ປະຕູດຽວແຫ່ງຊາດເຊື່ອມຕໍ່ປະຕູດຽວອາຊຽນ: ຂີດໝາຍໃນວິວັດທະນາການເຊື່ອມໂຍງເຂົ້າກັບພາກພື້ນ

(vovworld)- ຫວຽດ​ນາມ ຫາ​ກໍ​ປະ​ກາດ​ກົນ​ໄກ​ປະ​ຕູ​ດຽວ​ແຫ່ງ​ຊາດ ແລະ ເຊື່ອມ​ຕໍ່​ເຕັກ​ນິກ​ກົນ​ໄກ​ປະ​ຕູ​ດຽວ ອາ​ຊຽນ. ສຳ​ລັບ​ຫວຽດ​ນາມ,  ພ້ອມ​ກັບ 6 ປະ​ເທດ​ສະ​ມາ​ຊິກ​ອື່ນ​ໃນ ອາ​ຊຽນ ໄດ້​ສຳ​ເລັດ​ການ​ຜັນ​ຂະ​ຫຍາຍ​ກົນ​ໄກ​ປະ​ຕູ​ດຽວ​ແຫ່ງ​ຊາດ ຕາມ​ຄຳ​ໝັ້ນ​ສັນ​ຍາ, ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ພາກ​ພື້ນ​ຂອງ​ຫວຽດ​ນາມ ບັນ​ລຸ​​ຕື່ມ​ອີກຂີດ​ໝາຍ​ຫນຶ່ງ​ສຳ​ຄັນ, ພິ​ເສດ ໃນ​ສະ​ພາບ​ການ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ຈະໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ທ້າຍ​ປີນີ້.
ປະຕູດຽວແຫ່ງຊາດເຊື່ອມຕໍ່ປະຕູດຽວອາຊຽນ: ຂີດໝາຍໃນວິວັດທະນາການເຊື່ອມໂຍງເຂົ້າກັບພາກພື້ນ - ảnh 1
ພິ​ທີ​ປະ​ກາດ​ກົນ​ໄກ​ປະ​ຕູ​ດຽວ​ແຫ່ງ​ຊາດ
ພາບ:customs.gov.vn

       ກົນ​ໄກ​ປະ​ຕູ​ດຽວ​ແຫ່ງ​ຊາດ ແມ່ນ​ກົນ​ໄກ​ຂອງ​ລະ​ບຽບ​ການ​ພາ​ສີ​ຊື່ງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ພາຍ​ໃຕ​້​ຮູບ​ການ​ບໍ​ລິ​ການ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ໄດ້​ນຳ​ໃຊ້​ໃນ​ທົ່ວ​ປະ​ເທດ ໂດຍ​ອີງ​ໃສ່​ລະ​ບົບ​ເຮັດ​ລະ​ບຽບ​ການ​ພາ​ສີ​ອັດ​ຕະ​ໂນ​ມັດ. ຕາມນັ້ນ​ແລ້ວ, ນຳ​ໃຊ້​ກົນ​ໄກ​ປະ​ຕູ​ດຽວ​ແຫ່ງ​ຊາດ, ວິ​ສາ​ຫະ​ກິດ​ຈະ​ຫລຸດ​ຜ່ອນ​ປະ​ມານ 4/5 ເວ​ລາ​ເຮັດ​ລະ​ບຽບ​ການ. ສະ​ເພາະ ບັນ​ດາ​ລະ​ບຽບ​ການ​ດ້ານ​ບໍ​ລິ​ຫານ ຈະ​ຫລຸດ​ຜ່ອນ​ຈາກ 15-30% ​ເວ​ລາ​ປະ​ຕິ​ບັດ. ກົນ​ໄກ​ປະ​ຕູ​ດຽວ​ ອາ​ຊຽນ ແລະ ກົນ​ໄກ​ປະ​ຕູ​ດຽວ​ແຫ່ງ​ຊາດ ແມ່ນ​ບາດ​ກ້າວ​ເດີນ​ສຳ​ຄັນ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ໃນ​ການ​ປະ​ຕິ​ຮູບ, ເຮັດ​ໃຫ້​ລະ​ບຽບ​ການ​ບໍ​ລິ​ຫານ​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫ​ວ​ນຳ​ເຂົ້າ​ສົ່ງ​ອອກ​ງ່າຍ​ດ່າຍກວ່າ, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ເຊື່ອມ​ໂຍງ, ພັດ​ທະ​ນາ​ຂອງ​ແຕ່​ລະປະ​ເທດ​ສະ​ມາ​ຊິກ ກໍ​ຄື ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

       ຫວຽດ​ນາມ ສຳ​ເລັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ

​ນັບ​ແຕ່​ເມື່ອ ອາ​ຊຽນ ເຫັນ​ດີ ຍູ້​ໄວ​ວິ​ວັດ​ທະ​ນາ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ, ບັນ​ດາ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ໄດ້​ເປັນ​ເອ​ກະ​ພາບ​ຕໍ່​ບັນ​ຊີ​ລາຍ​ຊື່​ບັນ​ດາ​ມາດ​ຕະ​ການ​ບຸ​ລິ​ມະ​ສິດ ຊື່ງ​ບັນ​ດາ​ປະ​ເທດ ອາ​ຊຽນ ຄວນ​ສຸມ​ໃສ່​​ສ້າງຂຶ້ນ. ຄຽງ​ຄູ່ກັບ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ຄື: ບັນ​ດາ​ມາດ​ຕະ​ການ​ຫລຸດ​ຜ່ອນ​ອັດ​ຕາ​ພາ​ສີ, ສ້າງ​ຄວາມ​ສະ​ດວກ​ໃຫ້​ການ​ລົງ​ທຶນ, ການ​ຄ້າ, ການ​ປະ​ຕິ​ຮູບ​​ເຮັດ​ລະ​ບຽບ​ການ​ພາ​ສີ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ.

        ຕາມ​ການ​ຕີ​ລາ​ຄ​າ​ຂອງ​ທະ​ນາ​ຄານ​ໂລກ​ແລ້ວ, ສະ​ເລ່ຍ ມື້​ຫນຶ່ງ ສິນ​ຄ້າ​ຖືກ​ຊັກ​ຊ້າ​ໃນ​ຂອດ​ເຮັດ​ລະ​ບຽບ​ການ​ພາ​ສີ ເຮັດ​ໃຫ້​ປະ​ລິ​ມານ​ສິນ​ຄ້າ​ນຳ​ເຂົ້າ​ສົ່ງ​ອອກ​ຈະ​ຖືກ​ຫລຸດ​ລົງ 1%. ຢູ່ ອາ​ຊຽນ, ສະ​ເລ່ຍ​ ການ​ສົ່ງ​ອອກນຳ​ເຂົ້າສິນ​ຄ້າ​ເທື່ອ​ຫນຶ່ງ ຕ້ອງ​ເສຍ​ເວ​ລາ 20 ວັນ​​. ສິ່ງ​ດັ່ງ​ກ່າວ​​ໄດ້​ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ເພີ່ມ​ລາຍ​ຈ່າຍ ແລະ ກີດ​ຂວາງ​ຕໍ່ການ​ເຕີບ​ໂຕ​ເສດ​ຖະ​ກິດ. ເພາະ​ສະ​ນັ້ນ ກົນ​ໄກ​ປະ​ຕູ​ດຽວ​ອາ​ຊຽນ ແມ່ນ​ເນື້ອ​ໃນ​ບຸ​ລິ​ມະ​ສິດ​ໃນ​ແຜນ​ການ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ເພື່ອ​ສ້າງ​ປະ​ຊາ​ຄົມເສດ​ຖະ​ກິດ ອາ​ຊຽນ ໃນ​ປີ 2015. ທ່ານ​ນາງ ກາວ​ແທງ​ຢຽບ, ຫົວ​ຫນ້າ​ກົມ​ຮ່ວມ​ມື​ສາ​ກົນ ຂຶ້ນ​ກັບ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຖື​ວ່າ:

        “ກົນ​ໄກ​ປະ​ຕູ​ດຽວ​ອາ​ຊຽນ ແມ່ນ​ເນື້ອ​ໃນ ຊື່ງໄດ້​ຮັບ​ການ​ຍູ້​ໄວ​ຈາກ​ບັນ​ດາ​ປະ​ເທດ ອາ​ຊຽນ​. ແລະ ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ທັງ​ໝົດ ພວມ​ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ການ​ສ້າ​ງ​ກົນ​ໄກປະ​ຕູ​ດຽວ​ແຫ່ງ​ຊາດ ເພື່ອ​ເຊື່ອມ​ຕໍ່​ເຂົ້າ​ ກົນ​ໄກ​ປະ​ຕູ​ດຽວ​ອາ​ຊຽນ. ກົນ​ໄກ​ປະ​ຕູ​ດຽວ​ອາ​ຊຽນ ປະ​ຈຸ​ບັນ​ພວມ​ໃນ​ໄລ​ຍະ​ທົດ​ລອງ ແລະ ຫວັງ​ວ່າ 1-2 ປີ​ຈະ​ມາ​ເຖິງ ສາ​ມາດ​ເຊື່ອມ​ຕໍ່​ເປັນ​ກົນ​ໄກ​ລວມ​ຂອງ ອາ​ຊຽນ. ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ ອາ​ຊຽນ, ຫວຽດ​ນາມ ແມ່ນ​ປະ​ເທດ ມີ​ອັດ​ຕາ​ສ່ວນ​ປະ​ຕິ​ບັດ​ສູງ​ສຸດ, ໃນ​ບັນ​ດາ​ຂົງ​ເຂດ​ລະ​ອຽດ ລ້ວນ​ແຕ່​ມີ​ບັນ​ດາ​ຄວາມ​ຄືບ​ຫນ້າ.”

        ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ນຳ​ຫນ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ, ໃນ​ນັ້ນ ມີ​ເລື່ອງ​ສ້າງ ກົນ​ໄກ​ປະ​ຕູ​ດຽວ​ແຫ່ງ​ຊາດ. ພ້ອມ​ກັບ​ການ​ຜັນ​ຂະ​ຫຍາຍ ກົນ​ໄກ​ປະ​ຕູ​ດຽວ​​ແຫ່ງ​ຊາດ, ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ບັນ​ດາ​ຫນ່ວຍ​ງານ​ຂອງ ອາ​ຊຽນ ໃນ​ຂອບ​ເຂດ​ຜັນ​ຂະ​ຫຍາຍ​ ກົນ​ໄກ​ປະ​ຕູ​ດຽວ​ອາ​ຊຽນ ນັບ​ແຕ່​ຈຸດ​ເວ​ລາ​ສ້າງ​ແຜນ​ຮ່າງ​ສັນ​ຍາ, ອະ​ນຸ​ສັນ​ຍາ ແລະ ນຳ​ເນື້ອ​ໃນ​ຂອງ​ບັນ​ດາ​ສັນ​ຍານັ້ນ​ເຂົ້າ​ປະ​ຕິ​ບັດ​ເມື່​ອ​ບັນ​ດາ​ລັດ​ຖະ​ບານ​ຂອງ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ໃຫ້​ສັດ​ຕະ​ຍາ​ບັນ.  ມີ 7 ປະ​ເທດ​ສະ​ມາ​ຊິກ ລວມ​ມີ: ບ​ຣູ​ໄນ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟິ​ລີບ​ປີນ, ສິງ​ກະ​ໂປ, ໄທ ແລະ ຫວຽດ​ນາມ ປະ​ກາດ​ໄດ້​ຜັນ​ຂະ​ຫຍາຍ ກົນ​ໄກ​ປະ​ຕູ​ດຽວ​​ແຫ່ງ​ຊາດ ຕ​າມ​ຄຳ​ໝັ້ນ​ສັນ​ຍາ, 5 ປະ​ເທດ ສະ​ມາ​ຊິກ ລວມ​ມີ: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ສິງ​ກະ​ໂປ, ໄທ ແລະ ຫວຽດ​ນາມ ປະ​ກາດ ໄດ້​ກຽມ​ພ້ອມ​ໃຫ້​ການ​ເຊື່ອມ​ຕໍ່ ກົນ​ໄກ​ປະ​ຕູ​ດຽວ​ອາ​ຊຽນ ນັບ​ແຕ່​ເດືອນ 12/2015.  ຕ​າມ​ການ​ຕີ​ລາ​ຄາ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມີງ ແລ້ວ, ການ​ເຂົ້າ​ຮ່ວມ​ຂອງ​ຫວຽດ​ນາມ​ໃນ ກົນ​ໄກ​ປະ​ຕູ​ດຽວ​ອາ​ຊຽນ​ ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ.

        “ການ​ເຂົ້າ​ຮ່ວມ​ຂອງ​ຫວຽດ​ນາມ ແມ່ນ​ການ​ລະ​ດົມ​ກຳ​ລັງ​ໃຈ​ອັນ​ໃຫຍ່​ຫລວງ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊີກ ອາ​ຊຽນ ອື່ນ​ເຂົ້າ​ຮ່ວມ​ການ​ເຊື່ອມ​ຕໍ່​ໂດຍ​ກົງ​ເຂົ້າ ກົນ​ໄກ​ປະ​ຕູ​ດຽວ​ອາ​ຊຽນ. ຜ່ານນັ້ນ ແມ່ນຢັ້ງ​ຢືນ​ຄວາມ​ສາ​ມາດ​ຂອງ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ລະ​ດັບ​ຊາດ​ໃນ​ໄລ​ຍະ​ສັ້​ນ ເພື່ອ​ຕອບ​ສະ​ຫນອງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ພາກ​ພື້ນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ທົດ​ລອງ ກົນ​ໄກ​ປະ​ຕູ​ດຽວ​ອາ​ຊຽນ ສຳ​ເລັດ, ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ດ້ານ​ການ​ຄ້າ ແລະ ລັກ​ສະ​ນະ​ແກ້ງ​ແຍ້ງ​ໃນ​ພາກ​ພື້ນ ເວົ້າ​ລວມ ແລະ ຫວຽດ​ນາມ​ເວົ້າ​ສະ​ເພາະ.”

        ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ພາກ​ພື້ນ ຢ່າງ​ແຮງ

ນັບ​ແຕ່ນີ້​ຮອດ​ທ້າຍ​ປີ, ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອື່ນ ສຳ​ເລັດ​ການ​ເຊື່ອມ​ຕໍ່​ດ້ານ​ເຕັກ​ນິກ ເພື່ອ​ພ້ອມ​ແລ້ວ​ເຊື່ອມ​ຕໍ່ ກົນ​ໄກ​ປະ​ຕູ​ດຽວ​ອາ​ຊຽນ ໃນ​ເດືອນ 12/2015.

        ພາຍ​ຫລັງ 20 ປີ​ນັບ​ແຕ່​ເມື່ອ​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ, ປະ​ຈຸ​ບັນ ອາ​ຊຽນ ໄດ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ສຳ​ຄັນ​ຕົ້ນ​ຕໍ​ຂອງ​ຫວຽດ​ນາມ, ກວມກວ່າ ¼ ຍອດ​ມູນ​ຄ່າ​ການ​ຄ້າ​ຂອງ​ຫວຽດ​ນາມ. ການ​ປະ​ຕິ​ບັດ​ສຳ​ເລັດ ກົນ​ໄກ​ປະ​ຕູ​ດຽວ​​ແຫ່ງ​ຊາດ​ຄືດັ່ງ​ເຄື່ອງ​ມື​ຕົ້ນ​ຕໍ​ຂອງ​ບັນ​ດາ​ອົງ​ການ​ລັດ​ຖະ​ບານ​ໃນ​ການ​ສ້າງ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ ແລະ ການ​ຂົນ​ສົ່ງ​ສາ​ກົນ​ກໍ​ຄື ເຊື່ອມ​ຕໍ່ ກົນ​ໄກ​ປະ​ຕູ​ດຽວ​ອາ​ຊຽນ ໂດຍ​ໄວ ແມ່ນ​ບາດ​ກ້າວ​ເຊື່ອມ​ໂຍງ​ສຳ​ຄັນ​ຂອງ​ຫວຽດ​ນາມ. ບໍ່​ພຽງ​ແຕ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ, ເຊື່ອມ​ຕໍ່​ກ ກົນ​ໄກ​ປະ​ຕູ​ດຽວ​ອາ​ຊຽນ ເທົ່າ​ນັ້ນ ຫາກ​ຍັງ​ຮັບ​ປະ​ກັນ​ບົດ​ບາດ​ທີ່​ຕັ້ງ​ຂອງ​ຫວຽດ​ນາມ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ແຫ່ງ​ຊາດ. ການ​ປະ​ຕິ​ຮູບ​ບໍ​ລິ​ຫານ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ້​ງ​ແຍ້ງ​ແຫ່ງ​ຊາດ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ, ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ເພື່ອ​ໃຫ້​ຫວຽດ​ນາມ​ ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ສາ​ກົນ ສຳ​ເລັດ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ