​ເຫັນ​ສິດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ​ເຂົ້າ​ຮ່ວມກໍ່​ສ້າງ​ພັກ, ກໍ່​ສ້າງ​ກົງ​ຈັກ​ແຫ່ງ​ລັດ ”

    ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ແຫ່ງ​ຊາດ

   ຈາກ​ແງ່​ມຸມ​ຂອງ​ຜູ້​ທີ່​ມີ​ຄວາມ​ຜູກ​ພັນ​ກັບ​ວຽກ​ງານ​ຊົນ​ເຜົ່າ​ໃນຫຼາຍ​ປີ​ມານີ້, ທ່ານ​ລູ່​ວັນ​ແກ, ອະ​ດີ​ດ​ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ກ​ານ​ຊົນ​ເຜົ່າ​ຂອງ​ລັດ​ຖະ​ບານ ຖື​ວ່າ : ຢາກ​ສາ​ມັກ​ຄີ, ປອງດອງລະ​ຫວ່າງ​ບັນ​ດາ​ຊົນ​ເຜົ່າ ແລະ ບັນ​ດາ​ສາດ​ສະ​ໜາ ແມ່ນ​ຕ້ອງ​ກຳ​ແໜ້ນ ແລະ ປະ​ຕິ​ບັດ​ບັນ​ດາຫຼັກ​ການ, ວິ​ທີ​ສາ​ມັກ​ຄີ​ຂອງພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ປະ​ທານ​ໂຮ່​ຈິ​ມິນ​ໃຫ້​ເປັນ​ຢ່າງ​ດີ, ສ້າງ​ແນວ​ຄິດ​ມະ​ຫາ​ສາ​ມັກ​ຄີ​ຂອງ​ປະ​ທານ​ໂຮ່​ຈິ​ມິນ​ໃນ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ຫັນ​ມັນ​ເປັນ​ສະ​ຕິ​ຄວາມ​ສະ​ໝັກ​ໃຈ​ສາ​ມັກ​ຄີ. ທ່ານ​ລູ່​ວັນ​ແກ, ອະ​ດີ​ດ​ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ກ​ານ​ຊົນ​ເຜົ່າ​ຂອງ​ລັດ​ຖະ​ບານ ຢືນ​ຢັນວ່າ : 

   “ ຢາກ​ສາ​ມັກ​ຄີນັ້ນ, ກ່ອນ​ອື່ນ​ໝົດ ແມ່ນ​ຕ້ອງ​ປະ​ຕິ​ບັດ​ບັນ​ຫາ​ປະ​ຊາ​ທິ​ປະ​ໄຕ​ໃຫ້​ດີ, ເບິ່ງ​ແຍງ, ແກ້​ໄຂຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ. ແກ້​ໄຂ​ບັນ​ຫາ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ ຈຶ່ງ​ມີ​ຄວາມ​ສາ​ມັກ​ຄີ. ມີ​ປະ​ຊາ​ທິ​ປະ​ໄຕ​ແລ້ວ, ຈຶ່ງ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມແລ້ວ ຈຶ່ງ​ມີ​ຄວາມ​ສາ​ມັກ​ຄີ, ແຕ່​ເມື່ອ​ສາ​ມາດ​ແກ້​ໄຂ​ດ້ານ​ຜົນ​ປະ​ໂຫຍດ​ໄດ້, ຈຶ່ງ​ມີ​ຄວາມ​ສາ​ມັກ​ຄີ. ບັນ​ຫາ​ແມ່ນ​ຕ້ອງ​ແກ້​ໄຂ​ຢ່າງ​ກົມ​ກ່ຽວ​ດ້ານ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ​ໃນ​ສັງ​ຄົມ, ລະ​ຫວ່າງ​ບັນ​ດາ​ຊົນ​ເຜົ່າ. ຂ້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ຂໍ້​ກຸນ​ແຈ​ຂອງ​ບັນ​ຫາ. ດັ່ງ​ນັ້ນ ຕ້ອງ​ປ່ຽນ​ແປງ​ໃໝ່​ບັນ​ຫາ​ຊົນ​ເຜົ່າ  ”

     ສືບ​ຕໍ່​ພັດ​ທະ​ນາ​ເສດ​ຖະ​ກິດ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ

   ຄວາມ​ມຸ່ງ​ຫວັງ​ຢ່າງ​ຍິ່ງ​ຂອງ​ປະ​ຊາ​ຊົນ​ຕໍ່ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ນັ້ນ, ແມ່ນ​ພັກ​ຕ້ອງ​ມີ​ບັນ​ດາ​ລັດ​ຖະ​ນະ​ໂຍບາຍປ່ຽນ​ແປງ​ໃໝ່, ສືບ​ຕໍ່ພັດ​ທະ​ນາ​ເສດ​ຖະ​ກິ​ດ​ສັງ​ຄົມ , ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ. ທ່ານ ຫງວຽນ​ວັນ​ຮຸ່ງ​ ຮອງປະ​ທານຄະ​ນະ​ກຳ​ມະ​ການ​​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ບັກ​ນິງ ຖື​ວ່າ  :

    “ ພວກ​ຂ້າ​ພະ​ເຈົ້າ​ຫວັງ​ຢ່າງ​ຍິ່ງວ່າ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ຈະ​ມີຫຼາຍ​ແຜນ​ນະ​ໂຍ​ບາຍ, ມາດ​ຕະ​ການແກ້​ໄຂ​ທີ່​ກ່ຽວ​ຂ້ອງ​ຊີ​ວິດ​ສັງ​ຄົມ​ເພື່ອ ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ. ໃນ​ນັ້ນ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄົນ​ທຸກ​ຍາກ, ຜູ່​ຢູ່​ປ່ຽວ, ປະ​ສ​ົບ​ກັບ​ຄວາມ​ຫຍຸ້ງ​ຍາກ ”

      ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ປະ​ເທດ​ຫວຽດ​ນາມ​ໄດ້​ບັນ​ລຸ​ບັນ​ດາ​ຜົນ​ງານ​ທີ່​ຍິ່ງ​ໃຫຍ່, ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ບົນ​ເສັ້ນ​ທາງ​ສ້າງ​ສາ​ລັດ​ທິ​ສັງ​ຄົມ​ນິ​ຍົມ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ແຕ່​ເສັ້ນ​ທາງ​ກໍ່ສ້າງ​ລັດ​ທິ​ສັງ​ຄົມ​ນິ​ຍົມຢູ່​ຫວຽດ​ນາມ ຍັງ​ຄົງ​ຍາວ​ນານ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ. ເພາະ​ສະ​ນັ້ນ, ປະ​ຊາ​ຊົນ​ມີ​ຄວາມ​ເຊື່ອໝັ້ນຕໍ່ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຈະ​ວາງ​ອອກ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ອັນ​ຖືກ​ຕ້ອງ​ໃນ​ການກໍ່​ສ້າງ​ພັກ, ເພີ່ມ​ທະ​ວີ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຊັກ​ຈູງ​ປະ​ຊາ​ຊົນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ນຳ​ປະ​ເທດ​ພັດ​ທະ​ນາ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ໝັ້ນ​ຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ