ປະຕິບັດຂໍ້ຕົກລົງຢຸດຍິງຢູ່ ຊີຣີ: ໜ້າທີ່ບໍ່ງ່າຍດາຍ


(vovworld) - ຂໍ້​ຕົກລົງ​ຢຸດ​ຍິງ​ທີ່​ຫາ​ກໍ​ບັນລຸ​ໄດ້​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ​ເລີ່​ມມີ​ຜົນ​ສັກສິດ​ໃນ​ທົ່ວ​ປະ​ເທດຊີຣີ ນັບ​ແຕ່​ເວລາ 19 ​ໂມງ ວັນ​ທີ 12/9 (ຕາມ​ເວລາ​ທ້ອງ​ຖີ່​ນ), ກົງ​ກັບ​ເວລາ​ເລີ່​ມຕົ້ນ​ງານ​ບຸນ Eid al Adha ຂອງ​ຊາວ​ອິດສະ​ລາມ. ມີ​ຫຼາຍ​ຄວາມ​ເຫັນ​ຖື​ວ່າ, ນີ້​ແມ່ນ​ກາລະ​ໂອກາດ​ທີ່​ຫາ​ຍາກ ​ເພື່ອ​ສາມາດ​ຢຸດ​ຕິ​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ແກ່ຍາວ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້​ໃນ​ໄລຍະ 5 ປີຜ່ານມາ. ​ແຕ່​ຄຽງ​ຂ້າງ​ນັ້ນ, ກໍ່​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ຄວາມ​ສາມາດ​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ​ນີ້ຂອງ​ທັງສອງ​ຝ່າຍ​.

ປະຕິບັດຂໍ້ຕົກລົງຢຸດຍິງຢູ່ ຊີຣີ: ໜ້າທີ່ບໍ່ງ່າຍດາຍ - ảnh 1
ຂໍ້ຕົກລົງຢຸດຍິງຢູ່ ຊີຣີ ໄດ້ຊ່ວຍຫລຸດຜ່ອນຄວາມສາຍຫາຍພໍສົມຄວນນັບແຕ່ມີຜົນສັກສິດ 
(ພາບ: Reuters)


        ພາຍຫຼັງ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ຈາກ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ, ຂໍ້​ຕົກລົງ​ຢຸດ​ຍິງທີ່​ບັນລຸ​ໄດ້​ໃນ​ວັນ​ທີ 10/9, ຢູ່ ​ເຊີ​ແນວ (ສະ​ວິດ). ຂໍ້​ຕົກລົງ​ຢຸດ​ຍິງ​ຖືກ​ແກ່ຍາວ​ເປັນ​ເວລາ 48 ຊົ່ວ​ໂມງ ​ແລະ ຖ້າ​ຫາກ​ມັນ​ໄດ້​ຮັບ​ການ​ປະຕິບັດ, ​ແມ່ນ​ຈະ​ຖືກ​ຢຸດ​ຍິງ​ໃນ 1 ສັບປະດາ​ຕໍ່​ໄປ​ອີກ. ຕາມ​ຂໍ້​ຕົກລົງ​ແລ້ວ, ທະຫານ​ລັດຖະບານ ຊີຣີ ຕ້ອງ​ຢຸດຕິ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ. ສ່ວນ​ທາງ​ຝ່າຍ​ຄ້ານ ຊີຣີ ກໍ່​ຈະ​ຢຸດຕິ​ການ​ບຸກ​ໂຈມ​ຕີ​ທັງ​ໝົດ. ປັດ​ໃຈ​ສຳຄັນ​ໃນ​ຂໍ້​ຕົກລົງ​ຢຸດ​ຍິງ​ນັ້ນ​ແມ່ນ​ກຳລັງ​ລຸກ​ຮື້​ຂຶ້ນ ​ແລະ ທະຫານ​ລັດຖະບານ ຊີຣີ ຕ້ອງ​ຖອນ​ອອກ​ຈາກ​ເຂດ​ປະ​ທະ​ກັນ​ຢູ່ Aleppo ​ແນ​ໃສ່​ສ້າງ​ເຂດ​ປອດ​ການ​ທະຫານ ​ເພື່ອ​ໃຫ້​ບັນດາ​ອົງການ​ມະນຸດສະທຳ​​ໄດ້ສຳຜັດ​ກັບ​ສາມັນ​ຊົນ.

        ທັງ ອ​າ​ເມ​ລິ​ກາ ​ແລະ ລັດ​ເຊຍ ລ້ວນ​ແຕ່​ຖື​ວ່າ, ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່ ຊີຣີ​ເປັນ​ບາດ​ລ້ຽວທີ່​ນຳ​ມາ​ເຊິ່ງຄວາມ​ຫວັງ​ໃຫຍ່, ​ເຮັດ​ໃຫ້​ບັນດາ​ຝ່າຍ​ທີ່​ປະ​ທະ​ກັນ​ຢູ່ ຊີຣີ ສາ​ມາດ​ກັບ​ຄືນ​ສູ່​ການ​ເຈລະຈາ, ​ເພື່ອ​ຍາດ​ເອົາສັນຕິພາບ​ມາໃຫ້​ປະຊາຊົນ ຊີຣີ.

        ບັນດາ​ສັນຍານ​ທີ່​ຕັ້ງໜ້າ

        ຕາມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ແລ້ວ, ຂໍ້​ຕົກລົງ​ຢຸດ​ຍິງ​ຈະ​ແມ່ນ​ຈຸດ​ເວລາ​ເລີ່​ມຕົ້ນ ​ເພື່ອ​ເຊື່ອມ​ຕໍ່​ມາດ​ຕະການ​ແກ້​ໄຂ​ສັນຕິພາບ​ຢູ່ ຊີຣີ ​ແລະ ການ​ຫັນປ່ຽນ​ດ້ານ​ການ​ເມືອງ​ຢູ່​ປະ​ເທດ​ນີ້. ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ເຊື່ອ​ໝັ້ນ​ວ່າ, ຖ້າ​ຫາກ​ໄດ້​ຮັບ​ການ​ປະຕິບັດ, ​ແຜນການ​ນີ້​ອາດ​ຈະ​ນຳ​ມາ​ເຊິ່ງບັນດາ​ການ​ປ່ຽນ​​ແປງ​ທີ່​ຕັ້ງໜ້າ ​ແລະ ກາຍ​ເປັນ​ຈຸດ​ເລີ່​ມຕົ້ນ​ໃນ​ວິວັດ​ທະ​ນາ​ການ​ສັນຕິພາບ​ຢູ່ ຊີຣີ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ໄດ້​ຍົກ​ອອກ​ຄຳ​ໝັ້ນ​ສັນຍາ​ທີ່​ວ່າ ລັດ​ເຊຍ ​ຈະ​ພ້ອມ​ກັບ ອາ​ເມ​ລິ​ກາ ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ ​ເພື່ອ​ໃຫ້​ຂໍ້​ຕົກລົງ​ນີ້​ໄດ້​ຮັບ​ຄວາມ​ເຄົາລົບ​ຈາກ​ຝ່າຍ​ຕ່າງໆ.

        ​ໃນ​ປະຕິກິລິຍາ​ທີ່​ຕັ້ງໜ້າ, ວັນ​ທີ 11/9, ລັດຖະບານ ຊີຣີ ​ໄດ້​ຖະ​ແຫຼ​ງ

ຮັບຮອງ​​ເອົາຂໍ້​ຕົກລົງ​ຢຸດ​ຍິງ ​ໂດຍ​ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ ອຸປະຖຳ. ​ໃນ​ຈົດໝາຍ​ຝາກ​ເຖິງ ອາ​ເມ​ລິ​ກາ ​ໃນວັນ​ດຽວ​ກັນ, ຈາກ​ຝ່າຍ​ຄ້ານ, ບັນດາ​ກຸ່ມ​ສັງກັດ​ກອງທັບຊີຣີ​ເສລີ ກໍ່​ປະກາດ​ເຫັນ​ດີ​ຕໍ່​ຂໍ້​ຕົກລົງ​ນີ້ ​ແລະ ​ໃຫ້​ຮູ້​ວ່າ: ​ຈະ “ຮ່ວມ​ມື​ຢ່າງ​ຕັ້ງໜ້າ“. ໃນ​ຂະນະ​ນັ້ນ, ກຸ່ມ​ລຸກ​ຮື້​ຂຶ້ນ​ອິດສະ​ລາມ​ຫົວ​ຮຸ​ນ​ແຮງ​ຢູ່ ຊີຣີ, Ahrar al-Sham ກໍ່​ຍັງບໍ່​ຍົກ​ອອກ​ບັນດາ​ຄຳ​ຖະ​ແຫຼ​ງ ​ບໍ່​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ​ຄື​ກ່ອນ​ນີ້​ອີກ.

        ສິ່ງ​ທີ່​ໜ້າ​ສົນ​ໃຈ, ນັ້ນ​ແມ່ນ​ ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ກໍ່​ໃຫ້​ຮູ້​ວ່າ, ພາຍຫຼັງ​ຄຳ​ສັ່ງ​ຢຸດ​ຍິງ​ມີ​ຜົນ​ສັກສິດ​ເປັນ​ເວລາ 2 ຊົ່ວ​ໂມງ, ການ​ໃຊ້​ຄວາມ​ຮຸນ​ແຮງ​ລະຫວ່າງ​ຝ່າຍ​ຕ່າງໆ​ກໍ່ເລີ່​ມຫຼຸດ​ລົງ.

        ການ​ທ້າ​ທາຍ​ໃຫຍ່

        ສິ່ງ​ທີ່​ບໍ່​ອາດ​ປະຕິ​ເສດ​ໄດ້​ນັ້ນ​ແມ່ນ, ຖ້າ​ຫາກ​ຂໍ້​ຕົກລົງ​ຢຸດ​ຍິງ​ໄດ້​ຮັບ​ການ​ປະຕິບັດ​ຈະ​ຊ່ວຍ​ຫຼຸດຜ່ອນ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ເຈລະຈາ​ມຸ່ງ​ໄປ​ເຖິງ​ພື້ນຖານ​ສັນຕິ​ພາບ​ຢູ່ ຊີຣີ, ​ແຕ່​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ພັດ​ຍອມຮັບ​ວ່າ, ບໍ່​ຮັບປະກັນ​​ເລື່ອງ​ປະຕິບັດຂໍ້​ຕົກລົງ​ເຊິ່ງ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ຫາ​ກໍ່​ບັນລຸ​ໄດ້ 100% ຢ່າງ​ແນ່ນອນ. ທ່ານ​ປະທານ​ຄະນະ​ກຳມະການ​ບັນດາ​ບັນຫາ​ສາກົນ ສະພາ​ສະຫະລັດ (ສະພາ​ສູງ) ລັດ​ເຊຍ, ທ່ານ Konstantin Kosachev  ​ໄດ້​ກ່າວ​ເຕືອນ​ວ່າ, ຂໍ້​ຕົກລົງ​ນີ້​ຈະ​ໄດ້​ຮັບ​ການ​ປະຕິບັດ​ຫຼື​ບໍ ​ແລະ ​ເອກະສານ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ລົງ​ນາມ​ຢູ່ ​ເຊີ​ແນວ (ສະ​ວິດ) ຈະ​ກາຍ​ເປັນ​ເອກະສານ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ໄດ້​ຫຼື​ບໍ່ ​ແມ່ນຂຶ້ນ​ກັບ​ທ່າ​ທີ​ຂອງ​ອຳນາດ​ການ​ປົກຄອງຊີຣີ​ ແລະ ບັນດາ​ຝ່າຍ​ຄ້ານ​ທີ່​ປະກອບ​ອາວຸດ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ຄຽງ​ຂ້າງ​ນັ້ນ, ມັນ​ຍັງ​ຂຶ້ນ​ກັບ​ທ່າ​ທີ​ຂອງ​ຝ່າຍ​ທີ​ສາມ, ນັ້ນ​ແມ່ນ​ບັນດາ​ອົງການ​ກໍ່​ການ​ຮ້າຍ​ທີ່​ພວມ​ຄອບ​ງຳ​ສະພາບ​ການ​ຢູ່​ ຊີຣີ.

ບັນຫາ​ໜຶ່ງ​ອີກ​ກໍ່​ຕ້ອງ​​ເວົ້າ​ເຖິງ​ນັ້ນ​ແມ່ນ, ປະຈຸ​ບັນ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ການ​ແຍກ​ບັນດາ​ກຸ່ມ​ກໍ່​ການ​ຮ້າຍ ກັບຝ່າຍ​ຄ້ານ​ທີ່​ໄດ້​ຮັບ​ຖື​ວ່າ “ສະຫງ່ຽມ​ຄ່ຽມຄົມ” ຢູ່​ຊີຣີ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ພຽງ​ໃຫ້​ຮູ້​ວ່າ: 2 ຝ່າຍ​ຈະ​ສືບ​ຕໍ່​ເຮັດ​ວຽກ​ກ່ຽວ​ກັບ​ບັນຫາ​ນີ້​ຜ່ານ​ສູນ​ພິ​ເສດ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ນອກຈາກ​ນັ້ນ, ຂໍ້​ຕົກລົງ​ຢຸດ​ຍິງ​ໃໝ່​ກໍ່​ໄດ້​ຮັບ​ຖື​ວ່າ​ຍັງ​ຂາດ​ກົນ​ໄກ​ຕິດຕາມ​ກວດກາ ​ແລະ ປະຕິ​ບັດ. ສິ່ງ​ດັ່ງກ່າວ​ກໍ່​ຄ້າຍຄືກັນ​ກັບ​ຂ້ໍ​ຕົກລົງ​​ທີ່​ບັນລຸ​ໄດ້​ໃນ​​ເດືອນ 2/2016 ​ແລະ ສຸດ​ທ້າຍກໍ່​ບໍ່​ມີ​ຜົນ​ສັກ​ສິດ. ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ຄຳ​ສັ່ງ​ຢຸດ​ຍິງ​ຄັ້ງ​ນີ້​ຕ້ອງ​ມີ​ລະບົບ​ຕິດຕາມ​ກວດກາ​ຢ່າງຮອບດ້ານ​​ຖ້າຫາກ​ບໍ່​ມີ, ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ຈະ​ສວຍ​​ໂອກາດ​ຢຸດ​ຍິງ​ເພື່ອ​ປັບປຸງ​ກຳລັງ, ມອບ​ສ່ົງ​ອາວຸດ, ພາຫະນະ​ຕໍ່ສູ້.

        ຍ້ອນ​ບັນດາ​ປັດ​ໄຈ​ດັ່ງກ່າວ, ສປຊ ຈຶ່ງ​ມີ​ປະຕິກິລິ​ຍາຢ່າງລະມັດລະວັງ​ຕໍ່ໜ້າ​ແງ່​ຫວັງ​ປະຕິບັດ​ຕາມຂໍ​​້ຕົກລົງ​ຢຸດ​ຍິງ​ໃໝ່. ທູ​ດພິ​ເສດ​ຂອງ ສປຊ ກ່ຽວ​ກັບ ຊີຣີ, ທ່ານ Staffan de Mistura ​ໃຫ້​ຮູ້​ວ່າ: ຫ້ອງການ​ຂອງ​ທ່ານ​ຈະ​ຕິດ​ຕາມ​​ຂໍ້​ຕົກລົງ​ຢຸດ​ຍິງ​ຢ່າງ​ລະມັດລະວັງ, ກ່ອນ​ທີ່​ຈະຍົກ​ອອກ​ບໍ່​ວ່າ​ຄຳ​ວິຈານ​ໃດໆ.

        ຂໍ້​ຕົກລົງ​ຢຸດ​ຍິງ​ທີ່ ລັ​ດ​ເຊຍ ​ແລະ ອາ​ເມ​ລິ​ກາ ຫາ​ກໍ່​ບັນລຸ​ໄດ້​ຈະ​ແມ່ນ​ບາດ​ລ້ຽວສຳຄັນ​ໃນ​ວິວັດທະນາ​ການ​ສັນຕິພາບ​ຢູ່ ຊີຣີ ພາຍຫຼັງ​ເກີດ​ເສິກ​ກາງ​ເມືອງ​ມາ​ເປັນ​ເວລາ 5 ປີ ຖ້າ​ຫາກ​ບັນດາ​ຝ່າຍ​​ເຄົາລົບ​ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ແລະ ມີ​ກົນ​ໄກ​ຕິດຕາມກວດກາ​ໃນ​ການ ປະຕິບັດ. ປະຈຸ​ບັນ, ບໍ່​ທັນຄາ​ດຄະ​ເນ​​ແງ່​ຫວັງ​ຂອງຂໍ້​ຕົກລົງ​ຢຸດ​ຍິງ​​ໄດ້, ​ແຕ່​ຫາງ​ສຽງ​ຫວັງ​ວ່າ​ຂໍ​້ຕົກລົງ​ຈະ​ໄດ້​ຮັບ​ການ​ປະຕິບັດ​ດ້ວຍ​ການ​ເຄົາລົບ​ຂອງ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ, ສິ່ງ​ດັ່ງກ່າວ​ກໍ່​ມີ​ຄວາມ​ໝາຍວ່າ​ ປະຊາຊົນ ຊີຣີ ຈະ​ໄດ້​ດຳ​ລົງ​ຊີວິດ​ໃນ​ສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ